ໂດຍ: ບຸນໂຮມ.
ການທີ່ມີອາຊີບຕີພ້າ-ຕີມີດ ກໍບໍ່ໄດ້ແຕກຕ່າງຈາກອາຊີບອື່ນພໍເທົ່າໃດດອກ ໃນການສ້າງລາຍຮັບມາສູ່ຄອບຄົວ, ເປັນອາຊີບທີ່ຄົນລາວເຮົາໄດ້ສືບທອດມາຈາກພໍ່ແມ່ -ປູ່ຍ່າຕາຍາຍ ເຊິ່ງເປັນວຽກທີ່ເຮັດຍາກພໍສົມຄວນ, ຜູ້ທີ່ມີອາຊີບນີ້ຫຼືເຮັດວຽກນີ້ ນອກຈາກຈະເປັນຄົນທີ່ມີຄວາມອົດທົນພາກພຽນ
ແລ້ວກໍຕ້ອງເປັນຄົນທີ່ແຂງແຮງດ້ວຍ ເພາະໄດ້ໃຊ້ກຳລັງແຮງພໍທີ່ຈະຕີພ້າ-ມີດ ໂດຍໃຊ້ເວລາທີ່ນັ່ງຢູ່ກັບກອງໄຟໄດ້ດົນນານພໍສົມຄວນ ເພື່ອຈະໄດເພ້າ ແລະມີດແຕ່ລະດວງ ເພາະບໍ່ໄດ້ນຳໃຊ້ເຄື່ອງຈັກຜະລິດ ແຕ່ນຳໃຊ້ແຮງງານຂອງຄົນໂດຍສະເພາະ.
ເໝືອນດັ່ງຄອບຄົວຂອງ ທ່ານ ບຸນທັນ ທຳມະວົງສາ ຢູ່ບ້ານດົງກະເລົາ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ. ນອກຈາກມີອາຊີບເຮັດນາແລ້ວ ຍັງໄດ້ມີອາຊີບຕີພ້າ-ຕີມີດເປັນອາຊີບເສີມນຳອີກດ້ວຍ, ທັງນີ້ກໍເພື່ອເປັນການຫາລາຍໄດ້ມາສູ່ຄອບຄົວ.
ທ່ານ ບຸນທັນ ທຳມະວົງສາ ເຈົ້າຂອງກິດຈະການຕີພ້າ-ຕີມີດໄດ້ເລົ່າສູ່ຟັງວ່າ:ນັບຕັ້ງແຕ່ຕົນເອງເກີດມາ ຈື່ຄວາມຄົນໄດ້ ເຫັນແຕ່ພໍ່-ແມ່ ຮັດນາ, ສວ່ນໂຕເອງບໍ່ເຄີຍໄດ້ເຂົ້າໂຮງຮຽນນຳໝູ່ຈັກເທື່ອດອກ ເພາະພໍ່-ແມ່ເພິ່ນບໍ່ມີເງິນຊຸກຍູ້ໃຫ້ຮຽນ, ລູກຫຼາຍຄົນ ມີພີ່ນ້ອງຮ່ວມກັນທັງໝົດ 12 ຄົນ, ພໍ່ ແລະແມ່ເພິ່ນມີແຕ່ໃຫ້ຕົນເອງລ້ຽງງົວ-ຄວາຍຢູ່ຕາມທົ່ງນາ, ສວ່ນພໍ່ຕູ້ເພິ່ນເປັນຊ່າງຕີພ້າ-ຕີມີດຢູ່ເຮືອນທຸກໆມື້ ແລະຕົນເອງກໍມີຄວາມສົນໃຈຫຼາຍໃນວຽກງານນີ້, ແຕ່ລະມື້ຫຼັງຈາກກັບມາແຕ່ລ້ຽງງົວ-ຄວາຍແລ້ວມາຈອບເບິ່ງພໍ່ຕູ້ຕີພ້າ-ຕີມີດຢູ່ບ້ານ, ເວລາພໍ່ຕູ້ໄປເຂົ້າຫ້ອງນໍ້າຫຼືໄປເຮັດວຽກອື່ນໃນເຮືອນເປັນການຊົ່ວຄາວ ເມື່ອໄດ້ໂອກາດດີຄືແນວນັ້ນ, ຕົນເອງຈິ່ງໄປລັກເຮັດແທນລາວ ແລະຫຼາຍຄັ້ງທີ່ຖືກພໍ່ຕູ້ຮ້າຍແຕ່ກໍບໍ່ຍອມຍັງລັກເຮັດຄືເກົ່າ. ຕອນນັ້ນ, ອາຍຸຕົນເອງຫາກໍໄດ້13 ປີ, ແຕ່ຍ້ອນຈິດໃຈມັກຮັກອາຊີບນີ້ຈິ່ງຂໍອະນຸຍາດ ຮຽນຕີນຳພໍ່ຕູ້. ຫຼັງຈາກຮຽນຕີເປັນແລ້ວກໍໄດ້ຢຶດຖືເອົາອາຊີບນີ້ ເປັນອາຊີບເສີມ ແລະກໍໄດ້ເລີ່ມຕີພ້າ- ຕີມີດເປັນນັບແຕ່ປີ 1983 ເປັນຕົ້ນມາ. ໃນໄລຍະນັ້ນ, ເຫຼັກແນບລົດຍັງບໍ່ທັນມີ ເພາະລົດໃຫຍ່ບໍ່ທັນມີຫຼາຍ ແຕ່ລະເທື່ອໄດ້ໄປຊື້ເອົາເຫຼັກແຜ່ນໂຕນ ທີ່ເຂົາເອົາໄວ້ເຮັດສະເພາະແຕ່ເຮືອ, ເປັນເຫຼັກບໍ່ແຂງປານໃດ, ແຕ່ລະມື້ສາມາດຕີພ້າ-ມີດໄດ້ ປະມານ 80-100 ດວງ, ພາຍຫຼັງຕີແລ້ວໆເອົາໃຫ້ພໍ່-ແມ່ໄປຂາຍທີ່ຕະຫຼາດ ແລະກໍໄດ້ຂາຍດີທີ່ສຸດ ເພາະໄລຍະນັ້ນ ຜະລິດຕະພັນຈາກຕ່າງປະເທດ ຍັງບໍ່ທັນນຳເຂົ້າມາລາວເທື່ອ. ຕົກມາຮອດປັດຈຸບັນນີ້ ແມ່ນໄດ້ນຳໃຊ້ເຫຼັກແນບລົດໃຫຍ່ມາຜະລິດ,ເປັນເຫຼັກທີ່ແຂງດີ ແລະໄດ້ມາດຕະຖານ ເຊິ່ງໄດ້ໄປເລືອກຊື້ເອົາຢູ່ຕາມຮ້ານຂາຍເຫຼັກເສດ, ໃນສີ່ເດືອນໃດ
ໄປຊື້ເທື່ອໜຶ່ງໂດຍໄດ້ລົງທຶນຊື້ເທື່ອລະປະມານ 1.000.000-1.500.000 ກີບ, ມີແຕ່ສອງຜົວ-ເມັຍເຮັດຊ່ວຍກັນ, ຕົນເອງເປັນຜູ້ຕີພ້າ, ສ່ວນເມັຍເປັນຜູ້ຊ່ວຍເຮັດດ້າມພ້າ, ດ້າມມີດ ແລະເຂັນພ້າ, ດ້າມມີດສ່ວນຫຼາຍແມ່ນເຮັດຈາກໄມ້ເນື້ອແຂງ ເປັນຕົ້ນ: ໄມ້ຂະຍຸງ ແລະໄມ້ດູ່ ເຊິ່ງແຕ່ລະມື້ຕີໄດ້ປະມານ
10 ດວງ. ປະເພດພ້າທີ່ຜະລິດແມ່ນພ້າຟັນໄມ້ທົ່ວໄປ ແລະພ້າຟັນດູກ, ສ່ວນມີດແມ່ນເປັນປະເພດມີດ ປາຍແຫຼມໄວ້ສຳລັບຊອຍຊີ້ນ, ຊອຍຜັກ ແລະຈັກຕອກ. ພ້າຟັນດູກສ່ວນຫຼາຍລູກຄ້າມາຊື້ເອົາຢູ່ເຮືອນ ດວງລະ 150.000 ກີບ, ສ່ວນພ້າຟັນໄມ້ທົ່ວໄປ ຖ້າເອົາໄປຂາຍເອງດວງລະ 100.000 ກີບ, ຖ້າມີ
ລູກຄ້າມາຮັບເອົາໄປຂາຍແມ່ນຄິດໄລ່ ເປັນລາຄາຂາຍສົ່ງດວງລະ 50.000 ກີບ, ລາຍຮັບຈາກການຂາຍພ້າ-ມີດ ໄດ້ເດືອນລະປະມານ 2.500.000-3.000.000 ກີບ.
