spot_img
Homeຂ່າວພາຍ​ໃນຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ

ຄຳສັ່ງ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ

Published on

ວັນທີ 07 ສິງຫາ 2024 ນາຍົກລັດຖະມົນຕີອອກຄຳສັ່ງເລກທີ ເລກທີ 11 /ນຍ ເຖິງ: ບັນດາທ່ານ ລັດຖະມົນຕີກະຊວງ, ບັນດາຫົວໜ້າອົງການລັດທຽບເທົ່າກະຊວງ; ບັນດາທ່ານ ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ.

ນາຍົກລັດຖະມົນຕີ ອອກຄໍາສັ່ງ:
1. ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ຊີ້ນຳ ການຈັດຕັ້ງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃນການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ດ້ວຍຮູບການ ແລະ ວິທີການຕ່າງໆ ລວມທັງການສຶກສາອົບຮົມ ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມຮັບຮູ້ເຂົ້າໃຈ, ໃຫ້ການຮ່ວມມື ໃນການຈັດຕັ້ງປະຕິບັດຕາມຄໍາສັ່ງສະບັບນີ້ ຢ່າງເຂັ້ມງວດ, ມີປະສິດທິພາບ ແລະ ປະສິດທິຜົນ;

2. ໃຫ້ບັນດາທ່ານ ລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ບັນດາທ່ານ ເຈົ້າແຂວງ ແລະ ເຈົ້າຄອງ ນະຄອນຫຼວງ ຮັບຜິດຊອບໂດຍກົງຕໍ່ລັດຖະບານ ໃນການນໍາພາ, ຊີ້ນໍາ ສ້າງແຜນຈັດຕັ້ງປະຕິບັດ ການເກັບກູ້ ອາວຸດປືນ ແລະ ວັດຖຸລະເບີດ ໂດຍສອດຄ່ອງກັບສະພາບ, ຈຸດພິເສດ ຂອງແຕ່ຂະແໜງການ, ທ້ອງຖິ່ນຕົນ ໃຫ້ເດັດດ່ຽວ, ເດັດຂາດ, ເປັນຮູບປະທໍາ ແລະ ມີຜົນສໍາເລັດ ຕາມຄາດໝາຍທີ່ກຳນົດໄວ້;

3. ໃຫ້ກະຊວງປ້ອງກັນຄວາມສະຫງົບ ເປັນເສນາທິການໃຫ້ແກ່ລັດຖະບານ ໃນການຄຸ້ມຄອງ, ຕິດຕາມ ກວດກາການຈັດຕັ້ງປະຕິບັດການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ໂດຍການສ້າງກົນໄກປະສານງານ ແລະ ອອກລະບຽບການກ່ຽວກັບການ ສະຫຼຸບຕີລາຄາ, ປະເມີນຜົນ ແລະ ຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງ ທັງສູນ ກາງ ແລະ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດຄໍາສັ່ງສະບັບນີ້ໃນແຕ່ລະໄລຍະ ໃຫ້ສຳເລັດຕາມຈຸດປະສົງ ແລະ ຄາດໝາຍ ທີ່ວາງໄວ້;

4. ໃຫ້ກະຊວງປ້ອງກັນຄວາມສະຫງົບ ນໍາພາ, ຊີ້ນໍາ, ຄຸ້ມຄອງ, ຕິດຕາມ ກວດກາ ການຈັດຕັ້ງທີ່ຢູ່ໃນຄວາມ ຮັບຜິດຊອບຂອງຕົນ ໃນການເກັບກູ້ອາວຸດປິນ ແລະ ວັດຖຸລະເບີດ ຈາກບຸກຄົນ, ນິຕິບຸກຄົນ, ນັກທຸລະກິດ, ຊາວຄ້າຂາຍ ລວມທັງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ໄດ້ຮັບ ອະນຸຍາດປະກອບ ຫຼື ມີໄວ້ຄອບຄອງ ໂດຍບໍ່ຖືກຕ້ອງຕາມກົດໝາຍວ່າດ້ວຍ ການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ກ່ຽວກັບອາວຸດປືນເສິກ, ປິນກິລາ, ປືນພື້ນເມືອງ ແລະ ວັດຖຸລະເບີດ ໃນຂອບເຂດທົ່ວປະເທດ ຢ່າງເຂັ້ມງວດ;

