spot_img
Homeຂ່າວເຫດການກອງປະຊຸມລັດຖະບານ ປະຈຳເດືອນທັນວາ ຍົກບັນຫາໄມ້ ເປັນຫົວຂໍ້ສຳຄັນໜຶ່ງ

ກອງປະຊຸມລັດຖະບານ ປະຈຳເດືອນທັນວາ ຍົກບັນຫາໄມ້ ເປັນຫົວຂໍ້ສຳຄັນໜຶ່ງ

Published on

6e951b1570c6fc11b6b8fb2bf2d815b4

 

ກອງ​ປະ­ຊຸມ​ລັດ­ຖະ­ບານ​ໃນ​ເດືອນ​ນີ້​ໄດ້​ສຸມ​ໃສ່​ປຶກ­ສາ​ຫາ­ລື​ຫຼາຍ​ບັນ­ຫາ​ ສຳ­ຄັນ ຊຶ່ງ​ໜຶ່ງ​ໃນ​ນັ້ນ​ແມ່ນ​ໄດ້​ພິຈາ­ລະ​ນາ ແລະ

ເຫັນ​ດີ​ເປັນ​ເອ­ກະ​ພາບ​ຮັບ­ຮອງ​ທາງ​ດ້ານ​ຫຼັກ­ການ​ໃນ​ການ​ປັບ­ປຸງ​ຄຳ​ສັ່ງ​ ຂອງ​ທ່ານ​ນາ­ຍົກ​ລັດຖະ​ມົນ­ຕີ ວ່າ​ດ້ວຍ​ການ

​ເພີ່ມ​ທະ­ວີ​ຄວາມ​ເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກ­ສາ​ປ່າ­ໄມ້ ແລະ ທຸ­ລະ​ກິດ​ໄມ້​ເພື່ອ​ຮັບ­ປະ­ກັນ​ຄວາມ​ປົກ​ຫຸ້ມ​ໃຫ້

​ນັບ​ມື້​ຫຼາຍ​ຂຶ້ນ ແລະ ການ​ນຳ​ໃຊ້​ທີ່​ໝັ້ນ­ຄົງ​ຍາວ​ນານ.

 

ກອງ​ປະ­ຊຸມ​ລັດ­ຖະ­ບານ​ສະ­ໄໝ​ສາ­ມັນ​ປະ­ຈຳ​ເດືອນ​ທັນ­ວາ 2014 ທີ່​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 22 ທັນ­ວາ 2014

ພາຍ​ໃຕ້​ການ​ເປັນ​ປະ­ທານ​ຂອງ ທ່ານ ທອງ​ສິງ ທຳ​ມະ​ວົງ ນາ­ຍົກ­ລັດ­ຖະ­ມົນ­ຕີ, ໂດຍ​ການ​ເຂົ້າ​ຮ່ວມຂອງ​ບັນ­ດາ​ທ່ານ

​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ສະ­ມາ­ຊິກ​ລັດ­ຖະ­ບານ ແລະ ແຂກ​ຖືກ​ເຊີນເຂົ້າ​ຮ່ວມ​ຢ່າງ​ພ້ອມ­ພຽງ.

 

ໂດຍ​ກອງ​ປະ­ຊຸມ​ໄດ້​ພິ­ຈາ­ລະ­ນາ​ຮັບຮອງ​ບົດ​ລາຍ​ງານ​ກ່ຽວ​ກັບ​ການ​ແກ້​ໄຂ 9 ຂອດ​ປະ­ສານ​ງານລະ­ຫວ່າງ​ກະ ຊວງ-ອົງ­

ການ ແລະ ທ້ອງ­ຖິ່ນ​ຕາມ​ການ ຊີ້​ນຳ​ຂອງ​ກອງ​ປະ­ຊຸມ​ລັດ­ຖະ­ບານ​ປະ­ຈຳປີ 2013 ເປັນ­ຕົ້ນ (1). ການ​ປະ­ສານງານ​ແກ້​ໄຂ​

ບັນ­ຫາ​ໄມ້​ສະ­ໜາມ 1, ສະ ໜາມ 2 ແລະ ບັນ­ຫາ​ໂຮງ​ເລື່ອຍ​ໂຮງຊອຍ; (2). ບັນ­ຫາ​ການ​ເກັບ​ເງິນ​ພາ­ສີ ທີ່​ດິນ; (3). ບັນ­

