Homeຂ່າວການພັດທະນາໃຊ້​ເກືອບ 400 ຕື້ ສ້າງ​ທາງ​ຊຳ​ໃຕ້-ທ່າ​ເຫຼົ້າ

ໃຊ້​ເກືອບ 400 ຕື້ ສ້າງ​ທາງ​ຊຳ​ໃຕ້-ທ່າ​ເຫຼົ້າ

Published on

2ac610dc4f722d4a491c7a5d4d986bea

 

ເສັ້ນ­ທາງ​ຊຳ​ໃຕ້-ທ່າ​ເຫຼົ້າ ເປັນເສັ້ນ­ທາງ​ຫຼວງ​ຂອງ​ເມືອງ​ຊຳ​ໃຕ້ ແຂວງຫົວ­ພັນທີ່​ນອນ​ຢູ່​ໃນ​ແຜນ​ພັດ­ທະ­ນາເສດ­ຖະ­ກິດ

-ສັງ­ຄົມ ເພື່ອ​ເປັນ​ການ​ພັດ ທະ​ນາ​ພື້ນ­ຖານ​ໂຄງ​ລ່າງ​ສ້າງ​ເງື່ອນ­ໄຂ ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ​ໄປມາ​ຂອງ​ປະ­ຊາ

­ຊົນ​ເປັນ­ຕົ້ນ​ແມ່ນ​ ຂົນ­ສົ່ງ ສິນ­ຄ້າ​ທັງ​ພາຍ​ໃນ ແລະ ອອກ​ສູ່​ປະ­ເທດໃກ້​ຄຽງ​ສະ­ນັ້ນ ລັດ­ຖະ­ບານ​ຈິ່ງ​ຈົກ​ເງິນເກືອບ 400 ຕື້

ສ້າງ​ເສັ້ນ­ທາງ​ດັ່ງ­ກ່າວ.

 

ພິ­ທີ​ເຊັນ​ສັນ­ຍາ​ໂຄງ­ການ​ກໍ່­ສ້າງທາງ​ຊຳ​ໃຕ້-ທ່າ​ເຫຼົ້າ ລະ­ຫວ່າງ​ກົມ​ຂົວທາງ​ກັບ​ບໍ­ລິ­ສັດ​ທີ່​ປຶກ­ສາ​ໄດ້​ຈັດ​ຂຶ້ນ ໃນວັນ​ທີ 27 ທັນ

­ວາ​ຜ່ານ​ມາ ໂດຍ​ການຮ່ວມ​ລົງ​ນາມ​ຂອງ​ທ່ານ ເລົາ​ຄຳ ສົມເພັດ ຫົວ­ໜ້າ​ກົມ​ຂົວ​ທາງ ແລະ ທ່ານ ແສງ​ທະ­ວີ​ໃສ ມາ­ລີ​ວັນ

ອຳ­ນວຍ​ການ​ທີ່​ປຶກ­ສາ​ລັດ​ວິ​ສາ​ຫະ​ກິດ​ວິ​ສາ​ວະ​ກຳ​ຄົມ­ມະ­ນາ­ຄົມ ( LTEC ) ກັບທ່ານ ຫວຽນ ມິນ​ຖັງ ຮອງ​ຜູ້­ອຳ­ນວຍ­ການ

ບໍ­ລິ­ສັດສຳ​ຫຼວດ​ອອກ​ແບບ ( TEDI ) ແລະ ເຊັນ​ສັນ­ຍາ​ລະ­ຫວ່າງ​ກົມ​ຂົວ​ທາງກັບ​ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ກໍ່­ສ້າງທ່ານ ສົມ​ຫວັງ

ວົງ​ວິ­ໄລ ຜູ້­ອຳ­ນວຍ­ການບໍ­ລິ­ສັດຈິດ​ຈະ­ເລີນ​ກໍ່ສ້າງ ຈຳ­ກັດ ຊຶ່ງ​ພາຍ​ໃຕ້​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ດຣ. ບຸນ​ຈັນ ສິນ​ທະ​ວົງ

ລັດ­ຖະ­ມົນ­ຕີວ່າ­ການ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນສົ່ງ, ທ່ານ ດຣ. ຈັນ​ແສງ ພິມ​ມະ​ວົງ ຮອງເຈົ້າ­ແຂວງໆ​ຫົວ­ພັນ ພ້ອມ

​ດ້ວຍ​ຜູ້​ຕາງໜ້າ​ຈາກ​ບັນ­ດາ​ກະ­ຊວງ, ຂະ­ແໜງ­ການ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

 

ທ່ານ ເລົາ​ຄຳ ສົມ​ເພັດ ຫົວ­ໜ້າ​ກົມ​ຂົວທາງ​ກະ­ຊວງ​ໂຍ­ທາ​ທິ​ການ ແລະ ຂົນ ສົ່ງ(ຍທຂ) ກ່າວ​ວ່າ: ເສັ້ນ­ທາງ​ຊຳ​ໃຕ້-ທ່າ​ເຫຼົ້າ

