spot_img
Homeຂ່າວພາຍ​ໃນບໍ່ແກ້ວ ລົງກວດກາຮ້ານຄາ-ລາຄາສິນຄ້າ ພາຍໃນແຂວງໃຫ້ກຳນົດເປັນເງິນກີບ

ບໍ່ແກ້ວ ລົງກວດກາຮ້ານຄາ-ລາຄາສິນຄ້າ ພາຍໃນແຂວງໃຫ້ກຳນົດເປັນເງິນກີບ

Published on

ວັນທີ 24 ກັນຍາ 2024, ພະແນກອຸດສາຫະກໍາ ແລະ ການຄ້າ (ອຄ) ແຂວງບໍ່ແກ້ວ ນໍາໂດຍ ທ່ານ ຄໍາລື ແກ້ວປະເສີດ ຫົວໜ້າຂະແໜງການຄ້າພາຍໃນ, ພ້ອມຄະນະລົງຕິດຕາມ ແລະ ກວດກາສິນຄ້າ ຢູ່ສູນການຄ້າສາກົນ ແລະ ຮ້ານຄ້າຕ່າງໆ ພາຍໃນແຂວງ ໃຫ້ໂຄສະນາ ແລະ ຕິດປ້າຍລາຄາສິນຄ້າ ແລະ ຊື້-ຂາຍເປັນຫົວໜ່ວຍເງິນກີບ.

May be an image of 3 people and text

ການລົງກວດກາຄັ້ງນີ້, ແມ່ນປະຕິບັດຕາມແຈ້ງການຫ້ອງວ່າການແຂວງບໍ່ແກ້ວ ເລກທີ 659/ຫວກ.ຂບກ ແລະ ປະຕິບັດຕາມກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາ, ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໃນການກຳນົດໂຄງສ້າງລາຄາສິນຄ້າ, ການຕິດສະຫລາກສິນຄ້າເປັນພາສາລາວ, ການປະກາດ ຫລື ການໂຄສະນາ ລາຄາສິນຄ້າ ແລະ ຮັບຊຳລະສິນຄ້າ ລວມທັງການຊື້-ຂາຍຜ່ານຊ່ອງທາງການຄ້າເອເລັກໂຕນິກ, ການຊື້-ຂາຍ ຍານພາຫະນະ, ວັດຖຸມີຄ່າ, ຄ່າບໍລິການຕ່າງໆໃຫ້ເປັນຫົວໜ່ວຍເງິນກີບ.

May be an image of 3 people, speaker and text

ຜູ້ຈັດການທຸລະກິດຕະຫຼາດ ຕ້ອງເປັນເຈົ້າການໃນການຈັດສັນຕະຫລາດໃຫ້ມີຄວາມຈົບງາມ, ພ້ອມທັງແນະນໍາແມ່ຄ້າຊາວຂາຍ ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ຕິດລາຄາສິນຄ້າ, ຊື້-ຂາຍເປັນເງິນກີບ. ກໍລະນີພົບເຫັນການລະເມີດ ໃຫ້ປະຕິບັດມາດຕະການຕໍ່ຜູ້ລະເມີດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 54 ແລະ 55 ຂອງກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ, ຖ້າຫາກມີການລະເມີດລັກສະນະເບົາບາງ ແລະ ເປັນຄັ້ງທຳອິດ ຈະຖືກສຶກສາອົບຮົມກ່າວເຕືອນ, ພ້ອມທັງເຮັດບົດທຶກໃຫ້ປັບປຸງກຳນົດ 30 ວັນ. ຖ້າຫາກລະເມີດເປັນຄັ້ງທີ II ແມ່ນຈະໄດ້ປັບໃໝ ຕາມທີ່ໄດ້ກໍານົດໄວ້ໃນຂໍ້ 2 ຂໍ້ 1 ມາດຕາ 55 ແມ່ນຈະປັບໃໝ ແຕ່ 10.000.000 ກີບ ຫາ 20.000.000 ກີບ/ຄັ້ງ. ຖ້າຫາກມີການລະເມີດຊໍ້າເປັນຄັ້ງທີ III ຈະໄດ້ປັບໃໝສອງເທົ່າຂອງມູນຄ່າປັບໃໝຄັ້ງຫຼ້າສຸດ.

