spot_img
Homeຄວາມງາມອາຫານຕ້ານແດດ

ອາຫານຕ້ານແດດ

Published on

1BZ_13986665291398666540l

ອາ​ກາດ​ຮ້ອນ​ແບບ​ນີ້ ແນ່ນອນ​ວ່າ​ມີ​ຜົນ​ກະທົບ​ຕໍ່​ຜິວ​ໜັງ​ຂອງ​ເຮົາ​ໂດຍ​ກົງ ບໍ່​ວ່າ​ຈະ​ບັນຫາ​ຜິວ​ແຫ້ງ​ຄໍ້າ ຜິວ​ແດງ ​ຫລື ​ໄໝ້ ໄປ​ຈົນ​ເຖິງ​ບັນຫາ​ມະ​ເຮັງ​ຜິວ​ໜັງ ຫລາຍ​ຄົນ​ຈຶ່ງ​ມັກ​ເລືອກ​ໃຊ້​ຄີມ​ກັນ​ແດດ​ທີ່​ຊ່ວຍ​ບຳ​ລຸງ​ຜິວ ​ແລະ ​ປ້ອງ​ກັນ​ແດດ​ໄດ້ ແຕ່​ນອກ​ຈາກ​ຄີມ​ກັນ​ແດດ​ແລ້ວ ໃຜ​ຈະ​ຮູ້​ວ່າ​ອາຫານ​ກໍ​ຊ່ວຍ​ຕ້ານ​ແດດ​ໄດ້​ເຊັ່ນ​ກັນ

ມີ​ງານ​ວິ​ໄຈ​ທາງ​ວິທະຍາ​ສາດ​ທີ່​ສາມາດ​ຢືນຢັນ​ໄດ້​ວ່າ ການ​ກິນ​ອາຫານ​ທີ່​ມີ​ສານ​ຕ້າ​ນອາ​ນຸ​ມູນ​ອິດສະຫລະ​ໃນ​ປະລິມານ​ທີ່​ເໝາະ​ສົມ ຈະ​ຊ່ວຍ​ຕໍ່​ຕ້ານ​ແສງ​ແດດ​ໄດ້​ດີ ແລະ ​ປ້ອງ​ກັນ​ຜິວ​ໄໝ້​ໄດ້​ນໍາ ໂດຍ​ສະເພາະ​ອາຫານ​ທີ່​ມີ​ເບ​ຕ້າ​ແຄ​ໂລ​ທີນ​ທີ່​ພົບ​ໃນ​ຜັກ​ໃບ​ຂຽວ ກາລົດ ໝາກເພັດ ແລະ​ ຫມາກໄມ້​ສີ​ເຫລືອງ​ ເຊັ່ນ​ໝາກ​ມ່ວງ ໝາກໂມ ແຕ່​ຕ້ອງ​ກິນ​ຢ່າງ​ໜ້ອຍ 10 ອາທິດ​ຂຶ້ນ​ໄປ

ນອກ​ຈາກ​ນີ້ ອາຫານ​ທີ່​ມີ​ສານ​ໄລ​ໂຄ​ປີນ ສານ​ອີກ​ໂຕໜຶ່ງ​ໃນ​ກຸ່ມ​ແຄ​ໂລ​ທີ​ນອຍ ກໍ​ມີ​ສ່ວນ​ຊ່ວຍ​ປ້ອງ​ກັນ​ຜິວ​ໄໝ້​ຈາກ​ແສງ​ແດດ​ເຊັ່ນ​ກັນ ແຕ່​ຕ້ອງ​ກິນ​ຕໍ່​ເນື່ອງ 3 ເດືອນ​ຂຶ້ນ​ໄປ ພົບ​ໃນ​ໝາກເລັ່ນ ​ແລະ ​ໝາກ​ເຂົ້າ ແຖມ​ຍັງ​ຊ່ວຍ​ປ້ອງ​ກັນ​ມະ​ເຮັງ​ໄດ້​ນໍາອີກ ໂດຍ​ສະເພາະ​ໃນ​ໝາກເຂົ້າ​ຍັງມີ ​ໄລ​ໂຄ​ປີນ ​ຊະນິດ​ພິເສດ ທີ່​ເອີ້ນວ່າ ໄລ​ໂປ​ແຄ​ໂລ​ທີນ (Lipocarotene) ຊຶ່ງ​ເປັນ​ກົດ​ໄຂ​ມັນ​ສາຍ​ຍາວ​ທີ່​ຊ່ວຍ​ດັກ​ຈັບ ​ແລະ ​ດູດ​ຊຶມ​ແຄ​ໂລ​ທີນ ໝາກເຂົ້າ​ຈຶ່ງ​ຈັດ​ເປັນ​ແຫລ່ງ​ຂອງ​ໄລ​ໂຄ​ປີນ​ທີ່​ດີ​ທີ່ສຸດ

