spot_img
Homeຂ່າວພາຍ​ໃນກອງປະຊຸມປຶກສາຫາລື ເພື່ອແກ້ໄຂໄພນໍ້າຖ້ວມ- ລາຍງານຜົນເສຍຫາຍ ນໍ້າຖ້ວມທົ່ວປະເທດ

ກອງປະຊຸມປຶກສາຫາລື ເພື່ອແກ້ໄຂໄພນໍ້າຖ້ວມ- ລາຍງານຜົນເສຍຫາຍ ນໍ້າຖ້ວມທົ່ວປະເທດ

Published on

ໃນວັນທີ 24 ກັນຍາ 2024, ຢູ່ຫ້ອງປະຊຸມກະຊວງປ້ອງກັນປະເທດໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບ ການແກ້ໄຂໄພພິບັດນໍ້າຖ້ວມ ຢູ່ບັນດາເເຂວງໃນລາວ, ໂດຍການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ບັນດາຄະນະກໍາມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ແລະ ບັນດາກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມ.

May be an image of 1 person and text

ທ່ານ ວົງຄໍາ ພັນທະນຸວົງ ຫົວໜ້າກອງ ເລຂາ ຄະນະກຳມະການຄຸ້ມຄອງ ໄພພິບັດ ຂັ້ນສູນກາງ ໄດ້ລາຍງານສະພາບລວມຂອງໄພພິບັດ ແລະ ການຕອບໂຕ້ ສຸກເສີນ ປີ 2024, ເຊິ່ງນັບແຕ່ວັນທີ 18 ກໍລະກົດ 2024 ,ມາຮອດປັດຈຸບັນ, ສປປ ລາວ ໄດ້ຮັບຜົນກະທົບ ຈາກພາຍຸ 4 ຫົວຄື: ພາຍຸດີເປຣຊັນ, ພາຍຸໝູນເຂດຮ້ອນ ພຣະພິຣຸນ, ພາຍຸໄດ້ຝຸ່ນ ຢາກິ, ພາຍຸຊູລິກ, ເຊິ່ງລວມມີ 15 ແຂວງ ທີ່ຖຶກຜົນກະທົບ ຄື ນະຄອນຫຼວງວຽງຈັນ, ແຂວງ ຫຼວງນໍ້າທາ, ຜົ້ງສາລີ, ສາລະວັນ, ຄໍາມ່ວນ, ຫຼວງພະບາງ, ຊຽງຂວາງ, ຫົວພັນ, ເຊກອງ, ວຽງຈັນ, ບໍ່ແກ້ວ, ໄຊຍະບູລີ, ບໍລິຄຳໄຊ, ໄຊສົມບູນ ແລະ ແຂວງ ອຸດົມໄຊ.

May be an image of 4 people and text

ໂດຍອີງຕາມຂໍ້ມູນ ທີ່ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງລາຍງານຜົນກະທົບວ່າ ຮອດວັນທີ 24 ກັນຍາ 2024 , ລວມທັງໝົດມີ 125 ເມືອງ, 1,337 ບ້ານ, 50,889 ຄອບຄົວ, ປະຊາຊົນຖຶກຜົນກະທົບ 200.169 ຄົນ, ຍິງ 83,268 ຄົນ, ເສຍຊີວິດ 10 ຄົນ, ສູນຫາຍ 2 ຄົນ, ເຮືອນໄດ້ຮັບຄວາມເສຍຫາຍ 969 ຫຼັງ, ໃນນີ້: ເສຍຫາຍ 100% ຈໍານວນ 137 ຫຼັງ, ເສຍຫາຍ ບາງສ່ວນ 832 ຫຼັງ), ເນື້ອທີ່ທໍາການຜະລິດຖືກກະທົບ 29,659.39 ຮຕ, ຊົນລະປະທານ 125 ແຫ່ງ, ໜອງປາ 697 ໜອງ, ສັດໃຫຍ່ ແລະ ສັດປິກ ຈໍານວນ 11,866 ໂຕ; ເສັ້ນທາງ 272 ເສັ້ນ, ຂົວ 14 ແຫ່ງ, ໂຮງຮຽນ 79 ຫຼັງ, ໂຮງໝໍແຂວງ 01 ແຫ່ງ, ສຸກສາລາ 13 ແຫ່ງ, ນໍ້າລິນ 37 ແຫ່ງ, ເສົາໄຟຟ້າ 312 ເສົາ, ລະບົບນໍ້າປະປາ 6 ຈຸດ. ນອກນີ້, ຍັງມີລະບົບໂທລະຄົມ, ອາຄານສໍານັກງານຫ້ອງການຂອງລັດ-ເອກະຊົນ, ຮ້ານຄ້າ, ໂຮງງານ, ຕະຫຼາດ ແລະ ພາຫະນະກໍ່ໄດ້ຮັບຜົນກະທົບຫຼາຍສົມຄວນ.

