spot_img
Homeຂ່າວຕ່າງປະເທດທ່ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີການາດາປະກາດລາອອກຈາກຕຳແໜ່ງ ຫຼັງດຳລົງຕຳແໜ່ງ 9 ປີ

ທ່ານ ຈັສຕິນ ທຣູໂດ ນາຍົກລັດຖະມົນຕີການາດາປະກາດລາອອກຈາກຕຳແໜ່ງ ຫຼັງດຳລົງຕຳແໜ່ງ 9 ປີ

Published on

ທ່ານ ຈັສຕິນ ທຣູໂດ ປະກາດລາອອກຈາກຕຳແໜ່ງນາຍົກລັດຖະມົນຕີການາດາ ຫຼັງດຳລົງຕຳແໜ່ງ 9 ປີ

ໃນວັນທີ 6 ມັງກອນ 2025 ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ ຈັສຕິນ ທຣູໂດ (Justin Trudeau), ນາຍົກລັດຖະມົນຕີການາດາ ໄດ້ປະກາດລາອອກຈາກຕຳແໜ່ງຜູ້ນຳປະເທດ ແລະຫົວໜ້າພັກ Liberal ຫຼັງດຳລົງຕຳແໜ່ງມາ 9 ປີ, ໂດຍໃຫ້ເຫດຜົນວ່າເກີດປັນຫາການເມືອງພາຍໃນພັກ ແລະຄະແນນຄວາມນິຍົມສ່ວນຕົວທີ່ຫຼຸດລົງ ສົ່ງຜົນຕໍ່ປະສິດທິພາບ ໃນການນຳພັກເຂົ້າສູ່ການເລືອກຕັ້ງໃນຄັ້ງຕໍ່ໄປ. ທ່ານຈະຍັງຄົງດຳລົງຕຳແໜ່ງ ຈົນກວ່າພັກຈະເລືອກຜູ້ນຳຄົນໃໝ່ ເຊິ່ງຄາດວ່າຈະເກີດຂຶ້ນກ່ອນວັນທີ 24 ມີນາ 2025.

ທ່ານ ຈັສຕິນ ທຣູໂດ ໃຫ້ເຫດຜົນຂອງການລາອອກວ່າ ມາຈາກການຂັດແຍ້ງກັນພາຍໃນພັກ Liberal ເພີ່ມຂຶ້ນ ຈົນສົ່ງຜົນກະທົບຕໍ່ກັບການບໍລິຫານງານ ແລະໂອກາດໃນການແຂ່ງຂັນເລືອກຕັ້ງ ທີ່ກຳລັງຈະມາເຖິງໃນປາຍປີ 2025.

ພ້ອມນີ້, ທ່ານໄດ້ກ່າວໃນງານຖະແຫຼງຂ່າວວ່າ “ປະເທດນີ້ສົມຄວນມີຕົວເລືອກທີ່ແທ້ຈິງໃນການເລືອກຕັ້ງຄັ້ງຕໍ່ໄປ ແລະ ຫາກຂ້າພະເຈົ້າ ຍັງຕ້ອງຕໍ່ສູ້ກັບປັນຫາພາຍໃນພັກ ຂ້ອຍຈະບໍ່ແມ່ນຕົວເລືອກທີ່ດີທີ່ສຸດສຳລັບປະຊາຊົນ”.

ປັນຫາພາຍໃນປະເທດທີ່ກະທົບຄວາມນິຍົມຂອງ ທ່ານ ຈັສຕິນ ທຣູໂດ :
1. ເສດຖະກິດ ແລະ ຄ່າຄອງຊີບ: ລາຄາທີ່ຢູ່ອາໄສໃນແຄນາດາເພີ່ມຂຶ້ນຈົນປະຊາຊົນສ່ວນໃຫຍ່ບໍ່ສາມາດຈັບຕ້ອງໄດ້ ຂະນະທີ່ນະໂຍບາຍແກ້ໄຂປັນຫາຂອງລັດຖະບານ ຍັງບໍ່ໄດ້ຜົນລັບທີ່ຊັດເຈນ.

ລາຄາສິນຄ້າອຸປະໂພກບໍລິໂພກ ໂດຍສະເພາະອາຫານ ແລະຂອງໃຊ້ໃນຊີວິດປະຈຳວັນ ພຸ່ງສູງຂຶ້ນໃນຊ່ວງຫຼັງ COVID-19 ສ້າງຄວາມບໍ່ພໍໃຈໃຫ້ກັບປະຊາຊົນ.

2. ບໍລິການສາທາລະນະທີ່ຕຶງໂຕ: ການຕັ້ງເປົ້າໝາຍດ້ານຜູ້ອົບພະຍົບຈຳນວນຫຼາຍ ສົ່ງຜົນກະທົບຕໍ່ລະບົບບໍລິການສາທາລະນະ ເຊັ່ນ: ສາທາລະນະສຸກແລະການສຶກສາ ທີ່ບໍ່ສາມາດຮອງຮັບຄວາມຕ້ອງການໄດ້ຢ່າງພຽງພໍ.

