spot_img
Homeນານາສາລະ6 ອາການ​ເຕືອນ​ໄພ​ຈາກ​ປ່ອງຢ້ຽມທີ່​ຄວນ​ແກ້​ໄຂ​!

6 ອາການ​ເຕືອນ​ໄພ​ຈາກ​ປ່ອງຢ້ຽມທີ່​ຄວນ​ແກ້​ໄຂ​!

Published on

z_1

ເຮືອນ ທຸກ​ເຮືອນ​ຕ້ອງ​ມີ​ປ່ອງຢ້ຽມເພື່ອ​ຮັບ​ລົມ ຮັບ​ແສງ ລວມ​ໄປ​ເຖິງ​ການ​ຖ່າຍ​ເທ​ອາ​ກາດ​ພາຍ​ໃນ​​ເຮືອນ ເມື່ອ​ປ່ອງຢ້ຽມສຳຄັນ​ແບບນີ້​ແລ້ວ ເຮົາ​ລອງ​ມາ​ສັງເກດ​ລັກສະນະປ່ອງຢ້ຽມ​ໃນ​ເຮືອນ​ກັນ​ດີກວ່າ ວ່າ​ມີ​ອາການ​ແປກໆ ຫຍັງ​ເກີດ​ຂຶ້ນ​ ເພາະ​ອາການ​ເຫລົ່າ​ນັ້ນ​ທີ່ເກິດຂື້ນ​ກັບ​ປ່ອງຢ້ຽມ​ຂອງ​ເຈົ້າ ຈະ​ສາມາດ​ບົ່ງ​ບອກ​ໄດ້​ວ່າ​ມີ​ບັນຫາ​ຫຍັງ​​ທີ່ເກິດຂື້ນແລ້ວ​ເຮົາ​ຮີບ​ມາ​ຮັບ​ມື​ກັບ​ການ​ປົວແປງ ​ຫລື​ ແກ້​ບັນຫາ​ກັນ​ໂດຍ​ດ່ວນ
1. ຢົດ​ນ້ຳ​ທີ່​ຂອບ ​ຫລື​ ຕາມ​ມຸມ​ແກ້ວ​ຂອງ​ປ່ອງຢ້ຽມ
         ລັກສະນະ​ນີ້​ສະແດງ​ວ່າ​ໃນ​ເຮືອນ​ມີ​ການ​ລະບາຍ​ອາ​ກາດ​ທີ່​ບໍ່​ພຽງ​ພໍ ມີ​ຄວາມ​ຊຸ່ມຊື່ນ​ສູງ​ຂໍ້​ນີ້​ເປັນ​ການ​ສະແດງ​ເຖິງ​ຄວາມ​ຊຸ່ມຊື່ນ​ພາຍ​ໃນ​ເຮືອນ​ເທົ່າ​ນັ້ນ ແກ້ວ​ບໍ່​ໄດ້​ມີ​ບັນຫາ​ຫຍັງ​ເທົ່າໃດ​ແຕ່​ບັນຫາ​ທີ່​ຕາມ​ມາ​ນັ້ນ​ຄື ເຊື້ອ​ລາຊວນ​ໜ້າ​ຂົນ​ລຸກເຮົາ​ຄວນ​ຈະ​ລຸດ​ການ​ເກີດ​ເຊື້ອ​ລາ ​ແລະ ​ສ້າງ​ສົມ​ດຸນ​ໃຫ້​ກັບ​ຄວາມຊຸ່ມ​ຊື່ນ​ໃນ​ເຮືອນ ພຽງ​ແຕ່ເປີດ​ເຄື່ອງ​ລຸດ​ຄວາມ​ຊຸ່ມຊື່ນ ເປີດ​ພັດ​ລົມ​ລະບາຍ​ອາ​ກາດ​ໃນ​ຫ້ອງ​ນ້ຳ ແລະ ​ເປີດ​ປະຕູ​ຖິ້ມ​ໄວ້ 15 ນາ​ທີ​ຕໍ່​ມື້ ເພື່ອ​ຖ່າຍ​ເທ​ອາ​ກາດ​ແລະ ​ຄວາມ​ຊຸ່ມຊື່ນ​ອອກ​ໄປ
2. ຢົດ​ນ້ຳ​ລະຫວ່າງ​ບານ​ປ່ອງຢ້ຽມ