May be an image of 5 people

ຄາດຄະເນມູນຄ່າຜົນເສຍຫາຍເບື້ອງຕົ້ນ 720,252,335,856 ກີບ(ເຈັດຮ້ອຍຊາວຕື້ ສອງຮ້ອຍຫ້າສິບສອງລ້ານ ສາມແສນສາມສິບຫ້າພັນ ແປດຮ້ອຍຫ້າສິບຫົກກີບ), ສໍາລັບແຂວງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ເເມ່ນເເຂວງຫຼວງນໍ້າທາ ເເລະ ນະຄອນຫຼວງວຽງຈັນ, ພ້ອມດຽວກັນນີ້, ໃນພິທີຍັງໄດ້ລາຍງານກ່ຽວກັບການຊ່ວຍເຫຼືອສຸກເສີນ, ແຜນການຟື້ນຟູໃນໄລຍະຮີບດ່ວນຂັ້ນສູງກາງ, ຂັ້ນເເຂວງ, ການຊ່ວຍເຫຼຶອຈາກພາຍໃນ ເເລະ ຕ່າງປະເທດ, ພ້ອມທັງໄດ້ ປຶກສາຫາລື ແລະ ເອກະພາບຕໍ່ແຜນຈຸດສຸມໃນການນໍາໃຊ້ກອງທຶນຄຸ້ມຄອງໄພພິບັດ, ແກ້ໄຂໄພພິບັດ, ເເຜນການຟື້ນຟູຮີບດ່ວນ ເເລະ ເເຜນການຈຸດສຸມໃນຕໍ່ໜ້າຕື່ມອີກ.

May be an image of 4 people and text

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ໃຫ້ທິດຊີ້ນຳ, ພ້ອມທັງເນັ້ນໜັກຫຼາຍບັນຫາ ຕໍ່ຄະນະກໍາມະການຄຸ້ມຄອງໄພພິບັດ ເເລະ ພາກສ່ວນທີກ່ຽວຂ້ອງຕ່າງໆ ເອົາໃຈຕໍ່ຄວາມຮັບຜິດຊອບຂອງຕົນເປັນໜ້າທີສຳຄັນ ມີເເບບເເຜນ, ມີການປະສານສົບທົບກັນຢ່າງລະອຽດໃນເເຕ່ລະຂັ້ນເພື່ອເເກ້ໄຂໃຫ້ທວງທັນເວລາ, ສຶບຕໍ່ໂຄສະນາຕິດຕາມການປ່ຽນແປງຂອງສະພາບອາກາດ, ເພື່ອແຈ້ງເຕືອນປະຊາຊົນໃຫ້ມີສະຕິ ລະວັງຕົວປ້ອງກັນລ່ວງໜ້າ ຢ່າງເປັນເຈົ້າການ, ຄະນະກຳມະການຄຸ້ມຄອງໄພພິບັດແຕ່ລະຂັ້ນ ນັບເເຕ່ຂັ້ນສູນກາງ ຮອດຂັ້ນທ້ອງຖິ່ນ ຕ້ອງກຽມຄວາມພ້ອມຮອບດ້ານເພື່ອຮັບມື ເເລະ ເເກ້ໄຂຟື້ນຟູ, ສ້ອມເເປງຢ່າງຮີບດ່ວນ ໃນການຊ່ວຍເຫຼຶອດ້ານຕ່າງໆຕໍ່ກັບບັນດາເເຂວງທີ່ໄດ້ຖຶກຜົນກະທົບໃນລາວໃຫ້ກັບມາສູ່ສະພາບປົກກະຕິໃຫ້ໄດ້ໄວທີ່ສຸດ.

ຂ່າວ: ໜັງສືພິມກອງທັບປະຊາຊົນລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...