spot_img
Homeຂ່າວພາຍ​ໃນຣັດເຊຍ ມອບນໍ້າມັນພືດ 3.400 ແກັດ ແກ່ໂຮງຮຽນທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

ຣັດເຊຍ ມອບນໍ້າມັນພືດ 3.400 ແກັດ ແກ່ໂຮງຮຽນທີ່ໄດ້ຮັບຜົນກະທົບຈາກນ້ຳຖ້ວມ

Published on

ລັດຖະບານຣັດເຊຍ ມອບນໍ້າມັນພືດປຸງແຕ່ງອາຫານ ຈໍານວນ 47 ໂຕນ (3.400 ແກັດ, ແຕ່ລະແກັດ ບັນຈຸນ້ຳມັນພືດ 15 ຕຸກ) ໃຫ້ລັດຖະບານລາວ ກໍຄື: ກະຊວງສຶກສາທິການ ແລະ ກິລາ ໂດຍມອບຜ່ານອົງການອາຫານໂລກ ປະຈຳ ສປປ ລາວ, ເພື່ອນຳໄປປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກຮຽນຊັ້ນປະຖົມ ໃນ 12 ເມືອງ ຢູ່ແຂວງຫຼວງນ້ຳທາ ແລະ ແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຕາງໜ້າມອບໂດຍ ທ່ານ ວະລາດີເມຍ ຄາລີນິນ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳ ສປປ ລາວ.

May be an image of 2 people, dais and text

ທ່ານ ວະລາດີເມຍ ຄາລີນິນ ໄດ້ໃຫ້ຮູ້ວ່າ: ນັບແຕ່ປີ 2018 ເປັນຕົ້ນມາ, ຣັດເຊຍ ໄດ້ເປັນຄູ່ຮ່ວມມືກັບອົງການອາຫານໂລກ ໃນການສະໜັບສະໜູນ ວຽກງານຂອງລັດຖະບານລາວ ໃນການສ້າງຄວາມຢືດຢຸ່ນຂອງຊຸມຊົນ ແລະ ອາຫານໃນໂຮງຮຽນ. ການຊ່ວຍເຫຼືອອາຫານ ໃຫ້ເດັກນ້ອຍ ຢູ່ໂຮງຮຽນໃນເຂດຊົນນະບົດຂອງ ສປປ ລາວ ຄັ້ງນີ້, ແມ່ນດຳເນີນໄປຄຽງຄູ່ກັບລະບົບການເສີມສ້າງຄວາມເຂັ້ມແຂງ ແລະ ການສ້າງຂີດຄວາມອາດສາມາດຂອງຣັດເຊຍ ທີ່ມີການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ, ເພື່ອສົ່ງເສີມວຽກງານອາຫານໃນໂຮງຮຽນຢູ່ 4 ແຂວງພາກເໜືອ ຂອງ ສປປ ລາວ. ພວກເຮົາເຊື່ອວ່າ: ການເຂົ້າເຖິງອາຫານທີ່ດີຕໍ່ສຸຂະພາບ ໃນໂຮງຮຽນເປັນປະຈຳ ເປັນຫົນທາງທີ່ດີໃນການຕໍ່ສູ້ກັບການຂາດສານອາຫານ ແລະ ສ້າງກໍາລັງແຮງງານທີ່ເຂັ້ມແຂງ ສໍາລັບອະນາຄົດຂອງ ສປປ ລາວ.

May be an image of 2 people and text

ທ່ານ ມາກ ອານເດຣ ໂປຣສ ຜູ້ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ກ່າວວ່າ: ອາຫານໃນໂຮງຮຽນມີບົດບາດສໍາຄັນໃນການຮັກສາເດັກນ້ອຍໃຫ້ຢູ່ໃນໂຮງຮຽນ ເພາະວ່າອາຫານໃນໂຮງຮຽນ ຊ່ວຍແບ່ງເບົາພາລະໃຫ້ແກ່ຄອບຄົວ ທີ່ມີຄວາມຫຍຸ້ງຍາກໃນການຫາອາຫານມາລ້ຽງດູຄອບຄົວ ໃນແຕ່ລະວັນ, ໂດຍສະເພາະໃນຊຸມຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ເມື່ອບໍ່ດົນມານີ້, ການສູນເສຍສະບຽງອາຫານ ແລະ ການເກັບກ່ຽວຄັ້ງຕໍ່ໄປຍິ່ງມີຄວາມສຳຄັນຫຼາຍ.ນອກຈາກນີ້, ການຊ່ວຍເຫຼືອດ້ານສະບຽງອາຫານ ຈາກປະເທດຣັດເຊຍ ຍັງຊ່ວຍໃຫ້ໂຄງການອາຫານທ່ຽງແຫ່ງຊາດ ຂອງລັດຖະບານ ສປປ ລາວ ສາມາດສືບຕໍ່ຈັດຕັ້ງປະຕິບັດ, ໂດຍສະເພາະໃນພື້ນທີ່ ທີ່ປະສົບກັບບັນຫາການຂາດສານອາຫານສູງ ແລະ ຄວາມບໍ່ໝັ້ນຄົງທາງດ້ານອາຫານຕາມລະດູການ.

May be an image of text

ນັບແຕ່ປີ 2002 ເປັນຕົ້ນມາ, ລັດຖະບານ ແຫ່ງ ສປປ ລາວ ໄດ້ສ້າງລະບົບໂພຊະນາການຂອງໂຮງຮຽນໂດຍໄດ້ຮັບການສະໜັບສະໜູນຈາກຫລາຍພາກສ່ວນ ດ້ວຍການຊ່ວຍເຫລືອດັ່ງກ່າວ, ສປປ ລາວ ໄດ້ບັບັນລຸຜົນ ສຳເລັດຫລາຍດ້ານ ໂດຍສະເພາະ ການປັບປຸງຜົນການສຶກສາຄຽງຄູ່ ໄປກັບການແກ້ໄຂບັນຫາການຂາດສານອາຫານ ດ້ວຍການຈັດສັນທຶນຮອນແຫ່ງຊາດ ເຂົ້າໃນໂຄງການ ໂດຍການເຂົ້າຮ່ວມການເປັນສະມາຊິກສະຫະພັນອາຫານໃນໂຮງຮຽນສາກົນ, ສປປ ລາວ ກໍາລັງກ້າວເຂົ້າສູ່ໄລຍະຂອງການນຳເອົາໂຄງການອາຫານໃນໂຮງຮຽນຂອງຕົນຮວມເຂົ້າກັບນາໆຊາດ ໂດຍໄດ້ຮັບການຊ່ວຍເຫລືອຈາກຜູ້ຊ່ຽວຊານ ແລະ ຊັບພະຍາກອນຈາກ 100 ກວ່າປະເທດທົ່ວໂລກ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...