Homeຂ່າວພາຍ​ໃນປະຊາຊົນກຸ່ມພັດທະນາທົ່ງແສນ ມີຊີວິດການເປັນຢູ່ດີຂຶ້ນ ຍ້ອນການຜະລິດກະສິກຳເປັນສິນຄ້າ

ປະຊາຊົນກຸ່ມພັດທະນາທົ່ງແສນ ມີຊີວິດການເປັນຢູ່ດີຂຶ້ນ ຍ້ອນການຜະລິດກະສິກຳເປັນສິນຄ້າ

Published on

img_3120
ທ່ານ ສອນແກ້ວ ກາງປ່າວວື ກຳມະການພັກເມືອງ ເລຂາກຸ່ມພັດທະນາບ້ານທົ່ງແສນ ເມືອງຄຳເກີດ ແຂວງບໍລິຄຳໄຊ ໄດ້ໃຫ້ສຳ
ພາດຕໍ່ນັກຂ່າວໃນວັນທີ 10 ກຸມພາ 2013 ນີ້ວ່າ: ກຸ່ມພັດທະນາທົ່ງແສນ ປະກອບມີ 9 ບ້ານ 10 ໜ່ວຍພັກ 1.316 ຫຼັງຄາ
ເຮືອນ ພົນລະເມືອງ 9.247 ຄົນ ຍິງ 4.566 ຄົນ ອາຊີບຕົ້ນຕໍຂອງປະຊາຊົນແມ່ນຜະລິດກະສິກຳ ເປັນຕົ້ນ ເຮັດນາ ເຮັດສວນ
ການຜະລິດເປັນສິນຄ້າ ປະຊາຊົນສ່ວນໃຫຍ່ຖືເອົາການປູກສາລີ ແລະ ຖົ່ວດິນ ເປັນຫຼັກ ສະມັດຖະພາບແມ່ນ 3-4 ໂຕນຕໍ່ເຮັກຕາ
ໃນປີໜຶ່ງສາມາດຜະລິດໄດ້ 2 ລະດູຄື: ລະດູແລ້ງແຕ່ເດືອນເມສາຫາເດືອນສິງຫາ ແລະ ລະດູຝົນແຕ່ຕຸລາຫາມັງກອນ ປີໜຶ່ງສົ່ງ
ອອກໄດ້ປະມານ 2.000-3.000 ໂຕນ ສະເພາະສາລີສ່ວນໃຫຍ່ຈະສົ່ງໄປຂາຍທາງປະເທດຫວຽດນາມ ສາລີແຫ້ງ ລາຄາ
1.800-2.000 ກີບ/ກິໂລ ສ່ວນຖົ່ວດິນຂາຍຢູ່ພາຍໃນປະເທດໃນລາຄາປະມານ 2.000-3.000 ກີບ/ກິໂລ ນອກຈາກການຜະລິດ
ແລ້ວ ປະຊາຊົນຍັງໄດ້ລ້ຽງສັດຕາມປະເພນີການຜະລິດເຂົ້າໄດ້ 360 ກິໂລ/ຄົນ/ປີ ລາຍຮັບ 355.000 ກີບ/ຄົນ/ເດືອນ ຊີວິດການ
ເປັນຢູ່ຂອງປະຊາຊົນ ໄດ້ຮັບການພັດທະນາດີຂຶ້ນ ຖ້າທຽບໃສ່ເມື່ອກ່ອນ ປັດຈຸບັນຈຳນວນຄອບຄົວທີ່ພົ້ນທຸກແລ້ວມີ 1.123 ຄອບ
ຄົວ 86% ຍັງບໍ່ທັນພົ້ນທຸກ 193 ຄອບຄົວ 14,66% ໃນກຸ່ມພັດທະນາທົ່ງແສນ ໄດ້ຊົມໃຊ້ໄຟຟ້າໝົດທຸກບ້ານ ບັນດາເສັ້ນທາງ
ໄລຍະລະດູແລ້ງ ສາມາດເຂົ້າເຖິງໄດ້ທຸກບ້ານ ລະດູຝົນຍັງມີ 3 ບ້ານທີ່ລົດບໍ່ສາມາດເຂົ້າໄປເຖິງ ສ່ວນການສຶກສາມີໂຮງຮຽນປະ
