spot_img
Homeຂ່າວການພັດທະນາປ່າ​ສະ­ຫງວນ​ນ້ຳ​ແອດ​ພູ​ເລີຍ ຄວ້າ​ລາ­ງວັນ​ດີ­ເດັ່ນ​ການ­ທ່ອງ­ທ່ຽວ​ໂລກ

ປ່າ​ສະ­ຫງວນ​ນ້ຳ​ແອດ​ພູ​ເລີຍ ຄວ້າ​ລາ­ງວັນ​ດີ­ເດັ່ນ​ການ­ທ່ອງ­ທ່ຽວ​ໂລກ

Published on

25c64b8234a4f6a2de8e936caa8d97a7

 

ເປັນ​ປີ​ທີ 2 ຕິດ­ຕໍ່​ກັນ​ທີ່​ແຂວງຫົວ­ພັນ ໄດ້​ລາ­ງວັນ​ລະ­ດັບ​ໂລກ​ດ້ານການ­ທ່ອງ­ທ່ຽວ ຍ້ອນ​ສະ­ເໜ​ຄວາມ​ງົດງາມ​ທາງ

​ທຳ​ມະ​ຊາດ​ຂອງ​ປ່າ​ສະ­ຫງວນ ລຽບ​ນ້ຳ​ເນີນ​ແດນ​ແຫ່ງ​ການ​ຜະ­ຈົນ​ໄພເປັນ​ຕົວ​ຊ່ວຍ.

 

ສະ­ນັ້ນ ໃນ​ແລງ​ວັນ​ທີ 23 ທັນ­ວາ 2014 ນີ້, ທີ່​ຫໍ​ວັດ­ທະ­ນະ­ທຳ ແຂວງຫົວ­ພັນ ຈິ່ງ​ໄດ້​ຈັດ​ພິ­ທີ​ສະ­ຫຼອງ​ຂັນ​ລາງວັນ​ດີ­ເດັ່ນ

​ລະ­ດັບ​ໂລກ​ດ້ານ​ການ​ ທ່ອງທ່ຽວ​ທີ່​ມີ​ຄວາມ​ຮັບ­ຜິດ­ຊອບ​ຕໍ່​ສິ່ງ​ແວດລ້ອມ​ທຳ​ມະ​ຊາດ ແລະ ສັງ­ຄົມ (ແຫຼ່ງ ທ່ອງ​ທ່ຽວ​

ທຳ​ມະ​ຊາດ​ນ້ຳ​ເນີນ ເມືອງຫົວ​ເມືອງ) 2 ປີ​ຊ້ອນ​ຄື: ວັນ​ທີ 6 ພະ­ຈິກ 2013 ແລະ ວັນ​ທີ 5 ພະ­ຈິກ 2014 ໃນຫົວ­ຂໍ້: ແຫຼ່ງ​

ທ່ອງ​ທ່ຽວ​ຊົມ​ສັດ­ປ່າ​ກາງຄືນ​ລ່ອງ​ນ້ຳ​ເນີນທີ່​ສູນ​ທ່ອງ​ທ່ຽວ​ໂລກ​ ທີ່ນະ­ຄອນ­ຫຼວງ​ລອນ​ດອນ ປະ­ເທດ​ອັງ­ກິດ.

 

ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ຄຳຮຸ່ງ ເຮືອງ​ວົງ​ສີ ເຈົ້າ­ແຂວງໆ​ຫົວ­ພັນ, ມີ​ບັນ­ດາ​ຫົວ­ໜ້າ-ຮອງ​ຫົວ­ໜ້າ​ພະ​ແນກການ​

ທີ່​ກ່ຽວ­ຂ້ອງ​ອ້ອມ​ຂ້າງ​ແຂວງ, ຄະນະ​ກອງ​ບັນ­ຊາ​ການ ປກສ, ປກຊ, ເຈົ້າເມືອງ​ທີ່​ມາ​ຈາກ 5 ເມືອງ​ຄື: ເມືອງ​ຮ້ຽມ,

ເມືອງ​ຊ່ອນ, ເມືອງ​ຫົວ​ເມືອງ, ເມືອງຊຳ​ເໜືອ ແລະ ເມືອງ​ແອດ ແລະ ມີ​ເຈົ້າເມືອງ​ທີ່​ມາ​ຈາກ​ເມືອງ​ວຽງ​ຄຳ ເມືອງ

ໂພນ​ໄຊ ແຂວງ​ຫຼວງ​ພະ​ບາງ ແລະ ນາຍບ້ານ​ອ້ອມ​ຂ້າງ​ເຂດ​ປ່າ​ສະ­ຫງວນ​ຈຳນວນ 14 ບ້ານ​ເຂົ້າ​ຮ່ວມ​ນຳ.

