spot_img
Homeຂ່າວພາຍ​ໃນຍົກລະດັບຄວາມຮູ້ໃຫ້ສື່ມວນຊົນ ໃນການລາຍງານຂ່າວ ກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກ

ຍົກລະດັບຄວາມຮູ້ໃຫ້ສື່ມວນຊົນ ໃນການລາຍງານຂ່າວ ກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກ

Published on

ວັນທີ 4 ພະຈິກ 2024 ທີ່ນະຄອນຫຼວງວຽງຈັນ, ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ໄດ້ຈັດຊຸດຝຶກອົບຮົມຍົກລະດັບຄວາມຮູ້ໃຫ້ສື່ມວນຊົນ ພາຍໃຕ້ຫົວຂໍ້: ການເປັນກະບອກສຽງ ແລະ ການລາຍງານຂ່າວທີ່ມີຄວາມຮັບຜິດຊອບກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງ-ເດັກ ໂດຍມີ ທ່ານ ພຸດທະວັນ ສີສະຫວັດ ທີ່ປຶກສາດ້ານການສື່ສານ ອົງການ UNFPA ພ້ອມດ້ວຍສື່ມວນຊົນຈາກພາກລັດ-ເອກະຊົນເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ພຸດທະວັນ ສີສະຫວັດ ຄະນະປະສານງານດ້ານສື່ມວນຊົນ ຂອງອົງການສະຫະປະຊາຊົນ ກອງທຶນສຳລັບປະຊາກອນ ໄດ້ກ່າວວ່າ: ຄວາມຮຸນແຮງບົນພື້ນຖານທາງເພດ ແມ່ນການລະເມີດສິດທິມະນຸດຢ່າງຮຸນແຮງ, ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ໄດ້ຮັບຜົນກະທົບທາງຮ່າງກາຍ ເຊັ່ນ: ການບາດເຈັບ, ການຖືພາທີ່ບໍ່ຕ້ອງການ, ການເອົາລູກອອກທີ່ບໍ່ປອດໄພ, ການຕິດພະຍາດຕິດຕໍ່ທາງເພດສໍາພັນ. ບໍພຽງແຕ່ເທົ່ານັ້ນ, ຍັງໄດ້ຮັບຜົນກະທົບທາງດ້ານຈິດໃຈທີ່ອາດຈະຝັງເລິກໃນໃຈໄປຕະຫລອດຊີວິດ, ຖືກຕໍານິຕິຕຽນ, ຖືກປະຕິບັດທີ່ບໍ່ດີຈາກຊຸມຊົນຂອງເຂົາເຈົ້າ. ໃນທົ່ວໂລກ ແມ່ຍິງ 1 ໃນ 3 ຄົນ ເຄີຍປະສົບກັບຄວາມຮຸນແຮງຕໍ່ຮ່າງກາຍ ແລະ ທາງເພດໃນຊີວິດ ຕົ້ນຕໍແມ່ນຈາກຄູ່ຮັກຂອງເຂົາເຈົ້າເອງ.

ສຳລັບໃນ ສປປ ລາວ ໄດ້ຄົ້ນຄວ້າກ່ຽວກັບຄວາມຮຸນແຮງຕໍ່ແມ່ຍິງລະດັບຊາດໃນປີ 2014 ພົບວ່າມີ 1 ໃນ 3 ຂອງແມ່ຍິງທີ່ເຄີຍຢູ່ໃນສາຍສໍາພັນເຄີຍປະສົບກັບຄວາມຮຸນແຮງຕໍ່ຮ່າງກາຍ, ທາງເພດຈາກຄູ່ຮັກຂອງເຂົາເຈົ້າ. ສາເຫດຍ້ອນຄວາມຮຸນແຮງບົນພື້ນຖານທາງເພດຖືກຍອມຮັບ ແລະ ຖືເປັນເລື່ອງປົກກະຕິຈາກທັດສະ ນະຂອງທັງຍິງ ແລະ ຊາຍ. ຈາກການສໍາຫຼວດດັດສະນີໝາຍສັງຄົມລາວ (LSIS) ພົບວ່າເກືອບ 1 ໃນ 3 ຂອງແມ່ຍິງໃນລາວເຊື່ອວ່າການທີ່ຜູ້ຊາຍຕີເມຍເປັນເລື່ອງທີ່ເຂົ້າໃຈໄດ້. ນອກຈາກນີ້, ປະຊາກອນເພດຍິງຢູ່ແຂວງອັດ ຕະປື, ອຸດົມໄຊ ແລະ ຜົ້ງສາລີ ປະສົບກັບຄວາມຮຸນແຮງມີເກືອບ 1 ໃນ 2.

ຊຸດຝຶກອົບຮົມໃນຄັ້ງນີ້, ສຳມະນາກອນ ໄດ້ຮຽນຮູ້ກ່ຽວກັບລາຍງານເຫດການໃຊ້ຄວາມຮຸນແຮງບົນພື້ນ ຖານທາງເພດ ຢ່າງມີຈັນຍາບັນ ເຊິ່ງສາມາດສ້າງຄວາມເຂັ້ມແຂງໃຫ້ຜູ້ລອດຊີວິດຈາກຄວາມຮຸນແຮງໄດ້; ປູກຈິດສໍານຶກໃນຊຸມຊົນກ່ຽວກັບຄວາມຮຸນແຮງບົນພື້ນຖານທາງເພດ, ພ້ອມທັງວິທີການປ້ອງກັນ ແລະ ໂຕ້ຕອບຕໍ່ຄວາມຮຸນແຮງ; ສົ່ງເສີມຄວາມສະເໝີພາບທາງເພດ ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ອື່ນໆ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...