ບໍ່​ພຽງ​ແຕ່​ໝາກເລັ່ນ ​ແລະ ​ໝາກເຂົ້າ​ເທົ່າ​ນັ້ນ ໃນ​ຜັກ​ຫມາກໄມ້​ຊະນິດ​ອື່ນ​ກໍ​ຍັງ​ອຸດົມ​ໄປ​ດ້ວຍ​ ໄລ​ໂຄ​ປີນ​ ນໍາອີກ ເຊັ່ນ ໝາກໂມ 1 ປ່ຽງ (286 ກຣາມ) ມີ​ໄລ​ໂຄ​ປີນ 12, 962 ໄມ​ໂຄ​ກຣາມ, ໝາກຮຸ່ງ 1 ໜ່ວຍ (304 ກຣາມ) ມີ​ໄລ​ໂຄ​ປີນ 5, 557 ໄມ​ໂຄ​ກຣາມ, ໝາກມ່ວງ 1 ໜ່ວຍ (207 ກຣາມ) ມີ​ໄລ​ໂຄ​ປີນ 6 ໄມ​ໂຄ​ກຣາມ ແລະ ​ໃນ​ກາລົດ 1 ໜ່ວຍ (72 ກຣາມ) ມີ​ປະລິມານ​ໄລ​ໂຄ​ປີນ 1 ໄມ​ໂຄ​ກຣາມ ຂະນະ​ທີ່​ໃນ​ຊາ​ຂຽວ ຈະ​ມີ​ສານ​ຕ້າ​ນອານຸ​ມູນ​ອິດສະຫລະ​ຊື່ ໂພ​ລີ​ຟີ​ນອນ (Pholyphenols) ກໍ​ສາມາດ​ຊ່ວຍ​ປົກ​ປ້ອງ​ຜິວ​ໜັງ​ບໍ່​ໃຫ້​ຖືກ​ທຳລາຍ​ຈາກ​ລັງສີ​ຢູວີ​ໄດ້ ໂດຍ​ຮ່າງກາຍ​ສາມາດ​ຮັບ​ໄດ້​ທັງ​ຈາກ​ການ​ດື່ມ ແລະ ​ການ​ທາ​ຄີມ​ທີ່​ມີ​ສ່ວນ​ປະສົມ​ຂອງ​ຊາ​ຂຽວ ແລະ ​ຍັງມີ​ງານ​ວິ​ໄຈ​ພົບ​ວ່າ​ສາມາດ​ປ້ອງ​ກັນ​ມະ​ເຮັງ​ຜິວ​ໜັງ​ໄດ້​ນໍາອີກ​

ແຕ່​ການ​ກິນ​ອາຫານ​ກໍ​ເປັນພຽງ​ວິທີ​ໜຶ່ງ​ທີ່​ຈະ​ຊ່ວຍຫ​ລຸດ​ຄວາມ​ສ່ຽງ​ຈາກ​ການ​ຖືກ​ທຳລາຍ​ຂອງ​ຜິວ​ຈາກ​ແສງ​ແດດ​ການ​ທາ​ຄີມ​ກັນ​ແດດ​ກໍ​ຍັງ​ຄົງ​ມີ​ຄວາມ​ຈຳ​ເປັນ​ທີ່​ຕ້ອງ​ໃຊ້​ເພື່ອ​ເສີມ​ປະ​ສິດ​ທິ​ພາບ​ໃນ​ການ​ປ້ອງ​ກັນ​ແສງ​ແດດ ແລະ ​ຄວນ​ຄວບຄູ່​ກັບ​ການ​ຫລີກ​ລ້ຽງ​ແສງ​ແດດ ໂດຍ​ສະເພາະ​ໄລຍະ 10.00-16.00 ໂມງ.

ຊຶ່ງ​ເປັນ​ໄລຍະ​ທີ່​ແດດ​ແຮງ ຫລື ​​ໃສ່​ອຸປະກອນ​ປ້ອງ​ກັນ​ແສງ​ແດດ ຖ້າຫາກ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ອອກ​ແດດ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...