Homeຂ່າວພາຍ​ໃນລັດ­ຖະ­ບານ​ສະ­ເໜີ​ລົບ​ລ້າງ​ພາ­ສີ​ປະ­ຈຳ​ເຂດ

ລັດ­ຖະ­ບານ​ສະ­ເໜີ​ລົບ​ລ້າງ​ພາ­ສີ​ປະ­ຈຳ​ເຂດ

Published on

a2937abc3b7d3b1152e5855a6b7f284e

 

ລັດ­ຖະ­ບານ​ສະ­ເໜີ​ລົບ​ລ້າງ​ພາ­ສີປະ­ຈຳ​ເຂດ​ຢູ່​ທ້ອງ­ຖິ່ນ​ທີ່​ມີ​ຢູ່​ປະ­ຈຸ ​ບັນ ໃຫ້ຍັງ​ເຫຼືອ​ພຽງ​ແຕ່​ດ່ານ​ພາ­ສີ​ຊາຍ​ແດນ​ທີ່ຂຶ້ນ​

ໂດຍ​ກົງ​ກັບ​ກົມ​ພາ­ສີ​ ກະ­ຊວງ​ການເງິນ ທັງ​ນີ້ ກໍ​ເພື່ອ​ເປັນ​ການ​ກະ­ກຽມ​ເຂົ້າປະ­ຊາ​ຄົມ​ເສດ­ຖະ­ກິດ​ອາ​ຊຽນ ແນ­ໃສ່​ອຳ

ນວຍ​ຄວາມ​ສະ­ດວກ​ດ້ານ​ການ​ຄ້າ, ການນຳ​ເຂົ້າ-ສົ່ງ​ອອກ​ສິນ­ຄ້າ ແລະ ການ​ສົ່ງຜ່ານ​ແດນ​ໃຫ້​ສອດ­ຄ່ອງ​ກັບ​ຫຼັກ­ການ

​ຄຸ້ມ​ຄອງ​ລວມ​ສູນ​ດ້ານ​ ງົບ­ປະ­ມານ​ທີ່​ເປັນ​ເອ­ກະ​ພາບ​ແຕ່​ສູນ​ກາງ​ຮອດ​ທ້ອງ​ຖີ່ນ ຂະນະ​ທີ່​ການ​ສະ­ເໜີ​ປັບ­ປຸງ​ດັ່ງ­ກ່າວ

​ຖືກ​ເຫັນດີ​ຮັບ­ຮອງ​ຈາກ​ບັນ­ດາ​ ສະ­ມາ­ຊິກ​ສະ­ພາແຫ່ງ​ຊາດ​ແລ້ວ.

 

ເຊົ້າ​ວັນ​ທີ 24 ທັນ­ວາ 2014 ທ່ານ ດຣ. ລຽນ ທິ​ແກ້ວ ລັດ­ຖະ­ມົນ­ຕີ​ວ່າ­ການກະ­ຊວງ​ການ​ເງິນ​ໄດ້​ນຳ​ຮ່າງ​ກົດ­ໝາຍ ວ່າ​

ດ້ວຍ​ພາ­ສີ​ສະ­ບັບ​ປັບ­ປຸງ​ສະ­ເໜີ​ຕໍ່ກອງ​ປະ­ຊຸມ​ສະ­ພາ ເພື່ອ​ໃຫ້​ບັນ­ດາ​ຕົວແທນ​ປະ­ຊາ­ຊົນ ຫຼື ສສຊ ແຕ່​ລະ​ເຂດ ເລືອກ

​ຕັ້ງ​ທີ່​ເຂົ້າ​ຮ່ວມ ໄດ້​ສຸມ​ໃສ່​ປະ­ກອບ ຄວາມ​ຄິດ​ຄວາມ​ເຫັນ ໃສ່​ໃຫ້​ມີ​ເນື້ອ​ໃນ​ຄວາມ ໝາຍ​ຄົບ​ຖ້ວນ, ຮັດ ກຸມ ແລະ

ແທດ­ເໝາະ ກັບ​ສະ­ພາບ​ການ​ພັດ ທະ​ນາ​ເສດ­ຖະ­ກິດ-ສັງ­ຄົມ​ໃນ​ປະ­ຈຸ​ບັນ.

