spot_img
Homeນານາສາລະ6 ເລື່ອງ​ຜິດໆ ຂອງ​ການ​ລີດ​ເຄື່ອງ ທີ່​ຄວນ​ປ່ຽນ​ດ່ວນ!

6 ເລື່ອງ​ຜິດໆ ຂອງ​ການ​ລີດ​ເຄື່ອງ ທີ່​ຄວນ​ປ່ຽນ​ດ່ວນ!

Published on

index1

  1. ລີດ​ເຄື່ອງຂະນະ​ທີ່​ແຫ້ງ​ສຸດ
    ເຄື່ອງທີ່​ແຫ້ງ​ຫລາຍ​ເກີນ​ໄປ​ຈະ​ເຮັດໃຫ້​ເກີດ​ຄວາມ​ຍາກ​ລຳ​ບາກ​ໃນ​ການ​ລີດ​ໃຫ້​ລຽບ ເພາະ​ຜ້າ​ຈະ​ບໍ່​ສາມາດ​ຄາຍ​ຕົວ​ຈາກ​ຮອຍ​ຍໍ່​ໄດ້​ ຖິງຈະ​ຖືກ​ຄວາມ​ຮ້ອນ​ກໍ​ຕາມ ດັ່ງ​ນັ້ນ​ນ້ຳ​ຢາ​ລີດ​ເຄື່ອງ​ຄື​ຕົວ​ຊ່ວຍ​ທີ່​ດີ​ນຳ​ມາ​ສີດ​ພົ່ນ​ທີ່​ຜ້າ​ເພື່ອ​ໃຫ້​ຊຸ່ມ​ຊື້ນ​ກ່ອນ​ຈະ ລີດ​ເພື່ອ​ໃຫ້​ເຕົາ​ລີດ​ເຄື່ອນ​ຕົວ​ໄດ້​ງ່າຍ​ກວ່າ ຫລື​ ສີດ​ພົມ​ນ້ຳ​ເບົາໆ ໃຫ້​ທົ່ວ​ຜ້າ​ກໍ​ໄດ້ ຢ່າ​ທົນ​ຝືນ​ລີດ​ຜ້າ​ທັງ​ທີ່​ແຫ້ງ​ແລະ​ມີ​ຮອຍ​ຍໍ່​ຢູ່​ເຕັມ​ໄປຫມົດ​ຈະ​ດີກວ່າ
    2. ເກັບ​ຜ້າ​ເນື້ອ​ບາງ​ໄວ້ລີດທີ່ຫລັງ
              ຜ້າ​ທີ່​ບາງ​ເບົາ​ຈະ​ບອບ​ບາງ​ ສະ​ນັ້ນ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ສີດ​ນ້ຳ​ຢາ​ລີດ​ຜ້າ​ກໍ​ໄດ້ ພຽງ​​ລີດ​ຜ້າ​ຊະນິດ​ນີ້​ເປັນ​ອັນ​ດັບ​ແຮກ​ດ້ວຍ​ຄວາມ​ຮ້ອນ​ຕ່ຳ ແລະ​ ປູ​ໜ້າຮອງ​ລີດ​ດ້ວຍ​ຜ້າ​ຄອດ​ຕອນ ​ຫລື ​ຜ້າ​ລິ​ນິນ​ເພື່ອ​ປັບ​ອຸນຫະພູມ​ໃຫ້​ຄົງ​ທີ່ ເພາະ​ການ​ເກັບ​ຜ້າ​ທີ່​ບາງ​ເບົາ​ໄວ້​ລີດ​ພາຍຫລັງ ເຮັດໃຫ້​ເຕົາ​ລີດ​ມີ​ຄວາມ​ຮ້ອນ​ສູງ​ເກີນ​ໄປ ຈົນ​ຜ້າ​ອາດ​ໄໝ້​ ຫລື​ ເປັນ​ຮອຍ​ໄດ້
    3. ໝຸນ​ລະ​ດັບ​ຄວາມ​ຮ້ອນ​ຈົນ​ສຸດ​ທຸກ​ຄັ້ງ
              ຫາກ​ເປັນ​ການ​ລີດ​ຜ້າ​ເນື້ອ​ປະສົມ ຕ້ອງ​ປັບ​ລະ​ດັບ​ຄວາມ​ຮ້ອນ​ໃຫ້​ພໍ​ດີ​ກັບ​ເນື້ອ​ຜ້າ ໂດຍ​ຄວນ​ສຶກ​ສາ​ຊະນິດ​ຂອງ​ຜ້າ​ກັບ​ການ​ປັບ​ລະ​ດັບ​ຄວາມ​ຮ້ອນ​ໃຫ້​ດີ ເຊັ່ນ ເບິ່ງ​ຄຳແນະນຳວ່າ​ເສື້ອ​ຕ້ອງ​ການ​ຄວາມ​ຮ້ອນ​ລະ​ດັບ​ໃດ ແລ້ວ​ປັບ​ໃຫ້​ກົງ​ກັບ​ເນື້ອ​ຜ້າ ຈະ​ຖະ​ໜອມ​ຜ້າ​ໄດ້​ດີກວ່າ​ການ​ໃຊ້​ໄຟ​ແຮງ​ສຸດ​
