Homeຂ່າວຕ່າງປະເທດເທສະການສະແຫວງບຸນ ກຸມພະເມລາ (Kumbh Mela) ຂອງຊາວຮິນດູ ຄາດວ່າມີຄົນເຂົ້າຮ່ວມຫຼາຍກວ່າ 400 ລ້ານຄົນ

ເທສະການສະແຫວງບຸນ ກຸມພະເມລາ (Kumbh Mela) ຂອງຊາວຮິນດູ ຄາດວ່າມີຄົນເຂົ້າຮ່ວມຫຼາຍກວ່າ 400 ລ້ານຄົນ

Published on

ເທສະການສະແຫວງບຸນ ກຸມພະເມລາ (Kumbh Mela) ຂອງຊາວຮິນດູ ເລີ່ມຕົ້ນຂຶ້ນຢ່າງເປັນທາງການແລ້ວໃນປີນີ້ ທີ່ເມືອງອາລາຮາບັດ ຂອງລັດອຸຕາລະປະເທດ ທາງຕອນເໜືອຂອງອິນເດຍ ເຊິ່ງເປັນເທສະການໜຶ່ງທີ່ມີຊື່ສຽງໄປທົ່ວໂລກວ່າເປັນງານຊຸມນຸມຜູ້ສະແຫວງບຸນຂະໜາດໃຫຍ່ທີ່ສຸດຂອງມວນມະນຸດ.

ເທສະການດັ່ງກ່າວໄດ້ຈັດຂຶ້ນເປັນເວລາທັງມົດ 45 ມື້ ໂດຍມື້ທຳອິດແມ່ນວັນຈັນທີ 13 ມັງກອນ 2025 ຜ່ານມາ, ໂດຍເປີດໃຫ້ເຮັດເປັນພິທີໃຫຍ່ເພື່ອອາບນ້ຳຊຳລະລ້າງບາບໃນແມ່ນ້ຳຄົງຄາໄດ້ ຕັ້ງແຕ່ວັນທີ 14 ມັງກອນເປັນຕົ້ນໄປ ຕະຫຼອດໄລຍະເວລາ 6 ອາທິດຂອງເທສະການ ກຸມພະເມລາມີຜູ້ນັບຖືສັດທາໃນສາດສະໜາຮິນດູ ຈະພາກັນລົງມາອາບນ້ຳໃນແມ່ນ້ຳສັກສິດ ຢູ່ບໍລິເວນທີ່ເອີ້ນວ່າ ສັງຂໍາ ເຊິ່ງເປັນຈຸດທີ່ແມ່ນ້ຳຫຼາຍສາຍນມາເຊື່ອມຕໍ່ກັນເຊັ່ນ: ແມ່ນ້ຳຄົງຄາ, ແມ່ນ້ຳຍາມຸນາ ແລະ ແມ່ນ້ຳສະຣັດສະວັດຕີ.

ຊາວຮິນດູເຊື່ອສ່າການເຮັດພິທີອາບນ້ຳສັກສິດໃນເທສະການນີ້ ຈະຊ່ວຍຫຼ້າງບາບ ມົນທິນ ແລະ ຊຳລະຈິດວິນຍານໃຫ້ບໍລິສຸດ ປົດປ່ອຍພວກເຂົາໃຫ້ຫຼຸດພົ້ນ ຈາກວົງຈອນການວຽນວ້າຍຕາຍເກີດ ອັນເປັນການບັນລຸເປົ້າໝາຍສູງສຸດຂອງສາດສະໜາຮິນດູ.

ທາງການອິນເດຍໄດ້ຄາດການວ່າ:  ໃນມື້ທຳອິດຈະມີຜູ້ສັດທາລົງອາບໃນແມ່ນ້ຳຄົງຄາ ປະມານ 5-8 ລ້ານຄົນ ແຕ່ໃນມື້ທີ 2 ເຊິ່ງເປັນມື້ເລີ່ມມຕົ້ນພິທີໃຫຍ່ ຄາດວ່າໂຕເລກໜ້າຈະເພີ່ມຂຶ້ນໄປຮອດ 20 ລ້ານຄົນ ທແລະ ຄາດວ່າຈົບງານຈະມີຄົນມາຮ່ວມກວ່າ 400 ລ້ານຄົນ.

ທາງດ້ານລັດຖະບານອິນເດຍລະບຸວ່າ: ໄດ້ທຸ້ມງົບປະມານຈັດງານເທສະການນີ້ເຖິງ 70,000 ລ້ານລູປີ ແລະ ຄາດວ່າຈະໄດ້ກຳໄລຈາກຈັດງານຄັ້ງນີ້ທີ່ 250,000 ລ້ານລູປີ ສຳລັບເຂດຈັດພິທີ ແລະ ຄ້າຍພັກຜູ້ສະແຫວງບຸນ ຕັ້ງຢູ່ໃນພຶ້ນທີ່ກວ້າງໃຫຍ່ກວ່າ 4,000 ເຮັກຕາ ເຊິ່ງປະກອບໄປດ້ວຍເຕັ້ນທີ່ພັກ ແລະ ທາງການໃຊ້ເຈົສ້ານ້າທີ່ຕຳຫຼວດຫຼາຍກວ່າ 40,000 ຄົນເພື່ອຄອຍດູແລຄວາມເປັນລະບຍບຮຽບຮ້ອຍ.

ແຫຼ່ງຂ່າວ: BBC

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...