spot_img
Homeຍ້ອງຍໍຄົນດີເດັ່ນເຮັດໄມ້ປີ້ງຂາຍເປັນອາຊີບເສີມ

ເຮັດໄມ້ປີ້ງຂາຍເປັນອາຊີບເສີມ

Published on


ໂດຍ: ບຸນໂຮມ.
ການເຮັດໄມ້ປີ້ງຂາຍກໍເປັນອາຊີບໜຶ່ງທີ່ສຳຄັນ ແລະກໍບໍ່ໄດ້ຕໍ່າຄ້ອຍນ້ອຍໜ້າຈາກອາຊີບອື່ນໆ ໃນການສ້າງລາຍຮັບມາໃຫ້ຄອບຄົວ, ຖ້າຄົນເຮົາບໍ່ມອງຂ້າມອາຊີບນີ້ ແລະຕັ້ງໃຈເຮັດເປັນອາຊີບເສີມໃຫ້ແກ່ຄອບຄົວ ,ຈະມີລາຍຮັບເຂົ້າມາຕື່ມໃນແຕ່ລະວັນ ແລະແຕ່ລະເດືອນ, ເຮັດໃຫ້ຄອບຄົວມີຢູ່ມີກິນຢ່າງພຽງພໍ ແລະພົ້ນຈາກຄວາມທຸກຍາກໄດ້.
ເໝືອນດັ່ງຄອບຄົວຂອງທ່ານ ຈັນລັບ ແລະນາງ ແກ້ວ ຢູ່ບ້ານນາຊາຍເໜືອ, ເມືອງນາຊາຍທອງ,
ນະຄອນຫຼວງວຽງຈັນ. ນອກຈາກມີອາຊີບເຮັດນາແລ້ວ ຍັງໄດ້ມາເຮັດໄມ້ປີ້ງຂາຍເປັນອາຊີບເສີມອີກ. ທ່ານ ນາງ ແກ້ວ ຜູ້ເປັນພັນລະຍາຂອງ ທ່ານ ຈັນລັບໄດ້ສຳພາດໃຫ້ກັບນັກຂ່າວຮູ້ວ່າ: ຕົນເອງກໍເປັນພະນັກງານສັງກັດຢູ່ຫ້ອງການຖະແຫຼງຂ່າວ ແລະວັດທະນະທຳເມືອງນາຊາຍທອງ, ອາໄສມື້ພັກການວັນເສົາ-ອາທິດ ແລະເລີກການມາກໍຟ້າວມາຊ່ວຍວຽກຄອບຄົວ, ເປັນຕົ້ນຍາມດຳນາ ແລະກ່ຽວເຂົ້າ. ຕົກມາໃນໄລຍະນີ້ແມ່ນເປັນລະດູເກັບກ່ຽວເຂົ້ານາ, ຕ້ອງໄດ້ຊ່ວຍຄອບຄົວກ່ຽວເຂົ້າ ,ມື້ໃດບໍ່ໄດ້ກ່ຽວເຂົ້າ ກໍມາຊ່ວຍຄອບຄົວເຮັດໄມ້ປີ້ງຢູ່ເຮືອນ ,ສ່ວນແຮງງານທີ່ມາຊ່ວຍແມ່ນອາໄສເດັກນ້ອຍ ແລະລູກຫຼານທີ່ເລີກຈາກໂຮງຮຽນ ມາເຫຼົາໄມ້ປີ້ງຊ່ວຍ ແລະຜູ້ທີ່ບໍ່ມີວຽກເຮັດງານທຳກໍໄດ້ມາເຮັດຊ່ວຍກັນ ເພາະເປັນທຸລະກິດນ້ອຍແບບຄອບຄົວ. ການເຮັດໄມ້ປີ້ງນີ້ ເປັນວຽກທີ່ບໍ່ຈຳກັດເວລາ ,ເຮັດຍາມໃດກໍໄດ້, ເປັນວຽກປະຈຳຢູ່ເຮືອນ. ອາຊີບເຮັດໄມ້ປີ້ງຂາຍນີ້ ກໍຖືວ່າເປັນອາຊີບເສີມອີກອາຊີບໜຶ່ງ ທີ່ໄດ້ດຳເນີນມາແຕ່ປີ 2004 ເປັນຕົ້ນມາ ໂດຍອາໄສຂາປະຈຳເອົາໄມ້ໄຜ່ບ້ານມາສົ່ງໃຫ້ອາທິດລະ 02ຄັນລົດຫຼື ປະມານ 100 