spot_img
Homeວັນນະກຳເລື່ອງ ທ້າວ ຈັນທະພານິດ (ຕຳນານເຈັດຊຽງ)

ເລື່ອງ ທ້າວ ຈັນທະພານິດ (ຕຳນານເຈັດຊຽງ)

Published on

8282393_orig

 

ດິນ​ແດນ​ລ້ານ​ຊ້າງ​ເປັນດິນ​ແດນ​ທີ່​ຮັ່ງມີ ​ແລະ​ ສວຍ​ງາມ ​ເຄີຍ​ມີ​ຊື່​ລືຊາ​ປາກົດ​ໃນ​ປະຫວັດສາດ​ແຫ່ງ​ຊາດ​ລາວ​ ເປັນ​ເວລາ​ຊ້າ​ນານ. ນະຄອນຫລວງ​ຂ​ອງດິນ​ແດນ​ລ້ານ​ຊ້າງ​ໃນ​ສະ​ໄໝ​ໜຶ່ງ​ເຄີຍ​ມີ​ຊື່ວ່າ ຊຽງ​ດົງ ຊຽງ​ທອງ​ອັນ​ເປັນ​ນະຄອນ​ທີ່​ອຸດົມສົມບູນ​ດ້ວຍ​ຄຳ ຄົນ​ລາວ​ຜູ້​ເປັນ​ເຈົ້າຂອງ​ກໍ​ເປັນ​ຊາດ​ພິລະ​ອາດ​ຫານ, ​ເຄີຍ​ມີ​ການ​ຕໍ່ສູ້​ປົກ​ປັກ​ຮັກສາ​ ແລະ​ ສ້າງ​ບ້ານ​ແປງ​ເມືອງ​ສືບ​ມາ​ຫລາຍ​ເຊັ່ນ​ຄົນ. ​ເຄີຍ​ມີ​ເຈົ້າກະສັດ​ສືບ​ລາດ​ຊະ​ວົງ​ຕໍ່​ກັນ​ມາ​ຮອດ​ສະ​ໄໝ​ຂຸນ​ຊວາ, ຂຸນ​ຍີ​ປາ, ຂຸນ​ວິລິ​ບາ, ຂຸນ​ກັນ​ຮາງ​ ແລະ ​ຂຸນ​ລໍ​ເປັນ​ລຳດັບ. ນະຄອນຫລວງ​ແຫ່ງ​ນີ້​ຈິ່ງ​ປາກົດ​ມີ​ຊື່ວ່າ​ເມືອງ​ຊວາ​ລ້ານ​ຊ້າງ. ກ່ອນ​ສະ​ໄໝ​ຂຸນ​ຊວາ​ພຸ້ນ​ບໍ່​ຮູ້​ວ່າ​ເຫິງ​ນານ​ປານ​ໃດ​ຍັງ​ມີ​ກະສັດ​ອົງ​ໜຶ່ງ​ຊື່ວ່າ​ ພະຍາ ຈັນທະ​ພານິດ ​ເປັນ​ຜູ້​ມີ​ຊື່​ລືຊາ​ເປັນ​ເຈົ້າ​ແຫ່ງ​ຄຳ, ປົກຄອງ​ບ້ານ​ເມືອງ​ໂດຍ​ສິນ​ທຳ, ນຳ​ເອົາ​ຄວາມ​ຢູ່​ເຢັນ​ເປັນ​ສຸກ​ມາສູ່​ໄພ່ຟ້າ​ລາຊະ​ດອນ​ເປັນ​ເວລາ​ອັນ​ຍາວ​ນານ ​ໂດຍ​ມີ​ນິທານ​ເລົ່າ​ສືບ​ກັນ​ມາ​ວ່າ:

