spot_img
Homeຂ່າວທ້ອງຖິ່ນແຂວງຊຽງຂວາງ ຈະຈັດງານບຸນເຂົ້າໄກ່ນ້ອຍ ຄັ້ງທຳອິດໃນປະຫວັດສາດ ຂອງຊາດ

ແຂວງຊຽງຂວາງ ຈະຈັດງານບຸນເຂົ້າໄກ່ນ້ອຍ ຄັ້ງທຳອິດໃນປະຫວັດສາດ ຂອງຊາດ

Published on

742a4c7009c6ad33c6f50f1b1a266191

 

ປະ­ຈຸ​ບັນ ແຂວງ​ຊຽງ​ຂວາງ​ກຳລັງ​ຫ້າງ​ຫາ​ກະ­ກຽມ ​ຈັດ​ງານ​ເທ​ສະ­ການບຸນ​ເຂົ້າ​ໄກ່​ນ້ອຍ ເປັນ​ຄັ້ງ​ປະ­ຫວັດ­ສາດຂອງ​ແຂວງ

​ກໍ​ຄື​ຂອງ ສປປ ລາວ ເພື່ອເຮັດ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ​ເຫັນໄດ້​ເຖິງ​ຄວາມ​ສຳ­ຄັນ, ຄຸນ​ປະ­ໂຫຍດຂອງ​ເຂົ້າ​ໄກ່​ນ້ອຍ

ແລະ ຫັນ​ມາ​ປູກ​ເຂົ້າຊະ­ນິດ​ນີ້​ເປັນ​ສິນ­ຄ້າ​ປາຍ​ແຫຼມ​ສ້າງ​ລາຍຮັບ​ໃຫ້​ຊາວ​ກະ­ສິ­ກອນ.

 

ພະ​ແນກ​ຖະ​ແຫຼ່ງ​ຂ່າວ​ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ແຂວງ​ຊຽງ​ຂວາງ ໃນ​ນາມ​ຄະ­ນະ​ຈັດ​ງານ​ເທ​ສະ­ການ​ບຸນເຂົ້າ​ໄກ່​ນ້ອຍ

​ປະ­ຈຳ​ປີ 2014 ໄດ້​ລາຍງານ​ຕໍ່​ທີມ​ຂ່າວ​ເສດ­ຖະ­ກິດ​ໃຫ້​ຮູ້​ວ່າ: ໃນວັນ​ທີ 22-25 ທັນ­ວາ ຢູ່​ແຂວງ​ຊຽງຂວາງ​ຈະ​ມີ​ການ​ຈັດ​ຕະ­

ຫຼາດ­ນັດ​ວາງ​ສະແດງ​ສິນ­ຄ້າ​ປະ­ເພດ​ ຕ່າງໂດຍ​ສະ­ເພາະ​ແມ່ນ​ຜະ­ລິດ​ຕະ​ພັນ​ຂອງເຂົ້າ​ໄກ່​ນ້ອຍ ຊຶ່ງ​ເປັນ​ການ​ຈັດ​ຂຶ້ນ​ຄັ້ງ​ທຳ

ອິດ​ຂອງ​ແຂວງ​ກໍ​ຄື ສປປ ລາວ ໃນ​ວັນ ທີ 24-25 ທັນ­ວາ 2014 ແມ່ນ​ເປີດ​ງານເທ­ສະການບຸນ​ເຂົ້າ​ໄກ່​ນ້ອຍ​ຢ່າງ​ເປັນທາງ

​ການ ນອກ​ນັ້ນ ຈະ​ມີ​ການສະ­ແດງ ສິ­ລະ​ປະ​ພື້ນ­ເມືອງ ແລະ ຫຼິ້ນ​ເກມ ຫຼື ເຮັດກິດ­ຈະ­ກຳ​ອື່ນໆ.

 

ເຂົ້າ​ໄກ່​ນ້ອຍ​ໄດ້​ຮັບ​ການ​ສົ່ງ​ເປັນ​ພິ ເສດ​ເນື່ອງ​ຈາກ​ມີ​ລັກ­ສະ­ນະ ແລະ ຈຸດ​ພິເສດ​ແຕກ​ຕ່າງ​ກັບ­ເຂົ້າ​ປະ­ເພດ​ອື່ນ​ຄື: ມີລຳ­ຕົ້ນ

​ແຂງ­ແຮງ (ບໍ່​ລົ້ມ), ມີ​ຄວາມ​ທົນ​ຕໍ່​ສັດ­ຕູ​ພືດ, ມີ​ກິ່ນຫອມ ແລະ ອ່ອນ​ນຸ່ມ​ນວນ​ມີ​ປະ­ລິ­ມານຄຸນ​ນະ​ພາບ​ສູງ​ສີ​ໄດ້​ເຂົ້າ​ປະ­ມານ

