ອີງຕາມແຈ້ງການ ຫ້ອງການ ທະນາຄານແຫ່ງ ສປປ ລາວ ລົງເມືອວັນທີ 8 ພະຈິກ 2024 ກ່ຽວກັບການນໍາໃຊ້ເງິນກີບຂອງ ສປປ ລາວ ໃຫ້ຖືກວິທີ, ຊຶ່ງມີລາຍລະອຽດດັ່ງລຸ່ມນີ້:
1. ທ້າຍປີ 2022 ຜ່ານມາ ທະນາຄານແຫ່ງ ສປປ ລາວ ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ນໍາເອົາເງິນກີບປະເພດໃບ 10,000 ກີບ, 20,000 ກີບ, 50,000 ກີບ ແລະ ໃບ 100,000 ກີບ ລຸ້ນປີ 2020 (ຮູບແບບປັບປຸງໃຫມ່) ອອກໃຫ້ສັງຄົມໄດ້ນໍາໃຊ້, ຈຸດປະສົງເພື່ອປ່ຽນແທນເງິນກີບເກົ່າຈີກຂາດເສື່ອມຄຸນນະພາບ ທີ່ຜ່ານການນໍາໃຊ້ມາຫຼາຍປີ ແລະ ຍົກສູງຄຸນ ນະພາບມາດຕະຖານລະດັບເຕັກນິກ ຕ້ານການປອມແປງໃຫ້ທັນສະໄຫມຫຼາຍຂຶ້ນກວ່າເກົ່າ ສ້າງຄວາມເຊື່ອຫມັ້ນໃຫ້ສັງຄົມ ໃນການພົກພາຖືຄອງເງິນກີບ ຍົກສູງສ້າງຄຸນຄ່າເງິນຕາແຫ່ງຊາດໃຫ້ທຽບເທົ່າກັບເງິນຂອງບັນດາປະເທດອ້ອມຂ້າງໃນພາກພື້ນ ແລະ ສາກົນ;
2. ຄຸນລັກສະນະໂດຍລວມຂອງໃບເງິນກີບ ເປັນໃບເງິນທີ່ບໍ່ມີຂອບຖືກຈັດພິມຂຶ້ນມາດ້ວຍເຈ້ຍພິເສດສະເພາະ ມີລະບົບປ້ອງກັນການປອມແປງທີ່ສູງ, ມີຂະຫນາດລວງຍາວຫຼຸດລື່ນກັນ 3 ມິລີແມັດ ຄື: ປະເພດໃບ 10,000 ກີບ 153 ມິລີ ແມັດ, ປະເພດໃບ 20,000 ກີບ 156 ມິລີແມັດ, ປະເພດໃບ 50,000 ກີບ 159 ມິລີແມັດ ແລະ ປະເພດໃບ 100,000 ກີບ 162 ມິລີແມັດ. ສ່ວນຂະຫນາດລວງກວ້າງ ແມ່ນເທົ່າກັນຫມົດທຸກປະເພດໃບກໍຄື 72 ມີລີແມັດ, ການທີ່ກໍານົດຂະຫນາດ ຄວາມຍາວຫຼຸດລື່ນກັນ 3 ມິລີແມັດ ເພື່ອຕີຖອຍປະກົດການຫຍໍ້ທໍ້ຂອງກຸ່ມຄົນທີ່ສວຍໃຊ້ໂອກາດ ໃນຂະບວນການກວດ ນັບຮັບ-ຈ່າຍເງິນກີບ ໂດຍນໍາເອົາເງິນກີບປະເພດໃບໃຫຍ່ສັບປົນເປໃສ່ກັບເງິນກີບປະເພດໃບນ້ອຍ (ຫຼືວ່າເງິນຍັດໃສ້) ທີ່ ເປັນສາເຫດພາໃຫ້ເກີດປະກົດການເງິນຂາດເຫຼືອ-ບໍ່ຄົບຖ້ວນຕາມຈໍານວນ, ຊຶ່ງບົດຮຽນຂອງບັນດາປະເທດອ້ອມຂ້າງໃນ ພາກພື້ນ ແລະ ສາກົນ ກໍໄດ້ມີການກໍານົດຂະຫນາດຄວາມຍາວຂອງໃບທະນະບັດແບບລັກສະນະດຽວກັນ ເຊັ່ນ: ສປ ຈີນ, ສສ ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ;
