spot_img
Homeຂ່າວເຫດການຈຳປາ​ສັກ​ເລັ່ງ​ແກ້​ໄຂ​ ລາຍ​ຮັບ​ບໍ່​ເຂົ້າງົບປະມານ!

ຈຳປາ​ສັກ​ເລັ່ງ​ແກ້​ໄຂ​ ລາຍ​ຮັບ​ບໍ່​ເຂົ້າງົບປະມານ!

Published on

Pakse-Pic-04
(ພາບ​ປະ​ກອບ)

 

ຈາກ​ຜົນ​ການກວດ​ສອບ​ຂອງ​ອົງການ​ກວດ​ສອບ​ປະຈຳ​ພາກ​ໃຕ້ ​ແຂວງ​ຈຳປາ​ສັກ ​ໃນ​ສົກ​ປີ 2012-2013 ຜ່ານ​ມາ ສາມາດ​ກວດ​ພົບ​ຫລາຍ​ບັນຫາ​ໃນ​ການ​ຄຸ້ມ​ຄອງ​ລາຍ​ຮັບ-ລາຍ​ຈ່າຍ​ບໍ່​ເຂົ້າງົບປະມານ ​ແລະ ຈ່າຍ​ນອກ​ແຜນ ທີ່​ເຫັນ​ວ່າ​ບໍ່​​ແທດ​ເໝາະ​ກັບ​ລະບຽບ​ກົດໝາຍ.

ທ່ານ ນະ​ລົງ​ສັກ ຊາດ​ຕາ​ກຸນ ຫົວໜ້າ​ອົງການ​ກວດ​ສອບ​ປະຈຳ​ພາກ​ໃຕ້ ​ແຂວງ​ຈຳປາ​ສັກ ​ໃຫ້​ຮູ້​ວ່າ​: ໃນ​ສົກ​ປີ 2012-2013 ຜ່ານ​ມາ ສາມາດ​ກວດ​ພົບ​ເຫັນ​ລາຍ​ຮັບ-ລາຍ​ຈ່າຍ​ເພີ່ມ (ນອກ​ແຜນ), ລາຍ​ຮັບ​​ບໍ່​ມອບ​ເຂົ້າງົບປະມານ ​ແລະ ລາຍ​ຈ່າຍ​ນອກ​ແຜນ, ​ໃນ​ນັ້ນ ກວດ​ເຫັນ​ລາຍ​ຮັບ​ເພີ່ມ​ຈຳນວນ 186,65 ຕື້ກີບ ​ກວມ 21,48% ຂອງ​ແຜນ​ລາຍ​ຮັບ ​ແລະ ກວດ​ເຫັນ​ລາຍ​ຈ່າຍ​ເພີ່ມ​ຈຳນວນ 131,77 ຕື້ກີບ ​ເຊິ່ງ​ເປັນ​ລາຍ​ຈ່າຍ​ນອກ​ແຜນ​ກວມ​ເອົາ 19,67% ຂອງ​ແຜນ​ລາຍ​ຈ່າຍ​ລວມ ​ເຊິ່ງ​ເກີນ​ກວ່າ​ມາດຕະຖານ​ຂອງ​ອາ​ຊຽນ​ໄດ້​ກຳນົດ​ໄວ້ 2% ຂອງ​ລາຍ​ຮັບ​ເພີ່ມ ​ແລະ 4% ຂອງ​ລາຍ​ຈ່າຍ​ນອກ​ແຜນ. ນອກ​ນັ້ນ ຍັງ​ກວດ​ເຫັນ​ລາຍ​ຮັບ​ວິຊາ​ການ​ໃນ​ບາງ​ພະ​ແນ​ກການ​ທີ່​ເອົາ​ເງິນ​ເກັບ​ມາ​ ໄດ້​ໄປ​ໃຊ້​ຈ່າຍ​ນອກ​ແຜນ​ຈຳນວນ 180 ລ້ານ​ກີບ, ກວດ​ເຫັນ​ການ​ນຳ​ໃຊ້​ລາຍ​ຮັບ​ຈາກ​ການ​ຂາຍ​ໄມ້ (​ໄມ້​ໂກ​ຕາ​ຂອງ​ລັດຖະບານ, ​ໄມ້​ໂກ​ຕາ​ຂອງ​ແຂວງ ​ແລະ ​ໄມ້​ຢຶດ) ຈ່າຍ​ນອກ​ແຜນ​ງົບປະມານ​ເປັນ​ເງິນ 24,02 ຕື້ກີບ, ​ໃນ​ນັ້ນ ​ຊຳລະ​ໜີ້ທະນາຄານ 2,74 ຕື້ກີບ, ຈ່າຍ​ໃຫ້​ບໍລິສັດ​ຢືມ 20,40 ຕື້ກີບ; ກວດ​