ປາງ​ກ່ອນ​ຍັງ​ມີ​ກະ​ໄທ​ຊາຍ​ຄົນ​ໜຶ່ງ​ຊື່ວ່າ ຈັນທາ ຢູ່​ເມືອງ​ວຽງ​ຈັນ​ເປັນ​ຄົນ​ທຳມະ​ດາສາມັນ, ທຳ​ມາ​ຫາ​ກິນ​ດ້ວຍ​ການ​ຂາຍ​ພູ. ​ໃນ​​ແຕ່​ລະ​ມື້​ທ້າວ​ເຄີຍ​ຫາບ​ກະຕ່າ​ພູ​ທຽວ​ໄປ​ຂາຍ​ໃນ​ທີ່​ຕ່າງໆນອກຈາກ​ຂາຍ​ໃນ​ບໍລິ​ເວນ​ບ້ານ​ແລ້ວ, ຍັງ​ຫາບ​ໄປ​ຂາຍ​ໃນ​ໝູ່​ບ້ານ​ຕ່າງໆ ທີ່ຢູ່​ຫ່າງ​ໄກ​ໂດຍ​ອາ​ໄສ​ວັດ​ ແລະ ​ສາລາ​ວັດ ​ເປັນ​ບ່ອນ​ພັກ​ເຊົາ.​ ໃນ​ວັນ​ໜຶ່ງ​ເມື່ອ​ຕາ​ເວັນ​ຄໍ່າ​ແລ້ວ, ທ້າວ​ໄດ້​ຫາບ​ກະຕ່າ​ພູ​ເຂົ້າ​ໄປ​ໃນ​ວັດ ​ແລະ​ ອາ​ໄສ​ພັກ​ນອນ​ຢູ່​ກຸດຕິ​ຫລັງ​ໜຶ່ງ​ ໂດຍ​ຄວາມ​ເອື້ອ​ເຟື້ອຂອງ​ມະຫາ​ເຖນ​ຕົນ​ໜຶ່ງ​ ​ໃນ​ຄືນ​ນັ້ນ​ເວລາ​ທີ່​ຈັນທານ​ອນຫຼັບ, ມະຫາ​ເຖນ​ຊ້ຳ​ໄດ້​ຍິນ​ສຽງ​ດົນຕີ​ເສບ​ເພງ​ໄຊ​ດັງ​ສະ​ນັ່ນນັນ​ເນືອງ​ຂຶ້ນ​ໃນ​ທີ​ນັ້ນ. ມະຫາ​ເຖນ​ຮູ້ສຶກ​ແປກ​ປະຫຼາດ​ໃຈ​ເປັນອັນມາກ​ ຈິ່ງ​ເອົາ​ມື​ຊຸກ​ກະຊ້າ​ພູ​ທີ່​ຕັ້ງຢູ່​ຂອກ​ຂ້າງ​ຈັນທາ​ ຫວັງ​ວ່າ​ຈະ​ປຸກ​ໃຫ້​ຈັນທາ​ຕື່ນ​ຂຶ້ນ​ ເພື່ອ​ພ້ອມ​ກັນ​ຟັງສຽງ​ດົນຕີ​ອັນ​ມະຫັດສະ​ຈັນ​ນັ້ນ. ​ເມື່ອ​ທ້າວ​ຈັນທາ​ຖືກ​ປຸກ​ຈັ່ງ​ຊັ້ນກໍ​ສະດຸ້ງ​ຕື່ນ​ດ້ວຍ​ຄວາມ​ຝັນ​ອັນ​ແປກ​ປະຫຼາດ ​ແຕ່​ພ້ອມ​ກັນນັ້ນສຽງ​ດົນຕີ​ທີ່​ດັງ​ກ້ອງ​ ກັງວານ​ຢູ່​ວ່າງ​ຢ່າ​ນີ້ຊ້ຳພັດ​ຫາຍ​ໄປ,ມະຫາ​ເຖນ​ເຫັນ​ດັ່ງນັ້ນຈິ່ງ​ລົ້ມຫົວນອນ​ລົງ​ອີກ​ ໂດຍ​ບໍ່​ປາກ​ເວົ້າປະການ​ໃດ. ສ່ວນ​ຈັນນທາ​ເມື່ອ​ຕື່ນ​ຂຶ້ນ​ແລ້ວ​ກໍ​ຮູ້ສຶກ​ສົນ​ໃຈ​ໃນ​ຄວາມ​ຝັນ​ຂອງ​ຕົນ​ເອງ​ເປັນ​ທີ່​ສຸດ ​ແຕ່​ກໍ​ບໍ່​ກ້າ​ແກ້ຄວາມ​ຝັນ​ນຳ​ມະຫາ​ເຖນ ​ເນື່ອງ​ຈາກ​ວ່າ​ຄິດ​ຈົ່ງ​ຈຽມ​ມະ ຫາ​ເຖນ. ​ເມື່ອ​ຮຸ່ງ​ເຊົ້າມາ​ຫຼັງ​ຈາກ​ສ່ວຍໜ້າ​ແລ້ວ​ ທ້າວ​ກໍ​ຫາບ​ຊ້າ​ພູ​ໄປ​ທ່ຽວຂາຍ​ຕາມ​ເຄີຍ.