3. ການນໍາໃຊ້ເງິນກີບໃນສັງຄົມຍັງເຫັນວ່າບໍ່ຖືກວິທີ ເກີດມີປະກົດການນໍາເອົາເງິນກີບ ໄປຕັດຂອບ ເພື່ອໃຫ້ມີຂະຫນາດ ເທົ່າກັນຄືປະເພດໃບເງິນລຸ້ນເກົ່າ ຫຼື ອາດຈະເປັນການປັ່ນປ່ວນຂອງກຸ່ມຄົນທີ່ບໍ່ຫວັງດີ ສວຍໂອກາດສ້າງຄວາມບໍ່ສະຫງົບ ໃນສັງຄົມ, ຊຶ່ງເປັນການກະທໍາທີ່ບໍ່ຖືກຕ້ອງຕາມລະບຽບກົດຫມາຍທີ່ກ່ຽວຂ້ອງ ເພາະເປັນການທໍາລາຍໃບເງິນກີບໂດຍເຈດຕະນາ ຊຶ່ງເງິນກີບທີ່ມີການຕັດຂອບນັ້ນ ອີງຕາມຂໍ້ຕົກລົງວ່າດ້ວຍການຄຸ້ມຄອງທະນະບັດໃນຂອດຈໍລະຈອນ ສະບັບເລກທີ 407/ທຫລ, ລົງວັນທີ 10 ກໍລະກົດ 2020 ມາດຕາ 11 ຂໍ້ 5 ແມ່ນບໍ່ສາມາດແລກປ່ຽນຄືນໄດ້ ແລະ ບໍ່ສາມາດນໍາໃຊ້ຊໍາລະ ຄ່າສິນຄ້າ ແລະ ບໍລິການໃນດິນແດນ ສປປ ລາວ;
4. ສໍາລັບເງິນກີບຖືກຕັດຂອບທີ່ພົບເຫັນ ທະນາຄານທຸລະກິດຕ້ອງເກັບຮັກສາໄວ້ ແລ້ວນໍາສົ່ງໃຫ້ທະນາຄານແຫ່ງ ສປປ ລາວ ເພື່ອທໍາລາຍຕາມລະບຽບການທີ່ກໍານົດໄວ້. ກໍລະນີທີ່ພົບເຫັນເປັນຈໍານວນຫຼາຍ ແມ່ນໃຫ້ສົມທົບກັບເຈົ້າຫນ້າທີ່ກ່ຽວຂ້ອງ ເພື່ອສືບສວນ-ສອບສວນ ຫຼື ປະຕິບັດຕາມມາດຕະການທີ່ກໍານົດໄວ້ໃນ ມາດຕາ 282 ຂອງປະມວນກົດຫມາຍອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017 ຫຼື ກົດຫມາຍທີ່ກ່ຽວຂ້ອງ.
ສະນັ້ນ, ທະນາຄານແຫ່ງ ສປປ ລາວ ຈຶ່ງແຈ້ງມາຍັງທຸກພາກສ່ວນຊາບ ແລະ ຂໍຮຽກຮ້ອງໃຫ້ທຸກຄົນໃນທົ່ວສັງຄົມ ຈົ່ງເປັນເຈົ້າການ ໃຊ້ສິດເປັນເຈົ້າຂອງປະເທດຊາດດ້ວຍການປົກປ້ອງ ແລະ ນໍາໃຊ້ເງິນກີບ ທີ່ເປັນຫົວຫນ່ວຍເງິນຕາຂອງຊາດ ຢ່າງຖືກວິທີ ແລະ ບໍ່ຄວນນໍາໃຊ້ເງິນກີບເຂົ້າໃນພິທີທາງສາສະຫນາ ດ້ວຍການພັບ, ການຫນີບ, ການຂີດຂຽນໃສ່ໃບເງິນ, ການວ່ານເຮັດຝົນຮ່າແກ້ວ, ເຮັດເປັນຮູບໂຕສັດ, ເຮັດຂັນຫມາກເບັງ ຫຼື ດ້ວຍຮູບການອື່ນໆ ທີ່ເປັນສາເຫດ ເຮັດໃຫ້ໃບເງິນເສື່ອມຄຸນນະພາບ, ຈີກຂາດກ່ອນກໍານົດເວລາ ແລະ ເພື່ອເປັນການປະກອບສ່ວນສົ່ງເສີມການນໍາໃຊ້ເງິນກີບໃຫ້ນັບມື້ກວ້າງຂວາງ, ສ້າງຄຸນຄ່າຂອງເງິນກີບໃຫ້ສູງຂຶ້ນ ເພື່ອຮັກສາສະຖຽນລະພາບເງິນຕາແຫ່ງຊາດ ໃຫ້ມີຄວາມຫມັ້ນຄົງ ແລະ ຍືນຍົງ.