Homeຂ່າວພາຍ​ໃນລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

Published on

ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3 ໄປຄູ່ຂະໜານກັບການສົ່ງເສີມວິຊາຊີບ ແລະ ປັບປຸງປ່ຽນແປງໂຄງສ້າງຫຼັກສູດ ທັງ 12 ຊັ້ນຮຽນ ເຊິ່ງມີລາຍດຽດດັ່ງນີ້:

– ຊັ້ນປະຖົມສຶກສາ ປໍ 1 ຫາ ປໍ 6 ເພີ່ມຂຶ້ນມາ 1 ປີ (ຈາກເດີມມີຮອດ ປໍ 5).

– ຊັ້ນມັດທະຍົມສຶກສາຕອນຕົ້ນ ມໍ.1 ຫາ ມໍ.3 ຫຼຸດລົງ 1 ປີ (ຈາກເດີມມີຮອດ ມໍ 4).

– ຊັ້ນມັດທະຍົມສຶກສາຕອນປາຍ ມໍ.4 ຫາ ມໍ.6 ຄືເກົ່າ ມີ 3 ປີ).

ຄຽງຄູ່ກັນນັ້ນ, ໄດ້ມີການພັດທະນາປຶ້ມແບບຮຽນ, ຄູ່ມືຄູ ຕາມທິດທັນສະໄໝ; ນອກຈາກນີ້, ຍັງໄດ້ມີການປະຕິຮູບສະຖາບັນການສ້າງຄູ ໂດຍຍຸບໂຮມເຂົ້າກັນ ແລະ ສ້າງເປັນມະຫາວິທະຍາໄລສ້າງຄູແຫ່ງຊາດ ແລະ ກະກຽມສ້າງຕັ້ງມະຫາວິທະຍາໄລມິດຕະພາບລາວ-ຫວຽດນາມ ແລະ ໂຮງຮຽນມິດຕະພາບລາວ-ຣັດເຊຍ; ໄດ້ແກ້ໄຂບັນຫາຄູອາສາສະໝັກ ສໍາເລັດໂດຍພື້ນຖານ ດ້ວຍການບັນຈຸໂກຕາຫຼັກສູດເຂົ້າໃນຕຳແໜ່ງລັດຖະກອນ ແລະ ບັນຈຸໂກຕາທົດແທນຕາມຈຳນວນທີ່ສູນເສຍ.

ຜ່ານການຈັດສອບເສັງນັກຮຽນເກັ່ງ ແລະ ສອບເສັງຈົບຊັ້ນ ມ.4 ແລະ ມ.7 ທົ່ວປະເທດ, ໃນ 6 ເດືອນຕົ້ນປີ ເຫັນວ່າຕົວຊີ້ບອກຂອງຂະແໜງສຶກສາ ແລະ ກິລາ ຊຶ່ງມີທັງໝົດ 13 ຕົວຊີ້ບອກ ສາມາດບັນລຸຄາດໝາຍ ແລະ ມີຄວາມຄືບໜ້າດີ 4 ຕົວຊີ້ບອກ ຄື: ອັດຕາເຂົ້າ ໃໝ່ສຸດທິຊັ້ນ ປ.1 ໃນຊັ້ນປະຖົມສຶກສາ, ອັດຕາເຂົ້າຮຽນລວມ ຊັ້ນມັດທະຍົມຕອນຕົ້ນ ແລະ ອັດຕາເລື່ອນຊັ້ນຂອງນັກຮຽນຈົບ ປ.5 ຂຶ້ນ ມ.1 ເພີ່ມຂຶ້ນ, ອັດຕາປະລະຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນຫຼຸດລົງ, ແຕ່ກໍຍັງມີ 3 ຕົວຊີ້ບອກ ທີ່ບໍ່ສາມາດບັນລຸໄດ້ ສາເຫດຍ້ອນສະພາບຄວາມຍາກລຳບາກດ້ານເສດຖະກິດ-ການເງິນ, ໄພເງິນເຟີ້ ແລະ ບັນຫາສະພາບແວດລ້ອມອື່ນໆ ແລະ ມີ 6 ຕົວຊີ້ບອກທີ່ກຳລັງປະຕິບັດ ແລະ ຄາດວ່າຈະຖອນຄືນໝໍ້ໃນທ້າຍໄຕມາດທີ 3.

ນອກນັ້ນ, ດ້ານວຽກງານກິລາ ໄດ້ສົ່ງເສີມການຝຶກແອບ ແລະ ສົ່ງຕົວແທນນັກກິລາ ເຂົ້າຮ່ວມແຂ່ງຂັນກິລາໃນພາກພື້ນ-ສາກົນ ສາມາດຍາດໄດ້ຫຼຽນປະເພດຕ່າງໆ ໂດຍສະເພາະແມ່ນນັກກິລາບານເຕະຮຸ່ນເຍົາວະຊົນ.

ເພື່ອສືບຕໍ່ພັດທະນາຂົງເຂດດັ່ງກ່າວ, ລັດຖະບານໄດ້ກຳນົດທິດທາງຈຸດສຸມທີ່ຕ້ອງເລັ່ງຈັດຕັ້ງປະຕິບັດ ຄື:

-ສືບຕໍ່ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອປັບປຸງລະບົບການສຶກສາສາມັນ 6+3+3 ໃຫ້ສຳເລັດທັນນໍາໃຊ້ໃນສົກປີ 2028-2029.

-ສືບຕໍ່ແກ້ໄຂບັນຫາການຂາດແຄນຄູ ແລະ ການປະລະການຮຽນ ແລະ ສົ່ງເສີມວຽກງານກິລາ, ການຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມເຂັ້ມແຂງໃນອະນາຄົດ.

ແຫຼ່ງທີ່ມາ: ຂ່າວ “ຜູ້ແທນປະຊາຊົນ”

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...