ເຫັນ​ການ​ຍົກ​ເວັ້ນພາສີ​ອາກອນ​ການ​ນຳ​ເຂົ້ານ້ຳມັນ​ເຊື້ອ​ໄຟ​ມູນ​ຄ່າ 17,57 ຕື້ກີບ, ກວດ​ເຫັນ​ລາຍ​ຮັບ​ຈາກ​ການ​ຂາຍ​ໄມ້​ຢຶດ, ຂາຍ​ພາຫະນະ ​ແລະ ຄ່າ​ປັບ​ໄໝ​ໃຫ້​ພາກສ່ວນ​ອື່ນ​ຢືມ 6,40 ຕື້ກີບ ​ແລະ 3 ລ້ານ​ກວ່າ​ໂດ​ລາ​ສະຫະລັດ ທີ່​ເປັນ​ໜີ້ຕ້ອງ​ຮັບ​ຄ້າງ​ມອບ. ຄັງ​ເງິນ​ແຫ່ງ​ຊາດ​ປະຈຳ​ແຂວງ​ຈຳປາ​ສັກ ​ໄດ້​ຈ່າຍ​ເງິນ​ລ່ວງ​ໜ້າ​ທີ່​ເປັນ​ເງິນ​ງົບປະມານ​ໃຫ້​ບຸກຄົນ, ບໍລິສັດ ​ແລະ ພະ​ແນ​ກການ​ອ້ອມ​ຂ້າງ​ແຂວງ​ຢືມ 50,15 ຕື້ກີບ; ກວດ​ເຫັນ​ການຈັດຕັ້ງປະຕິບັດ​ໂຄງການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ນອກ​ແຜນ​ທີ່​ບໍ່​ໄດ້​ຮັບຮອງ​ຈາກ​ສະພາ​ແຫ່ງ​ຊາດ​ຈຳນວນ 10 ​ໂຄງ ການມູນ​ຄ່າຕາມ​ສັນຍາ 8,57 ຕື້ກີບ ​ແລະ 44,86 ລ້ານ​ໂດ​ລາ​ສະຫະລັດ ​ໃນ​ສົກ​ປີ 2012-2013 ​ໄດ້​ຊຳລະ 2,65 ຕື້ກີບ ຂອງ​ມູນ​ຄ່າ​ປະຕິບັດ​ຈຳນວນ 3,63 ຕື້ກີບ.

ທ່ານ ນະ​ລົງ​ສັກ ຊາດ​ຕາ​ກຸນ ​ໃຫ້​ຮູ້​ອີກ​ວ່າ: ບາງ​ລາຍ​ຮັບ-ລາຍ​ຈ່າຍ​ທີ່​ກ່າວ​ມານັ້ນ ​ເຫັນ​ວ່າ​ບໍ່​ສອດຄ່ອງ​ກັບ​ລະບຽບ​ກົດໝາຍ ຫລື ​ເອີ້ນວ່າ​ເປັນ​ການ​ສ້າງ​ຄັງ​ນອກ​ລະບົບ, ການ​ຍົກ​ເວັ້ນຄ່າ​ພາສີ​ອາກອນ ​ເຊິ່ງ​ເປັນ​ການ​ສູນ​ເສຍ​ລາຍ​ຮັບ​ເຂົ້າ ງົບປະມານ​ຂອງ​ລັດ​ຢ່າງ​ຫລວງຫລາຍ, ການ​ຂາຍ​ຊັບ​ສິນ​ຂອງ​ລັດ​ແລ້ວ​ບໍ່​ເອົາ​ເງິນ​ເຂົ້າລວມສູນ​ງົບປະມານ​ຂອງ​ລັດ, ການ​ຂາຍ​ເລກ​ທະບຽນ​ລົດ​ທີ່​ເປັນ​ເລກ​ເປົາ​ຕາມ​ຄູ່​ທີ່​ບໍ່​ຈົດ​ລາຍ​ຮັບ​ ເຂົ້າຢ່າງ​ຖືກຕ້ອງ​ຕາມ​ລະບຽບ, ການ​ຄຸ້ມ​ຄອງ​ຈ່າຍ​ເງິນ​ລ່ວງ​ໜ້າ​ຂອງ​ຄັງ​ເງິນ​ແຫ່ງ​ຊາດ​ແຂວງ​ໃຫ້​ບຸກຄົນ, ບໍລິສັດ ​ແລະ ອື່ນໆ​ກູ້​ຢືມ​ຢ່າງ​ຫລວງຫລາຍ​ທີ່​ບໍ່​ຖືກຕ້ອງ​ສອດຄ່ອງ​ກັບ​ລະ ບຽບ ​ແລະ ​ແກ່ຍາວ ​ເຊິ່ງ​ເປັນ​ສ່ວນ​ໜຶ່ງ​ທີ່​ກະທົບ​ຕໍ່​ການ​ເບີກ​ຈ່າຍ​ເງິນ​ເດືອນ​ຂອງ​ ພະນັກງານ, ກະທົບ​ຕໍ່​ງົບປະມານ​ດ້ານ​ການ​ບໍລິຫານ​ຂອງ​ລັດ​ຖືກ​ຈຳກັດ​ຫລຸດ​ໜ້ອຍ​ລົງ ບໍ່​ສົມ​ດູ​ນກັບ​ໜ້າ​ວຽກ​ຕົວ​ຈິງ ​ແລະ ກະທົບ​ຕໍ່​ຫລາຍ​ໂຄງການ​ຂອງ​ລັດ​ຕ້ອງ​ໄດ້​​ໂຈະ​ບໍ່​ໄດ້​ດຳ​ເນີນ​ການ​ຕໍ່ ​ແລະ ອື່ນໆ​ອີກ​ຈຳນວນ​ໜຶ່ງ. ນັ້ນ​ແມ່ນ​ສ່ວນ​ໜຶ່ງ​ທີ່​ຈະ​ຕ້ອງ​ໄດ້​ສືບຕໍ່​ແກ້​ໄຂ, ຂ້ອງ​ຄາ​ຢູ່​ບ່ອນ​ໃດ ບ່ອນ​ນັ້ນ​ຕ້ອງ​ໄດ້​ຮີບຮ້ອນແກ້​ໄຂ ​ເພື່ອ​ໃຫ້​ຖືກຕ້ອງ​ສອດຄ່ອງ​ຕາມ​ລະບຽບ​ກົດໝາຍ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...