Homeສຸຂະພາບ ແລະ ສີ່ງແວດລ້ອມປາ ອາຫານປ້ອງກັນພະຍາດຫົວໃຈ

ປາ ອາຫານປ້ອງກັນພະຍາດຫົວໃຈ

Published on

200731282655736

ນີ້​ກໍ​ພໍ​ຈະ​ເຫັນ​ເຖິງ​ຄວາມ​ສຳພັນ​ລະຫວ່າງ​ມະນຸດ​ກັບ​ປາ​ທີ່​ມີ​ມາ​ຕັ້ງ​ແຕ່​ບູຮານ​ນະການ​ມາ​ແລ້ວ ຫລັກ​ຖານ​ທາງ​ປະຫວັດສາດ​ພົບ​ວ່າ ເມື່ອ​ປະ​ມານ 17, 000 ປີ​ມາ​ແລ້ວ ມະນຸດ​ຖ້ຳ​ເທິງ​ຍອດ​ (ຊານ​ຕິ່ງ​ຕົ້ງ​ເຫຍີນ) ຮູ້​ຈັກ​ການ​ຫາປາ​ມາ​ເປັນ​ອາຫານ​ແລ້ວ ​ຈົນ​ທຸກ​ມື້​ນີ້ ​ປາ​ຍັງ​ເປັນ​ອາຫານ​ທີ່​ສຳຄັນ​ຂອງ​ມະນຸດ​ທຸກ​ຊາດ​ທຸກ​ພາສາ

ທົ່ວ​ໂລກ​ມີ​ປາປະ​​ມານ 2 ໝື່ນ​ກວ່າ​ຊະນິດ ແລະ ​ປາ​ເປັນ​ສັດ​ທີ່​ມີ​ຫລາຍ​ທີ່ສຸດ​ໃນ​ບັນດາ​ສັດ​ທີ່​ມີ​ກະດູກ​ສັນ​ຫລັງ​ທັງ​ຫລາຍ ປາ​ມີ​ຢູ່​ທຸກ​ຫົນ​ທຸກ​ແຫ່ງ ບໍ່​ວ່າ​ໃນ​ມະຫາສະໝຸດ ທະ​ເລ ແມ່ນ້ຳ ໜອງ ຫລື ​ບຶງ ຖ້າ​ຈະ​ເວົ້າ​ລັດ​ເອົາ​ກໍ​ສາມາດເວົ້າ​ໄດ້​ວ່າ ມີ​ນ້ຳ​ບ່ອນໃດ​ກໍ​ມີ​ປາ​ບ່ອນນັ້ນ

ປາ​ມີ​ຂະໜາດ ຮູບ​ຮ່າງ ສັນ​ຖານ ​ທີ່​ແຕກ​ຕ່າງ​ກັນ​ຫລວງຫລາຍ ສາເຫດ​ທີ່​ປາ​ມີ​ຈຳນວນ​ຫລວງຫລາຍ​ເພະ​ຄວາມ​ສາມາດ​ວາງ​ໄຂ່​ຂອງ​ປາ​ນັ້ນ​ເອງ ຄື ປາ​ຕົວ​ໜຶ່ງ​ມີ​ຄວາມ​ສາມາດ​ໃນ​ການ​ວາງ​ໄຂ່​ໃນ​ແຕ່​ລະ​ເທື່ອ​ຕັ້ງ​ແຕ່​ຫລາຍ​ແສນ​ໜ່ວຍ​ໄປ​ເຖິງ​ຫລາຍ​ພັນ​ລ້ານ​ໜ່ວຍ ແຕ່​ເນື່ອງ​ຈາກ​ໄພ​ຈາກ​ສັດ​ອື່ນໆ​ຮອບ​ໂຕ ໄຂ່​ປາ​ຈະ​ຖືກ​ທຳລາຍ​ໄປ​ເທື່ອ​ລະ​ຫລາຍ​ໆ ຈຶ່ງ​ເຮັດໃຫ້​ຈຳນວນ​ທີ່ລ​ອດ​ມາ​ມີ​ຢູ່​ເປັນ​ຈຳນວນ​ໜ້ອຍ ແມ່ນ​ປາ​ຈະ​ມີ​ຫລວງຫລາຍ​ຫລາຍ​ໝື່ນ​ຊະນິດ ແຕ່​ຖ້າ​ແບ່ງ​ເປັນ​ພວກ​ແລ້ວ ກໍ​ແບ່ງ​ໄດ້​ເປັນ 2 ພວກ​ໃຫຍ່​ໆ ຄື ປາ​ນ້ຳ​ຈືດ​ ແລະ​ປາ​ນ້ຳ​ເຄັມ