      ການ​ມີ​ຢົດ​ນ້ຳ​ເກີດ​ຂຶ້ນ​ລະຫວ່າງ​ບານ​ປ່ອງຢ້ຽມເປັນ​ສັນ​ຍານ​ບົ່ງ​ບອກ​ເຖິງ​ຄວາມ​ຊຸມຊື່ນ​ຢ່າງ​ຮຸນແຮງ ເຈົ້າ​ຈຶ່ງ​ຄວນ​ທີ່​ຈະ​ເປີດ​ປ່ອງຢ້ຽມເພື່ອ​ໃຫ້​ອາ​ກາດ​ໃນ​ເຮືອນ​ຖ່າຍ​ເທ​ອອກ​ໄປ​ນຳ ຍິ່ງ​ໂດຍ​ສະເພາະ​ເຮືອນ​ທີ່​ເປີດ​ແອເປັນ​ປະຈຳ ຈົນ​ເຮັດໃຫ້​ມີ​ຄວາມ​ຊຸ່ມຊື່ນ​ສະ​ສົມ ຈົນ​ອາດ​ເຮັດໃຫ້​ເຟີນິເຈີ​ໄມ້​ເກີດ​ອາການ​ໂພງ
3. ຢົດ​ນ້ຳ​ສູນກາງ​ແກ້ວ​ປ່ອງຢ້ຽມ​ທາງດ້ານ​ໃນ
         ສະແດງ​ໃຫ້​ເຫັນ​ວ່າ​ມີ​ກ໊າ​ຊ​ອາກອນ​ຮົ່ວ​ໄຫລ ກ໊າ​ຊ​ນີ້​ບໍ່​ໄດ້​ມາ​ຈາກ​ຖັງ​ແກສ໌​ ສະ​ນັ້ນ​ຢ່າ​ຟ້າວຕົກ​ໃຈ ແຕ່​ມັນ​ຖືກ​ປ່ອຍ​ອອກ​ມາ​ຈາກ​ໂລ​ຫະ​ທີ່​ເຊື່ອມຕໍ່ຂອບ​ປ່ອງຢ້ຽມ ຂໍ້​ນີ້​ເປັນ​ບັນຫາ​ທີ່ເກິດຂື້ນ​ກັບ​ບານ​ປ່ອງຢ້ຽມໂດຍ​ກົງ ແລະ ​ເປັນ​ສາ​ເຫດ​ເຮັດໃຫ້​ແກ້ວເຢັນ​ຕົວ​ໃນ​ໜ້າ​ໜາວ ກ໊າ​ຊ​ອາ​ກອນ​ປຽບສະເໝືອນໜວນ​ກັນ​ຄວາມ​ຮ້ອນ ທາງ​ແກ້​ທີ່​ດີ​ທີ່ສຸດ​ຄືຕ້ອງ​ປ່ຽນ​ແກ້ວ​ໃໝ່
4. ປ່ອງຢ້ຽມ​ທີ່​ເປີດປິດ​ຍາກ
         ຂໍ້​ນີ້​ບົ່ງ​ບອກ​ໄດ້​ວ່າ​ເກີດ​ຈາກ​ໄມ້​ໂພງ ໂດຍ​ມີ​ຄວາມ​ຊຸ່ມຊື່ນ​ເປັນ​ໂຕ​ທີ່​ເຮັດໃຫ້​ໄມ້​ຂອບ​ປ່ອງຢ້ຽມຂະຫຍາຍ​ຕົວ​ຂຶ້ນ ແລະ​ ເກີດ​ບັນຫາ​ປ່ອງຢ້ຽມ​ຝືດ​ເປີດປິດ​ລຳ​ບາກ ວິທີ​ປ້ອງ​ກັນ​ນັ້ນ​ງ່າຍ​ພຽງແຕ່​ຄ່ອຍ​ໆ ເປີດ​ ແລະ ​ປິດ ຢ່າ​ປ່ອຍ​ໃຫ້​ເຮືອນ​ມີ​ຄວາມ​ຊຸ່ມຊື່ນ ໂດຍ​ຄວນ​ເປີດ​ໃຫ້​ອາ​ກາດ​ຖ່າຍ​ເທ ມີ​ລົມ​ພັດ​ເຂົ້າ​ເຮືອນ​ນຳ
5. ບານ​ພັບ​ປ່ອງຢ້ຽມ​ຝືດ
