spot_img
Homeຂ່າວຕ່າງປະເທດນາງງາມ ເອກວາດໍຣ໌ ໂຊກຮ້າຍເສຍຊີວິດໃນຂະນະເຮັດສັນຍາກໍາ!

ນາງງາມ ເອກວາດໍຣ໌ ໂຊກຮ້າຍເສຍຊີວິດໃນຂະນະເຮັດສັນຍາກໍາ!

Published on

Catherine-Cando-murio-650x300 pay

ນາງງາມເອກວາດໍຣ໌ ເສຍຊີວິດຂະນະຢູ່ເທີງຕຽງຜ່າຕັເດໄຂມັນ ເນື່ອງຈາກໄດ້ແຟັກເກັດ ສັນຍາກໍາເປັນລາງວັນຈາກເວທີ ປະກວດ, ກ່ອນແພດ ແລະ ເຈົ້າໜ້າທີ່ໃນຫອ້ງຜ່າຕັດຖືກຄວບຄູມໂຕດໍາເນີນຄະດີ.

Catherine Cando ອາຍຸ 19ປີ ຊະນະການປະກວດຈາກເວທີ ປະກວດນາງງາມ the Queen of Duran ໃນປະເທດເອກວາດໍຣ໌ ໃນປີທີ່ຜ່ານມາ ໃນການປະກວດຄັ້ງນີ້ Catherine ໄດ້ຮັບລາງວັນເປັນລົດ ແລະ ແທັບເລ໊ດ ລວມທັງແຟັກເກັດສັນຍາກໍາດູດໄຂມັນຟຣີ ຊຶ່ງລາວໄດ້ຮັບເອົາລາງວັນທັງໝົດມາ ແຕ່ບໍ່ຍອມຮັບແຟັກເກັດສັນຍາກໍາ.

Catherine ເລີ່ມຕົ້ນອອກກໍາລັງກາຍຢ່າງໜັກເພື່ອຕ້ອງການຫຼຸດນໍ້າໜັກ ແຕ່ທາງການປະກວດ ໂທລະພາບຕິດຕໍ່ນາງຫຼາຍຄັ້ງເພື່ອໃຫ້ໄປເຮັດສັນຍາກໍາ ໂດຍອ້າຍຂອງ Catherineເລົ່າວ່າ ກ່ອນໄປເຮັດສັນຍາກໍານັ້ນ ນ້ອງສາວຂອງລາວໄດ້ຮັບໂທລະສັບຫຼາຍຄັ້ງ ແລະ ມີການເວົ້າທີ່ໂນ້ມນ້າວໃຫ້ໄປເຮັດສັນຍາກໍາ ແຕ່ນ້ອງສາວຂອງເຂົາກໍ່ປະຕິເສດໄປຫຼາຍຄັ້ງ ຊຶ່ງນ້ອງສາວຂອງເຂົາເຄີຍຕັດສິນໃຈຈະຍົກແຟັກເກັດທີ່ໄດ້ນີ້ໃຫ້ກັບຄົນອຶ່ນມາແລ້ວ ແຕ່ແລ້ວ Catherine ກໍ່ໄດ້ຕັດສິນໃຈໃໝ່ຍອມຕອບຕົກລົງເຂົ້າຮັບການຜ່າຕັດສັນຍາກໍາ.

ເລື່ອງຮ້າຍກໍ່ເກີດຂຶ້ນໃນລະຫວ່າງການຜ່າຕັດສັນຍາກໍາ Catherine ເສຍຊີວິດເທີງຕຽງຜ່າຕັດໃນຫ້ອງຜ່າຕັດດ້ວຍອາການຫົວໃຈຢຸດເຕັ້ນ ຕາມຄໍາໃຫ້ການຂອງເຈົ້າໜ້າທີ່ໃນຫ້ອງຜ່າຕັດ ແຕ່ທະນາຍຄວາມຝ່າຍຂອງນາງ ກ່າວວ່າ Catherine ເສຍຊີວິດຈາກອາການສະໝອງບວມນໍ້າ ຢ່າງໃດກໍ່ຕາມເຈົ້າໜ້າທີ່ຍັງຕ້ອງລໍຖ້າຄໍາຢືນຢັນ ຈາກແພດສັນລະສູດກ່ອນສໍາລັບສາເຫດການເສຍຊີວິດທີ່ແນ່ຊັດ.

ຢ່າງໃດກໍ່ຕາມ ເຈົ້າໜ້າທີ່ຕໍາຫຼວດໄດ້ຄວບຄູມຕົວແພດ ແລະ ຜູ້ກ່ຽວຂ້ອງທັງໝົດໄວ້ໂດຍຕັ້ງຂໍ້ຫາປະຕິບັດໜ້າທີ່ດ້ວຍຄວາມປະໝາດຈົນເຮັດໃຫ້ຜູ້ອຶ່ນເສຍຊີວິດ.

>> ຂອບໃຈhttp://news.sanook.com/1730985/

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...