75-80% ກິນ​ບໍ່​ເປືອງທີ່​ສຳ­ຄັນ​ຕາມ​ການເລົ່າ​ລື​ຂອງ​ເຖົ້າ​ແກ່​ແນວ​ໂຮມ​ບ້ານ​ນາອູ່ ​ເມືອງ​ຄູນ​ໃຫ້​ຮູ້​ວ່າ: ເຂົ້າ​ໄກ່​ນ້ອຍ​ເປັນແນວ

​ເຂົ້າ​ພື້ນ­ເມືອງ​ທີ່​ຕິດ​ພັນ​ກັບ​ການດຳ­ລົງ​ຊີ­ວິດ ​ຂອງ​ປະ­ຊາ­ຊົນ​ບັນ­ດາ­ເຜົ່າ ກໍ​ຄື​ແຂວງ​ຊຽງ​ຂວາງ​ມາ​ຫຼາຍ​ກວ່າ 300 ປີ​ມາ​ແລ້ວ

ຊຶ່ງ​ປະ­ຈຸ​ບັນ​ຊາວ​ກະ­ສິ­ກອນ​ຍັງ​ສືບ­ຕໍ່​ປູກ​ເປັນ​ປະ­ຈຳ​ໃນ​ທຸກໆ​ປີ.

 

ອີງ​ຕາມ​ການ​ເກັບ​ກຳ​ຂໍ້​ມູນ​ຂອງ​ຂະແໜງ​ປູກ­ຝັງ​ພະ​ແນກ​ກະ­ສິ­ກຳ ແລະ ປ່າໄມ້​ແຂວງ​ຊຽງ​ຂວາງ ໂດຍ​ການ​ສະ­ໜັບສະ​ໜູນ

​ຈາກ​ໂຄງ­ການ​ພັດ­ທະ­ນາ​ລະ­ບົບ ນິ­ເວດ-ຊີ­ວະ​ນາໆເຂດ​ພູ​ດອຍ (TABI) ເຂົ້າ​ໄກ່​ນ້ອຍ​ສາ­ມາດ​ປູກ​ໄດ້​ຢູ່ 4 ເມືອງ ຄື: ເມືອງ​ແປກ,

ພູ​ກູດ, ເມືອງ​ຜາ​ໄຊ ແລະ ເມືອງ​ຄູນ ມາ​ຮອດ​ປີ 2014 ນີ້ ມີ​ຈຳ­ນວນ 20 ກຸ່ມ ແລະ ຫຼາຍ​ກວ່າ 182 ບ້ານ​ກວມ 38% ໃນ​ຈຳ­

ນວນບ້ານ​ໃນ​ທົ່ວ​ແຂວງ.

 

ຄະ­ນະ​ຈັດ​ງານ​ເທ​ສະ­ການ​ໃຫ້​ຮູ້​ວ່າ: ເຂົ້າ​ໄກ່​ນ້ອຍ​ແຂວງ​ຊຽງ​ຂວາງ​ທີ່​ຊາວກະ­ສິ­ກອນ​ນິ­ຍົມ​ກັນ​ປູກ ແລະ ບໍ­ລິ­ໂພກ​ໃນປະ­ຈຸ​ບັນ

ແມ່ນ​ເຂົ້າ​ແນວ​ພັນ​ພື້ນ­ເມືອງ​ທີ່ຊາວ​ກະ­ສິ­ກອນ​ເລືອກ­ເຟັ້ນ​ມາ​ຫຼາຍ 10 ປີ ຊຶ່ງ​ລວມ​ມີ 5 ຊະ­ນິດ​ຄື: ເຂົ້າ​ໄກ່ ນ້ອຍ​ຂາວ, ເຫຼືອງ,

ແດງ, ລາຍ ແລະ ເຂົ້າ​ໄກ່​ນ້ອຍ​ດຳ​ເປັນ​ເຂົ້າ​ທີ່​ມີ​ລົດ​ຊາດ ຫອມເຂົ້າ​ທັງ 5 ຊະ­ນິດ ມີ​ຄຸນ​ນະ​ພາບ ແລະ ຈຸດ​ພິ­ເສດ​ໃກ້​ຄຽງ​ກັນ​

ເປັນ​ປະ­ເພດເຂົ້າ​ປີ​ມີ​ອາ­ຍຸ​ສະ­ເລ່ຍ 150-180 ວັນ​ນັບ ແຕ່​ເວ­ລາ​ຕົກ­ກ້າ​ຮອດ​ການ​ເກັບ​ກ່ຽວ​ຕົກຢູ່​ໃນ​ເດືອນ​ຕຸ­ລາ-ເດືອນ​ພະ­

ຈິກ.