ຫາ​ໜີ້​ສິນ, ການ​ລົງ­ທຶນຂອງ​ລັດ; (4). ການ​ແກ້​ໄຂ​ປະ­ສານງານ​ການ​ອອກ​ພັນ­ທະ­ບັດ; (5). ການແກ້​ໄຂ​ຄົ້ນ­ຄວ້າ​ປັບ­ປຸງ​

ດຳ­ລັດ 221/ລບ ກ່ຽວ​ກັບ​ການ​ເພີ່ມ​ເງິນ​ອຸດ​ໜູນ; (6). ການ​ປະ­ສານ​ງານ​ແກ້​ໄຂ​ແຮງ​ງານ​ຜິດກົດ­ໝາຍ; (7). ການ​ປະ­

ສານ​ງານ​ແກ້ໄຂ​ບັນ­ຫາ​ອາ­ຫານ ແລະ ຢາ; (8). ການປະ­ສານ​ງານ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້; (9). ການ​ປະ­ສານ​ງານ​ແກ້​

ໄຂ​ບັນ­ຫາຜົນ​ກະ­ທົບ​ຕໍ່​ສິ່ງ­ແວ­ດລ້ອມ.

 

ຕໍ່​ບັນ­ຫາ​ດັ່ງ­ກ່າວ​ກອງ​ປະ­ຊຸມ​ໄດ້​ຕີລາ­ຄາ​ວ່າ: ເຖິງ​ແມ່ນ​ໄດ້​ມີ​ຄວາມ​ພະ­ຍາຍາມ​ແກ້​ໄຂ​ບັນ­ຫາ​ຮ່ວມ​ກັນ. ແຕ່​ການປະ­

ສານ​ງານ​ຕົວ​ຈິງ​ຍັງ​ບໍ່​ທັນ​ດີ, ການ​ແກ້ໄຂ​ບັນ­ຫາ​ຍັງ​ຊັກ​ຊ້າ ແລະ ບໍ່​ທັນ​ເດັດ­ຂາດເທົ່າ​ທີ່​ຄວນ​ກອງ​ປະ­ຊຸມ​ໄດ້​ມີ​ທິດ​ຊີ້​ນຳ

ໃຫ້​ພາກ­ສ່ວນ​ ທີ່​ກ່ຽວ­ຂ້ອງ​ນຳ­ໄປ​ປັບ­ປຸງຕື່ມ​ເປັນ­ຕົ້ນ: ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ຕ້ອງຮ່ວມ​ກັນ​ປຶກ­ສາ​ຫາ­ລື ແລະ ເພີ່ມ​

ທະ­ວີແກ້​ໄຂ​ຂອດ​ປະ­ສານ​ງານ​ລະ­ຫວ່າງ​ກະ ຊວງ​ກັບ​ກະ­ຊວງ, ກະ­ຊວງ​ກັບ​ທ້ອງ­ຖິ່ນ. ພ້ອມ​ກັນ​ນັ້ນ ກໍ​ຕ້ອງ​ໄດ້​ເອົາ­ໃຈ­ໃສ່

​ໃນການ​ກຳ­ນົດ​ພາ­ລະ​ບົດ­ບາດ, ໜ້າ­ທີ່​ຂອງ ແຕ່​ລະ​ກະ­ຊວງ, ອົງ­ການ ໃຫ້​ມີ​ຄວາມລະ­ອຽດ​ຈະ­ແຈ້ງ​ເພື່ອ​ຫຼີກ­ເວັ້ນ​ການ

​ຊ້ຳຊ້ອນ​ກ້າວ​ກ່າຍ, ໂຍນ​ບັນ­ຫາ​ໃຫ້​ກັນ. ທັງ​ໝົດ​ນີ້ ກໍ​ເພື່ອ​ເຮັດ​ໃຫ້​ລະ­ບົບ​ການ​ເຮັດວຽກ​ລະ­ຫວ່າງ​ລັດ​ກັບ​ລັດ​ເຄື່ອນ

​ໄຫວວຽກ​ ງານ​ຢ່າງ​ກົມ­ກຽວ ແລະ ລ່ອງ​ຊ່ອງກັນ ທັງ​ເປັນ​ການ​ເສີມ​ຂະ­ຫຍາຍ​ສິດ​ເປັນເຈົ້າ​ຂອງ​ທຸກ​ພາກ­ສ່ວນ​ໃນ​ສັງ­

ຄົມ​ ເຄື່ອນໄຫວ​ຢ່າງ​ເຂົ້າ​ແກ໊ບ​ເຂົ້າ​ເກຍ, ປະ­ສານສົມ­ທົບ​ດ້ວຍ​ຄວາມ​ຮັບ­ຜິດ­ຊອບ​ສູງ ເພື່ອສຸມ​ໃສ່​ຍູ້​ແຮງ​ຂັບ​ເຄື່ອນ

​ໃຫ້​ແກ່​ການ​ພັດທະ​ນາ​ເສດ­ຖະ­ກິດ-ສັງ­ຄົມ​ ຂະ­ຫຍາຍ­ຕົວຢ່າງ​ບໍ່​ຢຸດ​ຢັ້ງ ແລະ ມີ​ປະ​ສິດ­ທິ​ຜົນ.

 

ກອງ​ປະ­ຊຸມ​ໄດ້​ພິ­ຈາ­ລະ­ນາ ແລະ ເຫັນດີ​ເປັນ​ເອ­ກະ​ພາບ​ຮັບ­ຮອງ​ທາງ​ດ້ານ​ຫຼັກການ​ໃນ​ການ​ປັບ­ປຸງ​ຄຳ​ສັ່ງ​ ຂອງ​ທ່ານ​

ນາຍົກ​ລັດ­ຖະ­ມົນ­ຕີ ສະ­ບັບ​ເລກ​ທີ 17/ນຍ ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ຄວາມ​ເຂັ້ມ​ງວດໃນ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກ­ສາ​

ປ່າ­ໄມ້ ແລະ ທຸ­ລະ​ກິດ​ໄມ້ ຊຶ່ງ​ເນື້ອ​ໃນ​ຄຳ​ສັ່ງ​ດັ່ງກ່າວ​ໄດ້​ກຳ­ນົດ​ມາດ​ຕະ­ການ ແລະ ວິ­ທີການ​ກ່ຽວ​ກັບ​ການ​ຈັດ​ສັນ ແລະ

ຄຸ້ມ​ຄອງປ່າ­ໄມ້; ການ​ຂຸດ​ຄົ້ນ​ໄມ້; ການ​ຄຸ້ມ​ຄອງທຸ­ລະ​ກິດ​ໄມ້ ແລະ ເຄື່ອງ​ປ່າ​ຂອງ​ດົງ; ການ​ປະ­ຕິ­ບັດ​ນະ­ໂຍ­ບາຍ​ດ້ວຍ​

ໄມ້; ການປະ­ຕິ­ບັດ​ນະ­ໂຍ­ບາຍ​ຕໍ່​ຜູ້​ມີ​ຜົນ­ງານ​ໃນ ການ​ຄຸ້ມ​ຄອງ​ໄມ້ ແລະ ມີ​ມາດ​ຕະ­ການຕໍ່​ໂຮງ­ງານ ແລະ ຕໍ່​ຜູ້​ທີ່​ຄ້າ­

ຂາຍ​ໄມ້​ຜິດກົດ­ໝາຍ; ການ​ປັບ­ປຸງ​ພາ­ລະ​ບົດ­ບາດຂອງ​ສະ­ມາ­ຄົມ​ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງໄມ້​ສຳ­ເລັດ​ ຮູບ​ລາວ; ການ​

ຂໍ​ອະ­ນຸ­ມັດ​ນຳ​ເຂົ້າ​ໄມ້​ຈາກ​ຕ່າງ­ປະ­ເທດ ແລະ ໄມ້​ຜ່ານ; ຂໍ້​ຫ້າມ​ສຳ­ລັບ​ບຸກ­ຄົນ ຫຼື ນິ­ຕິ­ບຸກ­ຄົນ, ການຈັດ​ຕັ້ງ ລວມ​ທັງ​

ບັນ­ດາ​ຂະ­ແໜງ­ການ​ຂັ້ນສູນ​ກາງ ແລະ ທ້ອງ­ຖິ່ນ ແລະ ວິ­ທີ​ຈັດຕັ້ງ​ປະ­ຕິ­ບັດ.

