Homeສຸຂະພາບ ແລະ ສີ່ງແວດລ້ອມໄຂ້​ທັບ​ລະ​ດູ ໄພ​ງຽບ​ຂອງ​ຜູ້ຍິງ

ໄຂ້​ທັບ​ລະ​ດູ ໄພ​ງຽບ​ຂອງ​ຜູ້ຍິງ

Published on

stomach-600x399

            ພາ​ວະ​ໄຂ້​ທັບ​ລະດູ ຄື​ອາການ​ເປັນ​ໄຂ້​ລະຫວ່າງ​ມີ​ປະຈຳ​ເດືອນ​ ເມື່ອ​ໄດ້ຍິນ​ຊື່​ຂອງ​ພະຍາດ​ແລ້ວ​ຜູ້ຍິງ​ສ່ວນ​ໃຫຍ່​ ​ຄິດ​ເຖິງ​ພຽງ​ແຕ່​ວ່າ​ເປັນ ພະຍາດ​ທີ່​ມີ​ອາການ​ປ່ວຍເປັນ​ໄຂ້ ບໍ່​ສະບາຍ​ໃນ​ໄລຍະ​ເວລາ​ຂອງ​ການ​ມີ ປະຈຳ​ເດືອນ ບາງ​ຄົນ​ພຽງແຕ່ກິນ​ຢາ​ແກ້​ປວດ ​ລຸດ​ໄຂ້​ທຳມະດາ​ກໍ​ເຊົາ ແຕ່​ໃນ​ຂະນະ​ທີ່ ບາງ​ຄົນ​ກິນ​ຢາ​ແລ້ວ​ອາການ​ຊ້ຳພັດ​ບໍ່​ດີ​ຂຶ້ນ ດັ່ງ​ນັ້ນ​ສາວໆ ຄວນ​ຮູ້​ວິທີ​ເບິ່ງແຍງ​ ແລະ ​ຮັບ​ມື​ຫາກຫລີກ​ລ້ຽງ​ອາການ​ປ່ວຍ​ນີ້​ບໍ່​ໄດ້

ໄຂ້​ທັບ​ລະດູ ຈະ​ເປັນ​ໃນ​ລະຫວ່າງ​ທີ່​ມີ​ລະ​ດູ​ໄດ້ເ​ຄິງ​ມື້ ໜຶ່ງ​ມື້ ຫລື​ ສອງ​ມື້ ມັກ​ຈະ​ມີ​ອາການ​ປວດ​ຫົວ ໂຕຮ້ອນ ໄຂ້​ສູງ ໜາວ​ສັ່ນ ປວດ​ທ້ອງ​ນ້ອຍ ຕົກ​ຂາວ​ອອກ​ເປັນ​ໜອງມີ​ກິ່ນ​ເໝັນ ອາດ​ມີ​ອາການ​ປວດ​ຫລັງ ປວດຮາກ ອາດ​ມີ​ປະຈຳ​ເດືອນ​ອອກ​ຫລາຍ ແລະ​ມີ​ກິ່ນ​ເໝັນ ໝໍ​ຈະ​ກວດ​ພິຈາລະນາ​ພະຍາດ​ຈາກ​ອາການ​ໄຂ້​ສູງ​ ແລະ​ ​ເຈັບ​ຫລາຍ ບໍລິເວນ​ທ້ອງ​ນ້ອຍ​ຂ້າງ​ດຽວ ​ຫລື ​ທັງ 2 ຂ້າງ ບາງເທື່ອ​ມີ​ອາການ​ຈືດ ​ຫລື​ ພາ​ວະ​ຊັອກ​ຮ່ວມ​ນຳ ໝໍ​ຈະ​ຫາ​ສາ​ເຫດ​ດ້ວຍ​ການ​ກວດ​ເລືອດ ກວດ​ຍ່ຽວ​ເພື່ອ​ຫາ​ເຊື້ອ​ ຫລື​ ອາດ​ມີ​ການ​ກວດ ເອັກໂກ້​ຮ່ວມ​ນຳ