 

ສຳ­ລັບ​ເຂົ້າ​ໄກ່​ນ້ອຍ​ໃນ​ປະ­ຈຸ​ບັນ​ກຳ ລັງ​ເປັນ​ທີ່​ລື​ຊື່ ແລະ ນິ­ຍົມ​ຫຼາຍ​ຈາກ​ຜູ້​ບໍ​ລິ ໂພກ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ນອກ​ນັ້ນ

ຍັງ​ມີ​ຜະ­ລິດ​ຕະ​ພັນ​ອຸດ​ສາ​ຫະກຳ​ທີ່​ເກີດ​ຂຶ້ນ​ໃໝ່​ໂດຍ​ມີ​ຜົນ​ພວງ​ມາຈາກ​ ເຂົ້າ​ໄກ່​ນ້ອຍ​ນັ້ນ​ຄື ເບຍ​ເຂົ້າ​ໄກ່​ນ້ອຍ ຊຶ່ງ​ເປັນ​ໄປ​ໄດ້​

ພືດ​ຊະ­ນິດ​ນີ້​ຈະ​ສືບ­ຕໍ່​ເປັນທີ່​ຕ້ອງ­ການ​ຫຼາຍ​ໃນ​ ອຸດ­ສາ­ຫະ­ກຳ​ນັບທັງ​ການ​ບໍ­ລິ­ໂພກ ດັ່ງ­ນັ້ນ ເພື່ອ​ເປັນ​ການຊຸກ­ຍູ້​ສົ່ງ­ເສີມ​ການ

​ຜະ­ລິດ​ກະ­ສິ­ກຳ​ໃຫ້ເປັນ​ສິນ­ຄ້າ​ ປະ­ກອບ­ສ່ວນ​ພັດ­ທະ­ນາ​ເສດຖະ​ກິດ-ສັງ­ຄົມ​ຂອງ​ຊາດ, ຂອງ​ທ້ອງຖິ່ນ​ແກ້​ໄຂ​ຊີ­ວິດ​ການ​ເປັນ​

ຢູ່​ຂອງ​ປະ­ຊາຊົນ​ບັນ­ດາ­ເຜົ່າ​ໃຫ້​ດີ ​ຂຶ້ນ​ແຂວງ​ຊຽງ ຂວາງ​ຈິ່ງ​ເລືອກ​ເອົາ​ເຂົ້າ​ໄກ່​ນ້ອຍ​ເປັນໜຶ່ງ​ໃນ​ສິນ­ຄ້າ​ປາຍ​ແຫຼມ​ທີ່​ຈະ​ ຊ່ວຍ​

ສ້າງລາຍ​ຮັບ​ໃຫ້​ກັບ​ຊາວ​ກະ­ສິ­ກອນ​ໃນ­ຕໍ່­ໜ້າ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ກ້າວໄປອີກຂັ້ນ! ຍີ່ປຸ່ນສ້າງເລືອດທຽມ ສາມາດໃຊ້ທົດແທນໄດ້ທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນກວ່າ 2 ປີ

ເປັນການພັດທະນາທາງດ້ານເຕັກໂຕໂລຊີເລືອດທຽມຂອງປະເທດຍີ່ປຸ່ນທີ່ຈະມາແກ້ໄຂບັນຫາຂາດແຄນເລືອດໃນໂລກ ການພັດທະນາທາງດ້ານການແພດຂອງປະເທດຍີ່ປຸ່ນ ໄດ້ແນ່ໃສ່ຄວາມສຳຄັນໃນການຈັດສັນຫາເລືອດ ດ້ວຍການພັດທະນາເຕັກໂນໂລຊີ ເລືອດທຽມ ທີ່ສາມາດໃຊ້ໄດ້ກັບຄົນເຈັບທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນ 2 ປີ. ໃນການວິໄຈຂອງມະຫາວິທະຍາໄລການແພດນາລາ ຂອງປະເທດຍີ່ປຸ່ນ ທີ່ໄດ້ພັດທະນາສານທີ່ເອີ້ນວ່າ hemoglobin vesicles ເປັນຫຼັກການດຶງເອົາ...

ແຜ່ນດິນໄຫວຂະໜາດ 6,0 ຣິກເຕີ ໃນປະເທດອັບການິສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 622 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 1,500 ຄົນ

ເກີດເຫດແຜ່ນດີນໄຫວໃນວັນທີ 31 ກັນຍາ 2025 ທີ່ປະເທດອັບການິສະຖານ ມີຂະໜາດ 6,0 ຣິກເຕີ ເຮັດໃຫ້ມີຜູ້ເສຍຊີວິດຈໍານວນ 622 ຄົນ ລາຍງານຫຼ້າສຸດ, ຈາກເຫດແຜ່ນດິນໄຫວໃນປະເທດອັຟການິສຖານ ທີ່ເກີດຂຶ້ນໃນວັນທີ 31...

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...