spot_img
Homeນານາສາລະເຂົ້າໜຽວໝາກມ່ວງແຊບດີມີປະໂຫຍດ

ເຂົ້າໜຽວໝາກມ່ວງແຊບດີມີປະໂຫຍດ

Published on

สูตรข้าวเหนียวมะม่วง

ອົງ​ກາ​ນອາ​ຫານ​ແລະ​ກະເສດ​ໂລກຫລືເອ​ຟ​ເອ​ໂອ​ແນະ​ນໍາໃຫ້​ປະເທດ​ກຳ​ລັງ​ພັດທະນາ​ທີ່​ມີ​ບັນຫາ​ຂາດ​ວິ​ຕາ​ມິນ​ສຳຄັນ​ກໍ່ຄືວິ​ຕາ​ມິນ​ເອ,ວິ​ຕາ​ມິນ​ຊີ​ແລະ​ທາດ​ເຫລັກ​ກິນໝາກ​ມ່ວງ ເພື່ອ​ຊ່ວຍ​ປ້ອງ​ກັນ​ພະຍາດ​ແລະ​ແກ້​ການ​ຂາດ​ສານ​ອາ​ຫານ

ໝາກ​ມ່ວງເໝາະສົມ​ກັບ

1.ຜູ້​ມີ​ບັນຫາ​ສິວເພາະ​ໝາກ​ມ່ວງ​ມີ​ກົດ​ດີ​ຢູ່​ຫລາຍ​ຊະນິດ​ຊ່ວຍ​ບຳ​ລຸງ​ຜິວມີ​ວິ​ຕາ​ມິນ​ເອ,ວິ​ຕາ​ມິນ​ອີ​ແລະ​ຊີ​ລີ​ນຽມ​ສຳລັບ​ຜິວ​ພັນ​ຢູ່​ຫລາຍແລະ​ສານ​ຕ້າ​ນອານຸ​ມູນ​ອິດສະຫລະ(ແອນ​ຕີ້​ອອກ​ຊິ​ແດນ)ຈະ​ຊ່ວຍ​ລ້າ​ງອາ​ນຸ​ມູນ​ອິດສະຫລະ​ທີ່​ຈັບ​ຜິວ

2.ຜູ້​ເບື່ອ​ອາ​ຫານເພາະ​ໝາກມ່ວງ​ມີ​ວິ​ຕາ​ມິນ​ຫລາຍ​ຊະນິດ​ຊ່ວຍ​ຊົດ​ເຊີຍຕົວຢ່າງວິ​ຕາ​ມິນ​ເອ,ວິ​ຕາ​ມິນ​ອີ,ທາດ​ເຫລັກ​ແລະ​ແອນ​ຕີ້​ອອກ​ຊິ​ແດນກຸ່ມ“ຟີ​ໂນ​ລິກ”ແລະ​ຍັງມີ​ສ່ວນ​ປ້ອງ​ກັນ​ມະ​ເຮັງ​ເຕົ້າ​ນົມ,ມະ​ເຮັງ​ທາງເດີນ​ອາຫານ​ແລະ​ມະ​ເຮັງ​ລຳ​ໄສ້​ໃຫຍ່

3.ຄົນ​ຖອກທ້ອງນ້ຳ​ໝາກ​ມ່ວງ​ບີບ​ສົດ​ຊ່ວຍ​ເປັນ​ແຫລ່ງ​ນ້ຳ​ຕານ“ຟລຸກ​ໂຕ”ຊັ້ນ​ດີ​ທີ່​ຊ່ວຍ​ເຕີມ​ເຕັມ​ໃຫ້​ໃນ​ໄລຍະ​ທີ່​ຂາດ​ນ້ຳ​ແລະ​ເສຍ​ເກືອ​ແຮ່

4.ຄົນ​ທ້ອງ​ອືດໝາກ​ມ່ວງ​ຊ່ວຍ​ຄາຍ​ໄສ້​ໃຫ້​ປັ້ນ​ດີ​ແຖມ​ມີ​ເສັ້ນ​ໃຍ​ຫລາຍ​ຊ່ວຍດີ​ທັອກລຳ​ໄສ້​ໄດ້ໃນ​ຄົນ​ທາດ​ແຂງ​ຂໍ​ໃຫ້​ກິນໝາກ​ມ່ວງ​ສຸກ​ທີ່​ຍິ່ງ​ສົ້ມ​ໄດ້​ຍິ່ງດີໝາກ​ມ່ວງ​ມີ​ນ້ຳ​ຍ່ອຍ​ເປັນ​ເອນ​ໄຊ​ຊືແມ​ນີ​ເຟີ​ລິນ,ຄາ​ທີ​ຄອນ,ອອກ​ຊິ​ເດສແລະແລກ​ເທສ”ຢູ່​ຫລາຍ

