Homeຂ່າວເຫດການກະຊວງການເງິນຊີ້ແຈງ ການເບີກ​ຈ່າຍ​ຊ້ຳ​ຊ້ອນ - ບໍ່​ຖືກ​ເປົ້າ​ໝາຍ

ກະຊວງການເງິນຊີ້ແຈງ ການເບີກ​ຈ່າຍ​ຊ້ຳ​ຊ້ອນ – ບໍ່​ຖືກ​ເປົ້າ​ໝາຍ

Published on

ຄວນໃຊ້ເງິນກີບໃຫ້ຫຼາຍຂຶ້ນ

 

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ເງິນ ໄດ້​ຊີ້​ແຈງ​ຕໍ່​ຄຳ​ຊັກ​ຖາມ​ຂອງ​ ສະມາຊິກ​

ສະພາ​ແຫ່ງ​ຊາດ ສສຊ ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 8 ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ VII ກ່ຽວກັບການ​ເບີກ

​ຈ່າຍ​ຊ້ຳ​ຊ້ອນ, ຈ່າຍ​ເກີນ, ຈ່າຍ​ໂຄງການ​ບໍ່ມີ​ຕົວ​ຕົນ, ໂຄງການບໍ່​ທັນ​ສຳ​ເລັດ ແລະ ບໍ່​ຖືກ​ເປົ້າໝາຍ​ຕໍ່​ບັນຫາ​ດັ່ງ

ກ່າວ​ນີ້ ​ແມ່ນ​ເກີດ​ຈາກ​ຂອດ​ການ​ປະສານ​ງານ ​ແລະ ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ ລະຫວ່າງ​ຂະ​ແໜງ​ການ​ເງິນ​

ກັບ​ຂະ​ແໜງ​ການ​ກ່ຽວຂ້ອງ​ເຮັດບໍ່​ໄດ້​ດີ. ນອກຈາກ​ນັ້ນ​ກໍ​ເກີດ​ຈາກ ການ​ເຈດ​ຕະນາ​ສໍ້​ໂກງ​ຂອງ​ຜູ້​ປະກອບ​ການ,

ການ​ຂາດ​ຄວາມ​ຮັບຜິດຊອບ​ຂອງ​ພະນັກງານ ​ແລະ ການ​ສົມ​ຮູ້​ຮ່ວມ​ຄິດ​ກັບ​ຜູ້​ປະກອບ​ການ. ສ່ວນ​ການ​ເບີກ​

ຈ່າຍ​ກະຊວງ​ການ​ເງິນ​ໄດ້​ປະຕິບັດ​​ຕາມ​ການ​ຢັ້ງຢືນ​ຂອງ​ເຈົ​້າຂອງ​ໂຄງການ ​ແລະ ຂະ​ແໜງ​ທີ່​ກ່ຽວຂ້ອງ.

​

ສຳລັບ​ມາດ​ຕະການ ​ເພື່ອ​ແກ້​ໄຂ​ຕໍ່​ກັບ​ຕົວ​ເລກ​ຈ່າຍ​ນອກ​ແຜນ​ສະພາ​ແຫ່ງ​ຊາດ​ຮັບຮອງ​ໃນ​ສົກ​ປີ 2011-2012 ​

ແລະ 2012-2013 ກະຊວງ​ການ​ເງິນ​ພວມ​ຄົ້ນ​ຄວ້າ​ວິທີ​ແກ້​ໄຂນຳ​ສະ​ເໜີ​ຕໍ່​ລັດຖະບານ, ຄະນະ​ປະ​ຈຳ​ສະພາ​ແຫ່ງ​

ຊາດ ​ເພື່ອ​ພິຈາລະນາ​ຕາມ​ລະບຽບ​ກົດໝາຍ, ກ່ຽວ​ກັບ​ການ​ເກັບ​ກູ້​ເງິນສົດ ​ແລະ ພັນທະບັດ​ຄືນ ​ກະຊວງ​ການ​

