spot_img
HomeBaby-ແມ່ແລະເດັກການພັດທະນາເຍົາວະຊົນລາວ ຍັງພົບກັບຂໍ້ຫຍຸ້ງຍາກຫຼາຍຢ່າງ !

ການພັດທະນາເຍົາວະຊົນລາວ ຍັງພົບກັບຂໍ້ຫຍຸ້ງຍາກຫຼາຍຢ່າງ !

Published on

6a3cd5c2-642b-4a20-9a4e-a96e1d1e5e5f

ເຈົ້າໜ້າທີ່ ສູນກາງ ຊາວໜຸ່ມ ລາວ ເປີດເຜີຍ ວ່າ ການພັດທະນາ ເຍົາວະຊົນ ລາວ ປັຈຈຸບັນ ນີ້ ຕ້ອງປະເຊີນ ກັບ ບັນຫາ ຫຍູ້ງຍາກ ເປັນ ຢ່າງຍິ່ງ ຍ້ອນ ບໍ່ສາມາດ ຈັດຕັ້ງ ປະຕິບັດ ໄດ້ ຕາມແຜນ ທີ່ ວາງອອກ ໃນທຸກໆ ດ້ານ. ຍິ່ງໄປກວ່າ ນັ້ນ ການພັດທະນາ ເຍົາວະຊົນ ລາວ ຍັງມີ ຄຸນນະພາບ ຕ່ຳທີ່ສຸດ ໃນ ອາຊຽນ ອີກດ້ວຍ. ທ່ານ ກ່າວວ່າ:

“ໃນແມ່ຍິງ 10 ຄົນໃດ ມີ ປະມານ 4 ຄົນ ທີ່ ກາຍເປັນແມ່ ຫລື ຖືພາ ຜູ້ທຳອິດ ໃນອາຍຸ 19 ປີ 30 ເປີເຊັນ ຂອງ ໄວໜຸ່ມ ໃນ ເກນ ອາຍຸ ເຂົ້າຮຽນ ຊັ້ນ ມັດທະຍົມ ນີ້ ບໍ່ໄດ້ ເຂົ້າຮຽນ ເປັນປົກກະຕິ ແລະ ໄວໜຸ່ມ ປະມານ 7 ເປີເຊັນ ຢູ່ເຂດ ຕົວເມືອງ ໃນ ປັດຈຸບັນ ນີ້ ກະແມ່ນ ບໍ່ມີ ວຽກເຮັດ ງານທຳ ມີຄວາມ ແຕກໂຕນ ລະຫວ່າງ ໄວໜຸ່ມ ໃນດ້ານ ບົດບາດ ຍິງ-ຊາຍ ຢູ່ໃນ ບັນດາເຜົ່າ ຍັງມີຢູ່ ໃນ ຣະດັບ ສູງ”.

ພ້ອມດຽວກັນ ການ ເສຍຊີວິດ ຂອງ ແມ່ຍິງລາວ ໃນ ຂະນະຖືພາ ຫລື ອອກລູກ ກໍຍັງມີ ອັດຕາ ສະເລ່ຍ ສູງທີ່ສຸດ ໃນ ອາຊຽນ ນຳອີກ. ເຖິງແມ່ນວ່າ ອັດຕາ ການ ເສຍຊີວິດ ຈະຫລຸດລົງ ຈາກ 650 ຄົນ ຕໍ່ 1 ແສນ ຄົນ ໃນປີ 1995 ມາເປັນ 339 ຄົນ ໃນ ປັດຈຸບັນ(2014) ນີ້ ກໍຕາມ. ແຕ່ ການທີ່ ຈະເຮັດໃຫ້ ບັນລຸ ເປົ້າໝາຍ ທີ່ ວາງໄວ້ ໃນ ອັດຕາ ສະເລ່ຍ 260 ຄົນ ຕໍ່ 1 ແສນ ຄົນ ໃນປີ 2015 ນັ້ນ ກໍຍາກ ທີ່ຈະ ເຮັດໄດ້.

ຍິ່ງໄປ ກວ່ານັ້ນ ການທີ່ ແມ່ຍິງລາວ ບໍ່ໄດ້ຮັບ ການເບິ່ງແຍງ ທີ່ດີພໍ ໃນຂະນະທີ່ ຖືພາມານ ຢູ່ນັ້ນ ກໍເປັນ ສາເຫດ ສຳຄັນ ທີ່ນໍາໄປສູ່ ການເກີດ ບັນຫາ ຂາດສານ ອາຫານ ໃນກຸ່ມ ເດັກນ້ອຍ ລາວ ອາຍຸ ຫລຸດ 5 ປີ.

ປັດຈຸບັນ ເດັກນ້ອຍ ລາວ ໃນໄວອາຍຸ ດັ່ງກ່າວ ມີນ້ຳໜັກ ແລະ ຄວາມສູງ ຕ່ຳກວ່າ ເກນ ມາຕຖານ ເຖິງ 38 ເປີເຊັນ. ທັງໝົດນີ້ ເປັນບັນຫາ ທ້າທາຍ ໃນການ ບໍຣິຫານ ງານ ຂອງພາກສ່ວນທີ່ກ່ຽວຂ້ອງ.

>>ຂອບໃຈhttp://www.rfa.org/lao/health/laos-faces-problem-on-promoting-youth-advancement-11032014143423.html

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...