spot_img
Homeຄວາມງາມ10 ສັນລະຍະ​ກຳ​ເສີມ​ງາມທີ່​​ຄວນ​ລະ​ວັງ.... ອັນຕະລາຍ​ເຖິງ​ຊີວິດ!!

10 ສັນລະຍະ​ກຳ​ເສີມ​ງາມທີ່​​ຄວນ​ລະ​ວັງ…. ອັນຕະລາຍ​ເຖິງ​ຊີວິດ!!

Published on

51_20150313191243.

1. ວິທີ​ລຸດ​ຄວາມ​ນ້ຳໜັກດ້ວຍ​ວິທີ​ສີດ​ສານLipodissolveເພື່ອ​ລະ​ລາຍ​ໄຂ​ມັນ​ຕາມ​ສ່ວນ​ຕ່າງໆຂອງ​ຮ່າງກາຍເຊຶ່ງ​ສັນຍະ​ແພດ​ແລະ​ແພດ​ຜິວ​ໜັງ​ເຫັນ​ວ່າ​ຄວນ​ຫລີກ​ລ້ຽງ​ຫລາຍ​ທີ່ສຸດເພາະ​ບໍ່​ມີ​ການ​ຮັບຮອງ​ວ່າ​ໄດ້​ຜົນ​ແທ້ອີກ​ທັງ​ການເຮັດLipodissolveນັ້ນ​ຍັງ​ບໍ່​ໄດ້ຮັບ​ການ​ຮັບຮອງ​ຈາກ​ອົງ​ການ​ອາຫານ​ແລະ​ຢາ​ຂອງ​ປະເທດ​ສະ​ຫະລັດອາເມລິກາອີກ​ດ້ວຍ
2. ສັນລະຍະ​ກຳ​ຕີນປະຈຸບັນ​ຜູ້ຍິງ​ຫັນ​ມາ​ເຮັດ​ສັນລະຍະ​ກຳ​ຕີນເພື່ອ​ປັບ​ປ່ຽນ​ຮູບ​ຮ່າງ​ຕີນ​ໃຫ້​ເບິ່ງ​ສວຍງາມ​ແລະ​ເຊັກ​ຊີ່​ຫລາຍ​ຍິ່ງ​ຂຶ້ນແຕ່​ນາຍ​ແພດ​ເກນ ບີ. ເຟ​ຟ​ເຟີລ໌ ປະ​ທານ​ສະມາຄົມ​ສັນລະຍະ​ກຳ​ກະດູກ​ຕີນ​ແລະ​ຂໍ້​ຕີນ​ແຫ່ງ​ປະເທດ​ສະ​ຫະລັດ​ອະ​ເມ​ລິ​ກາກ່າວ​ວ່າການເຮັດ​ສັນລະຍະ​ກຳ​ຕີນ​ໃຊ້​ຫລາຍ​ວິທີ​ຮ່ວມ​ກັນຊຶ່ງ​ອາດ​ສົ່ງ​ຜົນ​ຕໍ່​ຕີນ​ໄດ້ທັງ​ອັກ​ເສບ,ເຊວ​ປະສາດ​ຖືກ​ທຳລາຍ,ຕີນ​ບວມ​ຊຳເຮື້ອແລະ​ເຈັບ​ຂະນະ​ຍ່າງ
3. ການ​ສີດ​ເສີມ​ສ່ວນ​ຕ່າງໆແບບ​ຖາວອນບໍ່​ວ່າ​ຈະ​ເປັນ​ຮີມສົບຫລື​ປົກ​ປິດ​ຮີ້ວ​ຮອຍໂດຍ​ທົ່ວ​ໄປສານ​ໃຊ້​ສີດ​ມັກ​ຈະ​ເປັນ​ການ​ສີດ​ແບບ​ຊົ່ວ​ຄາວເມື່ອ​ເວລາ​ຜ່ານ​ໄປ​ສານ​ເຫລົ່າ​ນີ້​ຈະ​ຖືກ​ດູດ​ຊຶມ​ເຂົ້າ​ສູ່​ຮ່າງກາຍ ແລະ​ສິ່ງ​ຕ່າງໆທີ່​ເຮັດ​ໄວ້​ກໍ​ຈະ​ກັບ​ຄືນ​ສະພາບ​ເກົ່າແຕ່​ກໍ​ມີ​ສານ​ບາງ​ຊະນິດ​ທີ່​ເປັນ​ການ​ສີດ​ແບບ​ຖາວອນ ຊຶ່ງ​ຈະ​ໄປ​ຈັບ​ຕົວ​ກັບ​ເນື້ອ​ເຍື່ອ​ຢ່າງ​ຖາວອນແລະ​ມີ​ໂອ​ກາດ​ທີ່​ຈະ​ຈັບ​ຜິດ​ທີ່​ຜິດ​ທາງແທນ​ທີ່​ຈະ​ງາມ​ກັບ​ເບິ່ງ​ບິດ​ບ້ຽວ​ຜິດ​ທຳມະຊາດ​ໄປ
4. ການ​ສີດ​ເສີມ​ເຕົ້າ​ນົມໂດຍ​ປົກກະຕິ​ແລ້ວ​ແພດ​ຈະ​ນຳ​ໄຂ​ມັນ​ຈາກ​ສ່ວນ​ອື່ນ​ຂອງ​ຮ່າງກາຍ​ມາ​ສີດ​ເສີມ ຄວາມ​ຈິງ​ແລ້ວ​ການ​ສີດ​ໄຂ​ມັນ​ເຂົ້າໄປ​ຍັງ​ເນື້ອ​ເຍື່ອ​ບໍລິເວນ​ໜ້າ​ອົກ​ເປັນ​ອັນຕະລາຍ​ຢ່າງຫລາຍເພາະ​ໄຂ​ມັນ​ທີ່​ສີດ​ເຂົ້າໄປ​ອາດ​ແຂງ​ຕົວ​ເຮັດໃຫ້​ກວດ​ຫາ​ມະ​ເລັງ​ເຕົ້າ​ນົມ​ໄດ້​
5. ຕໍ່​ຄວາມ​ຍາວ​ຂາເປັນ​ການ​ຜ່າ​ຕັດ​ທີ່​ຮູ້​ຈັກ​ກັນ​ດີ​ໃນ​ແຖບ​ເອ​ເຊຍການເພີ່ມຄວາມ​ສຸງ​ເພີ່ມ​ຂຶ້ນ​ບໍ່​ໄດ້ຫລາຍ​ຢ່າງ​ທີ່​ຄິດແລະ​ແພງ​ເກີນ​ຄາດສະເລ່ຍຕໍ່​ເທື່ອ​ປະ​ມານ 4, 200, 000 ບາດ ສະຫລຸບ​ຄືສູງ​ຂຶ້ນ​ນິດ​ໜ່ອຍເສຍ​ເງີນ​ຫລາຍແຖມ​ເຈັບ​ຕົວ​ອີກ​ຕ່າງ​ຫາກ
6 ສັນລະຍະ​ກຳ​ເສີມ​ບັ້ນ​ທ້າຍ ເຮັດ​ໂດຍ​ເສີມ​ແຜ່ນ​ຊິ​ລິ​ໂຄນ​ກ້ອນ​ແຂງລົງ​ໄປ​ກ້ອງ​ເສັ້ນ​ໃຍ​ກ້າມ​ເນື້ອ​ສະ​ໂພກທັງ​ນີ້ການເຮັດ​ສັນລະຍະ​ກຳ​ສະ​ໂພກ​ນັ້ນ​ມີ​ໂອ​ກາດ​ຕິດ​ເຊື້ອ​ໄດ້​ງ່າຍເນື່ອງ​ຈາກ​ຈະ​ຈັບບາດ​ແຜ​ໃຫ້​ຢູ່​ລະຫວ່າງ​ບັ້ນ​ທ້າຍ​ທັງ​ສອງຊຶ່ງ​ເຮັດໃຫ້​ບາດແຜ​ນັ້ນ​ຢູ່​ໃກ້​ກັບ​ທະວານ​ໜັກແຫລ່ງ​ສະ​ສົມ​ສາລະພັດ​ເຊື້ອ​ພະຍາດ​