​ ເມື່ອ​ພົບ​ຊາວບ້ານ​ທີ່​ຄຸ້ນ​ແກວ່ນ​ກັບ​ທ້າວ​ຈຶ່ງ​ໄດ້​​ ແກ້ຄວາມ​ຝັນ​ຂອງ​ຕົນ​ນຳ​ຊາວ​ບ້າ​ນ ​ແຕ່​ຊາວ​ບ້ານຊ້ຳພັດ​ເວົ້າ​ແຕກ​ຕ່າງ​ກັນ​ໄປຕ່າງໆນາໆ ຍິ່ງ​ເຮັດ​ໃຫ້​ທ້າວ​ເກີດ​ຄວາມ​ກັງວົນສົນ​ໃຈ​ໃນ​ຄວາມ​ຝັນ​ຂອງ​ຕົນ​ເອງ ບາງ​ຄົນ​ກໍ​ເວົ້າວ່າ ຄົນ​ຜູ້​ນ້ອຍ​ຝັນ​ໃຫຍ່​ຈະ​ເປັນ​ຄວາມ​ອັບ​ປີ​ຈັງ​ໄຮ ບາງ​ຄົນ​ກໍ​ວ່າ​ຝັນ​ດີ​ຈັກ​ເກີດ​ເປັນ​ຮ້າຍ. ບາງ​ຄົນ​ກໍ​ເວົ້າວ່າ​ຄຳ​ຝັນ​ນີ້ບໍ່​ເປັນຕາ​ເພິ່ງ​ເຊື່ອ ​ລາງ​ຝັນ​ໄດ້​ກອດ​ຊູ້​ມືນ​ຕາຂຶ້ນຊ້ຳ​ແມ່ນ​ໝອນ. ​ເມື່ອ​ເປັນ​ແນວ​ນັ້ນທ້າວ​ຈິ່ງ​ກັບ​ໄປ​ຫາ​ມະຫາ​ເຖນ​ ແລະ​ໄຫວ້​ມະຫາ​ເຖນ​ວ່າ: ຂ້າ​ແຕ່​ທ່ານ​ອາຈານ​ເອີ​ຍ! ຂ້ານ້ອຍ​ນອນ​ຫຼັບ​ໄປ​ໃນ​ຄືນ​ນັ້ນລວດ​ຝັນ​ວ່າ​ຕົນ​ເປັນ ​ຜູ້​ມີ​ລິດ​ທາ​ນຸພາບ​ປາກ​ຄາບ​ດວງ​ຈັນ​ ສອງ​ຕີນ​ຢັນ​ພະ​ອາທິດ​ ບໍ່​ຮູ້​ວ່າ​ຈະ​ເປັນ​ນິມິດ​ຮ້າຍ​ດີ​ປະກາ​ນ​ໃດ​ທ່າ​ນ​ເອີຍ.​ ເມື່ອ​ໄດ້​ຟັງ​ຈັນທາ​ແກ້ຄວາມ​ຝັນ​ແປກ​ປະຫຼາດ ​ປະກອບ​ດ້ວຍ​ຕົນ​ເອງ​ໄດ້​ຍິນ​ສຽງ​ດົນຕີ​ເສບ​ງັນ ​ໃນ​ຄືນ​ດຽວ​ກັນນັ້ນມະຫາ​ເຖນ​ຈິ່ງ​ຄິດ​ຄະນິງ​ໃນ​ໃຈ​ວ່າ ກະ​ໄທ​ຊາຍ​ຜູ້ນີ້ອາດ​ຈະ​ເກີດ​ເປັນ​ຜູ້​ມີ​ບຸນ​ໜັກ​ສັກ​ໃຫຍ່​ແທ້​ ຄິດ​ແລ້ວ​ມະຫາ​ເຖນ​ຈິ່ງ​ກ່າວ​ວ່າ: ດູລາ​ທ່ານ​ເອີຍ! ຄຳ​ຝັນ​ເຫຼົ່າ​ນີ້​ເປັນນິຣະມິດ​ດີ ຝັນ​ປະ​ເສີດ​ຫາກ​ຈະ​ເກີດ​ໂຊກ​ໄຊ​ໃນ​ພາຍ​ໜ້າ​ບໍ່​ຢ່າ​ຊະ​ແລ. ​ເມື່ອ​ທຳນາຍ​ຄວາມ​ຝັນ​ນັ້ນມະຫາ​ເຖນ​ກໍ​ໄດ້​ແນະນຳ​ ຄຳ​ສັ່ງສອນ​ແກ່​ທ້າວ​ດ້ວຍ​ຄວາມ​ຮັກ​ແພງ ​ແລະ ​ເຊື່ອຖື​ຫຼາຍ​ປະການ, ນັບ​ແຕ່​ນັ້ນມາ​ທ້າວ​ກໍ​ໄດ້​ປະຕິບັດ​ຕາມ​ຄຳ​ສັ່ງສອນ​ຂອງ​ມະຫາ​ເຖນ​ທຳ​ມາ​ຫາ​ກິນ​ດ້ວຍ​ຄວາມ​ດຸໝັ່ນພາກ​ພຽນ​ ແລະ​ ຊື່ສັດ​ສຸ​ຈະລິດ​ຈົນ​ກາຍ​ເປັນ​ພໍ່ຄ້າ​ຜູ້​ໜຶ່ງ​ທີ່​ມີ​ຄົນ​ທັງ ຫຼາຍ​ເອີ້ນ​ວ່າ: ພໍ່ຄ້າ​ຂາຍ​ພູ ​ເຫດ​ວ່າ​ໄດ້​ເລີ່​ມຕົ້ນຂາຍ​ພູ​ເປັນຕົ້ນທຶນ.