3. ການຕອບສະໜອງຕໍ່ການປະທ້ວງ: ຈາກເຫດການ Freedom Convoy ໃນປີ 2022 ເຊິ່ງປະຊາຊົນລວມໂຕກັນປະທ້ວງ ຕໍ່ຕ້ານມາດຕະການວັກຊີນ ແລະຂໍ້ຈຳກັດໃນຊ່ວງ COVID-19 ສົ່ງຜົນໃຫ້ລັດຖະບານຕ້ອງປະກາດໃຊ້ມາດຕະການສຸກເສີນ ທ່າມກາງສຽງວິພາກວິຈານວ່າລັດຖະບານໃຊ້ອຳນາດເກີນຂອບເຂດ.

4. ຂໍ້ຈຳກັດໃນນະໂຍບາຍສິ່ງແວດລ້ອມ: ເຖິງແມ່ນວ່າລັດຖະບານຈະຜັກດັນພາສາຄາບອນເພື່ອແກ້ໄຂປັນຫາສິ່ງແວດລ້ອມ ແຕ່ນະໂຍບາຍດັ່ງກ່າວກັບຖືກແນມວ່າເຮັດໃຫ້ຄ່າຄອງຊີບສູງຂຶ້ນ ໂດຍບໍ່ມີມາດຕະການຊ່ວຍເຫຼືອປະຊາຊົນທີ່ພຽງພໍ.

5. ຄວາມທ້າທາຍຈາກນະໂຍບາຍຕ່າງປະເທດ: ການປະເຊີນໜ້າກັບການຂູ່ຂຶ້ນລາຄາພາສີນຳເຂົ້າສິນຄ້າ ຈາກອະດີດປະທານາທິບໍດີສະຫະລັດ Donald Trump ກົດດັນເສດຖະກິດແຄນາດາ ຂະນະທີ່ການຕອບໂຕ້ຂອງລັດຖະບານ ທ່ານ ຈັສຕິນ ທຣູໂດ ຖືກເບິ່ງວ່າບໍ່ເດັດຂາດພໍ.

ທ່ານ ຈັສຕິນ ທຣູໂດ ເປັນທີ່ຮູ້ຈັກຈາກການຜັກດັນນະໂຍບາຍດ້ານຄວາມເທົ່າທຽມ ແລະຄວາມກ້າວໜ້າ ເຊັ່ນ: ການຈັດຕັ້ງຄະນະລັດຖະມົນຕີ ທີ່ປະກອບດ້ວຍຜູ້ຍິງ 50%, ການເຮັດໃຫ້ກັນຊາຖືກກົດໝາຍ, ການຈັດຕັ້ງໂຄງການ Canada Child Benefit ແລະປະກັນສຸຂະພາບແຂ້ວ ສຳລັບປະຊາຊົນບາງກຸ່ມ.

ການລາອອກຂອງທ່ານ ຖືເປັນຈຸດສິ້ນສຸດຂອງຍຸກທີ່ເລີ່ມຕົ້ນໃນປີ 2015 ດ້ວຍຄຳໝັ່ນສັນຍາທີ່ຈະນຳປະເທດເຂົ້າສູ່ “Sunny Ways” ຫຼື ແນວທາງການບໍລິຫານທີ່ໂປ່ງໃສແລະກ້າວໜ້າ. ຢ່າງໃດກໍຕາມ, ຄວາມນິຍົມຂອງລາວຫຼຸດລົງຢ່າງຕໍ່ເນື່ອງໃນຊ່ວງຫຼັງມານີ້ ໂດຍໂພລຫຼ້າສຸດສະແດງໃຫ້ເຫັນວ່າ ຄະແນນນິຍົມຂອງລາວຢູ່ທີ່ພຽງ 22% ແລະພັກ Liberal ກຳລັງຕາມຫຼັງພັກ Conservative ທີ່ມີ Pierre Poilievre ເປັນແກນນຳ.

ໂດຍທີ່ພັກ Liberal ຈະຈັດປະຊຸມເພື່ອເລີ່ມຂະບວນການເລືອກຕັ້ງຜູ້ນຳຄົນໃໝ່ໃນໄວໆນີ້, ໃນຂະນະທີ່ພັກຝ່າຍຄ້ານ ເຊັ່ນ Conservative ແລະ Bloc Quebecois ກົດດັນໃຫ້ມີການເລືອກຕັ້ງທົ່ວໄປໂດຍໄວ.

Pierre Poilievre ຜູ້ນຳພັກ Conservative ໃຫ້ຄວາມເຫັນວ່າ: ການປ່ຽນຜູ້ນຳ ບໍ່ໄດ້ປ່ຽນແປງນະໂຍບາຍທີ່ລົ້ມເຫຼວຂອງພັກ Liberal ແລະເຕືອນປະຊາຊົນບໍ່ຄວນຫຼົງກົນກັບ “ໜ້າຕາໃໝ່” ຂອງພັກເກົ່າ.

ການລາອອກຂອງ Justin Trudeau ບໍ່ພຽງຕໍ່ສົ່ງຜົນກະທົບຕໍ່ພັກ Liberal ແຕ່ຍັງເປັນຈຸດປ່ຽນສຳຄັນຂອງການເມືອງແຄນາດາ ທີ່ອາດຈະນຳໄປສູ່ການປ່ຽນແປງຄັ້ງໃຫຍ່ ໃນການເລືອກຕັ້ງທີ່ກຳລັງຈະມາຮອດນີ້.

ທີ່ມາ: BBC

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...