ເມື່ອ​ທຽບ​ກັບ​ຊີ້ນ​ງົວ ໝູ ແລະ​ ໄກ່​ແລ້ວ ປາ​ຈະ​ມີ​ປະລິມານ​ໂປ​ຕີນ​ທີ່​ສູງ​ກວ່າ ແລະ​ມະນຸດ​ສາມາດ​ດູດ​ຊຶມ​ໄດ້​ເຖິງ 96% ຊີ້ນປາ​ມີ​ສ່ວນ​ປະກອບ​ທາງ​ເຄ​ມີ​ໃກ້​ຄຽງ​ກັບ​ຊີ້ນຂອງ​ມະນຸດ​ຫລາຍ ຊີ້ນ​ປາ​ມີ​ກົດ​ອະ​ມິ​ໂນ​ທີ່​ຈຳ​ເປັນ​ຕໍ່​ຮ່າງກາຍ​ເປັນ​ຈຳນວນ​ຫລວງຫລາຍ ນອກ​ຈາກ​ນີ້​ ຍັງມີ​ແຄ​ຊຽມ ແລະ​ ຟອດ​ຟໍ​ລັດ​ຫລາຍກວ່າ​ຊີ້ນສັດ​ຊະນິດ​ອື່ນ ໂດຍ​ສະເພາະ​ໃນ​ປາ​ທະ​ເລ​ ຈະ​ມີ​ໄອ​ໂອ​ດີນ ຊີ້ນປາ​ຍັງມີ​ວິ​ຕາ​ມິນ A, B1, B12 ແລະ D ນໍາອີກ​

ໃນ​ອາຫານ​ຈຳ​ພວກ​ຊີ້ນ ຊີ້ນ​ປາ​ເປັນ​ໂປ​ຕີນ​ທີ່​ຍ່ອຍ​ງ່າຍ​ທີ່​ສຸດ ຫລັງ​ຈາກ​ປຸງ​ແລ້ວ​ຈະ​ສູນ​ເສຍ​ນ້ຳ​ໄປ 10-30% ເມື່ອ​ທຽບ​ກັບ​ຊີ້ນ​ສັດ​ຊະນິດ​ອື່ນ​ແລ້ວ​ຈະ​ໜ້ອຍ​ກວ່າ​ຫລາຍ (ປະ​ມານ 50%) ດັ່ງ​ນັ້ນ​ຊີ້ນ​ປາ​ຈຶ່ງ​ເໝາະສົມ​ສຳລັບ​ເປັນ​ອາຫານ​ຂອງ​ຜູ້​ປ່ວຍ ຄົນ​ເຖົ້າ ຫລື​ເດັກນ້ອຍ

ໂດຍ​ທົ່ວ​ໄປ​ຊີ້ນ​ສັດ​ອື່ນໆ ຈະ​ມີ​ໄຂ​ມັນ​ສັດ ແລະ ​ຄໍ​ເລດ​ເຕີ​ລໍ​ຫລາຍ ຖ້າ​ກິນ​ຊີ້ນ​ສັດ​ຫລາຍ​ຈະ​ເຮັດໃຫ້​ເກີດ​ພະຍາດ​ທີ່​ກ່ຽວກັບ​ຫົວ​ໃຈ​ ແລະ ​ຫລອດ​ເລືອດ​ໄດ້​ງ່າຍ ເຊັ່ນ ຫລອດ​ເລືອດ​ແຂງ​ໂຕ ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ຕີບ ເປັນ​ຕົ້ນ

ຄົນ ​ເອດ​ກິ​ໂມ ​ນັ້ນ ມີ​ຊີວິດ​ຢູ່ໃນ​ແຖວ​ອາ​ກາດ​ໜາວ​ເຢັນ​ມີ​ນ້ຳ​ແຂງ​ປົກ​ຄຸມ​ຕະຫລອດ​ປີ ຕັ້ງ​ແຕ່​ບັນພະບຸລຸດ​ຈົນ​ເຖິງ​ປະຈຸບັນ ຄົນ ເອດ​ກິ​ໂມ ​ກິນ​ປາ​ເປັນ​ອາຫານ​ຫລັກ ຜົນ​ການ​ສຳ​ຫລວດ​ທາງ​ວິທະຍາ​ສາດ ພົບ​ວ່າ ຄົນ ເອດ​ກິ​ໂມ ​ເປັນ​ຊົນຊາດ​ທີ່​ເປັນ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ຕີບ ແລະ ​ເບົາ​ຫວານ​ໜ້ອຍ​ທີ່ສຸດ ນັກ​ວິທະຍາ​ສາດ​ເຊື່ອ​ວ່າ ​ທີ່​ເປັນ​ເຊັ່ນ​ນີ້ ເພາະ​ຜົນ​ຈາກ​ການ​ກິນ​ຊີ້ນ​ປາ​ນັ້ນ​ເອງ ນອກ​ຈາກ​ນີ້​ຍັງມີ​ລາຍ​ງານ​ຈາກ​ຈີນ ແລະ ​ຍີ່​ປຸ່ນ​ໃນ​ທຳນອງ​ດຽວ​ກັນ​ນີ້​ຄື ຊາວ​ປະ​ມົງ​ທີ່​ກິນ​ປາ​ເປັນ​ປະຈຳ​ມາ​ຫລາຍ​ຊົ່ວ​ອາ​ຍຸ​ຄົນ​ຈະ​ເປັນ​ພະຍາດ​ຫລອດ​ເລືອດ​ຫົວ​ໃຈ​ຕີບ​ໃນ​ອັດຕາ​ຕ່ຳ