ກວ່າລຳ, ໃນລາຄາ ປະມານ 1.600.000—1.700.000 ກີບ ແລະຫຼັງຈາກເຮັດເປັນໄມ້ປີ້ງແລ້ວໄປສົ່ງຂາຍຈະໄດ້ກຳໄລ ອາທິດລະປະມານ 1.500.000 ກີບ. ຕະຫຼາດທີ່ເອົາໄປສົ່ງຂາຍແມ່ນຕະຫຼາດຂົວດິນ, ນອກຈາກນັ້ນກໍຈະມີລູກຄ້າທີ່ໄດ້ໂທສັ່ງຈອງ ຈາກຮ້ານປີ້ງຕ່າງໆຕື່ມອີກ.
ທ່ານ ນາງ ແກ້ວ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ຕົນເອງມີຄວາມຮູ້ສຶກດີໃຈຫຼາຍທີ່ໄດ້ນຳພາລູກຫຼານ ຫັນມາເຮັດອາຊີບເສີມເຮັດໄມ້ປີ້ງຂາຍ, ເພາະມັນເປັນວຽກທີ່ບໍ່ຍາກພໍປານໃດໃຜໆກໍເຮັດໄດ້, ວ່າແຕ່ບໍ່ເປັນຄົນກຽດຄ້ານກໍພໍແລ້ວ. ສ້າງເງື່ອນໄຂໃຫ້ທຸກຄົນພາຍໃນຄອບຄົວ ມີວຽກເຮັດງານທຳ, ມີທຶນຊຸກຍູ້ການສຶກສາໃຫ້ລູກຫຼານ ມີລາຍໄດ້ເພີ້ມໃຫ້ຄອບຄົວມີຢູ່ມີກິນ ແລະພັດທະນາຄອບຄົວໃຫ້ຫຼຸດພົ້ນອອກຈາກ ຄວາມທຸກຍາກໄດ້. ຜົນສຳເລັດທີ່ກ່າວມານີ້ກໍຍ້ອນມີສາມີທີ່ດີ, ເປັນເສົາຄໍ້າໃຫ້ຄອບຄົວ, ເປັນແວ່ນແຍງທີ່ດີ ແລະໄດ້ນຳໜ້າພາທາງໃນການພັດທະນາຄອບຄົວ ໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນເລື້ອຍໆ.
ເພື່ອນຜູ້ອ່ານ ທັງຫຼາຍ, ນີ້ຄືອາຊີບທີ່ສຸດຈະລິດທີ່ແທ້ຈິງ ທີ່ມີລາຍຮັບຈາກຢາດເຮື່ອແຮງງານ, ຈາກສະຕິປັນຍາ ,ຄວາມດຸໝັ່ນ ແລະຄວາມອົດທົນພາກພຽນຂອງຕົນເອງ ,ແຕ່ບາງຄົນອາດມອງຂ້າມວ່າເປັນອາຊີບທີ່ງ່າຍເກີນໄປແລ້ວ ຈະບໍ່ມີລາຍຮັບເຂົ້າໃຫ້ຄອບຄົວພໍເທົ່າໃດ, ແຕ່ກົງກັນຂ້າມຢ່າງທີ່ຄິດໄວ້, ມັນເປັນອາຊີບທີ່ໜ້າສົນໃຈຫຼາຍກວ່າ ,ເພາະວ່າມັນສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ ຢ່າງໜ້າເພິ່ງພໍໃຈທີ່ສຸດເລີຍ. ຂ້າພະເຈົ້າ ນັກຂ່າວກໍຍັງພູມໃຈນຳອາຊີບນີ້ເຊັນດຽວກັນ ແລະຂໍສະແດງຄວາມຍ້ອງຍໍຊົມເຊີຍ ໃຫ້ແກ່ເຈົ້າຂອງອາຊີບນີ້ດ້ວຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...