May be an image of 4 people and text

ການລົງຕິດຕາມກວດກາໃນຄັ້ງນີ້, ທີມງານແມ່ນໄດ້ສ້າງບົດບັນທຶກ ແລະ ກ່າວເຕືອນໃຫ້ຜູ້ປະກອບການຮ້ານຄ້າຕ່າງໆ ຕິດປ້າຍລາຄາສິນຄ້າ, ການຊື້-ຂາຍເປັນຫົວໜ່ວຍເງິນກີບ ຫາກໃນຕໍ່ໜ້າຍັງພົບເຫັນ ບໍ່ຕິດປ້າຍລາຄາສິນຄ້າ ເປັນຫົວໜ່ວຍເງິນກີບ ແມ່ນຈະຖືກປັບໃໝແຕ່ 10.000.000 ກີບ ຫາ 20.000.000 ກີບ/ຄັ້ງ ຕາມມາດຕາ 54 ແລະ 55 ຂອງກົດໝາຍວ່າດ້ວຍ ການຄຸ້ມຄອງເງິນຕາຕ່າງປະເທດ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ໄທຜ່ານແລ້ວ! ກົດໝາຍສົມລົດເທົ່າທຽມ ສາມາດຈົດທະບຽນສົມລົດໄດ້ໃນຕົ້ນປີ 2025

ອີງຕາມສຳນັກຂ່າວ BBC ລາຍງານໃນວັນທີ 25 ກັນຍາ 2024 ນີ້ວ່າ ເວັບໄຊ້ ຣາຊກິດຈານຸເບກສາ ປະກາດ ກົດໝາຍສົມລົດເທົ່າທຽມ ມີຜົນບັງຄັບໃຊ້ 120 ວັນຫຼັງປະກາດ...

ສະພາບອາກາດປະຈຳວັນທີ 25 ກັນຍາ 2024

ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພັດຜ່ານຢູ່ພາກກາງຂອງປະເທດ ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ເຊິ່ງຈະເຮັດໃຫ້ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍຫາປານກາງຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຈະຕົກໜັ້ກຢູ່ບາງທ້ອງຖິ່ນພາກກາງພ້ອມມີລົມພັດແຮງບາງໂອກາດ (ອ່ານເພິ່ມລຸ່ມນີ້)

ແຂວງຢຸນນານ ສປ ຈີນ ມອບເຄື່ອງຊ່ວຍເຫຼືອ ແກ່ແຂວງບໍ່ແກ້ວ ມູນຄ່າ 70 ລ້ານກີບ

ວັນທີ 24 ກັນຍາ 2024 ນີ້, ທ່ານ ຢວນຢາພິງ ຫົວໜ້າ ກອງບັນຊາການຕໍາຫຼວດນໍ້າ ແຂວງຢູນນານ ສປ ຈີນ ພ້ອມຄະນະ ໄດ້ນຳເອົາເຂົ້າສານ,...

ກຽມເປີດລົດເມໂດຍສານລະຫວ່າງປະເທດ ອຸດອນ-ໜອງຄາຍ-ວັງວຽງ

ບໍລິສັດຂົນສົ່ງ (ບກສ) ຂອງປະເທດໄທ ກຽມເປີດແລ່ນລົດເມ ເສັ້ນທາງ ອຸດອນ-ສະໜາມບິນອຸດອນ-ໜອງຄາຍ-ວັງວຽງ ເພື່ອອໍານວຍຄວາມສະດວກ ໃຫ້ບັນດານັກທ່ອງທ່ຽວ ແລະ ມີແຜນສຶກສາ ເສັ້ນທາງໃໝ່ ອີກ 5 ເສັ້ນທາງ...