Homeຂ່າວຕ່າງປະເທດກຸ່ມໂບໂກຮາຣາມ ບຸກລັກພາຕົວເດັກນ້ອຍ ແລະ ຊາວໜຸ່ມເພດຊາຍກ່ວາ 40 ຄົນ ຢູ່ໄນຈີເຣຍ

ກຸ່ມໂບໂກຮາຣາມ ບຸກລັກພາຕົວເດັກນ້ອຍ ແລະ ຊາວໜຸ່ມເພດຊາຍກ່ວາ 40 ຄົນ ຢູ່ໄນຈີເຣຍ

Published on

589756-01

 

ກຸ່ມກໍ່ການຮ້າຍໂບໂກຮາຣາມ ບຸກໂຈມຕີບ້ານແຫ່ງໜຶ່ງ ທາງພາກຕາເວັນຕົກສຽງເໜືອຂອງໄນຈີເຣຍ ແລະ ລັກພາຕົວ

ກຸ່ມເດັກນ້ອຍ ພ້ອມຊາວໜຸ່ມຊາຍໄປກ່ວາ 40 ຄົນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ມັງກອນຜ່ານມານີ້ວ່າ ກຸ່ມກໍ່ການຮ້າຍໂບໂກຮາຣາມ ໄດ້ບຸກເຂົ້າໂຈມຕີບ້ານ

ແລະ ລັກພາຕົວເດັກນ້ອຍຊາຍ ພ້ອມດ້ວຍຊາວໜຸ່ມເພດຊາຍ ອາຍຸລະຫວ່າງ 10-23 ປີ ປະມານ 40 ຄົນ ມຸ່ງໜ້າໄປຍັງປ່າ

ແຊມບິຊາ ຫ່າງອອກຈາກບ້ານດັ່ງກ່າວໄປປະມານ 20 ກິໂລແມັດ ໃກ້ກັບເມືອງກະວໍຊາ ທີ່ກຸ່ມໂບໂກຮາຣາມຍຶດຄອງຢູ່ໃນ

ປັດຈຸບັນ ໂດຍຄາດວ່າຕົວປະກັນເຫລົ່ານີ້ ຖືກຈັບກຸມໄປເພື່ອເຝິກເປັນກອງກຳລັງກໍ່ການຮ້າຍ ເສີມກຳລັງຄົນໃຫ້ແກ່ກຸ່ມ

ຕົນເອງ, ແນວໃດກໍຕາມ ກອງທັບໄນຈີເຣຍ ຍັງບໍ່ອອກມາໃຫ້ຄວາມເຫັນຕໍ່ເລື່ອງດັ່ງກ່າວນີ້ເທື່ອ.

 

ຕະຫລອດໄລຍະ 5 ປີຜ່ານມານີ້ ກຸ່ມໂບໂກຮາຣາມ ໄດ້ກໍ່ເຫດຄວາມບໍ່ສະຫງົບໃນປະເທດໄນຈີເຣຍ ເຮັດໃຫ້ມີຜູ້ເສຍຊີວິດ

ໄປແລ້ວກ່ວາ 13,000​ ຄົນ ແລະ ໃນຂະນະດຽວກັນ ກໍມີອີກນັບຮ້ອຍຄົນ ຖືກລັກພາຕົວໄປອີກດ້ວຍ.

 

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...