Homeຂ່າວຢາເສບຕິດເຊໂນ ສຶກສາອົບຮົມກຸ່ມມົ້ວສຸມສິ່ງເສບຕິດ

ເຊໂນ ສຶກສາອົບຮົມກຸ່ມມົ້ວສຸມສິ່ງເສບຕິດ

Published on

ໃນວັນທີ 5 ຕຸລາຜ່ານມາ ເຈົ້າໜ້າທີ່ ປກສ ເມືອງ ອຸທຸມພອນ (ເຊໂນ) ແຂວງສະຫວັນນະເຂດ ໄດ້ສຶກສາອົບຮົມກຸ່ມມົ້ວສຸມສິ່ງເສບຕິດຫຼາຍປະພດເຊັ່ນ: ໃບກະທ້ອມ, ນໍ້າກະທ້ອມ ຫຼື ສານລະເຫີຍທີ່ມີສານເສບຕິດອື່ນໆ ເປັນຕົ້ນ: ປຸ່ມເປົ້າອັດແກັສສານໄນຕຼັດອອກໄຊ, ຢາສູບໄຟຟ້າ-ຊີຊ່າ (ບາລາກູ).

ທ່ານ ພັນໂທ ສົມສັກ ຈັນທະລາສອນ ຫົວໜ້າກອງບັນຊາການ ປກສ ເມືອງ ໄດ້ລາຍງານໃຫ້ຮູ້ວ່າ: ກຸ່ມທີ່ມົ້ວສຸມສິ່ງເສບຕິດຖືກເຈົ້າໜ້າທີ່ກັກໂຕນໍາມາສຶກສາອົບຮົມຄັ້ງນີ້, ມີທັງໝົດ 70 ຄົນ, ຍິງ 28 ຄົນ, ພ້ອມດ້ວຍຍານພາຫະນະລົດຈັກ 33 ຄັນ, ລົດໃຫຍ່ 7 ຄັນ. ໃນນີ້ ຜູ້ມາໃຊ້ບໍລິການທີ່ມີອາຍຸຕໍ່າກວ່າ 18 ປີ ມີ 5 ຄົນ, ຍິງ 3 ຄົນ, ນອກນີ້ ທາງເຈົ້າໜ້າທີ່ ຍັງໄດ້ກວດສານເສບຕິດ 1 ຂີດ, ມີ 39 ຄົນ ຍິງ 8 ຄົນ,ກວດສານເສບຕິດ 2 ຂີດ,ມີ 31 ຄົນ ຍິງ 20 ຄົນ.

ສຳລັບການຄຸ້ມຄອງການບໍລິການ ຮ້ານເທັກ-ບາຣ, ຮ້ານຄາຣາໂອເກະ, ຮ້ານກິນດື່ມ ແລະ ຮ້ານບັນເທີງພາຍໃນແຂວງ, ໃຫ້ປິດບໍລິການແສງ, ສີ, ສຽງໃນເວລາ 23:30 ໂມງ ຮອດ 24:00 ໂມງ ຕ້ອງປິດສະຖານທີ່ບໍລິການ, ຮ້ານກິນດື່ມ ແມ່ນປິດບໍລິການດ້ານສຽງໃນເວລາ 22:00 ໂມງ, ຫ້າມຜູ້ມາໃຊ້ບໍລິການທີ່ມີອາຍຸຕໍ່າກວ່າ 18 ປີ ເຂົ້າໃຊ້ບໍລິການໃນຮ້ານບັນເທີງ, ຫ້າມນໍາໃຊ້ສະຖານທີ່ເປັນບ່ອນມົ້ວສຸມ ແລະ ສິ່ງທີ່ຜິດກົດໝາຍ, ຖ້າຫາກໃນກໍລະນີຝ່າຝືນຈົນຮອດສາມຄັ້ງ ຈະຖືກຍຸບເລິກການບໍລິການດໍາເນີນທຸລະກິດ ພ້ອມທັງຖອນໃບອະນຸຍາດດໍາເນີນທຸລະກິດຖາວອນ ແລະ ປັບໃໝເປັນເງິນ 10 ລ້ານກີບ.

ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...