Homeຂ່າວພາຍ​ໃນຫນັງສືແຈ້ງເຕືອນ: ຜູ້ທີ່ຊົມໃຊ້ເສັ້ນທາງຫຼວງແຫ່ງຊາດ ເລກ 8, ໃນຊ່ວງລະດູຝົນ ລະຫວ່າງ ເດືອນ 7-10 ປີ 2024

ຫນັງສືແຈ້ງເຕືອນ: ຜູ້ທີ່ຊົມໃຊ້ເສັ້ນທາງຫຼວງແຫ່ງຊາດ ເລກ 8, ໃນຊ່ວງລະດູຝົນ ລະຫວ່າງ ເດືອນ 7-10 ປີ 2024

Published on

ຄະນະຄຸ້ມຄອງໂຄງການຟື້ນຟູ ກໍ່ສ້າງທາງຫຼວງແຫ່ງຊາດ ເລກ 8, ຊ່ວງທີ່ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ຂໍຖືເປັນກຽດແຈ້ງເຕືອນມາຍັງພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ, ພໍ່ຄ້າ, ນັກທຸລະກິດ ແລະ ຜູ້ປະກອນ ການຕ່າງໆ ຊາບທົ່ວເຖິງກັນວ່າ: ເສັ້ນທາງຫຼວງແຫ່ງຊາດເລກ 8 ຊ่ວງພູໄຮ ແຕ່ ກມ 42+800 ຫາ 50+800 (ເຂດພູໄຮ) ແມ່ນກໍາລັງເລັ່ງດໍາເນີນການຟື້ນຟູກໍ່ສ້າງ, ເນື່ອງຈາກເປັນຊ່ວງທາງທີ່ຄ້ອຍຊັນ ແລະ ປັດຈຸບັນເຂົ້າສູ່ຊ່ວງລະດູຝົນ, ຊຶ່ງໃນເວລາ ຝົນຕົກຫນັກຕິດຕໍ່ກັນຫຼາຍຊົ່ວໂມງ ອາດມີຄວາມສ່ຽງສູງ ເຮັດໃຫ້ເກີດມີນໍ້າປ່າໄຫຼ, ດິນ ແລະ ຫິນ ເຈື່ອນໃສ່ຫນ້າທາງ, ຫນ້າ ທາງມື່ນ ຊຶ່ງອາດຈະມີຄວາມສ່ຽງບໍ່ປອດໄພ ສ້າງຄວາມເສຍຫາຍຜູ້ສັນຈອນໄປ-ມາຕາມເສັ້ນທາງດັ່ງກ່າວ ຄືໃນປີຜ່ານມານັ້ນ.

ສະນັ້ນ, ຖ້າບໍ່ຈໍາເປັນແມ່ນ ໃຫ້ຫຼີກລ່ຽງການສັນຈອນຜ່ານຊ່ວງທາງດັ່ງກ່າວ ໂດຍສະເພາະເວລາທີ່ມີຜົນຕົກຫນັກ ຕິດຕໍ່ກັນຫຼາຍຊົ່ວໂມງ ແລະ ຊ່ວງເວລາກາງຄືນ ແຕ່ 22:00 ໂມງ ຫາ 6:00 ໂມງເຊົ້າ ເພື່ອຄວາມປອດໄພຕໍ່ຊີວິດ ແລະ ຊັບສິນຂອງທ່ານ. ດັ່ງນັ້ນ, ຈຶ່ງແຈ້ງຕືອນມາຍັງທຸກໆ ທ່ານ ເພື່ອຊາບ ແລະ ໃຫ້ຄວາມຮ່ວມມືດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...