spot_img
Homeຂ່າວການສຶກສາຮອດປີ 2015 ກະຊວງສຶກສາຈະໂຈະການຂະຫຍາຍວິທະຍາໄລ ເພື່ອກວດຄືນຄຸນນະພາບ

ຮອດປີ 2015 ກະຊວງສຶກສາຈະໂຈະການຂະຫຍາຍວິທະຍາໄລ ເພື່ອກວດຄືນຄຸນນະພາບ

Published on

e0baa1e0baaa-e0bb81e0ba82e0baa7e0ba87e0bb80e0ba8ae0ba81e0baade0ba87
ແຕ່ນີ້ຮອດປີ 2015 ກະຊວງສຶກສາທິການ ແລະ ກີລາ ຈະບໍ່ອະນຸຍາດໃຫ້ມີການຂະຫຍາຍວິທະຍາໄລຂຶ້ນຕື່ມອີກ ແລະ ບໍ່ອະນຸ
ຍາດໃຫ້ບັນດາວິທະຍາໄລໃດໆ ເພີ່ມຫຼັກສູດການຮຽນໃໝ່ໂດຍເດັດຂາດ ເພື່ອຈະໄດ້ກວດຄືນຄຸນນະພາບຂອງວິທະຍາໄລທັງຂອງ
ພາກລັດ ແລະ ເອກະຊົນ ຫຼັງຈາກເຫັນວ່າການສຶກສາລາວຍັງຢູ່ໃນລະດັບຕ່ຳ ເມື່ອທຽບໃສ່ປະເທດອ້ອມຂ້າງໃກ້ຄຽງ ຂະນະດຽວ
ກັນ ລັດຖະບານກໍໄດ້ເນັ້ນໃຫ້ກະຊວງສຶກສາເລັ່ງປັບປຸງຄຸນນະພາບ ມະຫາວິທະຍາໄລຂອງລັດ 5 ແຫ່ງ ຕາມແຜນປະຕິຮູບການ
ສຶກສາແຫ່ງຊາດ ໄລຍະ 2 ເພື່ອຍົກຄຸນນະພາບໃຫ້ທຽບເທົ່າພາກພື້ນ ແລະ ສາກົນເທື່ອລະກ້າວ.
ທ່ານ ດຣ. ກອງສີ ແສງມະນີ ລັດຖະມົນຕີຊ່ວຍວ່າການກະຊວງສຶກສາທິການ ແລະ ກີລາ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມລາວ
ພັດທະນາ ໃນວັນທີ 13 ກຸມພານີ້ ຢູ່ກະຊວງສຶກສາທິການ ແລະ ກີລາ ກ່ຽວກັບການປະຕິຮູບການສຶກສາແຫ່ງຊາດ ໄລຍະ 2
(2011-2015) ໂດຍສະເພາະແມ່ນການປະຕິຮູບການສຶກສາຊັ້ນສູງ ແລະ ແຜນປະຕິຮູບອາຊີວະສຶກສາວ່າ ແຕ່ນີ້ຮອດປີ 2015
ກະຊວງສຶກສາຈະບໍ່ອະນຸຍາດໃຫ້ມີການຂະຫຍາຍວິທະຍາໄລ ແລະ ບໍ່ອະນຸຍາດໃຫ້ບັນດາວິທະຍາໄລໃດໆໃນທົ່ວປະເທດ ເພີ່ມ
ຫຼັກສູດການຮຽນຂຶ້ນໃໝ່ ເນື່ອງຈາກວ່າກະຊວງສຶກສາຈະໄດ້ກວດກາຄືນຄຸນນະພາບຂອງບັນດາມະຫາວິທະຍາໄລ ແລະ ວິທະຍາ
ໄລເຫຼົ່ານີ້ ຕາມມາດຕະຖານທີ່ກະຊວງສຶກສາວາງອອກໝາຍວ່າ: ບັນດາວິທະຍາໄລ ໂຮງຮຽນເຕັກນິກວິຊາຊີບ ຫຼື ວິຊາຊີບແບບ
ປະສົມຂອງລັດ ແລະ ເອກະຊົນໃນໄລຍະແຫ່ງການປະຕິຮູບ ເພື່ອປັບປຸງຄຸນນະພາບນີ້ ບໍ່ອະນຸຍາດໃຫ້ເປີດການສອນຫຼັກສູດໃໝ່
ນັບທັງລະບົບປົກກະຕິລະບົບຕໍ່ເນື່ອງ ເຊື່ອມຕໍ່ລະດັບປະລິນຍາຕີ ຫຼື ສູງກວ່ານັ້ນ ຊຶ່ງຈະອະນຸຍາດໃຫ້ເປີດການສອນແຕ່ລະດັບຊັ້ນ
ສູງລົງມາເທົ່ານັ້ນ ສະຖາບັນໃດຫາກໄດ້ຮັບອະນຸຍາດໃຫ້ເປີດການສອນລະດັບປະລິນຍາຕີ ຫຼື ລະດັບສູງກວ່ານັ້ນ ທີ່ມີນັກສຶກສາກຳ