ທ່ານ ບຸນທັນ ທຳມະວົງສາ ເຈົ້າຂອງກິດຈະການດັ່ງກ່າວໄດ້ເລົ່າສູ່ຟັງຕື່ມອີກວ່າ: ອາຊີບຕີພ້າ-ມີດ ເຖິງຈະມີລາຍຮັບບໍ່ຫຼາຍປານໃດກໍຕາມ, ແຕ່ຢ່າງໜ້ອຍກໍຍັງໄດ້ມີລາຍຮັບມາໃຫ້ຄອບຄົວ ໃນແຕ່ລະເດືອນ, ມີເງິນຊຸກຍູ້ການສຶກສາໃຫ້ລູກໄດ້ເຂົ້າໂຮງຮຽນ, ມີເງິນຊື້ກິນແຕ່ລະມື້, ທັງເປັນການອະນຸລັກຮັກສາສີໄມ້ລາຍມືຂອງຄົນລາວໄວ້ໃຫ້ຢືນຍາວຕະຫຼອດໄປ. ແຕ່ກໍໜ້າເສັຍດາຍເພາະປັດຈຸບັນນີ້ໄດ້ມີຊາວ ຕ່າງປະເທດນຳເອົາຜະລິດຕະພັນເປັນປະເພດພ້າ, ມີດ ທີ່ຜະລິດດ້ວຍເຄື່ອງຈັກອັນທັນສະໄໝເຂົ້າມາ ຈຳໜ່າຍຢູ່ ສປປ.ລາວ, ເຮັດໃຫ້ສິນຄ້າທີ່ຄົນລາວເຮົາເຮັດດວ້ຍມື, ເປັນສີໄມ້ລາຍມືຂອງຄົນລາວເຮົາແທ້ໆ ຖືກກົດໜ່ວງທາງດ້ານລາຄາ ແລະຂາຍບໍ່ໄດ້ດີພໍປານໃດ.
ເພື່ອນຜູ້ອ່ານທັງຫຼາຍ, ນີ້ກໍຄືອາຊີບໜຶ່ງທີ່ຄວນອະນຸລັກຮັກສາໄວ້ ໃຫ້ລູກຫຼານໄດ້ເບິ່ງ ແລະໄດ້ຮໍ່າຮຽນເອົາເປັນແບບຢ່າງທີ່ເປັນ ສີໄມ້ລາຍມື ແລະເຮັດດ້ວຍມືຂອງຄົນລາວ. ກ່ອນຈະໄດ້ພ້າ-ມີດແຕ່ລະດວງອອກມານຳໃຊ້ ກໍບໍ່ແມ່ນທຳມະດາ ເພາະເປັນວຽກທີ່ຍາກ ໂດຍໃຊ້ເວລານັ່ງຢູ່ເຕົາໄຟຮ້ອນໆ ແລ້ວຍັງມາໃຊ້ແຮງຕີເຫຼັກແດງໆທີ່ຖືກເຜົາຈາກໄຟ ໃຫ້ເປັນຮູບຮ່າງຂອງພ້າ ແລະມີດຕາມຄວາມຕ້ອງການໄດ້. ບັນຫານີ້, ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບ ຄວາມສາມາດຂອງຄົນລາວເຮົາ ໂດຍສະເພາະແມ່ນຄອບຄົວຂອງທ່ານ ບຸນທັນ ທຳມະວົງສາ ແລະຄອບຄົວຜູ້ອື່ນໆທີ່ໄດ້ມີອາຊີບນີ້. ພວກເຮົາທຸກຄົນທີ່ເປັນຄົນລາວດ້ວຍກັນ, ຊ່ວຍໄປຊຸກຍູ້ສົ່ງເສີມສີໄມ້ລາຍມືຂອງຄົນລາວເຮົາ, ນຳໃຊ້ຜະລິດຕະພັນຂອງລາວເຮົາຈະດີກວ່າ, ໄດ້ມາດຕະຖານທັງໃຊ້ງານໄດ້ດົນ, ທົນທານແຂງແກ່ນ, ຖ້າບໍ່ເຊື່ອພວກທ່ານລອງໄປສຳຜັດດ້ວຍຕົວຂອງທ່ານເອງ ຕາມທີ່ຢູ່ທີ່ໄດ້ລະບຸໄວ້ຂ້າງເທິງນັ້ນ, ແລ້ວທ່ານຈະເພິງພໍໃຈກັບຜະລິດຕະພັນດັ່ງກ່າວນັ້ນ ຢ່າງແນ່ນອນ.