Homeຂ່າວການຮ່ວມມືລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

ລາວ-ກຳປູເຈຍ ສືບຕໍ່ພົວພັນຮ່ວມມືບົດບາດດ້ານນິຕິບັນຍັດ

Published on

ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະ ກັບ ສົມເດັດມະຫາ ຣັດສະເພຍທິກາ ທິພະໄດ ຄູນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ຣາຊະອານາຈັກກຳປູເຈຍ ໃນວັນທີ 23 ຕຸລາ 2024, ທີ່ນະຄອນຫລວງວຽງຈັນ ໃນໂອກາດທີ່ ສົມເດັດ ນໍາພາຄະນະຜູ້ແທນສະພາແຫ່ງຊາດກຳປູເຈຍ ເດີນທາງມາເຂົ້າຮ່ວມກອງປະຊຸມໃຫຍ່ສະ ມັດຊາລັດຖະສະພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ທີ່ ສປປ ລາວ.

ທ່ານ ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມໄອປາ ຂອງຄະນະຜູ້ແທນສະພາແຫ່ງຊາດກຳປູເຈຍ ຄັ້ງນີ້, ເປັນການປະກອບສ່ວນສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະ ພາບທີ່ມີມູນເຊື້ອ, ການພົວພັນແບບຄູ່ຮ່ວມຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ສອງປະເທດ ລາວ-ກໍາປູເຈຍ. ພ້ອມທັງຖືໂອກາດນີ້, ຝາກຄວາມຢື້ຢາມຖາມຂ່າວ ແລະ ຄໍາເຊື້ອເຊີນ ຜ່ານສົມເດັດປະທານສະພາແຫ່ງຊາດ ໄປຍັງ ສົມເດັດ ຮຸນເຊນ ປະທານສະພາສູງ ແຫ່ງ ຣາຊະອານາ ຈັກກຳປູເຈຍ ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນເວລາທີ່ເໝາະສົມ; ຊົມເຊີຍຕໍ່ບັນດາຜົນສຳເລັດອັນໃຫຍ່ຫລວງໃນຫລາຍດ້ານ ທີ່ປະຊາຊົນກໍາປູເຈຍຍາດມາໄດ້, ເປັນການປະກອບສ່ວນເຮັດໃຫ້ຣາຊະອານາຈັກກໍາປູເຈຍ ມີສະຖຽນລະພາບດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງດີຂຶ້ນເປັນກ້າວໆ ແລະ ບົດບາດອິດທິພົນຊື່ສຽງຂອງກໍາປູເຈຍ ນັບມື້ນັບໄດ້ຮັບການຍົກສູງຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.

ປັດຈຸບັນ ສປປ ລາວ ສຸມໃສ່ກະກຽມປັບປຸງລັດຖະທໍາມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງຕ່າງໆ ຕາມແນວທາງປ່ຽນແປງໃໝ່ ຢ່າງຮອບດ້ານ ທີ່ມີຫລັກການຂອງພັກ ເຮັດໃຫ້ການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ດ້ວຍກົດໝາຍ ມີຄວາມເຂັ້ມງວດ ແລະ ສັກສິດເປັນກ້າວໆ, ສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ ແລະ ກົດໝາຍ ໃນທົ່ວສັງຄົມ ໄດ້ຮັບການຍົກສູງຂຶ້ນ ໄດ້ສ້າງເງື່ອນໄຂພື້ນຖານ ໃຫ້ແກ່ການສ້າງລັດ ສປປ ລາວ ໃຫ້ເປັນລັດທີ່ປົກຄອງ ດ້ວຍກົດໝາຍເທື່ອລະກ້າວ ແລະ ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ກ້າວເຂົ້າສູ່ກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃນຕົ້ນປີ 2026 ແລະ ສະພາແຫ່ງຊາດລາວ ກໍຫ້າງຫາກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອ 8 ຂອງສະພາແຫ່ງຊາດຊຸດທີ IX ໃນເດືອນພະຈິກ 2024 ທີ່ຈະມາເຖິງນີ້.

ທ່ານ ໄຊສົມພອນ ພົມວິຫານ ໄດ້ສະເໜີບາງທິດທາງການຮ່ວມມື ໃນຕໍ່ໜ້າເຊັ່ນ: ສືບຕໍ່ຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ທີ່ສອງສະພາແຫ່ງຊາດ ໄດ້ລົງນາມຮ່ວມກັນ ໃນໄລຍະຜ່ານມາ ໃຫ້ເປັນຮູບປະທໍາກວ່າເກົ່າ ໂດຍສືບຕໍ່ແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ ນັບແຕ່ສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ ໂດຍສະເພາະການແລກປ່ຽນຢ້ຽມຢາມ ລະຫວ່າງ ສະພາປະຊາຊົນຂັ້ນແຂວງ ທີ່ມີຊາຍແດນຕິດຈອດກັນ ເພື່ອແລກປ່ຽນບົດຮຽນກ່ຽວກັບການຈັດຕັ້ງປະຕິບັດພາລະບົດບາດ ຂອງອົງການນິຕິບັນຍັດ ນໍາກັນ; ສືບຕໍ່ຊຸກຍູ້ ແລະ ສົ່ງເສີມ ໃຫ້ຂະແໜງການຂອງສອງລັດຖະບານ ໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ ແລະ ນິຕິກຳອື່ນໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ມີປະສິດທິຜົນສູງກວ່າເກົ່າ ແລະ ນໍາເອົາປະ ໂຫຍດອັນແທ້ຈິງ ມາສູ່ປະຊາຊົນສອງຊາດ; ສອງຝ່າຍສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ທີ່ເປັນມູນເຊື້ອທີ່ດີງາມມາແຕ່ດົນນານ ຂອງສອງອົງການນິຕິບັນຍັດ ໃນການສະໜັບສະໜູນ ແລະ ຮ່ວມມືກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...