ຢູ່​ຕໍ່​ມາ​ທ້າວ​ຈັນທາ​ໄດ້​ຈັດ​ຫາ​ເຮືອ​ຄ້າ​ໄດ້​ລຳ​ໜຶ່ງ ​ແລ້ວ​ກໍ​ຊັກ​ຊວນ​ເອົາ​ຍາດ​ພີ່ນ້ອງ ​ແລະ​ ມິດ​ສະຫາຍ​ໄດ້​ຈຳນວນ​ໜຶ່ງ​ ພາກັນ​ຖໍ່​ເຮືອ​ຄ້າ​ຈາກ​ວຽງ​ຈັນ​ຂຶ້ນ​ເມືອ​ທາງ​ເໜືອ​ ຕາມ​ການ​ແນະນຳ​ຂອງ​ມະຫາ​ເຖນ. ເວລາ​ທີ່​ຖໍ່​ເຮືອຕາມ​ລຳ​ນ້ຳຂອງຂຶ້ນ​ໄປ​ຮອດ​ຜາ​ຕັດ​ແກ້​ ແລະ ​ຜາຕັ້ງ ​ໄດ້​ປະກົດ​ເຫັນ​ຄຳ​ຕິດ​ປາຍ​ໄມ້​ປົ່ງ​ຂຶ້ນມາ​ເປັນ​ກ້ອນ​ໃຫຍ່​ແຕ່​ວ່າ ຍ້ອນ​ປະຕິບັດ​ຕາມ​ຄຳ​ສັ່ງ​ຂ​ອງມະຫາ​ເຖນ ຢ່າງ​ເຄັ່ງ​ຄັດ​ເຫັນ​ຄຳ​ຕິດ​ປາຍ​ໄມ້​ປົ່ງຂຶ້ນມາ 2-3 ​ເທື່ອ ​ທ້າວ​ຈັນທາ​ກໍ​ບໍ່​ເອົາ, ຈົນ​ວ່າ​ພວກ​ບ່າວ​ເຮືອ​ພາກັນ​ໂອຍ​ຄາງ​ ແລະ​ ຕົບ​ເອິກ​ຕີ​ອາງ​ຈົ່ມ​ວ່າ​ເສຍດາຍ​ເດ!​ ເສຍດາຍ​ເດ!​ ໃນ​ຂະນະ​ທີ່​​ທ້າວ​ຈັນທາ​ປ່ອນ​ຄຳ​ລົງ​ໃນ​ນ້ຳ, ​ເມື່ອ​ໄດ້​ຍິນ​ທຸກ​ຄົນ​ຈົ່ມ​ເສຍດາຍ​ທ້າວ​ຈິ່ງ​ກ່າວ​ວ່າ: ພວກ​ເຈົ້າທັງຫຼາຍ​ເອີຍ! ຢ່າ​ຈົ່ມ​ເສຍດາຍ​ເລີຍ​ເຮົາ​ຈັກ​ໄດ້​ພາຍ​ໜ້າ​ພຸ້ນ​ ຫຼາຍ​ກວ່າ​ນີ້ໝື່ນທໍ່ແສນ​ທໍ່​ແທ້​ດາຍ. ວ່າ​ແລ້ວ​ກໍ​ພາ ກັນ​ສືບ​ຕໍ່​ຖໍ່​ເຮືອ​ຂຶ້ນ​ເມືອ​ເໜືອ​ຊັກ​ໄຊ້ຈົນ​ຮອດ​ດອນ​ຊາຍ​ແຫ່ງ​ໜຶ່ງ​ຊື່ວ່າ: ດອນ​ຊາຍ​ຄວາຍ​ຮ້າ (ດອນ​ຊາຍ​ມຸງຄຸນ ຝັ່ງ​ເມືອງ​ຈອມ​ເພັດ​ປັ​ດຈຸ​ບັນ). ​ໄປ​ຮອດ​ຫັ້ນກໍ​ເປັນ​ເວລາ​ຄໍ່າ​ພໍດີ​ຈຶ້ງພາກັນ​ຈອດ​ເຮືອ​ໄວ້​ທ່າ​ແລ້ວ​ ຂຶ້ນປຸກ​ຕູບ​​ແປງ​ຜາມ​ພັກ​ເຊົາ​ຢູ່​ທີ່​ດອນ​ນັ້ນ ຕື່ນ​ເຊົ້າມາ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ​ແບກ​ກ້ອນ​ຫີນ​ລົງ​ມາ​ຫາ. ທ້າວ​ຈັນທາ​ໄດ້​ຖາ​ມວ່າ: ດູລາ​ທ່ານ, ທ່ານ​ແບກ​ວັດຖຸ​ສິ່ງ​ນັ້ນມາ​ເຮັດ​ຫຍັງ​ນີ້​ນ່າ? ຊາຍ​ຄົນ​ນັ້ນຕອບ​ວ່າ: ຂ້ອຍ​ແບກ​ກ້ອນ​ຫີນ​ອັນ​ນີ້ມາ​ກໍ​ເພື່ອ​ແລກປ່ຽນ ​ເຄື່ອງ​ຄ້າ​ບາງ​ອັນ​ຂອງ​ທ່ານ​ທັງຫຼາຍ​ດາຍ. ​ເມື່ອ​ນັ້ນທ້າວ​ຈັນທາ​ຈຶ່ງ​ກ່າວ​ວ່າ: ອັນ​ທ່ານ​ແບ​ກມານັ້ນຕັ້ງ​ແມ່ນ​ກ້ອນ ​ຄຳ​ແດງ​ແພງ​ຄ່າ​ມາກ​ແທ້​ດາຍ. ​ເມື່ອ​ໄດ້​ຍິນ​ດັ່ງນັ້ນຊາຍ​ຄົນ​ນັ້ນກໍ​ປົ່ງ​ລົງ​ຈາກ​ບ່າ, ກ້ອນ​ຫີນ​ລັບ​ພ້າ​ຝົນ​ມີ​ດກໍ​ກາຍ ​ເປັນ​ກ້ອນ​ຄຳ​ແດງ​ຄ່າ​ແພງ​ມາກ​ມາຍ​ແທ້​ດາຍ. ທີ່​ໄດ້​ພົບ​ເຫັນ​ຕ່າງ​ກໍ​ງຶດ​ງໍ້​ອັດສະ​ຈັນ ຈຶ່ງ​ພ້ອມ​ກັນ​ຈັດຕັ້ງພິທີ​ມະ​ໂຫ​ລານ​ພາກັນ ​ສະຫຼອງ​ເຈັດ​ວັນ​ເຈັດ​ຄືນ​ຢ່າງ​ຄຶກຄື້ນ. ​ໃນ​ມື້ວັນ​ຖ້ວນ​ເຈັດ​ ທ້າວຈັນທາ​ ຈຶ່ງ​ໃຫ້​ຄົນ​ທັງຫຼາຍ​ໄປ​ເກັບ​ເອົາ​ກ້ອນ​ຄຳ ​ມາກ​ອງ​ໄວ້​ເປັນ​ຊັບ​ສົມບັດ​ຂອງ​ບ້ານ​ເມືອງ. ນອກຈາກ​ນັ້ນກໍ​ແຈກ​ຢາຍ​ໃຫ້​ຄົນ​ທັງຫລາຍ​ຈົນ​ທຸກ​ທົ່ວ​ໜ້າ, ​ເຫດການ​ອັນ​ໜ້າ​ອັດສະຈັນ​ນັ້ນ​ໄດ້​ກາຍ​ເປັນ​ຂ່າວ​ລື​ພື​ແພ່​ໄປ​ທົ່ວ​ທຸກ​ແຫ່ງ​ຫົນ, ຝູງ​ຄົນ​ທີ່​ຢູ່​ແດນ​ໄກ​ໄດ້​ພາກັນ​ມາ​ເຕົ້າ​ໂຮມ​ເປັນອັນມາກ​ ແລະ ​ພ້ອມ​ກັນ​ຍ້ອງຍໍ​ສັນລະ​ເສີນ​ບຸນ​ຄຸນ ​ຂອງ​ທ້າວ​ຈັນທາ​ພໍ່ຄ້າ​ພູ​ເປັນ​ທີ່​ຍິ່ງ.