7. ສັກ​ໜ້າບໍ່​ວ່າ​ຈະ​ເປັນຄິ້ວ,ຂອບ​ຕາ,ຂອບ​ປາກ​ແລະອື່ນໆເມື່ອ​ເວລາ​ຜ່ານ​ໄປ​ຫລື​ເຈົ້າ​ເບື່ອ​ຂຶ້ນ​ມາ​ ​ຍຸກ​ນີ້​ລົບ​ຮອຍ​ສັກ​ໄດ້​ສະບາຍແຕ່​ຮູ້​ບໍ່​ວ່າພື້ນ​ທີ່​ສ່ວນ​ໃຫຍ່​ເທິງ​ໃບ​ໜ້າ​ມັກ​ເປັນ​ເນື້ອ​ເຍື່ອ​ອ່ອນຊຶ່ງ​ການ​ໃຊ້​ເລ​ເຊີ​ລົບ​ຮອຍ​ນັ້ນ​ເຮັດ​ໄດ້​ຍາກແລະ​ຜົນ​ທີ່​ໄດ້​ນັ້ນ​ອາດຈະ​ບໍ່​ດີ​ເທົ່າ​ທີ່​ຄວນ
8. ສັນລະຍະ​ກຳ​ໃບ​ໜ້າທັງ​ດູດ​ໄຂ​ມັນ​ທີ່​ແກ້ມ​ເພາະ​ຫວັງ​ໃຫ້​ໜ້າ​ເບິ່ງ​ນ້ອຍ​ລົງ,ເຊັກ​ຊີ່​ຫລາຍ​ຂຶ້ນແຕ່​ເຈົ້າ​ອາດ​ໄດ້​ໜ້າ​ບຸ໋ມເປັນ​ຫລຸມ​ເພາະ​ໄຂ​ມັນ​ຖືກ​ດູດ​ອອກ​ໄປ​ຫລາຍເກີນໄປ​ພໍ​ດີ​ກໍ​ໄດ້ແລະ​ຕໍ່ໄປ​ກໍ​ດຶງ​ໜ້າທີ່​ມັກ​ຈະ​ມີ​ບັນຫາ​ເລື່ອງ​ແຜ​ຜ່າ​ຕັດ​ຊຶ່ງ​ເຫັນ​ໄດ້​ແຈ້ງ​ຈົນ​ຕ້ອງ​​ກັບ​ໄປ​ແກ້​ແລ້ວ​ແກ້ອິກ
9. ການ​ຜ່າ​ຕັດ​ກະ​ຊັບ​ຜົ້ງເອິກດ້ວຍ​ວິທີ​ການ​ຕັດ​ຜິວ​ໜັງ​ສ່ວນ​ເກີນ​ອອກ(mastopexy)ເປັນ​ການ​ຜ່າ​ຕັດ​ທີ່​ມີ​ໂອ​ກາດ​ຜິດ​ພາດ​ໄດ້​ຫລາຍ​ທີ່ສຸດເພາະ​ບາງເທື່ອ​ເມື່ອ​ກໍ່ການ​ເສີມ​ໜ້າ​ເອິກ​ແລ້ວ​ຜິວ​ໜັງ​ທີ່​ລອກອອກ​ຫລາຍ​ກັບ​ບໍ່​ພຽງ​ພໍກັບ​ຂະໜາດ​ໜ້າເ​ອິກ​ໃໝ່ເຮັດໃຫ້​ຕ້ອງ​ພະຍາຍາມ​ດຶງ​ຜິວ​ໜັງ​ທີ່​ເຫລືອ​ມາ​ປິດບັນຫາ​ທີ່​ຕາມ​ມາ​ຫລັງ​ຈາກ​ການ​ຜ່າ​ຕັດ​ນີ້ຄືການ​ຕິດ​ເຊື້ອວັດ​ສະດຸ​ທີ່​ໃຊ້​ເສີມ​ຫລຸດ​ອອກໜ້າ​ເອິກ​ບໍ່​ເທົ່າ​ກັນ,ຫົວ​ນົມ​ດ້ານ,ບໍ່​ສາມາດ​ໃຫ້​ນົມ​ລູກ​ໄດ້ແລະ​ບັນຫາ​ການ​ຟື້ນ​ຕົວ​
10. ການ​ເສີມ​ງາມ​ທຸກ​ຢ່າງ​ທີ່​ບໍ່​ໄດ້​ເຮັດ​ໂດຍ​ຜູ້​ຊ່ຽວຊານບໍ່ແມ່ນ​ວ່າ​ທຸກ​ຄົນ​ຈະ​ສາມາດ​ເຮັດ​ສັນລະຍະ​ກຳ​ໃຫ້​ກັບ​ເຈົ້າ​ໄດ້​ດີເພາະ​ສະ​ນັ້ນສຶກ​ສາ​ຂໍ້​ມູນ​ກ່ຽວກັບ​ແພດ​ໃຫ້​ລະອຽດ​ກ່ອນທີ່ຈະ​ຕັດ​ສິນ​ໃຈ​ເຮັດ​ສັນລະຍະ​ກຳຈະ​ໄດ້​ກັນ​ໄວ້​ດີກວ່າ​ແກ້

ບົດຄວາມຫຼ້າສຸດ

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຢ່າງເປັນທາງການ

ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ. ພິທີເຊັນບົດບັກທຶກ ມອບ-ຮັບວຽກງານສື່ມວນຊົນ (ວຽກຖະແຫລງຂ່າວ) ຈາກກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ມາຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຂຶ້ນໃນວັນທີ 8 ກໍລະກົດ 2025,...