ພະຍາດຕຸ້ຍເກີດຈາກການປະສົມປະສານ ຂອງກຳມະພັນສະພາບແວດລ້ອມ ແລະ ພຶດຕິກຳ ສິ່ງອຳນວຍຄວາມສະດວກສະບາຍຕ່າງໆ ເຮັດໃຫ້ຄົນເຮົາໃຊ້ພະລັງງານໜ້ອຍລົງ ແລະ ເຜົາຜານພະລັງງານຈາກອາຫານທີ່ກິນໄປໃຊ້ບໍ່ໝົດ ເຮັດໃຫ້ພະລັງງານນັ້ນເຫລືອ ແລ້ວໄປສະສົມເພີ່ມນ້ຳໜັກໂຕ
ເປັນເລື່ອງປົກກະຕິທົ່ວໄປ ທີ່ຖ້າເຮົາກິນອາຫານ ຫລາຍເກີນກວ່າທີ່ຮ່າງກາຍຕ້ອງການ ກໍຈະມີສ່ວນເກີນສະສົມເຮັດໃຫ້ນ້ຳໜັກເພີ່ມຂຶ້ນເຊັ່ນກັນ ເພາະສະນັ້ນ ຖ້າຕ້ອງການໃຫ້ນ້ຳໜັກບໍ່ເພີ່ມຫລາຍຂຶ້ນ ກໍຕ້ອງອອກກຳລັງກາຍເພື່ອໃຊ້ພະລັງງານໃຫ້ຫລາຍຂຶ້ນ
ທີ່ຜ່ານມາ ມີການຄວບຄຸມນ້ຳໜັກອີກວິທີໜຶ່ງທີ່ບໍ່ຄ່ອຍມີໃຜເວົ້າ ກໍຄື ການເຝິກຄວບຄຸມບໍລິມາດຂອງກະເພາະອາຫານ ຊຶ່ງວິທີນີ້ໄດ້ມາຈາກຜົນການສຶກສາທີ່ພົບວ່າ ກະເພາະອາຫານຂອງຄົນຕຸ້ຍມີບັນຈຸຫລາຍກວ່າຄົົນທີ່ບໍ່ຕຸ້ຍ ແລະ ຖ້າຄົນເຮົາພະຍາຍາມຄວບຄຸມອາຫານ ເພື່ອ ຫລຸດນ້ຳໜັກໂຕໄດ້ລະຍະໜຶ່ງ ຈຸຂອງກະເພາະອາຫານມັກຈະຫລຸດລົງໄປນໍາ ດັ່ງນັ້ນ ກໍເລີຍເປັນທີ່ມາຂອງວິທີຄວບຄຸມກະເພາະອາຫານ ເພື່ອການ ຫລຸດນ້ຳໜັກ ໄລຍະຍາວ ທີ່ໄດ້ຜົນ
- ຫລຸດປະລິມານອາຫານທີ່ກິນໃນແຕ່ລະມື້ໃຫ້ໜ້ອຍລົງ
ວິທີນີ້ເປັນການຫລຸດຄວາມຕຸ້ຍທາງເລືອກທີ່ເຮັດບໍ່ຍາກ ແຕ່ບໍ່ຄ່ອຍຖືກເວົ້າຫາ ພຽງແຕ່ຫລຸດປະລິມານອາຫານຕໍ່ມື້ ເພື່ອເຝິກກະເພາະອາຫານໃຫ້ມີບໍລິມາດຫລຸດລົງ ທັງຍັງຊ່ວຍຫລຸດການສ້າງນ້ຳຍ່ອຍ ເຊິ່ງກະຕຸ້ນໃຫ້ຢາກອາຫານໜ້ອຍລົງ ຮ່ວມກັບການຫຍ້ຳອາຫານຊ້າໆ ນອກຈາກຈະຊ່ວຍຫລຸດພາລະການເຮັດວຽກງານຂອງກະເພາະແລ້ວ ຍັງເຮັດໃຫ້ທາງເດີນອາຫານມີເວລາສົ່ງສັນຍານໄປຫາສະຫມອງ ຈຶ່ງຮູ້ສຶກອີ່ມ ແລະ ກິນອາຫານໄດ້ໜ້ອຍລົງ ເຝິກເຊັ່ນນີ້ ຕໍ່ເນື່ອງເກືອບ 2 ອາທິດ ຈະຮູ້ສຶກລຶ້ງເຄີຍກັບການບໍລິໂພກປະລິມານໜ້ອຍໆ ແລະ ເຮັດໃຫ້ນ້ຳໜັກຫລຸດລົງໄດ້ເຖິງ 3 ກິໂລກຣາມ ຕໍ່ເດືອນ ແຖມຍັງມີຄວາມສຸກ ກັບ ອາຫານທີ່ມັກໄດ້ໂດຍບໍ່ຕ້ອງອົດໃຫ້ທໍລະມານ
- ຫລີກລ້ຽງອາຫານທີ່ມີປະລິມານແຄລໍລີສູງ ໂດຍສະເພາະອາຫານທີ່ຜ່ານການຈືນ
