Homeຂ່າວນໍ້າຖ້ວມໄລຍະເວລາ 2 ເດືອນ, ສປປ ລາວ ເສຍຫາຍຈາກໄພພິບັດທາງທໍາມະຊາດ 300 ກວ່າຕື້ກີບ

ໄລຍະເວລາ 2 ເດືອນ, ສປປ ລາວ ເສຍຫາຍຈາກໄພພິບັດທາງທໍາມະຊາດ 300 ກວ່າຕື້ກີບ

Published on

ອີງຕາມຂໍ້ມູນຈາກຄະນະກຳມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ລາຍງານໃນວັນທີ 30 ສິງຫາ 2024 ໃຫ້ຮູ້ວ່າ: ຜົນເສຍຫາຍຈາກໄພພິບັດທີ່ເກີດຈາກພະຍຸດີເປຣຊັນ (Depression), ພະຍຸໝູນເຂດຮ້ອນພຣະພິຣຸນ (Prapiroon) ແລະ ຝົນຕົກໜັກ ໃນຄັ້ງວັນທີ 18 ກໍລະກົດ ຫາ 21 ສິງຫາ 2024 ມີທັງໝົດ 13 ແຂວງ ທີ່ໄດ້ຮັບຜົນກະທົບ ຄື: ນະຄອນຫຼວງວຽງຈັນ, ສາລະວັນ, ຄໍາມ່ວນ, ຫຼວງພະບາງ, ຊຽງຂວາງ, ຫົວພັນ, ເຊກອງ, ວຽງຈັນ, ບໍ່ແກ້ວ, ໄຊຍະບູລີ, ບໍລິຄຳໄຊ, ໄຊສົມບູນ ແລະ ແຂວງ ອຸດົມໄຊ.

ໃນຈໍານວນທັງໝົດ 60 ເມືອງ, 541 ບ້ານ, 17,548 ຄອບຄົວ, ພົນລະ ເຮືອນ 36,208 ຄົນ, ຍິງ 15,384 ຄົນ, ເສຍຊີວິດ 03 ຄົນ ແລະ ສູນຫາຍ 01 ຄົນ, ຄອບຄົວຖືກຍົກຍ້າຍຊົ່ວຄາວ 72 ຄອບຄົວ, ເຮືອນ 125 ຫຼັງ, ເນື້ອທີ່ທຳການຜະລິດ 9,763,28 ເຮັກຕາ, ເສັ້ນທາງ 177 ເສັ້ນ, ຂົວ 12 ແຫ່ງ, ຊົນລະປະທານ 79 ແຫ່ງ, ສຸກສາລາ 02 ແຫ່ງ, ນໍ້າລິນ 30 ແຫ່ງ, ໜອງປາ 334 ໜອງ, ສັດລ້ຽງ (ງົວ, ຄວາຍ, ແບ້, ໝູ ແລະ ສັດປີກ ) ລວມຈໍານວນ 13.478 ໂຕ ທີ່ໄດ້ຮັບຜົນກະທົບ ແລະ ຜົນເສຍຫາຍ; ຄາດຄະເນມູນຄ່າຜົນກະທົບ, ຜົນເສຍຫາຍເບື້ອງຕົ້ນແມ່ນ 318,615,427,690 ກີບ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...