​ ເນື່ອງ​ຈາກ​ວ່າ​ຝຸງ​ຄົນ​ມາ​ເຕົ້າ​ໂຮມ​ກັນ​ຢູ່​ໜາ    ​ແໜ້ນ​ອັ່ງ​ອໍ ​ດັ່ງນັ້ນປ່າດົງ​ພົງ​ໄພ​ແຖວ​ນັ້ນຈຶ່ງ​ຖືກ​ຖາງ​ອອກ​ ເພື່ອ​ສ້າງ​ຫໍຜາສາ​ດລາຊະ​ວັງ​ ແລະ ​ເວລາ​ຂຸດ​ດິນ​ລົງ​ເພື່ອ​ເອົາ​ເສົາ​ຝັງຊໍ້າພັດ​ໄດ້​ພົບ ​ແຜ່ນທອງ​ໃນ​ພື້ນ​ແຜ່ນດິນ​ເປັນອັນມາກ​ ດັ່ງນັ້ນຫໍຜາສາດ​ຫຼັງ​ນັ້ນຈຶ່ງ​ໄດ້​ຖືກ​ໃສ່​ຊື່ວ່າ​ໂລຫະ​ຜາສາດ ຫລື​ໂຮງ​ຊຽງ​ດົງ​ຊຽງ​ທອງ​ຕາມ​ນິມິດ​ສອງ​ປະການ​ດັ່ງກ່າວ.​ ເມື່ອ​ສ້າງ​ສຳເລັດ​ແລ້ວ ຈຶ່ງ​ພ້ອມ​ກັນ​ເອົາ​ກ້ອນ​ຄຳ​ມາ​ກໍ່​ກອງ​ຢອງ​ກັນຂຶ້ນ​ເປັນ​ ລາດ​ຊະ​ບັນລັງ​ແລ້ວ​ເຊີນ​ຈັນທາ​ ພໍ່ຄ້າ​ຂາຍ​ພູ​ຂຶ້ນນັ່ງ​ເທິງ​ກອງ​ຄຳ ​ແລະ​ ທຳ​ລາຊາພິ​ເສກ​ໃຫ້​ເປັນ​ລາຊາ​ປົກຄອງ​ເມືອງ. ຂະ​ໜານ​ນາມ​ວ່າ: ພະຍາ​ຈັນທະ​ພາ​ນິດ​ ສະຖິດ​ສຸວັນນະ​ພູມ​ ທີ່​ລື​ຊື່ ​ໂດຍ​ກາຍ​ເປັນ​ນະຄອນຫຼວງ   ​ກ້ວາງ​ໃຫຍ່​ ແລະ​ ສວຍ​ງາມ​ ອັນ​ມີນາ​ມວ່າ​ຊຽງ​ດົງ​ ຊຽງ​ທອງ​ ຕັ້ງ​ແຕ່​ນັ້ນມາ. ​ເມື່ອ​ໄດ້​ຂຶ້ນສະ​ເຫວີຍ​ລາດ​ບ້ານ​ເມືອງ​ແລ້ວ ພະຍາ​ຈັນທະ​ພານິດ ກໍ​ບໍ່​ໄດ້​ປະໝາດ​ມົວ​ເມົາ​ໃນ​ຄວາມສຸກ​ສ່ວນ​ຕົວ​ຂອງ​ພະ​ອົງ, ພະ​ອົງ​ໄດ້​ຊົງ​ນຳ​ໄພ່ຟ້າ​ປະຊາ ກອນ​ສ້າງສາ​ບ້ານ​ເມືອງ​ໃຫ້​ຮຸ່ງ​ເຮືອງ​ຍິ່ງໆ​ຂຶ້ນ,ນອກຈາກທີ່​ໄດ້​ສ້າງ​ບ້ານ​ແປງ​ເມືອງ​ ​ເມືອງ​ທີ່​ເພິ່ນ​ໄດ້​ສ້າງ​ປະກ​ອບມີ 7​ ຊຽງ​ ຂຶ້ນຄື: ຊຽງ​ດົງ, ຊຽງ​ທອງ, ຊຽງ​ມວກ, ຊຽງ​ແມນ, ຊຽງ​ມ່ວນ, ຊຽງ​ເຫຼັກ ​ແລະ ​ຊຽງ​ເງິນ.ຈົນ​ດິນ​ແດນ​ຊຽງ​ທອງ​ໄດ້​ກາຍ​ເປັນ ​ບ້າ​ນຮັ່ງ​ເມືອງ​ມີ​ທີ່​ອຸດົມສົມບູນ​ໄປ​ດ້ວຍ​ຊັບ​ສິນ​ເງິນ​ຄຳ ​ເຂົ້ານ້ຳຊ້ຳປາ​ ໄພ່​ຟ້າ​ປະຊາກອນ​ກໍ​ໄດ້​ແຕ່​ຄວາມ​ຍົກຍ້ອງ. ພະຍາ​ຈັນ​ທະ​ພານິດ​ ຈິ່ງ​ເຫັນ​ວ່າ​ຕົນ​ເອງ​ຈະ​ບໍ່​ຕັ້ງທ່ຽງ​ຖາ​ວອນ​ຕໍ່​ໄປ​ພາຍ​ໜ້າ​ ບ້ານ​ເມືອງ​ກໍ​ຈັກ​ມີ​ການ​ຜັນ​ແປ​ໄປ​ຕາມ​ຍຸກ​ສະ​ໄໝ​ ອາດ​ຈະ​ເກີດ​ໂພຍ​ໄພ​ດ້ວຍ​ທຳ​ມະ​ຊາດ​ ແລະ ​ສົງຄາມ. ຖ້າ​ຫາກ​ບໍ່​ມີ​ວິທີ​ປົກ​ປັກ​ຮັກສາ​ໄວ້​ດີ​ ຊັບ​ສົມບັດ​ເຂົ້າຂອງ​ທີ່​ສະ​ສົມ​ໄວ້​ເປັນອັນມາກ ​ກໍ​ຈັກ​ຖືກ​ຈິບຫາຍ​ສາບສູນ​ໄປ​ ແລະ​ ລູກ​ຫຼານ​ຜູ້​ສືບ​ເຊື້ອສະກຸນ​ກໍ​ຈະ​ໄດ້​ຮັບ​ຄວາມທຸກ​ຍາກ​ອຶດ​ຢາກ ຈຶ່ງໄດ້ເອົາຊັບສົມບັດເງິນຄຳໄປຊຸກເຊື່ອງໄວ້ ໃນທີ່ແຈບເປັນຢ່າງດີ.

