I. ຄວາມຮູ້ກ່ຽວກັບພະຍາດ ມື ຕີນ ປາກເປື່ອຍ :
ພະຍາດ ມື ຕີນ ປາກເປື່ອຍ ແມ່ນພະຍາດຕິດຕໍ່ຊະນິດໜຶ່ງທີ່ເກີດຍ້ອນເຊື້ອຈຸລະໂລກລຳໄສ້ (EV71) ພະຍາດນີ້ແຕກຕ່າງ
ແລະ ບໍ່ຄືກັນກັບພະຍາດປາກ ຕີນເປື່ອຍໃນສັດລ້ຽງເຊັ່ນ ງົວ ຄວາຍ ແກະ ແລະ ໝູ. ພະຍາດ ມື ຕີນ ປາກເປື່ອຍ ບໍ່ແມ່ນ
ພະຍາດຕິດຕໍ່ທີ່ເກີດຂຶ້ນມາໃໝ່ ແຕ່ພະຍາດນີ້ເຄີຍມີການລະບາດຢູ່ບັນດາປະເທດຕ່າງໆໃນພາກພື້ນແຕ່ປີ 1997 ເປັນຕົ້ນມາເຊັ່ນ:
ປີ 1997 ມີລາຍງານການລະບາດຢູ່ປະເທດມາເລເຊັຍ, ປີ 1998 ມີການລະບາດຢູ່ໄຕ້ຫວັນ, ປີ 2007 ມີການລະບາດຢູ່
ປະເທດອິນເດັຍ, ປີ 2008 ລະບາດຢູ່ປະເທດຈີນ ສິງຄະໂປ ຫວຽດນາມ ມົງໂກລີ ແລະ ປະເທດບຣູໄນ, ປີ 2009 ມີການ
ລະບາດຢູ່ແຂວງຊານຕົງ (Shandong) ແລະ ເຫີໜານ(Henan) ຂອງປະເທດຈີນ, ປີ 2010 ລະບາດຢູ່ກວງຊີ (Guangxi)
ຂອງປະເທດຈີນ, ປີ 2011 ມີການລະບາດຢູ່ຫວຽດນາມ ແລະ ຢູ່ປະເທດຈີນ, ປີ 2012 ມີການລະບາດຢູ່ ອາລາບາມາ
ສະຫະລັດອະເມຣິກາ ແລະ ລະບາດຢູ່ປະເທດ ກຳປູເຈັຍ.
II. ອາການ :
ອາການເລີ່ມຕົ້ນຂອງພະຍາດ ມື ຕີນ ປາກເປື່ອຍທີ່ມັກພົບເຫັນເລື້ອຍໆແມ່ນປະກອບດ້ວຍ ໄຂ້ ເຈັບຄໍ ກິນເຂົ້າບໍ່ແຊບ
ນອກຈາກນັ້ນຍັງມີອາການອື່ນໆເຊັ່ນ: ເຈັບຫົວ ຮາກ ເມື່ອຍ ຖອກທ້ອງ ພ້ອມກັນນັ້ນຍັງມີຕຸ່ມແດງຢູ່ຝາມື ຝາຕີນ ຕຸ່ມຢູ່ແກ້ມດ້ານໃນ
ແລະ ຕຸ່ມຢູ່ລີ້ນ. ພະຍາດ ມື ຕີນ ປາກເປື່ອຍ ສ່ວນໃຫຍ່ມັກເກີດນຳເດັກນ້ອຍ ພະຍາດນີ້ບໍ່ຄ່ອຍພົບເຫັນໃນຜູ້ໃຫຍ່
10-30% ຂອງຄົນເຈັບທີ່ເປັນພະຍາດ ມື ຕີນ ປາກເປື່ອຍຈະຂະຫຍາຍໄປສູ່ອາການໜັກ.
ອາການສົນ : ສ່ວນໃຫຍ່ບໍ່ສູ້ເຫັນມີອາການສົນຍ້ອນພະຍາດ ມື ຕີນ ປາກເປື່ອຍ ຢ່າງໃດກໍຕາມ ຖ້າມີອາການສົນ ຄົນເຈັບຕ້ອງ
ຢູ່ໃກ້ແພດເພື່ອປິ່ນປົວຢ່າງໃກ້ຊິດ ອາການສົນທີ່ຮ້າຍແຮງແມ່ນ ອາການສົນທາງດ້ານສະໝອງເຊັ່ນ ອັກເສບສະໝອງ
(ອາການບວມຂອງສະໝອງ) ຫົວໃຈເຕັ້ນໄວ ມີນ້ຳຊຶມອອກຈາກເຍື່ອຫຸ້ມປອດ ເຮັດໃຫ້ຫາຍໃຈຫອບ ເມື່ອຫົວໃຈເຕັ້ນໄວເຮັດ
ໃຫ້ມີອາການນ້ຳຖ້ວມປອດ ຄົນເຈັບອາດເສັຍຊີວິດໄດ້ ຖ້າປິ່ນປົວບໍ່ທັນ.