 

ຊຶງ​ກອງ​ປະ­ຊຸມ​ໄດ້​ມີ​ທິດ​ຊີ້​ນຳ​ໃຫ້ພາກ­ສ່ວນ​ທີ່​ກ່ຽວ­ຂ້ອງ​ນຳ­ໄປ​ ປັບ­ປຸງ​ຕື່ມ ໂດຍ​ໃຫ້​ເອົາ­ໃຈ­ໃສ່​ຈັດ​ຕັ້ງ​ປະ­ຕິ­ບັດມາດ​ຕະ­

ການ​ການ​ຄຸ້ມ​ຄອງ, ການ​ກວດກາ​ໃຫ້​ຮັດ­ກຸມ ແລະ ເຂັ້ມ​ງວດ. ຄຽງ​ຄູ່ກັນ​ນັ້ນ, ຕ້ອງ​ໄດ້​ສົ່ງ­ເສີມ ແລະ ອຳ­ນວຍຄວາມ​

ສະ­ດວກ​ການ​ປູກ​ຕົ້ນ­ໄມ້​ມີ­ຄ່າ​ເພື່ອເຊັ່ນ​ລູກ​ເຊັ່ນ​ຫຼານ.

 

ພ້ອມ​ດຽວ​ກັນ​ນີ້​ກອງ​ປະ­ຊຸມ​ຍັງ​ເຫັນດີ​ຮັບ­ຮອງ​ທາງ​ດ້ານ​ຫຼັກ­ການ​ຕໍ່​ ຮ່າງດຳ­ລັດ​ວ່າ​ດ້ວຍ​ການ​ສຶກ​ສາ​ຊັ້ນ​ສູງ ຊຶ່ງຈຸດ­ປະ­

ສົງ​ເພື່ອ​ຄຸ້ມ​ຄອງ​ການ­ຈັດ­ຕັ້ງ​ການຮຽນ-ການ​ສອນ, ການ​ຄົ້ນ­ຄວ້າ​ວິ­ທະ­ຍາສາດ ແລະ ການ​ບໍ­ລິ­ການ​ວິ­ຊາ​ການ​ຂອງສະ

​ຖາ​ບັນ​ການ​ສຶກ​ສາ​ຊັ້ນ​ສູງ ທັງ​ພາກລັດ ແລະ ພາກ​ເອ­ກະ​ຊົນ​ມີ​ຄວາມ​ເປັນເອ­ກະ​ພາບ, ມີ​ຄຸນ​ນະ​ພາບ ແລະ ມີ​ປະສິດ­ທິ​

ຜົນ​ສູງ ແນ­ໃສ່​ຮັບ­ປະ­ກັນ​ການ​ກໍ່ສ້າງ​ນັກ­ວິ­ຊາ­ການ, ນັກ​ວິ­ຊາ​ສະ­ເພາະ, ນັກ​ຄົ້ນ­ຄວ້າ, ນັກ­ວິ­ທະ­ຍາ­ສາດ​ໃຫ້​ມີຄວາມ​ຮູ້​

ຄວາມ​ສາ­ມາດ, ມີ​ຄຸນ­ສົມ­ບັດສິນ​ທຳ​ປະ­ຕິ­ວັດ, ມີ​ຄວາມ​ພ້ອມ​ປະ­ກອບສ່ວນ​ເຂົ້າ​ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ

​ແຫ່ງ​ຊາດ ແລະ ການ​ເຊື່ອມ​ໂຍງກັບ​ພາກ​ພື້ນ ແລະ ສາ­ກົນ.

 

ໃນ​ຕອນ​ທ້າຍ​ກອງ​ປະ­ຊຸມ​ທ່ານ​ນາຍົກ​ລັດ­ຖະ­ມົນ­ຕີ​ໄດ້​ຊີ້​ນຳ​ໃຫ້​ ສະ­ມາ­ຊິກລັດ­ຖະ­ບານ​ນຳ​ເອົາ​ເນື້ອ​ໃນ​ຈິດ­ໃຈ​ທີ່​ໄດ້ຕົກ­ລົງ​

ເປັນ​ເອ­ກະ​ ພາບ​ໃນ​ກອງ​ປະ­ຊຸມ ຄັ້ງ​ນີ້ ລວມ​ທັງ​ບັນ­ດາ​ວຽກ​ງານ​ທີ່​ເປັນຈຸດ​ສຸມ​ໃນ​ເດືອນ​ມັງ­ກອນ 2015 ໄປ​ຈັດຕັ້ງ​ຜັນ