ຫຼັງ​ຈາກ​ພະຍາ​ຈັນທະ​ພານິດ​ໄດ້​ຊ້ອນ​ເຊື່ອງ ຊັບ​ສົມບັດ​ໄວ້​ດີ​ແລ້ວ​ຢູ່​ຕໍ່​ມາ​ພະຍາ​ກໍໝົດອາຍຸ​ສັງຂາ​ນຂອງ​ຕົນ. ​ເຖົ້າ​ແກ່​ບູຮານ​ເຄີຍ​ເວົ້າ​ໄວ້​ວ່າການ​ທີ່​ພະຍາ​ຈັນທະ​ພາ​ນິດ ​ໄດ້​ປະດິດ​ປັ້ນຮູບ​ນົກຍາງ​ຊົບ​ເຊົາ ​ຫງ່ວມ​ເຫງົາ​ໝາ​ຍ​ໄວ້​ປາກ​ຖ້ຳນັ້ນ ​ເພື່ອວ່າ​ຈະ​ໃຫ້​ຄົນ​ມີ​ປັນຍາ​ສິນ​ທຳ​ສືບ​ຮູ້​ຫາ​ເຫັນ​ບ່ອນ​ຊັບ​ສົມບັດ​ ໃນ​ເມື່ອ​ເວລາ​ຜ່ານ​ພົ້ນ​ໄປ​ແລ້ວ. ອີກ​ປະການ​ໜຶ່ງ​ເພື່ອ​ຈະ​ໃຫ້​ຜູ້​ມີ​ປັນຍາ​ແກ້​ໄຂ​ບັນຫາ ​ສິບ​ສອງ​ຂໍ້​ອັນ​ມີ​ໃນນິທານ​ນົກຍາງ​ຊື່ວ່າ: ກິ​ຍຸ​ໂຊກ​ໃນ​ປາງ​ກ່ອນ​ໃຫ້​ສຸ​ລຸ​ລ່ວງ​ໄປ​ເພື່ອ​ໃຫ້​ ເປັນ​ປະ​​ໂຫຍ​ດ​ໃນ​ການ​ຕົກ​ແຕ່ງ​ວຽກບ້ານ​ການ​ເມືອງ. ​ແຕ່​ວ່າ​ເມື່ອ​ໃດ​ຫາກ​ຍັງ​ບໍ່​ທັນ​ເຖິງ​ຍຸກ​ສະ​ໄໝ​ ແລະ ​ແກ້​ໄຂ​ບັນຫາ​ນົກຍາງ​ບໍ່​ທັນ​ຕົກ​ແຕກ,  ຄົນ​ເຮົາ​ກໍ​ບໍ່​ສາມາດ​ເຫັນ​ນົກຍາງ ​ແລະ​ ຄົ້ນພົບ​ຂຸມ​ທີ່​ພະຍາ​ຈັນທະ​ພານິດ​ຝັງ​ໄວ້​ນັ້ນ​ໄດ້, ບັນຫາ​ນົກຍາງ 12 ຂໍ້​ມີ​ດັ່ງ​ນີ້:

1. ນົກຍາງ​ເອີຍ! ​ເປັນ​ສັງ​ເຈົ້າບໍ່​ກອກ ?            ຂ້ອຍ​ບໍ່​ກອກ​ຍ້ອນ​ປາ​ບໍ່​ບ້ອນ

2. ປາ​ເອີຍ!​ເປັນ​ສັງ​ເຈົ້າບໍ່​ບ້ອນ ?                  ຂ້ອຍ​ບໍ່​ບ້ອນ​ຍ້ອນຫຍ້າ​ໄຊ​ຮົກ

3. ຫຍ້າ​ໄຊ​ເອີຍ! ​ເປັນ​ສັງ​ຈຶ່ງ​ຮົກ ?                ຂ້ອຍ​ຮົກ​ຍ້ອນ​ງົວ​ບໍ່​ກັດ

4. ງົວ​ເອີຍ​ເປັນ​ຫຍັງ​ບໍ່​ກັດ ?                      ຂ້ອຍ​ບໍ່​ກັດ​ຍ້ອນ​ເຈົ້າຂອງ​ບໍ່​ປ່ອຍ

5. ​ເຈົ້າຂອງ​ເອີຍ​ເປັນ​ຫຍັງ​ບໍ່​ປ່ອຍ​ງົວ ?            ຂ້ອຍ​ບໍ່​ປ່ອຍ​ຍ້ອນ​ວ່າ​ຂ້ອຍ​ແສບ​ທ້ອງ​ຫິວ​ເຂົ້າ

6. ທ້ອງ​ເອີຍ​ເປັນ​ຫຍັງ​ຈິ່ງ​ແສບ ?                 ຂ້ອຍ​ແສບ​ທ້ອງ​ຍ້ອນ​ເຂົ້າບໍ່​ສຸກ

7. ​ເຂົ້າ​ເອີຍ​ເປັນ​ຫຍັງ​ຈຶ່ງ​ບໍ່​ສຸກ ?                 ບໍ່​ສຸກ​ແລ້ວ​ຍ້ອນ​ໄຟ​ບໍ່​ລຸກ

8. ​ໄຟ​ເອີຍ​ເປັນ​ຫຍັງ​ບໍ່​ລຸກ ?                      ຂ້ອຍ​ບໍ່​ລຸກ​ຍ້ອນ​ຟືນ​ຊຸ່ມ

9. ຟືນ​ເອີຍ​ເປັນ​ຫຍັງ​ຈຶ່ງ​ຊຸ່ມ ?                    ຊຸ່ມ​ແທ້​ຍ້ອນ​ຝົນຕົກ​ຮຳ

10. ຝົນ​ເອີຍ​ເປັນ​ຫຍັງ​ຈຶ່ງ​ຕົກ​ຮຳ ?                 ຍ້ອນ​ກົບ​ຂຽດ​ຮ້ອງ​ຫຼາຍ

11. ກົບ​ຂຽດ​ເອີຍ​ເປັນ​ຫຍັງ​ຈຶ່ງ​ຮ້ອງ ?              ຮ້ອງ​ແທ້​ຍ້ອນ​ງູ​ໄລ່​ກັດ

12. ງູ​ເອີຍ​ເປັນ​ຫຍັງ​ຈຶ່ງ​ໄລ່​ກັດ​ກົບ​ຂຽດ ?