ເງິນໄດ້​ສົມທົບ​ກັບ​ອົງການ​ກວດກາລັດຖະບານ​ກວດກາ ​ແລະ ​ເກັບ​ກູ້​ຄືນ​ມາ​ໄດ້​ຈຳນວນ​ໜຶ່ງ​ແລ້ວ, ສຳລັບ 25

​ໂຄງການ​ຢູ່​ແຂວງ​ອຸດົມ​ໄຊ ​ສະເພາະ​ເງິນສົດ​ຍັງ​ເກັບ​ຄືນ​ບໍ່​ທັນ​ໄດ້​ມີຈຳນວນ 9,9 ຕື້​ກີບ, ພັນທະບັດ​ຈຳນວນ 135,6

ຕື້​ກີບ ກະຊວງ​ການ​ເງິນ​ຈະ​ໄດ້​ແຕ່ງ​ຕັ້ງ​ຄະນະ​ເກັບ​ກູ້​ໜີ້​ຄ້າງ ​ສົມທົບ​ກັບ​ພາກສ່ວນ​ທີ່​ກ່ຽວຂ້ອງ​ເພື່ອ​ດຳ​ເນີນ​ການ

​ເກັບ​ໜີ້​ພາຍ​ໃນ​ສົກ​ປີ 2014- 2015, ສະ​ເພາະ​ການ​ແກ້​ໄຂ​ໜີ້​ສິນ​ມີ​ສ່ວນ​ຫລຸດ ​ແລະ ພັນທະບັດ​ຊຳລະ​ທີ່​ຍັງ​ຄ້າງ

​ນັ້ນ, ກະຊວງ​ການ​ເງິນ​ ຈະ​ດຳ​ເນີນການ​ແກ້​ໄຂ​ຢູ່​ໃນ​ຄະນະ​ແກ້​ໄຂ​ໜີ້​ສິນລະດັບ​ຊາດ ແລະ ຂຶ້ນ​ແຜນການ​ຊຳລະ​ສະ​

ສາງ​ໃຫ້​ບັນດາ​ໂຄງການ ​ທີ່ອົງການ​ລັດຖະບານ​ກວດກາ​ສຳ​ເລັດ ​ແລະ ​ເຫັນ​ວ່າ​ຖືກຕ້ອງ​ເພື່ອ​ຄຸ້ມ​ຄອງ​ບໍລິຫານງົບ

ປະມານ​ໂຄງການລົງທຶນ​ຂອງ​ລັດ​ໃຫ້​ຮັດກຸມ ​ແລະ ສະກັດ​ກັ້ນການສ້າງ​ໜີ້​ຄຸມ​ເຄືອ​ໃໝ່​ໃນ​ລະບົບ​ງົບປະມານ​ແຫ່ງ

​ລັດ, ກະຊວງ​ການ​ເງິນ​ໄດ້​ສ້າງ​ຕັ້ງ​ພະ​ແນ​ກໜຶ່ງ​ຂຶ້ນ​ໃນ​ກົມ​ງົບປະມານ​ ເພື່ອ​ສ້າງ​ນິຕິກຳ​ຄຸ້ມ​ຄອງ​ການ​ເງິນ​ໂຄງການ

​ລົງທຶນ​ຂອງ​ລັດ​ ເລີ່​ມ​ແຕ່​ການ​ສ້າງ​ແຜນ, ການ​ກຳນົດແຫ​ລ່ງທຶນ ​ແລະ ການ​ຊຳລະ​ສະ​ສາງ​ໃຫ້​ຮັດກຸມ ​ແລະ ສອດ

ຄ່ອງ​ກັບ​ຄວາມ​ອາດ​ສາມາດ​ຂອງ​ງົບ​ປະມານ.

