Homeຂ່າວທ້ອງຖິ່ນສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

Published on

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ, ບ້ານອີໄລເໜືອ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ

ວັນທີ 19 ສິງຫາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ພະແນກຕຳຫຼວດ ສະກັດກັ້ນຕ້ານການຄ້າມະນຸດ, ຫ້ອງຕຳຫຼວດ, ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ສົມທົບກັບຄະນະລົງຊຸກຍູ້, ຕິດຕາມ, ກວດກາ, ແກ້ໄຂປະກົດການຫຍໍ້ທໍ້ຂອງກົມຕຳຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫ່ຍຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ລົງກວດກາ, ຮ້ານອາຫານ, ຮ້ານກິນດື່ມ ທີ່ມີການເຄື່ອນໄຫວແອບແຝງ ຄ້າປະເວນີ ຂອງບຸກຄົນອື່ນ ແລະ ການຂາຍປະເວນີ ຊຶ່ງຕັ້ງຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ, ບ້ານອີໄລເໜືອ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ; ເຈົ້າໜ້າທີ່ ຈຶ່ງໄດ້ນຳຕົວເອົາຍິງສາວບໍລິການຂາຍປະເວນີ ຢູ່ພາຍໃນຮ້ານທັງໜົດຈຳນວນ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ, ຍິງ 03 ຄົນ ມາສືບສວນ-ສອບສວນ ຕາມຂັ້ນຕອນຂອງກົດໝາຍ.

ຜ່ານການສືບສວນ-ສອບສວນ ພວກກ່ຽວ ໄດ້ໃຫ້ການຮັບສາລະພາບ ຕໍ່ເຈົ້າໜ້າທີ່ວ່າ: ໄດ້ເຊົ່າສະຖານທີ່ ແລ້ວໄດ້ເປີດຮ້ານກິນດື່ມ, ຂາຍເບຍ ຈາກນັ້ນໄດ້ຮັບເອົາຍິງສາວບໍລິການມາປະຈຳຢູ່ຮ້ານ ເພື່ອຂາຍເບຍ ແລະ ຂາຍປະເວນີໃຫ້ກັບແຂກ ຊິງຢູ່ຮ້ານຂາຍເບຍແກ້ວລະ 35,000 ກີບ ແລະ ໃຫ້ເປີເຊັນຂາຍເບຍຕໍ່ຍິງສາວບໍລິການຈຳນວນ 5000 ກີບ ຕໍ່ແກ້ວ, ຍິງສາວບໍລິການແຕ່ລະຄົນຢູ່ຮ້ານຂອງພວກຕົນມີໜ້າທີ່ຮັບແຂກເພື່ອຂາຍປະເວນີໃຫ້ກັບແຂກທຸກຄົນ,ການຂາຍປະເວນີຂອງຍິງສາວບໍລິການ ແຕ່ລະຄົນທີ່ມາບໍລິການ ຊົ່ວຄາວແມ່ນ 300,000 ກີບ ຕໍ່ຄົນຕໍ່ຄັ້ງ, ຄ້າງຄືນ 800,000 ກີບ ຕໍ່ຄົນຕໍ່ຄັ້ງ, ຖ້າສາວບໍລິການຄົນໃດຫາກໄດ້ຂາຍປະເວນີຊົ່ວຄາວ ເຈົ້າຂອງຮ້ານຈະໄດ້ຫັກເອົາເງີນນຳຍິງສາວບໍລິການຈຳນວນ 100,000ກີບ, ຄ້າງຄືນ 200,000 ກີບ ຕໍ່ຄົນຕໍ່ຄັ້ງ ເພື່ອເປັນເງີນຄ່າອອກຮ້ານ, ສ່ວນສະຖານທີ່ນອນເສບສົມກັບແຂກຊົ່ວຄາວແມ່ນນອນເສບສົມຢູ່ຮ້ານເລີຍ, ຄ້າງຄືນແມ່ນອອກໄປເຊົ່ານອນຢູ່ຕາມເຮືອນພັກ ສ່ວນຄ່າກິນຢູ່ພັກເຊົາຂອງຍິງສາວບໍລິການແຕ່ລະຄົນ, ເຈົ້າຂອງຮ້ານຮັບຜິດຊອບທັງໝົດ.

ຕໍ່ກັບເຈົ້າຂອງຮ້ານກິນດື່ມ ແມ່ນໄດ້ສືກສາອົບຮົມ ແລະ ຂື້ນບັນຊີເປົ້າໝາຍຕິດຕາມ ຖ້າມີການກະທຳຜິດ ຫຼື ເຄື່ອນໄຫວໃນລັກສະນະດຽວກັນ, ຂອງກຸ່ມຄົນດັ່ງກ່າວແມ່ນຈະໄດ້ດຳເນີນຕາມລະບຽບກົດໝາຍ ຢ່າງເຂັ້ມງວດ ພ້ອມທັງໃຫ້ຢຸດເຊົາກ່ຽວກັບການເປີດຮ້ານ ກິດຈະການດັ່ງກ່າວ, ເພາະຜິດຕໍ່ລະບຽບກົດໝາຍ ສ່ວນສາວບໍລິການແມ່ນໄດ້ສືກສາອົບຮົມ ແລະ ສົ່ງກັບບ້ານໃຫ້ຜູ້ປົກຄອງສືບຕໍ່ສືກສາອົບຮົມຕໍ່ໄປ.

ແຫຼ່ງຂໍ້ມູນ: ປະຊາຮ່ວມໃຈຕ້ານໄພຄ້າມະນຸດ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...