ໄຂ້​ທັບ​ລະ​ດູ ອາດ​ເກີດ​ຈາກ​ສາ​ເຫດ​ອື່ນ​ກໍ​ໄດ້​ໂດຍ​ທີ່​ບໍ່​ມີ​ສາ​ເຫດ​ກ່ຽວ​ຂ້ອງ​ກັບ​ປະຈຳ​ເດືອນ​ກໍ​ໄດ້ ເຊັ່ນ ໄຂ້​ຫວັດ ໄຂ້​ຫວັດ​ໃຫຍ່ ໄຂ້​ເລືອດ​ອອກ ເປັນ​ຕົ້ນ ແຕ່​ມາ​ເປັນ​ໃນ​ຈັງ​ຫວະ​ເວລາ ດຽວ​ກັບ​ໄລຍະທີ່​ມີ​ປະຈຳ​ເດືອນ​ກໍ​ໄດ້ ໄຂ້​ທັບ​ລະ​ດູ​ສາມາດ ແບ່ງ​ອອກ​ໄດ້ ເປັນ 2 ແບບ ຄື

–   ໄຂ້​ທັບ​ລະ​ດູ ທີ່​ບໍ່​ມີ​ສະພາ​ວະ​ອື່ນ​ແອບ​ແຝງ ໂດຍ​ຈະ​ມີ​ອາການ​ຄ້າຍ​ເປັນ​ໄຂ້​ຫວັດ​ພາຍ​ຫລັງ​ກິນ​ຢາ​ແກ້ ປວດ​ລຸດ​ໄຂ້​ກໍ​ຫາຍ​ໄດ້ສາວໆ ຈຶ່ງ​ບໍ່​ຕ້ອງ​ກັງ​ວົນ​ກ່ຽວກັບ​ເລື່ອງ​ນີ້​ເປັນ​ເລື່ອງ​ທຳມະຊາດ​ຂອງ ຜູ້ຍິງ​ທີ່ເກິດຂື້ນ​ລະຫວ່າງ​ມີ​ປະຈຳ​ເດືອນເ​ຊິ່ງ​ບາງເທື່ອ​ອາດ​ມີ​ອາການ​ອ່ອນ​ເພຍ ຫລື​ ປວດ​ປະຈຳ​ເດືອນ​ຮ່ວມ​ນຳ

–   ໄຂ້​ທັບ​ລະດູ ທີ່​ມີ​ສະພາ​ວະ​ພະຍາດ​ແອບ​ແຝງ ຈະມີ​ອາການ​ໄຂ້​ຂຶ້ນສູງ​ໜາວ​ສັ່ນ ປວດ​ຫລັງ ປວດຮາກ ແລະ ​ປວດ​ທ້ອງ​ນ້ອຍ ມີຕົກ​ຂາວ​ປົນ​ໜອງ​ອອກ​ມາ​ລະຫວ່າງ​ມີ​ປະຈຳ​ເດືອນ ເຊິ່ງ​ບາງເທື່ອ​ປະຈຳ​ເດືອນ​ອາດ​ມີ​ຫລາຍ​ຜິດ​ປົກກະຕິ​ ແລະ ​ມີ​ກິ່ນ​ເໝັນ ຫາກ​ມີ​ອາການ​ຮຸນແຮງ​ຫລາຍ​ຂຶ້ນ​ໃນ​ທຸກ​ໆ ຮອບ​ເດືອນ

ເນື່ອງ​ຈາກ​ຂະນະ​ມີ​ປະຈຳ​ເດືອນ​ຮ່າງກາຍ​ມີ​ການ​ປ່ຽນ​ແປງ​ຂອງ​ຮອລ໌​ໂມນ​ເພດ​ຍິງ ເຊັ່ນ ເອດ​ໂຕຼເຈນ ແລະ ໂປ​ເຈດ​ເຕີ​ໂລນ ຄວາມ​ປ່ຽນ​ແປງ​ທີ່ເກິດຂື້ນ​ນີ້​ເຮັດໃຫ້​ລະບົບ​ຮ່າງກາຍ​ເສຍ​ສົມ​ດຸນ​ມີ​ພູ​ມຕ້ານ​ທານ​ລຸດ​ນ້ອຍ​ລົງ​ຈຶ່ງ​ມີ​ໂອ​ກາດ​ທີ່​ຈະ​ເກີດ​ການ​ຕິດ​ເຊື້ອ​ງ່າຍ​ກວ່າ​ປົກກະຕິ ອີກ​ທັງ​ມີ​ໂອ​ກາດ​ຕິດ​ເຊື້ອ​ໃນ​ມົດລູກ ແລະ ​ປີກ​ມົດລູກ​ໄດ້​ຫລາຍກວ່າ​ປົກກະຕິ​ອີກ​

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...