​ເປັນ​ເສັ້ນ­ທາງ​ຫຼວງ​ຂອງ​ແຂວງຫົວ­ພັນ ເລກ​ທີ 3206 ເລີ່ມ​ຕົ້ນ​ຈາກ​ເທສະ​ບານ​ເມືອງ​ຊຳ​ໃຕ້​ຫາ​ບ້ານ​ທ່າ​ເຫຼົ້າ ເມືອງ​ຊຳ​ໃຕ້

ແຂວງ​ຫົວ­ພັນຕິດ​ຈອດ​ກັບຊາຍ​ແດນ​ລາວ-ຫວຽດ­ນາມ​ຫຼັກ​ໝາຍຊາຍ​ແດນ​ເລກ​ທີ 353 ຕິດ​ກັບ​ບ້ານ​ແຄ້ວ ເມືອງ

​ເທືອງ​ເຊິນ ແຂວງ​ແທັງ​ຮວາ ສສ ຫວຽດ­ນາມ ເສັ້ນ­ທາງ​ດັ່ງ­ກ່າວ​ໄດ້​ຜ່ານ 19 ໝູ່​ບ້ານ​ມີ 929 ຄອບ­ຄົວ​ພົນ​ລະເມືອງ​ທັງ

​ໝົດ 5.733 ຄົນ ພາຍ­ຫຼັງ​ສຳ­ເລັດ​ການ​ເຊັນ​ສັນ­ຍາເງິນ​ກູ້​ລະ­ຫວ່າງ​ກະ­ຊວງ​ການ​ເງິນ​ຂອງລາວ ກັບ​ທະ­ນາ­ຄານ ເພື່ອ​ການ​

ລົງ­ທຶນ ແລະ ພັດ­ທະ­ນາ​ແຫ່ງ ສສ ຫວຽດ­ນາມໃນ​ວັນ​ທີ 20 ມິ­ຖຸ­ນາ 2014, ກົມ​ຂົວ ທາງ​ໄດ້​ວ່າ​ຈ້າງ​ບໍ­ລິ­ສັດ​ທີ່​ປຶກ­ສາ LTEC

ຮ່ວມ​ກັບ TEDI ດຳ­ເນີນ​ການ​ສຳ​ຫຼວດ ແລະ ອອກ​ແບບ ໂດຍ​ຍົກ​ລະ­ດັບ​ໃຫ້​ເປັນເສັ້ນ­ທາງ​ຊັ້ນ IV ເຂດ​ພູ​ດອຍ, ປູ­ຢາງ

2 ຊັ້ນ ຍາວ 67 ກິ­ໂລ­ແມັດ, ໜ້າ​ທາງ​ກວ້າງ 7 ແມັດ, ຂົວ 7 ແຫ່ງ​ຍາວ 373 ແມັດ, ພ້ອມ​ດ້ວຍ​ອາ­ຄານ​ດ່ານ​ນ້ອຍ​ຢູ່​ບ້ານ

​ທ່າ​ເຫຼົ້າ.

 

ເພື່ອ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ໃນ​ຂັ້ນຕໍ່​ໄປກົມ​ຂົວ​ທາງ​ກະ­ຊວງ ຍທຂ ຈະ​ໄດ້ວ່າ​ຈ້າງ​ບໍ­ລິ­ສັດ ທີ່​ປຶກ­ສາ LTEC ຮ່ວມກັບ​ບໍ

­ລິ­ສັດ​ທີ່​ປຶກ­ສາ TEDI ຈາກ ສສ ຫວຽດ­ນາມ​ເປັນ​ທີ່​ປຶກ­ສາ​ໂຄງ­ການ​ສຳລັບ​ຄວບ​ຄຸມ​ການ​ກໍ່­ສ້າງມູນ​ຄ່າ 13,45 ຕື້​ກວ່າ​

ກີບ ຫຼື ປະ­ມານ 1,68 ລ້ານ​ກວ່າ ໂດ​ລາ​ສະ­ຫະ­ລັດ ແລະ ຈະ​ໄດ້​ວ່າ​ຈ້າງ​ບໍລິ​ສັດ​ຈິດ​ຈະ­ເລີນ​ກໍ່­ສ້າງ ຈຳ­ກັດ ເປັນ​ຜູ້ຮັບ​ເໝົາ​ກໍ່­

ສ້າງ​ດ້ວຍ​ມູນ​ຄ່າ 396 ຕື້​ກວ່າໃນ​ກຳ­ນົດ​ການ​ກໍ່­ສ້າງ​ທັງ​ໝົດ 36 ເດືອນ ໂດຍ​ຈະ​ເລີ່ມ​ກໍ່­ສ້າງ​ໃນ​ເດືອນມັງ­ກອນ 2015

ແລະ ຄາດ​ຄະ­ເນ​ຈະ​ໃຫ້ສຳ­ເລັດ​ໃນ​ປີ 2018.

 

ແຫລ່ງຂ່າວ: ເສດຖະກິດ -​ ສັງຄົມ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...