spot_img
Homeນານາສາລະ6 ເລື່ອງ​ຜິດໆ ຂອງ​ການ​ລີດ​ເຄື່ຶອງທີ່​ຄວນ​ປ່ຽນ​ດ່ວນ!

6 ເລື່ອງ​ຜິດໆ ຂອງ​ການ​ລີດ​ເຄື່ຶອງທີ່​ຄວນ​ປ່ຽນ​ດ່ວນ!

Published on

index

ເລື່ອງ​ເຂົ້າໃຈ​ຜິດ​ຂອງ​ການ​ລີດ​​ເຄື່ຶອງ ທີ່​ຫລາຍ​ຄົນ​ຄິດວ່າ​ດີ ແຕ່​ແທ້ໆແລ້ວ​ຄວນ​ປ່ຽນ​ວິທີ​ການ​ດ່ວນໆມີ​ຫຍັງ​ນຳ​ໄປ​ຫາ​ຄຳ​ຕອບ​ກັນ
ວິທີ​ການ ​ແລະ ​ຂັ້ນ​ຕອນ​ໃນ​ການ​ລີດ​​ເຄື່ຶອງນັ້ນ​ສຳຄັນ​ຫລາຍ ເຮົາ​ຈຶ່ງ​ຕ້ອງ​ໃສ່​ໃຈ​ກັບ​ລາຍ​ລະອຽດ​ທີ່​ຫລວງຫລາຍ​ເຫລົ່າ​ນັ້ນ​ເພື່ອ​ບໍ່​ໃຫ້​ເສື້ອ​ຜ້າ​ໂຕທີ່ທ່ານມັກ ​ຕ້ອງ​ມີ​ຕຳ​ໜິ ແຕ່​ກໍ​ກັບ​ມີ​ເທັກ​ນິກ​ໃນ​ການ​ລີດ​ເຄື່ຶອງ​ແບບ​ຜິດໆ ທີ່​ຫລາຍ​ຄົນ​ກັບ​ຄິດວ່າ​ເປັນ​ສິ່ງ​ທີ່​ຖືກ ມື້​ນີ້​ລາວໂພດ​ຈຶ່ງ​ຂໍ​ອາ​ສາ​ພາ​ໄປ​ເຮັດ​ຄວາມ​ເຂົ້າໃຈ​​ໃໝ່ ວ່າ​ການ​ລີດ​​ເຄື່ຶອງ​ແບບໃດ​ທີ່​ເປັນ​ເລື່ອງ​ຜິດ ແລະ ​ຄວນ​ຮີບ​ແກ້​ໄຂ​ດ່ວນ

1. ລີດ​​ເຄື່ຶອງ​ຂະນະ​ທີ່​ແຫ້ງ​ສຸດໆ ເຄື່ອງ​ທີ່​ແຫ້ງ​ຫລາຍ​ເກີນ​ໄປ​ຈະ​ເຮັດໃຫ້​ເກີດ​ຄວາມ​ຍາກ​ລຳ​ບາກ​ໃນ​ການ​ລີດ​ໃຫ້​ລຽບ ເພາະ​ເຄື່ອງຈະ​ບໍ່​ສາມາດ​ຄາຍ​ຕົວ​ຈາກ​ຮອຍ​ຍໍ່​ໄດ້​ ເຖິງຈະ​ຖືກ​ຄວາມ​ຮ້ອນ​ກໍ​ຕາມ ດັ່ງ​ນັ້ນ​ນ້ຳ​ຢາ​ລີດ​​ເຄື່ຶອງ​ຄື​ຕົວ​ຊ່ວຍ​ທີ່​ດີ​ນຳ​ມາ​ສີດ​ພົ່ນ​ທີ່​​ເຄື່ຶອງ​ເພື່ອ​ໃຫ້​ຊຸ່ມ​ຊື່ນ​ກ່ອນ​ຈະລີດ​ ເພື່ອ​ໃຫ້​ເຕົາ​ລີດ​ເຄື່ອນ​ຕົວ​ໄດ້​ງ່າຍ​ກວ່າ ຫລື​ພຽງສີດ​ພົມ​ນ້ຳ​ເບົາໆ ໃຫ້​ທົ່ວ​ເຄື່ອງກໍ​ໄດ້ ຢ່າ​ທົນ​ຝືນ​ລີດ​​ເຄື່ຶອງ​ທັງ​ທີ່​ແຫ້ງ ​ແລະ ​ມີ​ຮອຍ​ຍໍ່​ຢູ່​ເຕັມ​ໄປຫມົດ​ຈະ​ດີກວ່າ