​ຂະ­ຫຍາຍ ແລະ ປະ­ຕິ­ບັດ​ດ້ວຍຄວາມ​ຮັບ­ຜິດ­ຊອບທ່ານ​ນາ­ຍົກ​ໄດ້​ເນັ້ນໜັກ​ໃຫ້​ສືບ­ຕໍ່​ ເອົາ­ໃຈ­ໃສ່​ເຮັດ​ວຽກ​ງານປ້ອງ​ກັນ

​ຊາດ-ປ້ອງ​ກັນ​ຄວາມ​ສະ­ຫງົບໃຫ້​ເຂັ້ມ​ງວດ​ ກວ່າ​ເກົ່າ​ຕິດ​ພັນ​ກັບ​ການຕັ້ງ­ໜ້າ​ແກ້​ໄຂ​ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສັງຄົມ​ ເປັນ

­ຕົ້ນ ແມ່ນ​ບັນ­ຫາ​ອຸ­ບັດ­ເຫດ, ໄພສັງ­ຄົມ ແລະ ອື່ນໆ, ສືບ­ຕໍ່​ສູ້​ຊົນ​ການ​ເກັບລາຍ​ຮັບ ແລະ ຄຸ້ມ​ຄອງ​ລາຍ​ຈ່າຍ​ໃນ​ງວດ 2

ນີ້ ໃຫ້​ໄດ້​ຕາມ​ແຜນ, ໃຫ້​ກະ­ຊວງ​ຊັບພະ­ຍາ­ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດລ້ອມ​ສົມ​ກັບ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າໄມ້

ແລະ ທ້ອງ­ຖິ່ນ​ຕ່າງໆ​ເອົາ­ໃຈ­ໃສ່​ວຽກງານ​ປ້ອງ​ກັນ​ໄພ­ພິ­ບັດ, ໄຟ​ໄໝ້​ປ່າ​ໃນ​ລະດູ​ແລ້ງ​ທີ່​ອາດ​ຈະ​ເກີດ​ຂຶ້ນ. ພ້ອມ​ກັນ​ນັ້ນ

ກໍ​ຊຸກ­ຍູ້​ຂະ​ບວນ​ການ​ຜະ­ລິດ​ລະ­ດູ­ແລ້ງ ໃຫ້​ກວ້າງ­ຂວາງ ແລະ ມີ​ບັນ­ຍາ­ກາດ​ຟົດ ຟື້ນ​ກວ່າ​ເກົ່າ.

 

ສຳ­ລັບ​ວຽກ​ງານ​ວັດ­ທະ­ນະ­ທຳ-ສັງຄົມ​ກໍ​ໃຫ້​ເອົາ­ໃຈ­ໃສ່​ຕື່ມ​ກ່ຽວ​ກັບ​ ຄຸນນະ​ພາບ​ຂອງ​ການ​ສຶກ​ສາ​ເປັນ­ຕົ້ນ​ແມ່ນດ້ານ​

ຄຸນ­ສົມ­ບັດ, ການ​ປະ­ຕິ­ບັດ​ລະ­ບຽບວິ​ໄນ​ຂອງ​ນັກ­ຮຽນ-ນັກ​ສຶກ​ສາ, ເວົ້າລວມ​ຍັງ​ບໍ່​ທັນ​ດີ​ຍັງ​ປາ­ກົດ­ການ​ມົ້ວ​ສຸມຊຸມ​

ແຊວ​ກັບ​ສິ່ງ​ເສບ​ຕິດ ແລະ ອື່ນໆ; ບັນຫາ​ຈັນ​ຍາ​ບັນ, ຈັນ­ຍາ­ທຳ​ຂອງ​ແພດ​ໝໍໃນ​ການ​ປິ່ນ­ປົວ; ບັນ­ຫາ​ການ​ຄຸ້ມ​ຄອງ

ຄົນ​ຕ່າງ­ປະ­ເທດ ແລະ ແຮງ​ງານ​ຕ່າງ ດ້າວ​ທີ່​ເຂົ້າ​ມາ​ທຳ​ມາ​ຫາ​ກິນ​ຢູ່​ປະ­ເທດເຮົາ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...