Homeຂ່າວພາຍ​ໃນນວ ຈະສຸມໃສ່ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ

ນວ ຈະສຸມໃສ່ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ

Published on

ພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ຈະສຸມໃສ່ຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ, ໂດຍຈະສຸມໃສ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງ ຮັບໃຊ້ການຜະລິດ, ເພື່ອຍົກສູງຊີວິດການເປັນຢູ່ຂອງຄອບຄົວ ແລະ ອາຊີບທີ່ໝັ້ນຄົງຂອງປະຊາຊົນ ເປັນຕົ້ນ ຊຸກຍູ້ປູກຝັງ-ລ້ຽງສັດ, ປັບປຸງເສັ້ນທາງຄົມມະນາຄົມ ແລະ ສິ່ງສາທາລະນຸປະໂພກຕ່າງໆ, ເພື່ອພັດທະນາຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນເຂດຈຸດສຸມທີ່ນະຄອນຫຼວງວຽງຈັນ ກຳນົດໄວ້.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນວ ໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງ ສະພາປະຊາຊົນ ນວ ຊຸດທີ II ວັນທີ 9 ກໍລະກົດ 2024 ຫຼາຍບັນຫາສຳຄັນ ເປັນຕົ້ນ ອໍານວຍຄວາມສະດວກໃນ ການແລກປ່ຽນຊື້-ຂາຍສິນຄ້າຢູ່ເຂດຈຸດສຸມໃຫ້ເປັນລະບົບເຊັ່ນ: ມີກຸ່ມຜະລິດ, ມີກຸ່ມເກັບຊື້ ແລະ ກຸ່ມປຸງແຕ່ງຢ່າງເປັນຕ່ອງໂສ້; ຈະປະສານກັບພາກສ່ວນທີ່ກ່ຽວຂ້ອງຊຸກຍູ້ສົ່ງເສີມການຜະລິດກະສິກໍາ ທີ່ມີທ່າແຮງ ເປັນຕົ້ນແມ່ນການປູກ-ການລ້ຽງເພື່ອຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າເທື່ອລະກ້າວ.

ພ້ອມທັງຫັນພະນັກງານວິຊາການ ທີ່ກ່ຽວຂ້ອງແນະນຳທາງດ້ານວິຊາການໃຫ້ແກ່ປະຊາຊົນໃນການປູກ-ການລ້ຽງ ໃນເຂດຈຸດສຸມ, ສືບຕໍ່ປັບປຸງກຸ່ມການຜະລິດກະສິກຳ ແລະ ສະຫະກອນ ໃຫ້ມີຄວາມເຂັ້ມແຂງໃນການຄຸ້ມຄອງບໍລິຫານລະບົບການຜະລິດໃຫ້ມີຄວາມຍືນຍົງ, ສຸມໃສ່ພັດທະນາຮອບດ້ານທີ່ເປັນບຸລິມະສິດ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ໄປພ້ອມກັບການສືບຕໍ່ຈັດຕັ້ງປະຕິບັດໂຄງການຕ່າງໆ, ປະສານກັບພາກສ່ວນທີ່ກ່ຽວຂ້ອງຍົກສູງ ແລະ ພັດທະນາສີມືແຮງງານຕາມຄວາມຕ້ອງການ ຂອງຕະຫຼາດແຮງງານ, ຝຶກວິຊາຊີບ ແລະ ສົ່ງເສີມການປະກອບອາຊີບທີ່ໝັ້ນຄົງ, ປະສານກັບພາກສ່ວນທີ່ກ່ຽວຂ້ອງສຸມໃສ່ປັບປຸງຄຸນນະພາບການສຶກສາ ແລະ ສາຂາອາຊີບ ຢູ່ໂຮງຮຽນວິຊາຊີບຕ່າງໆ ໃຫ້ແທດເໝາະກັບຄວາມຕ້ອງການຢູ່ແຕ່ລະທ້ອງຖິ່ນ ແລະ ຍົກສູງສະມັດຕະພາບໂຮງໝໍນ້ອຍ, ສຸກສາລາ, ຖົງຢາພື້ນເມືອງປະຈຳບ້ານ ໃຫ້ສາມາດຮັບປະກັນການບໍລິການສາທາລະນະສຸກຂັ້ນພື້ນຖານ.

ພ້ອມນີ້, ຍັງຈະສຸມໃສ່ ຊຸກຍູ້ສົ່ງເສີມ ສິນຄ້າກະສິກຳທີ່ເຮົາສາມາດຜະລິດໄດ້ພາຍໃນ ໂດຍຈະສົມທົບກັບ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ເພື່ອປຶກສາຫາລື ແລະ ກຳ ນົດບັນດາພືດຜັກທີ່ສາມາດຜະລິດ ເພື່ອສະໜອງສະບຽງອາຫານໃນ ນະຄອນຫລວງວຽງຈັນ ຈໍານວນ 7 ຊະນິດພືດຜັກ(ບໍ່ລວມເຂົ້າ) ຄື: ຜັກບົວໃບ, ຫອມປ້ອມ, ຫອມລາບ, ໝາກເຂືອ, ໝາກແຕງ, ໝາກ ເຜັດ ແລະ ຜັກບົ້ງ ໂດຍສົມທົບກັບຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ 6 ຕົວເມືອງ ເປັນຕົ້ນ ເມືອງສີໂຄດຕະບອງ, ໄຊເສດຖາ, ນາຊາຍທອງ, ໄຊທານີ, ສັງທອງ ແລະ ເມືອງປາກງື່ມ.

ພ້ອມນີ້, ຍັງໄດ້ຊຸກຍູ້ສົ່ງເສີມເມືອງເປົ້າໝາຍທີ່ມີທ່າແຮງ ແລະ ສາມາດຜະ ລິດພືດຜັກ ສະເລ່ຍໄດ້ 6.900 ໂຕນຕໍ່ເດືອນ ແລະ ຊີ້ນສັດ ປະກອບມີ ຊີ້ນໝູ, ປານິນລ້ຽງໃນກະຊັງ, ໄກ່ລາດ ແລະ ໄຂ່ ສະເລ່ຍ ທາດຊີ້ນໄດ້ 6.500 ກວ່າໂຕນ ເຊິ່ງເຫັນວ່າສາມາດເປັນສິນຄ້າ ແລະ ທົດແທນການນຳເຂົ້າໄດ້ໂດຍພື້ນຖານ.

ຂ່າວ: ທະນູທອງ, ປະເທດລາວ
ພາບ: ເກດສະໜາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...