ລັງຮຽນ ຢູ່ແມ່ນອະນຸຍາດໃຫ້ສືບຕໍ່ປະຕິບັດຫຼັກສູດໃຫ້ສຳເລັດຊຸດຮຽນ ໃນໄລຍະເວລາທີ່ໃຫ້ສະຖາບັນລະດັບວິທະຍາໄລທັງພາກລັດ
ແລະ ພາກເອກະຊົນໂຈະການເປີດສອນຫຼັກສູດໃໝ່ນັ້ນ ແມ່ນຈະໄດ້ມອບໃຫ້ກົມວິຊາການ ແລະ ສູນທີ່ກ່ຽວຂ້ອງສົມທົບກັບບັນດາ
ກະຊວງ ອົງການທີ່ກ່ຽວຂ້ອງ ແລະ ແຕ່ລະສະຖາບັນການສຶກສາທັງພາກລັດ ແລະ ພາກເອກະຊົນກວດກາ ແລະ ປະເມີນຄວາມ
ພ້ອມດ້ານຕ່າງໆຂອງແຕ່ລະສະຖາບັນທັງພາກລັດ ແລະ ພາກເອກະຊົນ ໂດຍອີງຕາມຂໍ້ຕົກລົງຂອງລັດຖະມົນຕີວ່າການກະຊວງສຶກ
ສາທິການ ແລະ ກີລາ ສະບັບເລກທີ 941/ສສກ.ສປຄ ລົງວັນທີ 8 ເມສາ 2011 ວ່າດ້ວຍການອະນຸຍາດນຳໃຊ້ມາດຕະຖານອາຊີ
ວະສຶກສາ ຖ້າສະຖາບັນໃດບໍ່ທັນໄດ້ຕາມມາດຕະຖານປະກັນຄຸນນະພາບທີ່ກະຊວງສຶກສາທິການ ແລະ ກີລາ ກຳນົດອອກນັ້ນ ໃຫ້
ຮີບຮ້ອນປັບປຸງແກ້ໄຂ ໃນໄລຍະການປັບປຸງນີ້ ຖ້າສະຖາບັນໃດຫາກບໍ່ມີການປັບປຸງແກ້ໄຂ ບໍ່ມີການຫັນປ່ຽນ ບໍ່ມີການພັດທະນາສະ
ຖາບັນຂອງຕົນໃຫ້ໄປຕາມມາດຕະຖານປະກັນຄຸນນະພາບການສຶກສາແຫ່ງຊາດ ແມ່ນຈະບໍ່ພິຈາລະນາໃຫ້ສະຖາບັນນັ້ນດຳເນີນການ
ສອນ-ການຮຽນຕໍ່ໄປ (ຢຸດການອະນຸມັດ) ເຖິງຈະເປີດລະດັບໃດກໍຕາມ ສ່ວນມະຫາວິທະຍາໄລຂອງລັດ ໃຫ້ສຸມໃສ່ປັບປຸງ ແລະ
ພັດທະນາມະຫາວິທະຍາໄລແຫ່ງຊາດ ມະຫາວິທະຍາຈຳປາສັກ ມະຫາວິທະຍາໄລສຸພານຸວົງ ມະຫາວິທະຍາໄລສະຫວັນນະເຂດ
ທີ່ຂຶ້ນກັບກະຊວງສຶກສາທິການ ແລະ ກີລາ ແລະ ມະຫາວິທະຍາໄລວິທະຍາສາດສຸຂະພາບ ທີ່ຂຶ້ນກັບກະຊວງສາທາລະນະສຸກ
ໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບດີຂຶ້ນ ອະນຸຍາດໃຫ້ມະຫາວິທະຍາໄລເຫຼົ່ານັ້ນ ເປີດການສອນ-ການຮຽນຫຼັກສູດລະດັບປະ
ລິນຍາຕີ ປະລິນຍາໂທ ແລະ ປະລິນຍາເອກ ພ້ອມທັງຫຼັກສູດລົງເລິກຂະແໜງການຊ່ຽວຊານຂັ້ນ I ແລະ ຊ່ຽວຊານຂັ້ນ II ໃນບາງ
ສາຂາວິຊາຕາມເງື່ອນໄຂ ແລະ ຄວາມພ້ອມຕົວຈິງຂອງແຕ່ລະມະຫາວິທະຍາໄລ ພ້ອມທັງສາມາດຮອງຮັບການເຂົ້າຮຽນລະບົບ
ເຊື່ອມຕໍ່ ຕໍ່ເນື່ອງຂອງພະນັກງານລັດ ເອກະຊົນ ນັກສຶກສາທີ່ຮຽນຈົບຈາກສະຖາບັນການສຶກສາລະດັບວິທະຍາໄລຂອງລັດ ແລະ
ເອກະຊົນ ຈາກພາຍໃນ ແລະ ຕ່າງປະເທດ ເຂົ້າຮຽນຕໍ່ຕາມສາຂາວິຊາທີ່ເຂົາເຈົ້າໄດ້ຮຽນມາກ່ອນແລ້ວ.
ທີ່ມາ:http://www.vientianemai.net

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...