 

ທ່ານລັດຖະມົນຕີຊ່ວຍວ່າການ​​ຊີ້​ແຈ້ງ​ຕື່ມ​ວ່າ: ກ່ຽວ​ກັບ​ການ​ອອກ​ນິຕິ​ກຳ​ທີ່​ຂັດ​ກັບ​ກົດໝາຍ​ ເປັນ​ຕົ້ນ​ແມ່ນ​

ແຫລ​່ງລາຍ​ຮັບ​ຈາກ​ການ​ຂາຍ​ໄມ້​ ຕາມ​​ໂກ​ຕາຜ່ານ​ມາ​ແມ່ນ​ປະຕິບັດ​ຕາມ​ລະບຽບກົດໝາຍທີ່​ວາງ​ໄວ້​ຢ່າງ​ເຂັ້ມ

​ງວດ​. ສຳລັບ​ໄມ້​ຍືດ, ໄມ້​ຮິບ ຜ່ານ​ມາ​ແມ່ນ​ມີ​ຄວາມ​ຫຍຸ້ງຍາກ​ໃນ​ການ​ຄຸ້ມຄອງ, ຕິດຕາມ, ກວດກາ​ຈາກ​ພາກ

ສ່ວນ​ທີ່​ກ່ຽວຂ້ອງ ບວກ​ກັບ​ການສະ​ເໜີ​ຂອງ​ທ້ອງ​ຖິ່ນ ເພື່ອ​ແບ່ງປັນ​ລາຍ​ຮັບ​ໃນ​ການ​ຫັກ​ຄ່າ​​ໃຊ້​ຈ່າຍ​ຊິ້ນ​ເປືອງ

​ໃນ​ວຽກ​ງານ​ດັ່ງກ່າວ. ດັ່ງ​ນັ້ນ​, ກະຊວງ​ການ​ເງິນຈຶ່ງ​ໄດ້​ຄົ້ນຄວ້າ​ນຳ​ສະ​ເໜີ​ລັດຖະບານ​ອອກ​ແຈ້ງ​ການກ່ຽວກັບ​

ການຈັດ​ຕັ້ງ​ປະຕິບັດ​ການ​ຄຸ້ມ​ຄອງ, ການ​ເກັບ​ລາຍ​ຮັບ​ຈາກ​ການ​ຂາຍ​ໄມ້ ​ແລະ ເຄື່ອງ​ປ່າ​ຂອງດົງ, ເຊິ່ງ​ໄດ້​ກຳນົດ​

ແຈ້ງ​ສຳລັບ​ເງິນ​ທີ່​ໄດ້​ຈາກ​ການ​ຂາຍ​ໄມ້​ຢືດ ຫລັງ​ຈາກ​ຫັກ​ຄ່າ​ສິນ​ເປືອງ​ແລ້ວ ​ໃຫ້​ມອບ​ເຂົ້າ​ງົບປະມານ​ສູນ​ກາງ

50% ​ແລະ ທ້ອງ​ຖິ່ນ 50% ​ເຊິ່ງ​ເຫັນ​ວ່າ​ສອດຄ່ອງ​ລະບຽບ​ກົດໝາຍ​ ເປັນ​ຕົ້ນ​ແມ່ນ​ຕ້ອງ​ລວມສູນ​ທຸກ​ລາຍ​ຮັບ

​ເຂົ້າ​ງົບປະມານ​ແຫ່ງ​ລັດ.​ ແຕ່​ໃນ​ພາກ​ປະຕິບັດ​ຕົວ​ຈິງ​ມີ​ບາງ​ທ້ອງ​ຖິ່ນ​ບໍ່​ເຂັ້ມ​ງວດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ຕາມ​

ການ​ແຈ້ງ​ການ​ດັ່ງກ່າວ. ສະ​ນັ້ນ​, ກະຊວງ​ການ​ເງິນ​ຈຶ່ງ​ໄດ້​ຮ່າງ​ຄຳ​ສັ່ງ​ແນະ​ນຳ​ຂອງ​ນາຍົກ ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​

ການ​ຂາຍ​ໄມ້ ​ແລະ ​ໄດ້​ນຳ​ສະ​ເໜີ​ລັດຖະບານ​ເພື່ອ​ພິຈາລະນາ​ຮັບ​ຮອງ​ເອົາ.

