Homeຂ່າວພາຍ​ໃນສປປ ລາວ ເປັນເຈົ້າພາບ ຈັດກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ

ສປປ ລາວ ເປັນເຈົ້າພາບ ຈັດກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ

Published on

ສປປ ລາວ ເປັນເຈົ້າພາບ ຈັດກອງປະຊຸມສະພາປະຊາຄົມ ວັດທະນະທຳ-ສັງຄົມອາຊຽນ ຮ່ວມກັບ ລັດຖະມົນຕີ ປະທານຂະແໜງການຂອງເສົາຄໍ້າ ວັດທະນະທຳ-ສັງຄົມອາຊຽນ, ຜູ້ຊົງຄຸນວຸທິ ແລະ ສະມາຊິກລັດຖະສະພາອາຊຽນ ເພື່ອປຶກສາຫາລື ພັດທະນາແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫລັງປີ 2025 ໃນວັນທີ 13 ສິງຫາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໂດຍມີ ບັນດາລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາ ຊຽນ, ລັດຖະມົນຕີປະທານຂະແໜງການຂອງ ເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ, ລັດຖະມົນຕີກະ ຊວງ ກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມ ແຫ່ງ ຕີມໍ ເເລັດສະເຕ, ພ້ອມດ້ວຍຫົວໜ້າຄະນະຜູ້ແທນອາຊຽນ ແລະ ຜູ້ຕາງໜ້າຈາກກອງເລຂາອາຊຽນ ເຂົ້າຮ່ວມ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນວ່າ: ກອງປະຊຸມ ໃນຄັ້ງນີ້, ເປັນວາລະພິເສດ ແລະ ເປັນຄັ້ງທຳອິດ ທີ່ໄດ້ຈັດຮ່ວມກັບບັນດາ ປະທານຂະແໜງການຂອງເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ເພື່ອພ້ອມກັນ ປຶກສາຫາລື, ແລກປ່ຽນທັດສະນະ ແລະ ຂໍ້ສະເໜີ ທີ່ເປັນທິດທາງຍຸດທະສາດ ຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫລັງປີ 2025 ເຊິ່ງເປັນປັດໄຈສຳຄັນທີ່ສຸດ ເຊິ່ງບັນດາທິດທາງຍຸດທະສາດເຫລົ່ານັ້ນ, ຈະຖືກຄັດຈ້ອນເປັນຍຸດທະສາດຂອງຂະແໜງການ ເພື່ອຮັບປະກັນ ແລະ ຮັກສາໄດ້ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ, ແຂງແກ່ນ, ຍືນຍົງ, ກວມລວມ ແລະ ປັບຕົວໄດ້ທຸກສະພາບການ, ທັງເພີ່ມທະວີ ການຄາດຄະເນລ່ວງໜ້າຂອງຍຸດທະສາດ ທີ່ເປັນສິ່ງທ້າທາຍ ແລະ ທ່າແຮງບົ່ມຊ້ອນ ໃນພາກພື້ນ ແລະ ທົ່ວໂລກ, ທັງເປັນການ ຊອກຫາວິທີທາງໃນອະນາຄົດ ທີ່ຈະເປັນໄປໄດ້ ເພື່ອສະໜັບສະໜູນ ໃຫ້ແກ່ການພັດທະນາຍຸດທະສາດ, ນະໂຍບາຍ ແລະ ການແກ້ໄຂບັນຫາ.

ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໃຫ້ຮູ້ອີກວ່າ: ກອງປະຊຸມ ໃນຄັ້ງນີ້, ໄດ້ຍົກໃຫ້ເຫັນ ຄວາມສຳຄັນຂອງການຄາດການລ່ວງໜ້າ ຂອງຍຸດທະສາດ ທີ່ຈະສ່ອງແສງເຖິງການປ່ຽນແປງຂອງປະຊາຄົມອາຊຽນ ຫລັງປີ 2025 ແລະ ການຈັດຕັ້ງປະຕິບັດແຜນຍຸດທະສາດດັ່ງກ່າວ ເຊິ່ງໂດຍລວມແລ້ວໄດ້ສະແດງໃຫ້ເຫັນເຖິງການຮັບປະກັນ ໃນການດຳເນີນງານຢ່າງແຂງແຮງ ຂອງບັນດາແຜນຍຸດທະສາດ ຂອງຂະແໜງການຂອງຕົນ, ບັນຫາຊໍ້າຊ້ອນເສົາຄ້ຳ ແລະ ການເຊື່ອມຈອດອາຊຽນ. ພ້ອມນິີ້, ຍັງໄດ້ຍົກໃຫ້ເຫັນບັນດາບາດກ້າວສຳຄັນ ແລະ ຂໍ້ສະເໜີ ໂດຍສະເພາະ ການແກ້ໄຂທ່າອ່ຽງ ແລະ ສິ່ງທ້າທາຍຕ່າງໆ ເພື່ອຮັບປະກັນໃຫ້ມີການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນາແບບຍືນຍົງ ລວມທັງ ການຜັນຂະຫຍາຍ ວຽກງານຂອງເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ໃຫ້ດີຂຶ້ນເປັນກ້າວໆ.

ການປຶກສາຫາລືໃນຄັ້ງນີ້, ເປັນຂີດໝາຍສຳຄັນ ຂອງເສົາຄ້ຳປະຊາຄົມວັດທະນະທຳ-ສັງຄົມ ອາຊຽນ ເພື່ອແລກປ່ຽນ ແລະ ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນອາຊຽນ ລວມເຖິງ ການເຊື່ອມໂຍງໃນພາກພື້ນ ແລະ ຄວາມເປັນແກນກາງຂອງອາຊຽນ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...