spot_img
Homeຂ່າວພາຍ​ໃນອຸດົມໄຊ ເລັ່ງປ່ຽນຊິງຊັ່ງ ຮູບແບບອະນາລັອກ ເປັນ ດີຈິຕອນ ເພື່ອຄວາມໂປ່ງໃສ

ອຸດົມໄຊ ເລັ່ງປ່ຽນຊິງຊັ່ງ ຮູບແບບອະນາລັອກ ເປັນ ດີຈິຕອນ ເພື່ອຄວາມໂປ່ງໃສ

Published on

ປັດຈຸບັນ, ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ໄດ້ເລັ່ງປັບປ່ຽນຊິງຊັ່ງຮູບແບບອະນາລັອກ ມາເປັນດີຈິຕອນ ເພື່ອແກ້ໄຂບັນຫາຊິງຊັ່ງ ປະ ເພດສະບຽງອາຫານ ຢູ່ທ້ອງຕະຫລາດ ໃຫ້ມີຄວາມຖືກຕ້ອງ, ໂປ່ງໃສ ແລະ ມີມາດຕະຖານສູງ.

May be an image of 7 people and text

ທ່ານ ນາງ ໄມພອນ ສີລິວົງ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງອຸດົມໄຊ ໄດ້ໃຫ້ຮູ້ວ່າ: ບັນຫາ ຊິງຊັ່ງ ປະເພດສະບຽງອາຫານ ແມ່ນເປັນບັນຫາໜຶ່ງທີ່ສັງຄົມໃຫ້ຄວາມສົນໃຈ ແລະ ຍັງມີຄວາມກັງວົນ ໃນການຊື້-ຂາຍ ສິນຄ້າ ເນື່ອງຈາກໄລຍະຜ່ານມາ ຍັງມີບາງເຫດການເກີດຂຶ້ນ ກ່ຽວກັບການຊື້ຊີ້ນ, ປາ, ພືດຜັກຕ່າງໆ ຢູ່ທ້ອງຕະຫລາດ ພາຍໃນແຂວງອຸດົມໄຊ ບໍ່ໄດ້ເຕັມມາດຕະຖານ ຫລື ເຕັມຕາຊິງ, ເຮັດໃຫ້ຜູ້ບໍລິໂພກ ເກີດຄວາມສົນໃຈ.

May be an image of 3 people and text

ດັ່ງນັ້ນ, ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ຈຶ່ງໄດ້ຄົ້ນຄວ້າ ແລະ ຊອກຫາແນວທາງແກ້ໄຂບັນຫາດັ່ງກ່າວ ດ້ວຍການ ກຳນົດ ແລະ ຫັນປ່ຽນຈາກຊິງຊັ່ງ ອະນາລັອກ ມາເປັນ ຊິງຊັ່ງ ຮູບແບບ ດີຈິຕອນ ເຊິ່ງມາຮອດດປັດຈຸບັນ, ໄດ້ມີການຈັດຕັ້ງປະຕິບັດ ສຳເລັດແລ້ວຢູ່ຫລາຍເມືອງ ເປັນຕົ້ນ ເມືອງແບງ, ເມືອງຮຸນ ແລະ ເມືອງນາໝໍ້. ສ່ວນເມືອງອື່ນໆ ກຳລັງຢູ່ໃນຂັ້ນຕອນຈັດຕັ້ງປະຕິບັດ, ສະເພາະຢູ່ພາຍໃນເທສະບານແຂວງອຸດົມໄຊ ແມ່ນປະຕິບັດສຳເລັດແລ້ວ 50%,ຄາດວ່າ ຈະໃຫ້ສຳເລັດໃນທົ່ວແຂວງໃນທ້າຍປີ 2024 ນີ້.

May be an image of 5 people and text

ທ່ານ ນາງ ໄມພອນ ສີລິວົງ ຍັງໃຫ້ຮູ້ອີກວ່າ: ການປັບປຸງ ແລະ ປ່ຽນແປງ ກ່ຽວກັບບັນຫາ ຊິງຊັ່ງ ຢູ່ພາຍໃນແຂວງອຸດົມໄຊ ກໍເພື່ອຫັນປ່ຽນຮູບແບບຊິງຊັ່ງ ໃຫ້ມີຄວາມເປັນທັນສະໄໝ, ມີປະສິດທິພາບ ແລະ ມີຄວາມຖືກຕ້ອງ ແນໃສ່ແກ້ໄຂບັນຫາຫາງສຽງສັງຄົມ ກໍຄື ການຊື້-ຂາຍ ຂອງຜູ້ບໍລິໂພກ ແລະ ຜູ້ຈໍາໜ່າຍສິນຄ້າ ຢູ່ຕາມທ້ອງຕະຫລາດໃຫ້ໝົດໄປ ເທື່ອລະກ້າວ. ນອກຈາກການດັດສົມ ແລະ ກໍານົດ ໃຫ້ແມ່ຄ້າຢູ່ໃນທ້ອງຕະຫລາດພາຍໃນແຂວງ ຫັນປ່ຽນມານຳໃຊ້ຊິງຊັ່ງ ແບບດີຈີຕອນແລ້ວ, ຄະນະຮັບຜິດຊອບ ຍັງໄດ້ນຳເອົາຊິງກາງໄປຕັ້ງໄວ້ຢູ່ຈຸດຕ່າງໆ ພາຍໃນຕະຫລາດ ເພື່ອໃຫ້ຜູ້ບໍລິໂພກໄດ້ຊົມໃຊ້ ຕື່ມອີກ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...