         ເປັນ​ການ​ເກີດ​ສັນ​ຍານ​ທີ່​ເຮັດໃຫ້​ຮູ້​ວ່າ ຄວນ​ເຮັດ​ຄວາມ​ສະ​ອາດ​ ຫລື​ ປ່ຽນ​ບັນ​ພັບ​ໄດ້​ແລ້ວ ຊຶ່ງ​ເຮົາ​ຄວນ​ເບິ່ງແຍງ​ປ່ອງຢ້ຽມ​ຊະນິດ​ນີ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ເພາະ​ມັນ​ມີ​ກົນ​ໄກ​ເປີດປິດ​ດ້ວຍ​ມື​ຂອງ​ເຮົາ​ເອງ ວິທີ​ເຮັດ​ຄວາມ​ສະ​ອາດ​ບໍ່​ຫຍຸ້ງຍາກ​ຢ່າງ​ທີ່​ຄິດ ພຽງແຕ່​ນຳ​ນ້ຳ​ມັນ​​ຫລໍ່​ລື່ນ​ແບບ​ແຫ້ງ ມາ​ຫຍອດໃສ່ບັນພັບ​ ​ແລະ ​ວົງ​ກົບ​ຂອງ​ປ່ອງຢ້ຽມ ບໍ່​ຄວນ​ໃຊ້​ນ້ຳ​ມັນ​​ຫລໍ່​ລື່ນ​ຊະນິດ​ບໍ່​ແຫ້ງ ເພາະ​ມັນ​ຈະ​ດູດ​ເອົາ​ຝຸ່ນ​ມາ​ເກາະ​ຍິ່ງ​ເຮັດໃຫ້​ເປີດປິດ​ຍາກ​ເຂົ້າໄປ​ອີກ
6. ນ້ຳ​ທີ່​ຮົ່ວ​ຊຶມ​ອ້ອມຮອບ ແກ້ວ​ປ່ອງຢ້ຽມ
         ຄຳ​ຕອບ​ຂອງ​ບັນຫາ​ນີ້​ງ່າຍ​ໜ້ອຍ​ດຽວ​ຄື ປ່ອງຢ້ຽມ​ປິດ​ບໍ່​ແໜ້ນ ເວລາ​ທີ່​ຝົນ​ຕົກ​ນ້ຳ​ກໍ​ຈະ​ໄຫລ​ເຂົ້າ​ມາ​ຕາມ​ຮ່ອງ​ປ່ອງຢ້ຽມ ແລະ ​ລົມ​ຈະ​ພັດ​ນ້ຳ​ເຂົ້າ​ມາ​ພາຍ​ໃນ ດັ່ງ​ນັ້ນ​ຄວນ​ປິດ​ປ່ອງຢ້ຽມ​ໃຫ້​ແໜ້ນ ແຕ່​ຖ້າ​ປິດແໜ້ນ​ແລ້ວ​ ຍັງມີ​ນ້ຳ​ຮົ່ວ​ເຂົ້າ​ມາ​ຈາກ​ດ້ານ​ເທິງ​ອີກ​ນັ້ນ​ກໍ​ໝາຍ​ຄວາມ​ວ່າ ເກີດ​ບັນຫາ​ການ​ຮົ່ວ​ຊຶມ​ຢູ່​ຫລັງ​ຄາ​ແລ້ວ
ຂໍ້​ສັງເກດ​ເຫລົ່າ​ນີ້​ສາມາດ​ຊີ້​ໃຫ້​ເຫັນ​ເຖິງ​ບັນຫາ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ກັບ​ປ່ອງຢ້ຽມ ຫລື ​ບັນຫາ​ພາຍ​ໃນ​ເຮືອນ​ໄດ້ ດັ່ງ​ນັ້ນ​ລອງ​ຫັນ​ກັບ​ໄປ​ສຳ​ລວດ​ປ່ອງຢ້ຽມ​ທີ່​ເຮືອນ​ເບິ່ງ​ວ່າ​ມີ​ສັນ​ຍານ​ນີ້​ເກີດ​ຂຶ້ນ​ບໍ່ ຖ້າ​ມີ​ໃຫ້​ຮີບ​ເຮັດ​ຕາມ​ຄຳ​ແນະ​ນຳ​ໂດຍ​ດ່ວນ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...