5. ໃຫ້ ບຸກຄົນ, ນິຕິບຸກຄົນ, ນັກທຸລະກິດ, ຊາວຄ້າຂາຍ ລວມທັງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນ ຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ໄດ້ຮັບອະນຸຍາດປະກອບ ຫຼື ມີໄວ້ຄອບຄອງ ໂດຍບໍ່ຖືກຕ້ອງຕາມກົດ ໝາຍວ່າດ້ວຍ ການຄຸ້ມຄອງ ອາວຸດ ແລະ ວັດຖຸລະເບີດ ເປັນຕົ້ນ ອາວຸດປືນເສິກ, ປືນກິລາ, ປືນພື້ນເມືອງ ແລະ ວັດຖຸລະເບີດ ຕ້ອງແຈ້ງ ແລະ ໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ, ນະຄອນຫຼວງ, ເຂດເສດຖະກິດພິເສດ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງ, ເທດສະບານ, ນະຄອນ ບ່ອນທີ່ຕົນອາໃສຢູ່ ເພື່ອຂຶ້ນບັນຊີຄຸ້ມຄອງ ແລະ ເກັບກູ້ ຕາມກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ;

6. ໃຫ້ກະຊວງປ້ອງກັນຄວາມສະຫງົບ ນໍ້າໃຊ້ມາດຕະການຢ່າງເດັດຂາດ ແລະ ເຂັ້ມງວດ ຕໍ່ ບຸກຄົ້ນ, ນິຕິບຸກຄົນ, ນັກທຸລະກິດ, ຊາວຄ້າຂາຍ ລວມທັງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ທີ່ບໍ່ໃຫ້ການຮ່ວມມືຕໍ່ເຈົ້າໜ້າທີ່ ໃນການເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ຖ້າໃນກໍລະນີເຈົ້າໜ້າທີ່ກວດພົບ ຈະຖືກ ສຶກສາອົບຮົມ, ກ່າວເຕືອນ, ປັບໄໝ ແລະ ຈະຖືກດໍາເນີນຄະດີໃນສະຖານ ເບົາ ຫຼື ໜັກ ຕາມທີ່ໄດ້ກຳ ນົດໄວ້ໃນກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ;

7. ໃຫ້ບັນດາທ່ານ ລັດຖະມົນຕີກະຊວງ, ຫົວໜ້າອົງການລັດທຽບເທົ່າກະຊວງ, ບັນດາທ່ານເຈົ້າແຂວງ ແລະ ເຈົ້າ ນະຄອນຫຼວງ ແຕ່ງຕັ້ງຈຸດປະສານງານຂອງຕົນ ເພື່ອເຮັດວຽກງານປະສານງານກັບກະຊວງປ້ອງກັນຄວາມ ສະຫງົບ ໂດຍກໍານົດເອົາດັ່ງນີ້:
7.1 ຂັ້ນສູນກາງ ໃຫ້ກຳນົດເອົາ ຫ້ອງການຂອງກະຊວງ, ອົງການລັດທຽນເທົ່າກະຊວງ ເປັນຈຸດໃຈກາງປະສານງານ;
7.2 ຂັ້ນແຂວງ ໃຫ້ກຳນົດເອົາ ຫ້ອງວ່າການແຂວງ ແລະ ນະຄອນຫຼວງ ເປັນຈຸດປະສານງານ,
7.3 ສໍາລັບ ກອງບັນຊາການທະຫານ ແຂວງ, ນະຄອນຫຼວງ ແລະ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ ແລະ ນະຄອນຫຼວງ ໃຫ້ກຳນົດເອົາຫ້ອງການກອງບັນຊາການ ເປັນຈຸດປະສານງານ;

8. ໃຫ້ບັນດາກະຊວງ, ອົງການ, ແຂວງ, ນະຄອນຫຼວງ ເປັນເຈົ້າການຢ່າງຕັ້ງໜ້າ ໃນການສະຫຼຸບ, ຕີລາຄາ, ປະ ເມີນຜົນ, ສ້າງບົດລາຍງານ, ເກັບກຳສະຖິຕິ ແລະ ຜົນສໍາເລັດຂອງການຈັດຕັ້ງປະຕິບັດເປັນແຕ່ລະເດືອນ, ໄຕ ມາດ, 6 ເດືອນ ແລະ 1 ປີ ພ້ອມທັງເກັບກູ້ຮີບໂຮມອາວຸດປືນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ມອບໃຫ້ ກະຊວງປ້ອງກັນຄວາມສະຫງົບ ຂຶ້ນບັນຊີຄຸ້ມຄອງ ແລະ ສັງລວມ ລາຍງານລັດຖະບານແຕ່ລະໄລຍະ;

9. ງົບປະມານຮັບໃຊ້ໃນການເຄື່ອນໄຫວວຽກງານເກັບກູ້ອາວຸດປືນ ແລະ ວັດຖຸລະເບີດ ໃຫ້ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ແຂວງ ແລະ ນະຄອນຫຼວງ ຂຶ້ນແຜນນໍາໃຊ້ງົບປະມານຂອງລັດຖະບານ ແລະ ສົມທົບກັບງົບປະມານໄດ້ຈາກການຊ່ວຍເຫຼືອຂອງສັງຄົມ ແລະ ອື່ນໆ ຕາມກົດໝາຍ ແລະ ລະບຽບການ,