III. ການປິ່ນປົວ :
ບໍ່ມີການປິ່ນປົວສະເພາະສຳລັບພະຍາດ ມື ຕີນ ປາກເປື່ອຍ ຖ້າມີອາການໄຂ້ກໍກິນຢາແກ້ໄຂ້ (ປາຣາເຊຕາໂມນ)
ໝັ່ນໃຫ້ຄົນເຈັບກິນນ້ຳ ເພາະອາການເຈັບຄໍ ເຈັບປາກ ຈະເຮັດໃຫ້ຄົນເຈັບບໍ່ຢາກເຂົ້າຢາກນ້ຳ. ການຕິດເຊື້ອໃນເດັກສ່ວນໃຫຍ່
ຈະມີອາການເບົາບາງ ແລະ ຈະຫາຍດີພາຍໃນ 1 ອາທິດ ມີພຽງສ່ວນນ້ອຍເທົ່ານັ້ນທີ່ເຫັນຄົນເຈັບຕ້ອງການການປິ່ນປົວໃນໂຮງໝໍ
ໂດຍສະເພາະຖ້າມີອາການສົນທາງດ້ານສະໝອງ (ອັກເສບສະໝອງ ອັກເສບເຫຍື່ອຫຸ້ມສະໝອງ) ຫຼື ມີອາການບວມຂອງປອດ/
ເລືອດໄຫລໃນປອດ.
IV. ການຕິດເຊື້ອ :
ການຕິດເຊື້ອແມ່ນຍ້ອນການສຳພັດໂດຍກົງກັບຄົນເຈັບເຊັ່ນ ການຈັບບາຍ ການສຳພັດເຄື່ອງຫລິ້ນຂອງເດັກທີ່ຕິດເຊື້ອ ການກອດຈູບ
ຄົນເຈັບທີ່ຕິດເຊື້ອ.
ສິ່ງທີ່ບໍ່ຄວນປົນ : ບໍ່ຄວນປົນກັບພະຍາດປາກເປື່ອຍ ຕີນເປື່ອຍຂອງສັດລ້ຽງເຊັ່ນ ງົວ ຄວາມ ແບ້ ໝູ ຊຶ່ງເກີດຍ້ອນເຊື້ອ
Picornaviridae Family ທີ່ບໍ່ມີການຕິດເຊື້ອຈາກສັດສູ່ຄົນ.
ພະຍາດ ມື ຕີນ ປາກເປື່ອຍ ແມ່ນພະຍາດທີ່ຕິດຕໍ່ກັນງ່າຍ : ໃນນັ້ນ ເຊື້ອພະຍາດສາມາດແຜ່ໄປຈາກຜູ້ໜຶ່ງໄປຫາອີກຜູ້ໜຶ່ງ
ຍ້ອນການສຳພັດ ຈັບບາຍ ນ້ຳຢາງເຫລືອງຂອງບາດແຜ ຫຼື ອາຈົມຂອງຄົນເຈັບ.
V. ມາດຕະການທີ່ຄວນປະຕິບັດ :
ສຳລັບຕານ່າງສາທາລະນະສຸກແຕ່ລະຂັ້ນ :
1. ຍົກລະດັບມາດຕະການເຝົ້າລະວັງ ຊອກຮູ້ພະຍາດລະບາດແຕ່ຫົວທີເພື່ອວາງມາດຕະການຄວບຄຸມຢ່າງທັນການ.
2. ປັບປຸງໜ່ວຍງານຕອບໂຕ້ດ່ວນຂອງສາທາລະນະສຸກເມືອງ ສາທາລະນະສຸກແຂວງ ໃຫ້ສາມາດເຄື່ອນໄຫວຕອບໂຕ້ການລະບາດ
ຢ່າງທັນການ.
3. ປັບປຸງວຽກງານວິເຄາະດ້ວຍການອົບຮົມວິທີເກັບກຳຕົວຢ່າງໃນກໍລະນີສົງໄສມີຄົນເປັນພະຍາດ ມື ຕີນ ປາກເປື່ອຍໃນທ້ອງຖິ່ນ.
4. ຮັບປະກັນໃຫ້ລະບົບສົ່ງຂ່າວ-ລາຍງານກໍລະນີລະຫວ່າງສູນກາງ ແລະ ທ້ອງຖິ່ນໃຫ້ມີປະສິດທິຜົນ.
5. ປັບປຸງການບົ່ງມະຕິ ແລະ ການປິ່ນປົວໃຫ້ມີປະສິດທິຜົນ ແນໃສ່ຫລຸດຜ່ອນການເຈັບ ແລະ ການຕາຍ ດ້ວຍການເຝິກອົບຮົມ
ໃຫ້ແພດໝໍມີຄວາມສາມາດໃນການບົ່ງມະຕິ ຊອກຮູ້ພະຍາດແຕ່ຫົວທີ ເພື່ອບໍ່ໃຫ້ພະຍາດຕິດຕໍ່ໃສ່ຜູ້ອື່ນ.