2. ເກັບ​ເຄື່ອງຜ້າເນື້ອ​ບາງ​ເບົາ​ໄວ້​ທີ​​ຫລັງ ຜ້າ​ທີ່​ບາງ​ເບົາ​ຈະ​ບາງ​ຫລາຍ​ໆ ສະ​ນັ້ນ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ສີດ​ນ້ຳ​ຢາ​ລີດ​​ເຄື່ຶອງ​ກໍ​ໄດ້ ພຽງ​ແຕ່​ລີດ​​ເຄື່ຶອງ​ຊະນິດ​ນີ້​ເປັນ​ອັນ​ດັບ​ຕົ້ນດ້ວຍ​ຄວາມ​ຮ້ອນ​ຕ່ຳ ແລະ ​ປູ​ຜ້າຮອງ​ຫນ້າເຕົາລີດ​ດ້ວຍ​ຜ້າ​ຄອດ​ຕອນ​ຫລື​ຜ້າ​ລິ​ນິນ​ເບິ່ງ ​ເພື່ອ​ປັບ​ອຸນຫະພູມ​ໃຫ້​ຄົງ​ທີ່ ເພາະ​ການ​ເກັບ​ຜ້າ​ທີ່​ບາງ​ເບົາ​ໄວ້​ລີດ​ພາຍຫລັງ ຈະເຮັດໃຫ້​ເຕົາ​ລີດ​ມີ​ຄວາມ​ຮ້ອນ​ສູງ​ເກີນ​ໄປ ຈົນ​ຜ້າ​ອາດ​ໄໝ້​ ຫລື​ ເປັນ​ຮອຍ​​ໄດ້ 

3. ໝຸນ​ລະ​ດັບ​ຄວາມ​ຮ້ອນ​ຈົນ​ສຸດ​ທຸກ​ຄັ້ງ     ຫາກ​ເປັນ​ການ​ລີດ​ເຄື່ຶອງເນື້ອ​ປະສົມ ຕ້ອງ​ປັບ​ລະ​ດັບ​ຄວາມ​ຮ້ອນ​ໃຫ້​ພໍ​ດີ​ກັບ​ເນື້ອ​ຜ້າ ໂດຍ​ຄວນ​ສຶກ​ສາ​ຊະນິດ​ຂອງ​ຜ້າ​ກັບ​ການ​ປັບ​ລະ​ດັບ​ຄວາມ​ຮ້ອນ​ໃຫ້​ດີ ເຊັ່ນ ເບິ່ງ​ປ້າຍ​ຢູ່ເສື້ອ​ວ່າ​ຕ້ອງ​ການ​ຄວາມ​ຮ້ອນ​ລະ​ດັບ​ໃດ ແລ້ວ​ປັບ​ໃຫ້​ກົງ​ກັບ​ເນື້ອ​ຜ້າ ຈະ​ຖະ​ໜອມ​ຜ້າ​ໄດ້​ດີກວ່າ​ການ​ໃຊ້​ໄຟ​ແຮງ​ສຸດ​ໂດຍ​ບໍ່ມີເຫດຜົນ

4. ເບິ່ງ​ຂ້າມ​ນ້ຳ​ປະ​ປາ​ໄປ      ຫາກວ່າ​ເຕົາ​ລີດ​ອາຍ​ນ້ຳ​ຂອງ​ເຈົ້າ​ເກີດ​ນ້ຳ​ໝົດ​ກະ​ທັນ​ຫັນ ເພື່ອ​ຄວາມສະດວກ​ໃນ​ການ​ຫາ​ນ້ຳ​ມາ​ເຕີມ​ເຕົາ​ລີດ​ແບບ​ອາຍ​ນ້ຳ ເຮົາ​ກໍ​ສາມາດ​ໃຊ້​ນ້ຳ​ປະ​ປາ​ແທນ​ການ​ໃຊ້​ນ້ຳ​ກັ່ນ​ໄດ້ ແຕ່​ຖ້າ​ຫາກ​ໃຜ​ສາມາດ​ຫາ​ນ້ຳ​ກັ່ນ​ມາ​ໄດ້ ຈະ​ລອງ​ປະສົມ​ກັບ​ນ້ຳ​ປະ​ປາ​ແບບ​ແນວລະ​ເຄິ່ງ ເພື່ອ​ຄວາມ​ປະ​ຫຍັດ​ກໍ​ໄດ້​ເຊັ່ນ​ກັນ ແລ້ວ​ຈະ​ຮູ້​ວ່າ​ນ້ຳ​ປະ​ປາ​ກໍ​ຄຸ້ມ​ຄ່າ​ກວ່າ​ທີ່​ຄິດ​