 

ນອກຈາກ​ນັ້ນ,​ ສຳລັບກ່ຽວ​ກັບ​ການ​ນຳ​ໃຊ້​ລາຍ​ຮັບເງິນ​ເກີນ​ແຜນ ​ຈຶ່ງ​ກວດ​ຕາມ​ຫລັງ​ຕໍ່​ບັນຫາ​ນີ້.​ ໂດຍ​ອີງ​ໃສ່​​

ກົດໝາຍ​ງົບປະມານ​ ວ່າ​ດ້ວຍ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ເກັບ​ລາຍ​ຮັບ​ງົບປະມານ, ໃນ​ກໍລະນີ​ທີ່​ທ້ອງ​ຖິ່ນ​ເກັບ​ລາຍ

​ຮັບ​ທີ່​ເປັນ​ພູດ​ຂອງ​ຕົນ​ຖ້າ​ໄດ້​ລື່ນ​ແຜນການ ​ສ່ວນ​ທີ່​ລື່ນ​ນັ້ນ​ແມ່ນ​ມອບ​ໃຫ້​ທ້ອງ​ຖິ່ນ​ນຳ​ໃຊ້​ທັງ​ໝົດ​ ເພື່ອພັດທະ

​ນາ​ທ້ອງ​ຖິ່ນ​ຂອງ​ຕົນ​, ຊຸກ​ຍູ້​ໃຫ້​ທ້ອງ​ຖິ່ນ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​. ສະ​ນັ້ນ, ໃນ​ຊຸ​ມປີຜ່ານມາ ກະຊວງ​ການ

​ເງິນ​ໄດ້​ສະ​ເໜີ​ລັດຖະບານ​ກຳນົດ​ໃນ​ດຳລັດ​ວ່າ​ດ້ວຍ​ການຈັດ​ຕັ້ງ​ ແຜນ​ພັດທະນາ​ເສດຖະກິດ- ສັງຄົມ ​ແລະ ແຜນ

ການ​ງົບປະມານ​ແຫ່ງ​ລັດ ​ອະນຸຍາດ​ໃຫ້​ທ້ອງ​ຖິ່ນ​ສາມາດ​ນຳ​ໃຊ້​ເງິນ​ເກີນ​ແຜນ​ໄດ້ 100%, ຫລັງ​ຈາກ​ນັ້ນ​ຈຶ່ງ​ເອົາ

ລາຍ​ຮັບ​-ລາຍ​ຈ່າຍມາ​ດັດ​ແກ້​ເຂົ້າ​ໃນ​ແຜນ​ປີ​ຕໍ່​ໄປ, ແຕ່​ໃນ​ການຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ເຫັນ​ວ່າ​ມີ​ຄວາມ​ຊັບສົນ

​ເນື່ອງ​ຈາກ​ຫລາຍ​ທ້ອງ​ຖິ່ນ​ໃຊ້​ເງິນ​ເກີນ​ແຜນ​ໄປ​ໃນ​ບາງ​ໜ້າ​ວຽກ​ທີ່​ບໍ່​ນອນ​ໃນ​​ແຜນ​ ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ,

ອີກ​ດ້ານ​ໜຶ່ງ​ໃນ​ສະພາບທີ່​ລາຍ​ຮັບ​ງົບປະມານ​ລວມ ບໍ່​ສາມາດ​ເກັບ​ໄດ້​ຕາມ​ແຜນ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ​

ການ​ນຳ​ໃຊ້​ເງິນ​ເກີນ​ແຜນ​ຂອງ​ບາງ​ທ້ອງ​ຖິ່ນ​ ຍັງ​ເຮັດ​ໃຫ້ການ​ຂາດ​ດຸນ​ງົບປະມານ​ລວມ​ເພີ່ມຂຶ້ນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...