spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ຊີ້ນໍາຕໍ່ກອງປະຊຸມການຮັບມື-ແກ້ໄຂນໍ້າຖ້ວມ

ນາຍົກລັດຖະມົນຕີ ຊີ້ນໍາຕໍ່ກອງປະຊຸມການຮັບມື-ແກ້ໄຂນໍ້າຖ້ວມ

Published on

ໃນຕອນເຊົ້າວັນທີ 16 ກັນຍາ 2024 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມລາຍງານຜົນກະທົບຕໍ່ສະພາບໄພນໍ້າຖ້ວມ ແລະ ແຜນການຟື້ນຟູຊ່ວຍເຫຼືອຢູ່ບັນດາແຂວງ ແລະ ບາງແຜນຈຸດສຸມໃນຕໍ່ໜ້າ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ, ບັນດາທ່ານ ລັດຖະມົນຕີ, ຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 10 people and text

ກອງປະຊຸມ ໄດ້ຮັບຟັງການລາຍງານ ຈາກທ່ານ ນາງ ໃບຄໍາ ຂັດຕິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ, ຮອງປະທານ ຜູ້ປະຈໍາການຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໃຫ້ຮູ້ວ່າ ນັບແຕ່ວັນທີ 18 ກໍລະກົດ 2024 ຮອດປະຈຸບັນ, ສປປ ລາວ ໄດ້ຮັບຜົນກະທົບ ແລະ ຜົນເສຍຫາຍຈາກພາຍຸດີເປຣຊັນ (Depression), ພາຍຸໝູນເຂດຮ້ອນ ພຣະພິຣູນ (Prapiroon) ແລະ ລົມພາຍຸໄຕ້ຝຸ່ນ ຢາກິ (YAKI).

May be an image of 8 people and text

ຕາມການເກັບກຳຂໍ້ມູນ ແລະ ປະເມີນເບື້ອງຕົ້ນ ມີທັງໝົດ 15 ແຂວງ, ກວມເອົາ 100 ເມືອງ, 1,144 ບ້ານ, 45,661 ຄອບຄົວ, ຈໍານວນພົນ 176 ພັນກວ່າຄົນ, ຍິງ 75,054 ຄົນ, ເສຍຊີວິດ 05 ຄົນ ແລະ ສູນຫາຍ 01 ຄົນ, ຄອບຄົວຖືກຍົກຍ້າຍຊົ່ວຄາວ 182 ຄອບຄົວ, ເຮືອນເປ່ເພ 169 ຫຼັງ, ເນື້ອທີ່ທໍາການຜະລິດເສຍຫາຍ 13 ພັນກວ່າເຮັກຕາ, ເສັ້ນທາງ 262 ເສັ້ນ, ຂົວ 12 ແຫ່ງ, ຊົນລະປະທານ 87 ແຫ່ງ, ສຸກສາລາ 05 ແຫ່ງ, ນໍ້າລິນ 30 ແຫ່ງ, ໜອງປາ 334 ໜອງ, ສັດໃຫຍ່ ແລະ ສັດປີກ ລວມຈໍານວນ 13 ພັນກວ່າໂຕ.

May be an image of 2 people and road

ປັດຈຸບັນ ພາກສ່ວນກ່ຽວຂ້ອງຍັງສືບຕໍ່ເກັບຂໍ້ມູນຄວາມເສຍຫາຍ ໃຫ້ລະອຽດ ເພື່ອເປັນຂໍ້ມູນໃນການກຳນົດແຜນຊ່ວຍເຫຼືອ ແລະ ຟື້ນຟູ; ໃນນີ້ ສະເພາະ ຜົນກະທົບຈາກພາຍຸ ຢາກິ (YAKI) ມາຮອດປະຈຸບັນມີທັງໝົດ 8 ແຂວງ ເຊິ່ງແຂວງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ ແມ່ນແຂວງຫຼວງນໍ້າທາ ແລະ ນະຄອນຫຼວງວຽງຈັນ.

May be an image of tree, road and grass

ນອກຈາກນັ້ນ, ຍັງຮັບຟັງລາຍງານ ກ່ຽວກັບແຜນການຮັບມື, ການແກ້ໄຂໄພພິບັດນໍ້າຖ້ວມຢູ່ບັນດາແຂວງ ແລະ ບາງແຜນຈຸດສຸມໃນຕໍ່ໜ້າ ເປັນຕົ້ນ ສະພາບຜົນກະທົບໄພນໍ້າຖ້ວມທີ່ເກີດຂຶ້ນ ໂດຍສະເພາະຢູ່ແຂວງຫຼວງນໍ້າທາ ແລະ ນະຄອນຫຼວງວຽງຈັນ; ການຊ່ວຍເຫຼືອຕອບໂຕ້ສຸກເສີນ; ການລະດົມການຊ່ວຍເຫຼືອ; ແຜນການຈຸດສຸມໃນຕໍ່ໜ້າ ແລະ ຄວາມພ້ອມດ້ານຕ່າງໆ ທີ່ຈະສາມາດຮອງຮັບການແກ້ໄຂສຸກເສີນ ໃຫ້ບັນດາຜູ້ປະສົບໄພນໍ້າຖ້ວມ. ຄຽງຄູ່ກັນນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ສະພາບຜົນກະທົບໄພນໍ້າຖ້ວມຕົວຈິງ ຈາກຂະແໜງການກ່ຽວຂ້ອງ ຕື່ມອີກ.

May be an image of 7 people and text

ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກພາກສ່ວນກ່ຽວຂ້ອງ ສືບຕໍ່ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຄະນະຄຸ້ມຄອງໄພພິບັດທຸກຂັ້ນ ສືບຕໍ່ຈັດຕັ້ງປະຕິບັດຕາມກົນໄກການເຮັດວຽກຂອງຄະນະຄຸ້ມຄອງໄພພິບັດ; ໃຫ້ເອົາໃຈໃສ່ໃຫ້ການຊ່ວຍເຫຼືອຜູ້ປະສົບໄພ ກໍຄືຜູ້ໄດ້ຮັບຜົນກະທົບ, ຕິດຕາມ ໃຫ້ການຊ່ວຍເຫຼືອເບິ່ງແຍງດູແລສຸຂະພາບ, ສຸຂະອະນາໄມ ຂອງຜູ້ປະສົບໄພໃຫ້ດີ; ຮີບຮ້ອນປັບປຸງພື້ນຖານໂຄງລ່າງຕ່າງໆ ທີ່ໄດ້ຮັບຜົນກະທົບເສຍຫາຍ ໃຫ້ນໍາໃຊ້ໂດຍໄວ ເພື່ອເປັນເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ການດໍາລົງຊີວິດຂອງປະຊາຊົນ; ສືບຕໍ່ຕິດຕາມສະພາບດິນຟ້າອາກາດ ເພື່ອສືບຕໍ່ຮັບມືກັບໄພພິບັດທີ່ອາດຈະເກີດຂຶ້ນອີກ ໃນຕໍ່ໜ້າ

ຂ່າວ: ກົມປະຊາສຳພັນ ຫສນຍ, ຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...