ບັນຫາ​ນົກຍາງ​ທັງ 12 ​ຂໍ້​ ດັ່ງ​ກ່າວ​ນັ້ນ​ເປັນ​ບັນຫາ​ພົວພັນ​ເຊິ່ງກັນ ​ແລະ ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ​ ບັນຫາ​ສຸດ​ທ້າຍ​ໄດ້​​ແກ່ງູບັນດາ​ນັກປາດ ​ອາຈານ​ແຕ່​ເກົ່າ​ກ່ອນ​ເຄີຍ​ມີ​ການ​ຄົ້ນຄວ້າ ​ແລະ​ ອະທິບາຍ​ກັນ​ມາ​ແລ້ວ​ເປັນອັນມາກ ​ແຕ່​ບໍ່​ທັນ​ສາມາດ​ຈັດການ​ແກ້​ບັນຫານັ້ນ​ ໃຫ້​ຕົກ​ແຕກ​ໄປ​ຢ່າງ​ເປັນ​ຕົວ​ຈິງ​ໄດ້. ດັ່ງນັ້ນ, ພະຍາ​ຈັນທະ​ພານິດ​ຜູ້​ຄິດ​ກ້ວາງ​ມອງ​ໄກ​ຈຶ່ງ​ໄດ້​ປັ້ນ​ແຕ່ງ ​ຮູບ​ນົກ​ຍາງ​ໄວ້​ເປັນ​ສັນຍາ​ລັກ​ໝາຍ​ໄວ້​ ເມື່ອ​ໃດ​ຫາກ​ເຖິງ​ຍຸກ​ສະ​ໄໝ ​ແລະ​ ຄົນ​ເຮົາ​ກໍ​ແກ້​ໄຂ​ບັນຫາ​ນົກຍາງ​ຕົກ​ແຕກ​ໄປ​ແລ້ວ,​ ເມື່ອນັ້ນຮູບ​ນົກຍາງ​ກໍ​ຈະ​ປາກົດ​ແກ່​ສາຍຕາ​ຄົນ​ທັງຫຼາຍ ​ແລ້ວ​ຄົນ​ຜູ້​ມີ​ສິນ​ທຳ​ ແລະ​ມີ​ສະຕິ​ປັນ​ຍາ​ທັງຫຼາຍ​ກໍ​ຈະ​ສາມາດ​ຄົ້ນພົບ ​ແລະ ​ນຳ​ເອົາ​ຊັບ​ສົ​ມບັດ​ເຂົ້າຂອງ​ເງິນ​ຄຳ​ທີ່​ພະຍາ​ ຈັນທະ​ພານິດຝັງ​ໄວ້​ໃນພື້ນດິນ​ນັ້ນ ອອກ​ມາ​ໃຊ້​ໃຫ້​ເປັນ​ປະ​ໂຫຍ​ດ​ໃນ​ການ ປັບປຸງ​ຊາດ​ໃຫ້​ເຂັ້ມ​ແຂງ ສ້າງ​ແປງ​ບ້ານ​ເມືອງ​ໃຫ້​ຮຸ່ງ​ເຮືອງ​ເຫລືອງ​ງາມ​ສົມ​ຕາມ​ຈິດ​ໃຈ​ຂອງ​ປະຊາຊົນ ຊົງ​ເປັນ​ຫ່ວງ​ໃຍ​ນຳ​ລູກ​ຫຼາຍ​ເຫຼັນຫຼ້ອນ​ຜູ້​ສືບ​ເຊື້ອສະກຸນ​ລາວ.

ຂອບໃຈວັນນະກໍາຈາກ: http://lanxanglpb.weebly.com

ບົດຄວາມຫຼ້າສຸດ

ອັນຕະລາຍກວ່າທີ່ຄິດ! ຜົນກະທົບຂອງການໃຊ້ໜ້າຈໍມື້ລະ 90 ນາທີ ຕໍ່ພັດທະນາການຂອງເດັກນ້ອຍ

ງານວິໄຈຈາກຕ່າງປະເທດເປີດເຜີຍວ່າ ເດັກນ້ອຍທີ່ໃຊ້ເວລາຢູ່ໜ້າຈໍຫຼາຍກວ່າ 90 ນາທີຕໍ່ມື້ ມີພັດທະນາການດ້ານພາສາ, ການສື່ສານ, ການຂຽນ ແລະການຄິດຄຳນວນ ຕໍ່າກວ່າຄ່າສະເລ່ຍ ລວມເຖິງມີທ່າອ່ຽງເກີດພຶດຕິກຳທີ່ບໍ່ເໝາສົມຫຼາຍຂຶ້ນ ເມື່ອອາຍຸ 4 ຫາ 8...

ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ດານມາກ

ໃນຕອນເຊົ້າວັນທີ 15 ມັງກອນ 2025, ທີ່ພະຣາຊະວັງຂອງເຈົ້າຊີວິດ, ນະຄອນຫລວງໂກເປັນຮາກ ປະເທດດານມາກ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ເຟຣເດຣິກ ອານເດຣ...

ສະຫຼົດ! ບ້ານເສດຖີໃນກໍປູເຈຍ ແຈກອັງເປົາ ເປັນເຫດເຮັດໃຫ້ປະຊາຊົນຢຽບກັນຈົນເສຍຊີວິດ 4 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນເຊົ້າວັນທີ 23 ມັງກອນ 2025 ເກີດເຫດສະຫຼົດຂຶ້ນທີ່ປະເທດກໍປູເຈຍ ເມື່ອມີບ້ານເສດຖີຫຼັງໜຶ່ງ ໄດ້ເຮັດການແຈກອັງເປົາເພື່ອສະເຫຼີມສະຫຼອງວັນກຸດຈີນ ຈາກນັ້ນປະຊາຊົນຈຳນວນຫຼາຍຈຶ່ງໄດ້ແຫ່ພາກັນໄປບ້ານຫຼັງດັ່ງກ່າວ ເມື່ອຈຳນວນຄົນເພີ່ມຫຼາຍຂຶ້ນເຮັດໃຫ້ ບາງຄົນເປັນລົມ ຈຶ່ງເກີດເປັນເຫດເຮັດໃຫ້ຄົນຢຽບກັນເສຍຊີວິດ 4 ຄົນ ແລະ...

ສະກັດກັ້ນນາຍໜ້າຄ້າມະນຸດ ຢູ່ສະໜາມບິນສາກົນວັດໄຕ

ໃນວັນທີ 13 ມັງກອນ 2025 ຜ່ານມາ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໄດ້ຮັບແຈ້ງຈາກກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ທີ່ປະຈຳຢູ່ດ່ານ ຕມ ສະໜາມບິນສາກົນວັດໄຕ...