Homeຂ່າວກິລາສປປ ລາວ ກຽມເປັນເຈົ້າພາບຈັດການແຂ່ງຂັນ ຮອບຄັດເລືອກບານເຕະໂລກ ຮອບທີ 3

ສປປ ລາວ ກຽມເປັນເຈົ້າພາບຈັດການແຂ່ງຂັນ ຮອບຄັດເລືອກບານເຕະໂລກ ຮອບທີ 3

Published on

ທີມຊາດ ສປປ ເກົາຫຼີ (ເກົາຫຼີເໜືອ) ຕົກລົງທີ່ຈະໃຊ້ສະໜາມກິລາເເຫ່ງຊາດລາວ ຫຼັກ 16 ທີ່ ນະຄອນຫຼວງວຽງຈັນ ເປັນສະໜາມເຍົ້າ, ເພື່ອເປັນສະຖານທີ່ໃນການເເຂ່ງຂັນບານເຕະໂລກ 2026 ຮອບຄັດເລືອກຮອບ 3 ທີ່ຈະຈັດຂຶ້ນໃນເດືອນກັນຍາ 2024 ນີ້ເປັນຕົ້ນໄປ.

ໂດຍ ສປປ ເກົາຫລີ ແມ່ນຢູ່ຮ່ວມກຸ່ມ A ຮ່ວມກັບ ທີມຊາດ ກາຕາ, ຢູເອອີ, ອຸສເບກິດສະຖານ, ກີກີດສະຖານ ແລະ ອີຣ່ານ ແລະ ຈະລົງແຂ່ງນັດທຳອິດຢູ່ ສະໜາມກິລາຫລັກ 16 ວັນທີ 10 ກັນຍາ 2014.

ເຊິ່ງກ່ອນໜ້ານີ້ ສະໜາມກິລາແຫ່ງຊາດ ຫຼັກ 16 ຂອງ ສປປ ລາວ ກໍໄດ້ຖືກເປັນເຈົ້າພາບ ຈັດການແຂ່ງຂັນເຕະບານຊາຍຊິງແຊ້ມໂລກ ຫຼື້ ບານໂລກ 2026 ຮອບຄັດເລືອກ ຮອບທີ 2 ຂົງເຂດອາຊີ 2 ນັດ ໃນກຸ່ມ B ລະຫວ່າງ ທີມຊາດ ສປປ ເກົາຫລີ (ເກົາຫລີເໜືອ) ພົບກັບ ທີມຊາດຊີເຣຍ (ຊີຣີ) ແລະ ສປປ ເກົາຫລີ ພົບກັບ ທີມຊາດມຽນມາ.

ບົດຄວາມຫຼ້າສຸດ

ເມືອງຄູ່ແຝດ! ຂົວມິດຕະພາບລາວ-ໄທ ຕິດອັນດັບຂົວທີ່ງາມທີ່ສຸດໃນໂລກ

ອີງຕາມຂໍ້ມູນຈາກ Insider Monkey ເຊິ່ງປະເທດໄທຕິດຢູ່ໃນ ອັນດັບທີ 4 ແລະ ຂົວມິດຕະພາບ ລາວ-ໄທ ແຫ່ງທີ 3 (ຄໍາມ່ວນ - ນະຄອນພະນົມ)...

ລັດຖະບານ ຍີ່ປຸ່ນ ມອບພາຫະນະ, ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ ໃຫ້ ກະຊວງ ຍທຂ

ໃນວັນທີ 9 ພະຈິກ 2026 ທີ່ລັດວິສາຫະກິດ ກໍ່ສ້າງທາງເລກ 8 ທີ່ນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ອຸປະກອນ ແລະ ລົດກົນຈັກ ສ້ອມແປງຂົວ-ທາງ...

JOYEE N01 ພ້ອມລຸຍຕະຫຼາດໂລກຢ່າງເປັນທາງການ!

ວັນທີ 28 ຕຸລາ ທີ່ຜ່ານມາ, China FAW (ສາຂາ Yancheng) ໄດ້ຈັດພິທີສະຫຼອງການຜະລິດ JOYEE N01 ຈຳນວນຫຼາຍ (Mass Production)...

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...