 

ກົດ­ໝາຍ ​ວ່າ​ດ້ວຍພາ­ສີ​ສະ­ບັບ​ປະ­ຈຸ​ບັນ ແມ່ນ​ໄດ້​ປະ­ກາດ​ໃຊ້ໃນ​ປີ 2011 ປະ­ກອບມີ​ທັງ​ໝົດ 17 ພາກ, 21 ໝວດ, 122

ມາດຕາ ແລະ ເນື້ອ​ໃນ​ທີ່​ນຳ​ມາ​ປັບ­ປຸງ​ໃນ​ຄັ້ງນີ້​ປະ­ກອບ​ມີ 11 ມາດ­ຕາ ຊຶ່ງ​ໃນ​ນັ້ນ​ໄດ້ມີ​ການ​ຮ່າງ​ເນື້ອ​ໃນ​ເພີ່ມ​ເຂົ້າ​ໃໝ່

2 ມາດ ຕາ ໂດຍ​ສະ­ເໜີ​ຂໍ​ດັດ­ແປງ​ໂຄງ​ປະ­ກອບ ການ­ຈັດ­ຕັ້ງ​ຄຸ້ມ​ຄອງ​ບໍ­ລິ­ຫານ​ລັດ​ຖະ ການ​ພາ­ສີ​ຈາກ 3 ຂັ້ນ​ໃຫ້​ເຫຼືອ​

ພຽງ 2 ຂັ້ນຄື: ກົມ​ພາ­ສີ ແລະ ດ່ານ​ພາ­ສີ​ຊາຍ​ແດນ.

 

ທັງ​ນີ້ ໄດ້​ລົບ​ລ້າງ​ພາ­ສີ​ປະ­ຈຳ​ເຂດ​ທີ່ແມ່ນ​ການ­ຈັດ­ຕັ້ງ​ຂອງ​ກະ­ຊວງ​ຢູ່​ ທ້ອງຖິ່ນ​ແລ້ວ​ເອົາ​ສິດ, ໜ້າ­ທີ່ສ່ວນ​ໜຶ່ງ​ມາ​ໃຫ້​

ກົມ ແລະ ເພີ່ມ​ສ່ວນ​ໃດ​ໜຶ່ງ​ໃຫ້​ດ່ານ​ພາ­ສີ​ຊາຍ​ແດນ​ຈັດ​ຕັ້ງ​ປະ­ຕິ­ບັດ ພ້ອມ​ກັນ​ນັ້ນ ​ກໍ​ໄດ້​ກຳ­ນົດ​ອົງ­ການ​ຄຸ້ມຄອງ​

ວຽກ​ງານ​ພາ­ສີ​ລະ­ຫວ່າງ​ກະ­ຊວງ​ການ​ເງິນ​ ກັບ​ອົງ­ການ​ປົກ­ຄອງ​ທ້ອງ­ຖິ່ນໃຫ້​ແຈ້ງ​ຕື່ມ​ຕະ­ຫຼອດ​ຮອດ​ມາດ​ຕະ­ການ,

ຮູບ​ການ​ທາງ​ວິ­ໄນ​ຕໍ່​ພະ­ນັກ­ງານ, ລັດ​ຖະ ກອນ, ເຈົ້າ​ໜ້າ­ທີ່​ພາ­ສີ​ທີ່​ເຮັດ​ວຽກ​ຢູ່​ໃນລັດ​ຖະ​ການ​ພາ­ສີ​ໃຫ້​ຈະ­ແຈ້ງ ແລະ

ເຂັ້ມ ງວດ​ຂຶ້ນ​ຕື່ມ.