 

ໃນ​ພິ­ທີ ທ່ານ ເຮືອງ​ສີ ແກ້ວ​ພົມ­ມາ ຮອງ​ຫົວ­ໜ້າ​ພະ​ແນກ​ຊັບ­ພະ­ຍາ­ກອນທຳ​ມະ​ຊາດ ແລະ ສິ່ງ­ແວ­ດລ້ອມ​ແຂວງ ໄດ້

​ຜ່ານ​ບົດ​ສະ­ເໜີກ່ຽວ​ກັບ​ການ​ຄຸ້ມ​ຄອງ​ປ່າ​ສະ­ຫງວນແຫ່ງ​ຊາດ​ນ້ຳ​ແອດ​ພູ​ ເລີຍ ຊຶ່ງ​ເຂດ​ປ່າ​ສະ­ຫງວນ​ດັ່ງ­ກ່າວ​ເປັນ​ປ່າ

​ສະ­ຫງວນ​ແຫ່ງ​ຊາດ​ແຫ່ງ​ທີ 1 ທີ່​ນອນ​ໃນ  24 ເຂດ​ຂອງ​ປ່າ​ສະ­ຫງວນ​ແຫ່ງ​ຊາດ​ໃນ ສປປ ລາວ​ໄດ້​ຖືກ​ສ້າງ­ຕັ້ງ​ຂື້ນ​ໃນ

​ວັນ​ທີ 29 ຕຸ­ລາ 1993 ມີ​ເນື້ອ­ທີ່​ທັງ​ໝົດ 420. 000 ເຮັກ­ຕາ, ກວມ​ເອົາ​ເນື້ອ­ທີ່ 3 ແຂວງ 9 ເມືອງ​ຄື: ແຂວງ​ຫົວ­ພັນ​

ກວມ​ເອົາ 5 ເມືອງ​ຄື: ເມືອງ​ແອດ, ເມືອງ​ຊຳ​ເໜືອ, ເມືອງ​ຫົວ​ເມືອງ, ເມືອງ​ຮ້ຽມ ແລະ ເມືອງ​ຊ່ອນ, ແຂວງ​ຫຼວງ​ພະ​

ບາງ​ກວມເອົາ 3 ເມືອງ​ຄື: ເມືອງ​ວຽງ​ຄຳ, ເມືອງໂພນ​ໄຊ ແລະ ເມືອງ​ໂພນ​ທອງ, ແຂວງ ຊຽງ​ຂວາງ​ກວມ​ເອົາ 1 ເມືອງ

​ຄື: ເມືອງພູ​ກູດ.

 

ໃນ​ນີ້ ​ແບ່ງ​ອອກ​ເປັນ 3 ເຂດ​ຄື: ເຂດ​ຫວງ​ຫ້າມ​ເດັດ­ຂາດ, ເຂດ​ເຊື່ອມ​ຕໍ່ມີ​ເນື້ອ­ທີ່ 300.000 ເຮັກ­ຕາ ແລະ ເຂດຄຸ້ມ​

ຄອງ​ນຳ​ໃຊ້​ມີ 120.000 ເຮັກ­ຕາ.

 

ປ່າ​ສະ­ຫງວນ​ນ້ຳ​ແອດ-ພູ​ເລີຍ​ໄດ້ ກາຍ­ເປັນ​ທີ່​ຍອມ­ຮັບ​ຈາກ​ສາ­ກົນ​ວ່າ ເປັນ​ປ່າ​ສະ­ຫງວນ​ທີ່​ອຸ­ດົມ­ສົມ­ບູນ​ໄປ ດ້ວຍ​ຊີ

­ວະ​ນາໆພັນ​ເປັນ​ເຮືອນ​ຮັງ​ຂອງຊະ­ນິດ​ພັນ​ສັດ­ປ່າ ແລະ ຊັບ­ພະ­ຍາ­ກອນປ່າ­ໄມ້​ທີ່​ມີ​ຄວາມ​ສຳ­ຄັນ​ຕໍ່​ວົງ​ຄະ­ນາຍາດ​ໃນ​

ຂົງ­ເຂດ​ພາກ​ ພື້ນ ແລະ ໃນ​ໂລກ, ຍັງ​ເປັນ​ແຫຼ່ງ​ຍອດ­ນ້ຳ​ທີ່​ສຳ­ຄັນ​ຂອງບັນ­ດາ​ເມືອງ​ກໍ​ຄື​ແຂວງ​ທີ່​ມີ ເຂດ​ແດນຕິດ​