ຖົມ ສາທາລະນະສຸກ ກໍມີຖົງຢາປະຈຳບ້ານ ເດັກນ້ອຍໄດ້ຮັບການສັກຢາ ຢອດຢາເປັນປົກກະຕິ ລະບົບການສຶກສາກໍມີມໍຕົ້ນຫາມໍ
ປາຍ ຈຳນວນ 1 ແຫ່ງ ມີນັກຮຽນ 700 ກວ່າຄົນ ປັດຈຸບັນ ກຸ່ມດັ່ງກ່າວມີພາຫະນະຮັບໃຊ້ຫຼາຍພໍສົມຄວນ ເມື່ອທຽບໃສ່ໄລຍະ
ແຕ່ປີ 2005-2006 ໃນນັ້ນ ມີລົດຮຸນໄດ 88 ຄັນ ລົດຕູ້ 18 ຄັນ ວີໂກ້ 15 ຄັນ ລົດໄຖຍ່າງຕາມ 666 ຄັນ.
ທ່ານ ສອນແກ້ວ ກາງປ່າວວື ຍັງກ່າວຕື່ມວ່າ: ສຳລັບແຜນການພັດທະນາໃນຕໍ່ໜ້ານັ້ນ ກຸ່ມທົ່ງແສນໄດ້ສ້າງແຜນງານ 4 ແຜນງານ
32 ໂຄງການ ຊຶ່ງໃນຈຳນວນນີ້ໄດ້ປະຕິບັດແລ້ວຈຳນວນໜຶ່ງ ເປັນຕົ້ນ ໂຄງການສ້າງຫ້ອງການກຸ່ມບ້ານ ໂຄງການຕໍ່ຕາຂ່າຍ
ໄຟຟ້າເຂົ້າສູ່ໂຄງການຜະລິດ ທະລຸເສັ້ນທາງເຊື່ອມຕໍ່ລະຫວ່າງບ້ານຕໍ່ບ້ານ ສ້າງໂຮງຮຽນປະຖົມໃຫ້ບ້ານທີ່ບໍ່ທັນມີໂຮງຮຽນ ປະ
ກອບໂຕະຕັ່ງໃຫ້ໂຮງຮຽນມັດທະຍົມສົມບູນທີ່ຍັງບໍ່ທັນພຽງພໍ ເຊິ່ງປັດຈຸບັນພວມສືບຕໍ່ປະຕິບັດບັນດາໂຄງການທີ່ເປັນບູລິມະສິດທີໜຶ່ງ
ເຊັ່ນ: ການເລັ່ງກໍ່ສ້າງໂຮງຮຽນມັດທະຍົມ 2 ຊັ້ນ ເພື່ອຮອງຮັບນັກຮຽນທີ່ລົ້ນຫ້ອງຮຽນ ກໍ່ສ້າງເສັ້ນທາງໄປຫາເຂດຊົນນະບົດຫ່າງ
ໄກສອກຫຼີກ ເພື່ອໃຫ້ປະຊາຊົນໄດ້ໄປມາສະດວກສະບາຍຂຶ້ນ ສືບຕໍ່ຂໍທຶນກໍ່ສ້າງລະບົບນ້ຳປະປາໃນເຂດໃຈກາງກຸ່ມໃຫ້ມີນ້ຳໃຊ້ຢ່າງ
ພຽງພໍ ເພາະວ່າຕົກລະດູແລ້ງ ປະຊາຊົນບໍ່ມີນ້ຳໃຊ້ພຽງພໍກັບຄວາມຕ້ອງການ ພ້ອມນີ້ກໍຈະສືບຕໍ່ປັບປຸງລະບົບຊົນລະປະທານທີ່ມີຢູ່
ແລ້ວ ໃຫ້ສາມາດສະໜອງນ້ຳໃຫ້ກະສິກອນມີນ້ຳໃຊ້ພຽງພໍເຂົ້າໃນການຜະລິດລະດູແລ້ງຕື່ມອີກ.
ທີ່ມາ:http://www.vientianemai.net

ບົດຄວາມຫຼ້າສຸດ

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...