5.ຕິດ​ເຊື້ອ​ທາງເດີນ​ປັດສະວະກົດ​ສົ້ມ​ໃນ​ນ້ຳ​ໝາກ​ມ່ວງ​ຊ່ວຍ​ລ້າງ​ຕັ້ງ​ແຕ່​ກວນ​ຫມາກໄຂ່ຫລັງ​ໄປ​ຈົນ​ເຖິງ​ທໍ່​ຍ່ຽວ​ໄດ້​ສະ​ອາດ​ດີ

ໝາກ​ມ່ວງ​ບໍ່​ເໝາະ​ກັບ

1.ພະຍາດ​ໄຕ ເພາະ​ຂັບ​ເກືອ​ແຮ່​ອອກ​ໄດ້​ບໍ່ດີອາດ​ມີ​ເກືອ​ແຮ່ບາງ​ຊະນິດ​ຄ້າງ​ຫລາຍ

2.ພະຍາດ​ຫົວ​ໃຈ​ຮຸນ​ແລງເພາະ​ໝາກມ່ວງ​ມີ​ແຮ່ທາດ​ກ່ຽວກັບ​ການ​ເຕັ້ນ​ຂອງ​ຫົວ​ໃຈ​ກໍ່ຄື “ໂພ​ແທດ​ຊຽມຢູ່​ຂ້ອນ​ຂ້າງ​ສູງຖ້າ​ຍັງ​ບໍ່​ເປັນ​ພະຍາດ​ຫົວ​ໃຈ​ແຕ່​ຕ້ອງ​ການ​ປ້ອງ​ກັນ​ພະຍາດ​ຫົວ​ໃຈ​ໄວ້​ກ່ອນ​ຂໍ​ໃຫ້​ເລືອກ​ໝາກ​ມ່ວງ​ນ້ຳ​ດອກ​ໄມ້​ເພາະ​ມີ​ເບ​ຕ້າ​ແຄ​ໂລ​ທີນ​ເປັນ​ທາດ​ບຳ​ລຸງ​ຫົວ​ໃຈ​ທີ່ດີ

ໝາກ​ມ່ວງ​ສຸກ​ທີ່​ກິນ​ກັບເຂົ້າ​ໜຽວ​ໝາກ​ມ່ວງມັກ​ມີ​ວິ​ຕາ​ມິນ​ແຮ່ທາດ​ບໍ່​ຕ່າງ​ກັນ​ຫລາຍຖ້າ​ຢາກ​ໄດ້​ຊະນິດ​ທີ່​ຊີ້ນວິ​ຕາ​ມິນ​ເອ​ຫລາຍໃຫ້​ເຫລືອນ້ຳ​ດອກ​ໄມ້,ມີ​ເບ​ຕ້າ​ແຄ​ໂລ​ທີນ​ສູງ​ກວ່າ​ໝາກເລັ່ນ​ຊິ​ນີ​ແລະ​ໝາກຮຸ່ງສຸກນໍາ​ອີກຖ້າ​ຢາກ​ໄດ້​ແປ້ງ​ໜ້ອຍ​ກວ່າ​ໃຫ້​ເລືອກ​ໝາກ​ມ່ວງ​ສຸກຖ້າ​ຢາກ​ໄດ້​ນ້ຳ​ຕານ​ໜ້ອຍ​ໃຫ້​ເລືອກ​ໝາກ​ມ່ວງ​ດິບ

ເຂົ້າ​ໜຽວ​ມີ​ແຄ​ລໍ​ລີ​ສູງ​ຈາກ​ແປ້ງ​ຂາວຈຶ່ງ​ບໍ່​ເໝາະສົມ​ກັບ​ຜູ້​ປ່ວຍ​ເບົາ​ຫວານຖ້າ​ຈຳ​ເປັນ​ຕ້ອງ​ກິນ​ຂໍ​ໃຫ້​ເນັ້ນ​ໝາກ​ມ່ວງ​ຫລາຍກວ່າ​ເຂົ້າ​ໜຽວ​ເພາະ​ຊີ້ນໝາກ​ມ່ວງ​ມີ​ກາກ​ຊ່ວຍ​ກັນ​ບໍ່​ໃຫ້​ນ້ຳ​ຕານ​ຊຶມ​ເຂົ້າ​ເລືອດ​ໄວ​ໄປແລະ​ບໍ່​ເໝາະ​ກັບ​ຜູ້​ທີ່​ມີ​ພາ​ວະ​ໄຂ​ມັນ​ໃນ​ເລືອດ​ສູງ​ແລະ​ຄວາມ​ດັນ​ເລືອດ​ສູງເພາະ​ເຂົ້າ​ໜຽວ​ກັບ​ກະ​ທິ​ມີ​ຄວາມ​ຫວານ​ແລະ​ມັນ​ສູງ