ເປັນຫຍັງ​ຊີ້ນ​ປາ​ຈຶ່ງ​ແຕກ​ຕ່າງ​​ຈາກ​ຊີ້ນ​ສັດ​ອື່ນ

ການສຶກສາ​ວິ​ໄຈ​ພົບ​ວ່າ ເປັນ​ຜົນ​ເນື່ອງ​ມາ​ຈາກ​ໄຂ​ມັນ​ໃນ​ສັດ​ອື່ນ​ສ່ວນ​ຫລາຍ​ເປັນ​ໄຂ​ມັນ​ອິ່ມ​ຕົວ (Saturated fat) ແລະ​ ກົດ​ໄຂ​ມັນ (fatty acid) ເປັນ​ເຫດ​ຄື​ເຮັດໃຫ້​ຫລອດ​ເລືອດ​ແຂງ​ໂຕ ດັ່ງ​ນັ້ນ ການ​ກິນ​ເນື້ອ​ສັດ​ເປັນ​ປະຈຳ​ຈະ​ເຮັດໃຫ້​ເກີດ​ພະຍາດ​ຫົວ​ໃຈ​ ໂຄ​ໂລ​ນາ​ລີ​ໄດ້​ງ່າຍ ແຕ່​ໃນ​ຊີ້ນ​ປາ ​ມີ​ກົດ​ໄຂ​ມັນ​ທີ່​ບໍ່​ອິ່ມ​ໂຕ (Unsaturated fat) ຫລາຍ​ຊະນິດ​ຫລາຍກວ່າ 80% ກົດ​ໄຂ​ມັນ​ທີ່​ບໍ່​ອິ່ມ​ໂຕ​ເຫລົ່າ​ນີ້​ສາມາດຫ​ລຸດ​ ຄໍ​ເລດ​ເຕີ​ລໍ​ໄດ້ ດັ່ງ​ນັ້ນ ຈຶ່ງ​ບໍ່​ເຮັດໃຫ້​ເກີດ​ພະຍາດ​ຫົວ​ໃຈ ​ໂຄ​ໂລ​ນາ​ລີ

ຕັ້ງ​ແຕ່​ບູຮານ​ ​ປາ​ໄດ້​ຖືກ​ນຳ​ມາ​ໃຊ້​ເປັນ​ອາຫານ​ ແລະ ​ຢາ ນ້ຳ​ມັນ​ຕັບ​ປາ​ນັ້ນ​ສະ​ກັດ​ມາ​ຈາກ​ຕັບ​ຂອງ​ປາ ໃນ​ນ້ຳ​ມັນ​ຕັບ​ປາ​ມີ​ວິ​ຕາ​ມິນ A ແລະ D ເປັນ​ຈຳນວນຫລວງ​ຫລາຍ

ນອກ​ຈາກ​ນີ້​ໃນ​ນ້ຳ​ມັນ​ຕັບ​ປາ​ຍັງມີ​ວິ​ຕາ​ມິນ B1, B2 ແລະ B12 ນໍາອີກ​ ປາ​ບາງ​ຊະນິດ​ສາມາດ​ນຳ​ມາ​ເປັນ​ວັດ​ຖຸ​ດິບ​ໃນ​ການເຮັດ ​ອິນ​ຊູ​ລິນ ຊຶ່ງ​ເປັນ​ຢາ​ທີ່​ສຳຄັນ​ໃນ​ການ​ປິ່ນປົວພະຍາດ​ເບົາ​ຫວານ

ຂໍ້​ຄວນ​ລະ​ວັງ
ໃນ​ການ​ກິນ​ຊີ້ນ​ປາ ພະຍາດ​ໃນ​ປາ​ນ້ຳ​ຈືດ​ມັກ​ພົບ​ຢູ່​ສະເໝີ ດັ່ງ​ນັ້ນ​ໃນ​ການ​ປຸງ​ຈະ​ຕ້ອງ​ປຸງ​ໃຫ້​ສຸກ​ກ່ອນ​ຈຶ່ງ​ຈະ​ກິນ​ສະເໝີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...