    4. ເບິ່ງຂ້າມ​ນ້ຳ​ປະ​ປາ​ໄປ
              ຫາກ​ເຕົາ​ລີດ​ໄອ​ນ້ຳ​ຂອງ​ເຈົ້າ​ເກີດ​ນ້ຳ​ໝົດ​ກະ​ທັນ​ຫັນ ເພື່ອ​ຄວາມສະດວກ​ໃນ​ການ​ຫາ​ນ້ຳ​ມາ​ເຕີມ​ເຕົາ​ລີດ​ແບບ​ໄອ​ນ້ຳ ເຮົາ​ກໍ​ສາມາດ​ໃຊ້​ນ້ຳ​ປະ​ປາ​ແທນ​ການ​ໃຊ້​ນ້ຳ​ຢາໄດ້ ແຕ່​ຖ້າ​ຫາກ​ໃຜ​ສາມາດ​ຫາ​ນ້ຳ​ຢາ​ມາ​ໄດ້ ຈະ​ລອງ​ປະສົມ​ກັບ​ນ້ຳ​ປະ​ປາ​ຢ່າງ​ລະ​ເຄຶ່ງ ເພື່ອ​ຄວາມ​ປະ​ຫຍັດ​ກໍ​ໄດ້​ເຊັ່ນ​ກັນ ແລ້ວ​ຈະ​ຮູ້​ວ່າ​ນ້ຳ​ປະ​ປາ​ກໍ​ຄຸ້ມ​ຄ່າ​ກວ່າ​ທີ່​ຄິດ​
    5. ບໍ່​ເຄີຍ​ເຮັດ​ຄວາມ​ສະ​ອາດ​ເຕົາ​ລີດ​ເລີຍ
              ເຕົາ​ລີດ​ທີ່​ຜ່ານ​ການ​ໃຊ້​ງານ​ມາ​ດົນ ຍ່ອມ​ຈະ​ຕ້ອງ​ມີ​ຄາບ​ ຫລື ​ຮອຍ​ໄໝ້​ບໍລິເວນ​ແຜ່ນ​ຄວາມ​ຮ້ອນ​ເປັນ​ທຳມະດາ ແຕ່​ຫລາຍ​ຄົນ​ກັບ​ເບິ່ງ​ຂ້າມ ​ແລະ​ ບໍ່​ຄ່ອຍ​ເຮັດ​ຄວາມ​ສະ​ອາດ​ເຕົາ​ລີດ​ກັນ​ເທົ່າໃດ ຮູ້​ບໍ​ວ່າ​ຖ້າ​ບໍ່​ໝັ່ນ​ເຮັດ​ຄວາມ​ສະ​ອາດ​ເຕົາ​ລີດ ອາດ​ເຮັດໃຫ້​ຜ້າ​​​ຂອງ​ເຈົ້າ​ເສຍ​ຫາຍ​ຈົນ​ອາດ​ເສຍ​ດາຍ​ພາຍຫລັງ​ກໍ​ໄດ້ ເພາະ​ວິທີ​ກໍ​ງ່າຍ​ຫລາຍ​ໆ ​ນຳ​ຂອງ​ແຫລວ ຫລື​ ເຈວມາ​ຖູ​ບໍລິເວນ ໜ້າ​ເຕົາ​ລີດ ແລະ​ໃຊ້​ຜ້າ​ຂົນ​ໜູ​ເກົ່າ​ໆ ເຊັດ​ອອກ ຮອຍ​ໄໝ້ ​ແລະ ​ຄາບ​ກໍ​ຈະ​ຫາຍ​ໄປ
    6. ເຕີມ​ນ້ຳ​ໃນ​ເຕົາ​ລີດ​ໄອ​ນ້ຳ​ບໍ່​ເຄີຍ​ຂາດ
              ທີ່​ຈິງ​ແລ້ວ​ນ້ຳ​ທີ່​ຄັ່ງ​ຄ້າງ​ຢູ່ໃນ​ເຕົາ​ລີດ​ໄອ​ນ້ຳ ຄວນ​ເທ​ອອກ​ເມື່ອ​ໃຊ້​ງານ​ສຳເລັດ​ແລ້ວ ຖ້າ​ບໍ່​ເຊັ່ນ​ນັ້ນ​ນ້ຳ​ອາດຈະ​ຮົ່ວຊຶມ​ເຂົ້າໄປ​ທຳລາຍ​ກົນ​ໄກ​ພາຍ​ໃນ​ເຕົາ​ລີດ ແລະ ສີ​ທີ່​ແຜ່ນ​ຄວາມ​ຮ້ອນ​ຈະ​ຫລຸດ​ລ່ອນ​ອອກ​ໄດ້ ຫກລາຍຄົນຄິດວ່າ​ເຕີມ​ນ້ຳ​ຖິ້ມ​ເອົາ​ໄວ້​ຄື​ວິທີ​ທີ່​ຊ່ວຍ​ປະ​ຫຍັດ​ເວລາ ຂໍ​ບອກວ່າ​ຕ້ອງ​ປ່ຽນ​ດ່ວນ​ເລີຍ​
     

 

ບົດຄວາມຫຼ້າສຸດ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...