spot_img
Homeຂ່າວຕ່າງປະເທດໝໍເຖື່ອນກຳປູເຈຍ ຖືກຂໍ້ຫາໜັກຫລາຍກະໂທງ ຫລັງເຮັດໃຫ້ຄົນເຈັບ ຕິດເຊື້ອ HIV ນັບຮ້ອຍຄົນ!

ໝໍເຖື່ອນກຳປູເຈຍ ຖືກຂໍ້ຫາໜັກຫລາຍກະໂທງ ຫລັງເຮັດໃຫ້ຄົນເຈັບ ຕິດເຊື້ອ HIV ນັບຮ້ອຍຄົນ!

Published on

EyWwB5WU57MYnKOuFNDAcPTfpHFNtgWZJct0cR0WXeNuqo2aASJd2q

 

ໝໍເຖື່ອນຄົນໜຶ່ງໃນປະເທດກຳປູເຈຍ ຖືກຕັ້ງຂໍ້ຫາໜັກ 3 ກະໂທງ ຫລັງຈາກເຮັດໃຫ້ເຊື້ອເອດແຜ່ກະຈາຍ ມີຜູ້ຕິດ

ເຊື້ອຫລາຍກ່ວາ 100 ຄົນ ໃນບ້ານໂຣກາ ແຂວງພະຕະບອງ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ທັນວານີ້ວ່າ ສານປະຈຳແຂວງພະຕະບອງ ໄດ້ຕັ້ງຂໍ້ຫາແຜ່ກະຈາຍເຊື້ອ

HIV, ຂໍ້ຫາຄາຕະກຳຢ່າງທາລຸນ ແລະ ຂໍ້ຫາລະເມີດຈະລິຍະທຳທາງການແພດ ແກ່ທ່ານໝໍ ເຍມ ຊະຣິນ ເຊິ່ງເປັນໝໍ

ທີ່ບໍ່ມີໃບອະນຸຍາດປະກອບວິຊາຊີບ ອາຍຸ 55 ປີ ໃນບ້ານໂຣກາ ຫລັງຈາກທີ່ເຂົາໄດ້ເຮັດໃຫ້ຊາວບ້ານຫລາຍກ່ວາ 100

ຄົນ ລວມເຖິງເດັກນ້ອຍ 6 ປີ ຕິດເຊື້ອເອດ.

 

ໃນລະຫວ່າງການສືບສວນຂອງເຈົ້າໜ້າທີ່ ທ່ານ ເຍມ ຊະຣິນ ໄດ້ຍອມຮັບວ່າ ຕົນເອງໄດ້ໃຊ້ເຂັມສັກຢາເຫລັ້ມເກົ່າກັບ

ຄົນເຈັບ 2​ ຫລື 3 ຄົນ, ກ່ອນທີ່ຈະປ່ຽນໄປໃຊ້ອັນໃໝ່ ໃນຂະນະທີ່ ທ່ານ ເຮັງ ລຸຍ ຮອງໄອຍະການປະຈຳແຂວງພະຕະ

ບອງ ໄດ້ບອກຕໍ່ຜູ້ສື່ຂ່າວຕ່າງປະເທດວ່າ ທ່ານໝໍເຖື່ອນຜູ້ນີ້ ຈະໄດ້ຮັບໂທດຈຳຄຸກຕະຫລອດຊີວິດ ຫາກຖືກຕັດສິນ

ວ່າມີຄວາມຜິດແທ້ຈິງ ແລະ ທ່ານຍັງໄດ້ກ່າວອີກວ່າ ຄົນເຈັບຈຳນວນໜຶ່ງທີ່ເຄີຍເຂົ້າປິ່ນປົວກັບທ່ານໝໍຜູ້ນີ້ ບາງຄົນ

ແມ່ນໄດ້ເສຍຊີວິດໄປແລ້ວກໍມີ.

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...