ປະລິມານແຄລໍລີຂອງອາຫານທີ່ເຮົາກິນແຕ່ລະມື້ສຳຫລັບຄົນທົ່ວໄປ ສຳຫລັບຜູ້ຍິງ ຄວນຢູ່ທີ່ 1600 ແຄລໍລີ (kcal) ແລະ ສຳຫລັບຜູ້ຊາຍຄວນຢູ່ທີ່ 2000 ແຄລໍລີ (kcal) ເພາະເຖິງວ່າ ເຮົາຈະຫລຸດປະລິມານອາຫານລົງແລ້ວ ແຕ່ເຮົາເກີດກິນອາຫານທີ່ມີພະລັງງານແຄລິລີຫລາຍເກີນຄວາມຕ້ອງການຂອງຮ່າງກາຍ ກໍເຮັດໃຫ້ນ້ຳໜັກຂຶ້ນໄດ້ເຊັ່ນກັນ ໂດຍມີການຄິດໄລ່ອອກມາແລ້ວວ່າ ຖ້າມີພະລັງງານສ່ວນເກີນສະສົມເຖິງ 7, 000 ກິໂລແຄລໍລີ ກໍຈະເຮັດໃຫ້ນ້ຳໜັກໂຕເພີ່ມຂຶ້ນ 1 ກິໂລກຣາມ
ແຕ່ທັງນີ້ ກໍຕ້ອງລະວັງໄວ້ໃນບາງຄົນ ທີ່ແມ່ນຈະຫລີກລ້ຽງອາຫານທີ່ມີແຄລໍລີສູງ ກິນແຕ່ພືດຜັກທີ່ມີພະລັງງານໜ້ອຍ ຫລື ນ້ຳຫລາຍໆຈອກ ຊຶ່ງບໍ່ມີພະລັງງານເລີຍ ແຕ່ກິນຈົນອີ່ມແໜ້ນກະເພາະ ນີ້ອາດສົ່ງຜົນເສຍໄດ້ ເນື່ອງຈາກຈະເຮັດໃຫ້ກະເພາະອາຫານປັບໂຕ ສ້າງນ້ຳຍ່ອຍນໍາອອກມາຫລາຍຂຶ້ນ ເຮັດໃຫ້ຫິວງ່າຍຂຶ້ນ ໃນຕອນຄ່ຳ ຫລື ມື້ຕໍ່ມາ ດັ່ງນັ້ນຈຶ່ງບໍ່ຄວນກິນອາຫານອີ່ມແໜ້ນກະເພາະອາຫານຂະຫຍາຍຫລາຍເກີນໄປ
- ຫຍໍ້າອາຫານແຕ່ລະຄຳໃຫ້ຊ້າໆ ແລະ ຫຍ້ຳດົນໆ ໃຫ້ລະອຽດ
ການຫຍ້ຳໃຫ້ຊ້າລົງມີຜົນຕໍ່ການເຮັດວຽກງານຂອງສະຫມອງໃນຫລາຍໆທາງ ເນື່ອງຈາກໄປຊ່ວຍກະຕຸ້ນໃຫ້ “ຕ່ອມນ້ຳລາຍ” ແລະ “ຕ່ອມກ້ອງຫູ” ຫລັ່ງຮໍໂມນອອກມາ ນອກຈາກນັ້ນ ຍັງຊ່ວຍກະຕຸ້ນພະລັງແຫ່ງການຄິດ ແລະ ສະມາທິ ຜົນທີ່ຕາມມາກໍຄື ສຸຂະພາບທີ່ດີ ແລະ ມີອາຍຸຍືນ
ປະໂຫຍດຈາກການຫຍ້ຳອາຫານໃຫ້ຊ້າລົງ ນັ້ນຄື ຊ່ວຍໃຫ້ລະບົບຍ່ອຍເຮັດວຽກໜ້ອຍລົງ ຊ່ວຍໃຫ້ຮ່າງກາຍດູດຊຶມສານອາຫານໄດ້ຫລາຍ ອີກທັງຊ່ວຍຫລຸດການຢາກອາຫານປະເພດຊີ້ນ ຊ່ວຍຫລຸດຄວາມຕຸ້ຍໄດ້ ເນື່ອງຈາກບໍ່ມີສ່ວນປະສົມຂອງນ້ຳທີ່ຫລາຍເກີນຄວາມຈຳເປັນດູດຊຶມເຂົ້າສູ່ຮ່າງກາຍ
ການຝຶກຄວບຄຸມກະເພາະອາຫານ ນັ້ນເປັນເລື່ອງທີ່ບໍ່ຍາກ ແຕ່ຈະຕ້ອງຄ່ອຍເປັນຄ່ອຍໄປ ແລະ ຕ້ອງອາໄສຄວາມສະໝໍ່າສະເໝີ ຈຶ່ງຈະໄດ້ຜົນດີີໃນໄລຍະຍາວ
ທັງນີ້ວິທີການຫລຸດຄວາມຕຸ້ຍດ້ວຍການຄວບຄຸມກະເພາະອາຫານນີ້ ອາດບໍ່ໄດ້ຜົນດີີເທົ່າກັບການຜ່າຕັດເພື່ອຫລຸດຂະໜາດ ກະເພາະອາຫານ ຫລື ການຜ່າຕັດໃສ່ປູມເປົ້າເຂົ້າໄປ ພາຍໃນກະເພາະເພື່ອຂັດຂວາງພື້ນທີ່ຂອງກະເພາະບໍ່ໃຫ້ບັນຈຸອາຫານໄດ້ຫລາຍຄືເກົ່າ ແຕ່ນີ້ ກໍເປັນວິທີທີ່ດີຕໍ່ສຸຂະພາບຫລາຍກວ່າ ບໍ່ຕ້ອງເຈັບໂຕ ໃນການເຮັດຜ່າຕັດ ບໍ່ຕ້ອງເສຍຄ່າໃຊ້ຈ່າຍເພີ່ມຂຶ້ນ ແລະ ທີ່ສຳຄັນຄື ເຮົາສາມາດຍິ້ມໄດ້ຢ່າງພາກພູມໃນຜົນສຳເລັດຂອງການ ຫລຸດນ້ຳໜັກ ທີ່ຈະເກີດຂຶ້ນດ້ວຍຄວາມຕັ້ງໃຈຂອງຕົນເອງ