Homeສຸຂະພາບ ແລະ ສີ່ງແວດລ້ອມແຍກໃຫ້ອອກ! ຄວາມແຕກຕ່າງລະຫວ່າງ 'ໄຂ້ຫວັດໃຫຍ່' ກັບ 'ໄຂ້ຫວັດທຳມະດາ'

ແຍກໃຫ້ອອກ! ຄວາມແຕກຕ່າງລະຫວ່າງ ‘ໄຂ້ຫວັດໃຫຍ່’ ກັບ ‘ໄຂ້ຫວັດທຳມະດາ’

Published on

ໄຂ້ຫວັດໃຫຍ່ ກັບ ໄຂ້ຫວັດທຳມະດາ ເປັນໂລກຕິດເຊື້ອທາງເດີນຫາຍໃຈທີ່ມີອາການຄ້າຍກັນ ແຕ່ມັນມີຄວາມແຕກຕ່າງກັນຫຼາຍດ້ານ ທັງສາເຫດຂອງການເກີດໂລກ, ຄວາມຮຸນແຮງຂອງອາການປ່ວຍ ແລະແນວທາງການຮັກສາ.

ສາເຫດຂອງການເກີດໂລກ:

– ໄຂ້ຫວັດທຳມະດາ: ເກີດຈາກເຊື້ອໄວຣັສຫຼາຍຊະນິດ ໂດຍສະເພາະກຸ່ມໄຣໂນໄວຣັສ (Rhinovirus).

– ໄຂ້ຫວັດໃຫຍ່: ເກີດຈາກເຊື້ອໄວຣັສອິນຟູເອນຊາ (Influenza Virus) ເຊິ່ງມີຫຼາຍສາຍພັນ ແລະສາມາດກາຍພັນໄດ້.

ອາການຂອງໂລກ:

– ໄຂ້ຫວັດທຳມະດາ: ມັກມີອາການບໍ່ຮຸນແຮງ ເຊັ່ນ: ໄອ, ຈາມ, ຕັນດັງ, ນ້ຳມູກໄຫຼ ແລະເຈັບຄໍ. ອາການມັກຄ່ອຍໆດີຂຶ້ນເອງພາຍໃນ 7-10 ມື້.

– ໄຂ້ຫວັດໃຫຍ່: ມີອາການຮຸນແຮງກວ່າ ມັກມີໄຂ້ສູງ, ໜາວສັ່ນ, ເຈັບຫົວ, ປວດເມື່ອຍຕາມກ້າມເນື້ອ, ອ່ອນເພຍ ແລະອາດມີອາການແຊກຊ້ອນຮ້າຍແຮງ ເຊັ່ນ: ປອດອັກເສບ.

ການຕິດຕໍ່: ທັງສອງໂລກ ຕິດຕໍ່ຜ່ານລະອອງຝອຍຈາກການໄອ ຫຼື ຈາມ ແລະການສຳພັດພື້ນຜິວທີ່ມີເຊື້ອໄວຣັສປົນເປື້ອນຢູ່.

ການຮັກສາແລະປ້ອງກັນ:

– ໄຂ້ຫວັດທຳມະດາ: ຮັກສາຕາມອາການ ເຊັ່ນ: ດື່ມນ້ຳໃຫ້ຫຼາຍໆ, ພັກຜ່ອນໃຫ້ພຽງພໍ ແລະໃຊ້ຢາຫຼຸດໄຂ້ ຫຼື ຢາປົວຕາມອາການ.

– ໄຂ້ຫວັດໃຫຍ່: ອາດຈະຕ້ອງໃຊ້ຢາຕ້ານໄວຣັສໃນບາງກໍລະນີ ແລະຄວາມສັກວັກຊີນປ້ອງກັນໄຂ້ຫວັດໃຫຍ່ທຸກປີ ເພື່ອຫຼຸດຄວາມສ່ຽງໃນການຕິດເຊື້ອ.

ເຖິງແມ່ນວ່າໄຂ້ຫວັດທຳມະດາ ແລະໄຂ້ຫວັດໃຫຍ່ຈະມີອາການຄ້າຍຄືກັນ ແຕ່ໄຂ້ຫວັດໃຫຍ່ມີຄວາມຮຸນແຮງ ແລະອາດຈະເຮັດໃຫ້ເກີດພາວະແຊກຊ້ອນທີ່ຮຸນແຮງໄດ້.​ ດັ່ງນັ້ນ, ຫາກມີອາການໄຂ້ຂຶ້ນສູງ ແລະອ່ອນເພຍແຮງ ຄວນຮີບໄປຫາແພດ ເພື່ອຮັບກວນກວດ ແລະປິ່ນປົວຢ່າງເໝາະສົມ.

 

ທີ່ມາ: Phitsanulok Hospital, Chulalongkorn Hospital, Bangkok Hospital

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...