6. ໂຄສະນາໃຫ້ພໍ່ແມ່ປະຊາຊົນປະຕິບັດຫລັກການອະນາໄມ 3 ສະອາດຢ່າງເຂັ້ມງວດ ໂດຍສະເພາະໃນສະຖານທີ່ລ້ຽງເດັກ
ໂຮງຮຽນອະນຸບານ ໂຮງຮຽນປະຖົມ ໃຫ້ເອົາໃຈໃສ່ດູແລເບິ່ງແຍງເດັກຢ່າງໃກ້ຊິດ ຖ້າສົງໄສມີເດັກເປັນພະຍາດນີ້ໃຫ້ລາຍງານແພດ
ເພື່ອບົ່ງມະຕິໃຫ້ທັນເວລາ.
7. ສຳລັບໂຮງຝາກເດັກ ໂຮງຮຽນອະນຸບານທີ່ມີການດູແລເດັກແຕ່ເຊົ້າຮອດແລງ ພ້ອມທັງມີໂຮງອາຫານທ່ຽງສຳລັບເດັກ
ຄວນປະຕິບັດຫລັກການອະນາໄມຢ່າງເຂັ້ມງວດເຊັ່ນ ໃຫ້ເດັກລ້າງມືທຸກຄັ້ງກ່ອນກິນເຂົ້າ ສອນໃຫ້ເດັກລ້າງມືພາຍຫລັງໃຊ້ຫ້ອງນ້ຳາ
ສ້າງລະບົບຕິດຕາມຢ່າງເຂັ້ມງວດ.
8. ສຳລັບໂຮງຮຽນປະຖົມແຕ່ ປ.1 ຮອດ ປ.5 ຮັບປະກັນໃຫ້ມີນ້ຳສະອາດໄວ້ສຳລັບໃຫ້ເດັກນັກຮຽນລ້າງມືໃຫ້ສະອາດພາຍຫລັງທີ່ໃຊ້
ຫ້ອງນ້ຳາ ຫຼືລ ຈັບບາຍສິ່ງຂອງຕ່າງໆພາຍໃນໂຮງຮຽນນ ເພື່ອຫລີກເວັ້ນຈາກຄວາມສ່ຽງໃນການຕິດເຊຶ້ອພະຍາດນີ້.
9. ຄວນຈັດໃຫ້ມີການສຳມະນາ ນຳເອົາຄວາມຮູ້ໃຫ້ຜູ້ອຳນວຍການໂຮງຝາກເດັກ ໃຫ້ຄູ ອາຈານໂຮງຮຽນອະນຸບານ
ໂຮງຮຽນປະຖົມທັງພາກລັດ ແລະ ເອກະຊົນ ເພື່ອໃຫ້ຮູ້ກັນຢ່າງທົ່ວເຖິງ ເພື່ອຊ່ວຍກັນປ້ອງກັນການລະບາດທີ່ອາດຈະເກີດຂຶ້ນໄດ້ທຸກຍາມ.
VI. ສະຫລຸບ :
1. ພະຍາດ ມື ຕີນ ປາກເປື່ອຍສາມາດປ້ອງກັນໄດ້ ຖ້າມີການຮັກສາອະນາໄມຢ່າງເຂັ້ມງວດ ໂດຍສະເພາະຢູ່ບັນດາສະຖານທີ່ຝາກເດັກ
ໂຮງຮຽນອະນຸບານ ຊຸມຊົນແອອັດ ບ່ອນທີ່ມີເດັກນ້ອຍຫລິ້ນນຳກັນຫລາຍຄົນ.
2. ອຳນວຍການໂຮງຝາກເດັກ ໂຮງຮຽນປະຖົມທັງພາກລັດ ແລະ ເອກະຊົນເປັນຂໍກຸນແຈໃນການຜັນຂະຫຍາຍວຽກງານປ້ອງກັນ
ພະຍາດ ມື ຕີນ ປາກເປື່ອຍໃນໂຮງຮຽນໄດ້ເປັນຢ່າງດີ ບັນດາອຳນວຍການໂຮງຮຽນທີ່ກ່າວມານັ້ນມີໜ້າທີ່ນຳພາຄູ ອາຈານ ແນະນຳ
ໃຫ້ນັກຮຽນລ້າງມືໃຫ້ສະອາດທຸກຄັ້ງກ່ອນກິນເຂົ້າ ຫຼື ພາຍຫລັງໃຊ້ຫ້ອງນ້ຳ.
3. ສຳຄັນທີ່ສຸດແມ່ນບໍ່ຄວນແຕກຕື່ນຈົນເກີນໄປ ແຕ່ບໍ່ຄວນປະໝາດ ຄວນປັບປຸງຂອດປະສານງານ ລະຫວ່າງຂະແໜງການກ່ຽວຂ້ອງຕ່າງໆ
ຄວນມີການປະສານ ແລະ ແລກປ່ຽນຂ່າວສານ-ຂໍ້ມູນ ຖ້າສົງໄສພົບກໍລະນີພະຍາດ ມື ຕີນ ປາກເປື່ອຍ ໃຫ້ລາຍງານສາທາລະນະສຸກເມືອງ
ໂຮງໝໍແຫ່ງຕ່າງໆ ສະຖານທີ່ບໍລິບານສາທາລະນະສຸກຢູ່ໃກ້ບ້ານທ່ານ.