Homeຂ່າວພາຍ​ໃນສປປ ລາວ ຊຸກຍູ້ການເຊື່ອມຈອດ ແລະ ຄວາມເຂັ້ມແຂງທາງດ້ານພະລັງງານຂອງອາຊຽນໃນອະນາຄົດ

ສປປ ລາວ ຊຸກຍູ້ການເຊື່ອມຈອດ ແລະ ຄວາມເຂັ້ມແຂງທາງດ້ານພະລັງງານຂອງອາຊຽນໃນອະນາຄົດ

Published on

ກອງປະຊຸມ AEBF-24 ທີ່ຈັດຂຶ້ນໃນລະຫວ່າງວັນທີ 25-27 ກັນຍາ 2024 ທີ່ ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ກາຍເປັນເວທີສໍາຄັນຂອງ ສປປ ລາວ ໃນການຊຸກຍູ້ບູລິມະສິດດ້ານພະລັງງານ ລວມທັງການເພີ່ມທະວີຄວາມໝັ້ນຄົງ ໃນການສົ່ງເສີມພະລັງງານທົດແທນ ແລະ ການພັດທະນາການເຊື່ອມຈອດທາງດ້ານພະລັງງານໃນພາກພື້ນ ແລະ ຊ່ວຍໃຫ້ ສປປ ລາວ ກັບ ອາຊຽນ ກາຍເປັນຜູ້ນໍາພາສູ່ການປຶກສາຫາລື ກ່ຽວກັບການແກ້ໄຂບັນຫາພະລັງງານແບບຍືນຍົງ.

ໃນວັນທີ 26 ກັນຍາ 2024 ທີ່ຜ່ານມາ, ທາງສື່ມວນຊົນກໍໄດ້ມີໂອກາດສຳພາດ ທ່ານ ສຸກວິສັນ ຄິນສະໝອນ ຮອງຫົວໜ້າກົມແຜນການ ເຊິ່ງທ່ານໄດ້ໃຫ້ຮູ້ວ່າ: ສປປ ລາວ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບບັນດາປະເທດໃກ້ຄຽງ ແລະ ພາກພື້ນ, ເປັນປະເທດທີ່ມີທ່າແຮງໃນການພັດທະນາພະລັງງານສະອາດຢ່າງຫຼວງຫຼາຍ ເປັນຕົ້ນມາຈາກເຂື່ອນໄຟຟ້ານໍ້າຕົກ , ໄຟຟ້າແສງຕາເວັນ, ພະລັງງານລົມ, ການຊົມໃຊ້ພະລັງງານໄຟຟ້າໃນ ສປປ ລາວ 90% ແມ່ນມາຈາກພະລັງງານສະອາດ.

ສຳລັບການຈັດກອງປະຊຸມໃນຄັ້ງນີ້ເປັນໂອກາດອັນດີທີ່ຈະເຮັດໃຫ້ ສປປ ລາວ ມີການສົ່ງເສີມພະລັງງານສະອາດທີ່ເປັນຈຸດໃຈກາງສຳຄັນໃນການກ້າວໄປສູ່ການຫັນປ່ຽນພະລັງງານໃນອະນາຄົດ,  ບັນດາຫຼາຍປະເທດໃນໂລກໃຫ້ຄວາມສຳຄັນກັບການເປັນມິດກັບສິ່ງເເວດລ້ອມ ເປັນຕົ້ນແມ່ນການຄົມມະນາຄົມຂົນສົ່ງ, ການນຳໃຊ້ໄຟຟ້າເຂົ້າໃນອຸດສາຫະກຳ ແລະ ການດຳລົງຊີວິດໃນປັດຈຸບັນ.

ສ່ວນເປົ້າໝາຍການນໍາໃຊ້ພະລັງງານສະອາດໃຫ້ປະສົບຜົນສຳເລັດໄດ້ແມ່ນຕ້ອງມີການຮ່ວມມືກັນຈາກບັນດາປະເທດໃກ້ຄຽງໃຫ້ເປັນໜຶ່ງດຽວ ເພື່ອກ້າວໄປສູ່ການນຳໃຊ້ພະລັງງານສະອາດໃນອະນາຄົດ. ນອກນີ້ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນປັດຈຸບັນນີ້, ສປປ ລາວ ເປັນປະເທດໜຶ່ງທີ່ມີທ່າແຮງໃນການພັດທະນາພະລັງງານສະອາດຢ່າງຫຼວງຫຼາຍທີ່ສຸດໃນພາກພື້ນອາຊຽນນີ້, ໂດຍມີຄວາມມຸ່ງຫວັງຈະນຳໃຊ້ພະລັງງານສະອາດນີ້ ເຂົ້າໃນການພັດທະນາອຸດສາຫະກຳປຸງແຕ່ງ, ການດຳລົງຊີວິດ ແລະ ຊຸກຍູ້ໃຫ້ບັນດາປະເທດອາຊຽນນໍາໃຊ້ພະລັງງານສະອາດຮ່ວມກັນ.

ນອກນີ້ ທ່ານ ດຣ ແອນດີ້ ຕິຣ໌ຕາ ຫົວໜ້າຝ່າຍບໍລິຫານ ສູນພະລັງງານອາຊຽນ ທັງເປັນປະທານກອງປະຊຸມ AEBF-24 ໄດ້ກ່າວວ່າ: “ພວກເຮົາເຊື່ອວ່າ ການຄົມມະນາຄົມສີຂຽວມີຄວາມສໍາຄັນຫຼາຍ ແລະ ທາງເລືອກໃນການໃຊ້ພະລັງງານເຫຼົ່ານັ້ນ ກໍມີຫຼາຍເຊັ່ນກັນບໍ່ສະເພາະແຕ່ການນຳໃຊ້ພາຫະນະໄຟຟ້າເທົ່ານັ້ນ, ແຕ່ຍັງມາຈາກແຫຼ່ງອື່ນໆເຊັ່ນ: ນໍ້າມັນເຊື້ອໄຟຊີວະພາບ, ຍານພາຫະນະແບບ hybrid, ແລະ hydrogen ເຊັ່ນດຽວກັນ.

ດັ່ງນັ້ນ, ພວກເຮົາເຊື່ອວ່າ ອະນາຄົດຂອງການຄົມມະນາຄົມສີຂຽວ ແມ່ນຈໍາເປັນໃນບັນດາປະເທດອາ​ຊຽນ, ໂດຍສະເພາະ​ໃນ​ຍຸກການ​ຫັນ​ປ່ຽນ​ພະ​ລັງ​ງານ​ໃນ​ປັດຈຸບັນ​, ພວກເຮົາເຊື່ອວ່າການຫັນປ່ຽນດ້ານພະລັງງານໃນພາກພື້ນອາຊຽນ ຄວນມີການສະໜັບສະໜູນຈາກພາກເອກະຊົນ ແລະ ພາກລັດ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...