 

ໂດຍ​ການ​ປັບ­ປຸງ​ກົດ­ໝາຍ​ພາ­ສີ​ເທື່ອນີ້​ທ່ານ​ລັດ­ຖະ­ມົນ­ຕີ​ລະ­ບຸ​ວ່າ: ແມ່ນ​ເພື່ອແນ­ໃສ່​ສ້າງ​ສິ່ງ​ເອື້ອ​ອຳ­ນວຍ​ຄວາມ​ສະ

ດວກ​ທາງ​ດ້ານ​ການ​ຄ້າ, ການ​ນຳ​ເຂົ້າ-ສົ່ງ​ອອກ, ການ​ສົ່ງ​ຜ່ານ​ແດນ​ໃນ​ການປະ­ຕິ­ບັດ​ພັນ­ທະ​ຕໍ່​ປະ­ຊາ​ຄົມ​ເສດ­ຖະ­ກິດ

ອາ​ຊຽນ ຫຼື AEC ໃນ​ປີ 2015 ທີ່​ຈະ​ມາເຖິງ​ນີ້​ພ້ອມ​ດຽວ​ກັນ​ນັ້ນ​ກໍ​ເປັນ​ການ​ສ້າງ​ເງື່ອນ­ໄຂ​ໃຫ້​ ກະ­ຊວງ​ການ​ເງິນ​ປະ­ສານ

ສົມ­ທົບ​ການ​ຈັດ​ວາງ​ຊັບ­ຊ້ອນ​ໝຸນ​ວຽນ ພະ­ນັກ­ງານ​ພາ­ສີ​ໃຫ້​ທັນ​ຕາມ​ເວ­ລາ ເພື່ອ​ຮັບ­ປະ­ກັນ​ຄວາມ​ເປັນ​ເຈົ້າ​ການ​

ຂອງ​ລັດ­ຖະ­ບານ​ໃນ​ການ​ຈັດ​ສັນ​ ງົບ­ປະ­ມານ​ຢ່າງ​ຍຸ­ຕິ​ທຳ ແລະ ສົມ​ເຫດ​ສົມ​ຜົນ.

 

ຂະ­ນະ​ທີ່​ໃນ​ຕອນ​ທ່ຽງ​ຂອງ​ມື້​ດຽວກັນ​ຮ່າງ​ກົດ­ຫມາຍ ​ວ່າ​ດ້ວຍ​ພາ­ສີ​ສະ­ບັບປັບ­ປຸງ​ໃໝ່​ກໍ​ໄດ້​ຮັບ​ການ​ເຫັນ​ດີ​ຮັບ­ຮອງ​

ດ້ວຍ​ ສຽງ​ສ່ວນ​ຫຼາຍ​ຈາກ​ບັນ­ດາ​ສະ​ມາຊິກ​ສະ­ພາ​ແຫ່ງ​ຊາດ.

 

ສຳ­ລັບ​ພາ­ສີ​ປະ­ຈຳ​ເຂດ​ທີ່​ມີ​ຢູ່​ປະ­ຈຸບັນ​ປະ­ກອບ​ມີ​ທັງ​ໝົດ 5 ເຂດ​ຄື: ພາ­ສີ​ປະຈຳ​ເຂດ I ມີ​ແຂວງ​ຫຼວງ​ນ້ຳ​ທາ, ບໍ່​ແກ້ວ,

ຜົ້ງ​ສາ­ລີ, ອຸ­ດົມ​ໄຊ; ເຂດ II ຫຼວງ​ພະ​ບາງ, ຫົວ­ພັນ, ຊຽງ​ຂວາງ, ໄຊ​ຍະ​ບູ​ລີ; ເຂດ III ສະ­ຫວັນ​ນະ​ເຂດ, ຄຳ​ມ່ວນ ແລະ

ແຂວງ​ບໍ​ລິ​ຄຳ​ໄຊ; ເຂດ IV ແຂວງ​ຈຳ­ປາສັກ, ສາ­ລະ​ວັນ, ເຊ​ກອງ, ອັດ​ຕະ​ປື ສ່ວນພາ­ສີ​ປະ­ຈຳ​ເຂດ V ມີ​ນະ­ຄອນ­ຫຼວງ

ແລະ ແຂວງ​ວຽງ​ຈັນ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...