ເຕັກ​ນິກ​ການ​ກິນ“ເຂົ້າ​ໜຽວ​ໝາກ​ມ່ວງບໍ່​ເພີ່ມ​ໜ້າທ້ອງຄື

ໃຫ້​ໜັກ​ໝາກມ່ວງ​ຫລາຍກວ່າ​ເຂົ້າໜຽວ

ໃຊ້​ເຂົ້າ​ກໍ່າ​ເພາະ​ມີ​ໄຟ​ເບີ​ແລະ​ແອນ​ຕີ້ອອກ​ຊິ​ແດນ​ຊັ້ນດີ

ມື້​ໃດ​ກິນເຂົ້າ​ໜຽວ​ໝາກ​ມ່ວງມື້​ນັ້ນ​ບໍ່​ຄວນ​ກິນເຂົ້າ​ແລ້ວ

ໃຫ້​ຖືວ່າເຂົ້າ​ໜຽວ​ໝາກ​ມ່ວງເປັນ​ອາຫານ​ມື້​ໜັກ​ມື້​ໜຶ່ງ

ກິນ​ເທື່ອລະ​ຊຸດ​ນ້ອຍເຊັ່ນໝາກ​ມ່ວງ​ໜຶ່ງ​ໜ່ວຍ​ຕໍ່​ເຂົ້າ​ໜຽວ​​ຂະໜາດ​ເທົ່າ​ໝາກມ່ວງ​ເຄິ່ງ​ລູກ

ຂໍ​ໃຫ້​ກິນ​ໃນໄລຍະ​ຕອນທ່ຽງ​ຈະ​ດີກວ່າ​ກ່ອນ​ນອນ

ປະໂຫຍດ​ຂອງເຂົ້າ​ໜຽວ​ໝາກມ່​ວງ

ກະ​ທິ​ໃນ​ເຂົ້າ​ໜຽວ​​ຊ່ວຍ​ເຮັດໃຫ້​ວິ​ຕາ​ມິນ​ເອ​ແລະ​ອີ​ຈາກ​ໝາກມ່ວງ​ດູດ​ຊຶມ​ດີ​ຂຶ້ນ

ຊີ້ນ​ໝາກ​ມ່ວງ​ສຸກ​ຊ່ວຍ​ຫລຸດ​ໃຫ້​ນ້ຳ​ຕານ​ຈາກ​ເຂົ້າ​ໜຽວ​ດູດ​ຊຶມ​ຊ້າລົງ

ເປັນ​ອາຫານ​ທີ່​ໃຫ້​ພະລັງ​ງານ​ສູງ

ໝາກ​ມ່ວງ​ໃຫ້​ໄຟ​ເບີ​ສູງ

ຊ່ວຍ​ເຮັດໃຫ້​ສົດ​ຊື່ນ​ໃນ​ຜູ້​ທີ່​ເບື່ອ​ອາຫານ​ຫລື​ກິນອາຫານ​ມື້​ຫລັກ​ບໍ່​ຄ່ອຍ​ໄດ້

ໂທດ​ຂອງເຂົ້າ​ໜຽວ​ໝາກມ່​ວງ

ເພາະ​ເປັນ​ອາຫານ​ທີ່​ໃຫ້​ພະລັງ​ງານ​ສູງ​ຈຶ່ງ​ບໍ່​ເໝາະ​ກັບ​ຜູ້​ມີ​ນ້ຳ​ໜັກຫລາຍ

ແປ້ງ​ເຂົ້າ​ໜຽວ​ປ່ຽນ​ເປັນ​ໄຂ​ມັນ“ໄຕຣົກລີເຊີໄຣ”ໄດ້ຖ້າ​ກິນເຂົ້າ​ໜຽວ​ຫລາຍ​ໄປ​ເຮັດໃຫ້​ເກີດ “ມັນ​ຈຸກ​ໄດ້

ກະ​ທິ​ກັບ​ເຂົ້າ​ໜຽວ​ມີ​ທາດ​ເຄັມ​ທີ່​ເລັ່ງ​ຄວາມ​ດັນ​ສູງ

ໝາກ​ມ່ວງ​ສຸກ​ຫວານ​ກັບ​ເຂົ້າ​ໜຽວ​ຫວານ​ມັນ​ກະຕຸ້ນ​ອາການ​ອັກ​ເສບ​ຮ້ອນ​ໃນໄດ້

ຖ້າ​ກິນ​ຮ່ວມ​ກັບ​ອາຫານ​ມື້​ຫລັກ​ອາດ​ເຮັດໃຫ້​ນອນ​ບໍ່​ຫລັບ​ຫລື​ຮູ້ສຶກ​ບໍ່​ສົດ​ຊື່ນ​ເພາະ​ໃຫ້​ພະລັງ​ງານ​ສູງ​ຫລາຍ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...