10. ໃຫ້ຄົ້ນຄວ້າປະຕິບັດນະໂຍບາຍຕ່າງໆ ຕໍ່ກັບຜູ້ທີ່ມີຜົນງານ ໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການເກັບ ກູ້ອາວຸດປືນ ແລະ ວັດຖຸລະເບີດ ທັງພາກລັດ ແລະ ເອກະຊົນ ແມ່ນມອບໃຫ້ບັນດາກະຊວງ, ອົງການລັດທຽບ ເທົ່າກະຊວງ, ແຂວງ ແລະ ນະຄອນຫຼວງ ເປັນຜູ້ຄົ້ນຄວ້າ ໂດຍສົມທັບກັບກະຊວງປ້ອງກັນຄວາມສະຫງົບ ເພື່ອສະເໜີຕໍ່ລັດຖະບານ ພິຈາລະນາ ເປັນແຕ່ລະໄລຍະຢ່າງ ຖືກຕ້ອງ ແລະ ເໝາະສົມ;

11. ໃຫ້ບັນດາທ່ານ ລັດຖະມົນຕີ, ຫົວໜ້າອົງການລັດທຽບເທົ່າກະຊວງ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ ໃນທົ່ວປະເທດ ຄົ້ນຄວ້າ, ເຊື່ອມຊຶມ, ກຳແໜ້ນ ແລະ ຈັດຕັ້ງປະຕິບັດ ຄໍາສັ່ງສະບັບນີ້ໃຫ້ມີຄວາມເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ ໃນກໍລະນີຂະແໜງການໃດ, ທ້ອງຖິ່ນໃດ ຫາກບໍ່ປະຕິບັດຄໍາສັ່ງສະບັບນີ້ ແມ່ນໃຫ້ຄະນະນໍາຂອງຂະແໜງການນັ້ນ ຫຼື ທ້ອງຖິ່ນນັ້ນ ຕ້ອງຮັບຜິດຊອບຕໍ່ລັດຖະບານ, ຕໍ່ກົດໝາຍ ແລະ ລະບຽບການ

ບົດຄວາມຫຼ້າສຸດ

ເປີດດ່ານບ້ານວັງ ແຂວງວຽງຈັນ ເປັນດ່ານສາກົນ

ພິທີປະກາດຍົກລະດັບດ່ານທ້ອງຖິ່ນບ້ານວັງເປັນດ່ານສາກົນຈັດຂຶ້ນຢ່າງເປັນທາງການ ໃນວັນທີ 15 ຕຸລານີ້ ທີ່ດ່ານດັ່ງກ່າວ ໂດຍມີ ທ່ານ ຄໍາພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ...

ລົງກວດສິນຄ້າລອກຮຽນແບບ ໝົດອາຍຸ ບໍ່ຕິດສະຫຼາກພາສາລາວ ໃນບຸນຊ່ວງເຮືອ​ປະຈໍາປີ 2024​ ທີ່​ນະຄອນ​ປາກເຊ

ໃນວັນທີ 14 ຕຸລາ​ 2024,​ ເຈົ້າ​ໜ້າທີ່​ກວດກາການຄ້າ​ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ​ ການຄ້າ​ແຂວງຈໍາປາສັກ​ ຮ່ວມກັບ​ ເຈົ້າໜ້າທີ່​ກວດກາ​ການຄ້າ​ ຫ້ອງການ​ອຸດສາຫະກໍາ ແລະ​ ການຄ້າ​ນະຄອນປາກເຊ...

ທຳລາຍໃຫ້ໝົດ! ຄໍາມ່ວນຈູດຢາເສບຕິດທີ່ຍຶດມາໄດ້ຫຼາຍລາຍການ

ພິທີຈູດທຳລາຍຢາເສບຕິດໄດ້ຈັດຂຶ້ນວັນທີ 11 ຕຸລາ 2024 ຢູ່ທີ່ສະໜາມກິລາ ແຂວງຄຳມ່ວນ, ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດຄົບຮອບ 23 ປີ (12 ຕຸລາ 2001 - 12...

ນັກກີລາຍິງປືນລາວ ຄວ້າ 5 ລາງວັນ ການແຂ່ງຂັນປືນສັ້ນສິນລະປະຍຸດ ລະດັບ 2 ທີ່ປະເທດໄທ

ການແຂ່ງຂັນປືນສັ້ນສິນລະປະຍຸດ ລະດັບ 2 ຈັດຂຶ້ນໃນວັນທີ 12 ຕຸລາ ທີ່ຜ່ານມາ, ຢູ່ຈັງຫວັດຂອນແກ່ນ ປະເທດໄທ ມີນັກກີລາເຂົ້າຮ່ວມທັງໝົດ 72 ຄົນ. ໃນນັ້ນ, ມີນັກກີລາລາວເຂົ້າ...