ຈອດ​ກັນສິ່ງ​ສຳ­ຄັນ​ທີ່​ສຸດ​ເປັນ​ປ່າແຫ່ງ​ດຽວ​ໃນ ສປປ ລາວ ແລະ ເປັນ​ຜືນປ່າ​ແຫ່ງ​ສຸດ​ທ້າຍ​ໃນ​ປະ­ເທດ​ອິນ­ດູ­ຈີນ​ທີ່

​ໄດ້​ຢັ້ງ­ຢືນ​ວ່າ​ມີ​ ເສືອ­ໂຄ່ງ​ທີ່​ສາ­ມາດ​ຂະຫຍາຍ​ພັນ​ຕາມ​ທຳ​ມະ​ຊາດ​ໄດ້​ພ້ອມ​ທັງ​ເປັນ​ບ່ອນ​ ຂະ­ຫຍາຍ​ພັນ​ສັດ​ຊະ­ນິດ

​ອື່ນໆ, ເປັນ​ບ່ອນ​ສຶກ​ສາ​ຄົ້ນ­ຄວ້າ ແລະ ຮອງ​ຮັບຕໍ່​ການ​ຫຼຸດ­ຜ່ອນ​ການ​ປ່ຽນ­ແປງ​ດິນ​ຟ້າອາ­ກາດ.

 

ອີກ​ດ້ານ​ໜຶ່ງ​ປ່າ​ສະ­ຫງວນ​ແຫ່ງ​ຊາດນ້ຳ​ແອດ-ພູ​ເລີຍ​ຍັງ​ມີ​ທ່າ­ແຮງ​ໃນ​ການ​ ພັດ­ທະ­ນາ​ແຫຼ່ງ​ທ່ອງ​ທ່ຽວ​ແບບ​ທຳ​ມະ

ຊາດ ຊຶ່ງ​ເປັນ​ແຫຼ່ງ​ລາຍ​ຮັບ​ອັນໜຶ່ງ​ເພື່ອປັບ­ປຸງ​ຊີ­ວິດ​ການ​ເປັນ​ຢູ່​ຂອງ​ ປະ­ຊາ­ຊົນທ້ອງ­ຖິ່ນ​ໃຫ້​ດີ​ຂຶ້ນ.

 

ໂອ­ກາດ​ນີ້ ທ່ານ​ຮອງ​ຫົວ­ໜ້າ​ພະ​ແນກຊັບ­ພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງແວດ​ລ້ອມ​ແຂວງ​ຍັງ​ໄດ້​ຮຽກ­ຮ້ອງ​ມາ ຍັງ

​ອົງ​ການ­ຈັດ­ຕັ້ງ​ຕ່າງໆ​ທັງ​ພາກ​ລັດ ແລະ ເອ­ກະ​ຊົນ, ອຳ­ນາດ​ການ​ປົກ­ຄອງທ້ອງ­ຖິ່ນ​ພາຍ​ໃນ​ແຂວງ, ເມືອງ​ທີ່​ກ່ຽວຂ້ອງ

ແລະ ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ໃນສັງ­ຄົມ​ຈົ່ງ​ເປັນ​ເຈົ້າ​ການ​ໃນ​ການ​ຮ່ວມມື ແລະ ສະ­ໜັບ­ສະ­ໜູນ​ຊ່ວຍ­ເຫຼືອ​ແກ່ການ​ຄຸ້ມ​

ຄອງ​ປ່າ​ສະ­ຫງວນ​ແຫ່ງ​ຊາດນ້ຳ​ແອດ-ພູ​ ເລີຍ​ໃຫ້​ກາຍ­ເປັນ​ປ່າ​ສະຫງວນ​ຕົວ​ແບບ​ໃນ​ປະ­ເທດ ແລະ ພາກພື້ນ ພ້ອມ

​ກັນ​ນັ້ນ ກໍ​ໃຫ້­ການ​ຊຸກ­ຍູ້​ສົ່ງເສີມ​ໂຄ­ສະ­ນາ​ການ​ອະ­ນຸ­ລັກ​ຊັບ​ພະ­ຍາກອນ​ທຳ​ມະ​ ຊາດ ແລະ ຊີ­ວະ​ນາໆພັນ​ໃຫ້​ສັງ­ຄົມ​ມີ

​ຄວາມ​ເຂົ້າ­ໃຈ​ຫຼາຍ​ຂຶ້ນ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...