5. ບໍ່​ເຄີຍ​ເຮັດ​ຄວາມ​ສະ​ອາດ​ເຕົາ​ລີດ​ເລີຍ  ເຕົາ​ລີດ​ທີ່​ຜ່ານ​ການ​ໃຊ້​ງານ​ມາ​ດົນ ຍ່ອມ​ຈະ​ຕ້ອງ​ມີ​ຄາບ​ຫລື​ຮອຍ​ໄໝ້​ບໍລິເວນ​ແຜ່ນ​ຄວາມ​ຮ້ອນ​ເປັນ​ທຳມະດາ ແຕ່​ຫລາຍ​ຄົນ​ກັບ​ເບິ່ງ​ຂ້າມ​ ແລະ ​ບໍ່​ຄ່ອຍ​ເຮັດ​ຄວາມ​ສະ​ອາດ​ເຕົາ​ລີດ​ປານໃດ ຮູ້​ບໍ່​ວ່າ​ຖ້າ​ບໍ່​ໝັ່ນ​ເຮັດ​ຄວາມ​ສະ​ອາດ​ເຕົາ​ລີດ ອາດ​ເຮັດໃຫ້​ເຄື່ອງ​ໂຕ​ອື່ນ​ຂອງ​ເຈົ້າ​ເສຍ​ຫາຍ​ຈົນ​ອາດ​ເສຍ​ດາຍ​ພາຍຫລັງ​ກໍ​ໄດ້ ​ການທຳຄວາມສະອາດມີວິທີ​ກໍ່​ງ່າຍ​ຫລາຍ​ໆ ພຽງແຕ່ນຳ​ຂອງ​ແຫລວ ຫລື​ ເຈວມາ​ຖູ​ບໍລິເວນ ໜ້າ​ເຕົາ​ລີດ ແລະ ​ໃຊ້​ຜ້າ​ຂົນ​ໜູ​ເກົ່າ​ໆ ເຊັດ​ອອກ ຮອຍ​ໄໝ້ ​ແລະ ​ຄາບ​ກໍ​ຈະ​ຫາຍ​ໄປ ບໍ່​ທຳຮ້າຍ​ເນື້ອ​ຜ້າ​ອີກ

6. ຕື່ມ​ນ້ຳ​ໃນ​ເຕົາ​ລີດ​ອາຍ​ນ້ຳ​ບໍ່​ເຄີຍ​ຂາ    ທີ່​ຈິງ​ແລ້ວ​ນ້ຳ​ທີ່​ຄົງ​ຄ້າງ​ຢູ່ໃນ​ເຕົາ​ລີດ​ອາຍ​ນ້ຳ ຄວນ​ເທ​ອອກ​ເມື່ອ​ໃຊ້​ງານ​ສຳເລັດ​ແລ້ວ ຖ້າ​ບໍ່​ເຊັ່ນ​ນັ້ນ​ນ້ຳ​ອາດຈະ​ຮົ່ວ​ຊຶມ​ເຂົ້າໄປ​ທຳລາຍ​ກົນ​ໄກ​ພາຍ​ໃນ​ເຕົາ​ລີດ ແລະ ​ສີ​ທີ່​ແຜ່ນ​ຄວາມ​ຮ້ອນ​ຈະ​ຫລຸດ​​ອອກ​ໄດ້ ໃຜ​ເຄີຍ​ຄິດວ່າ​ຕື່ມ​ນ້ຳ​ປະ​ເອົາ​ໄວ້​ຄື​ວິທີ​ທີ່​ຊ່ວຍ​ປະ​ຫຍັດ​ເວລາ ຂໍ​ບອກວ່າ​ຕ້ອງ​ປ່ຽນ​ດ່ວນ​ເລີຍ

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...