spot_img
Homeຂ່າວພາຍ​ໃນປະສົບການຮັກສາມະເຮັງປາກມົດລູກ

ປະສົບການຮັກສາມະເຮັງປາກມົດລູກ

Published on

ຈາກການແບ່ງປັນເລື່ອງລາວຂອງຜູ້ນຳໃຊ້ເຟດບຸກທ່ານໜຶ່ງ ໄດ້ໂພສເລົ່າກ່ຽວກັບປະສົບການ ກວດພົບເຊື້ອມະເຮັງປາກມົດລູກ ແລະ ຂັ້ນຕອນ ຂະບວນການວິທີການປິ່ນປົວ ຈົນຫາຍດີເປັນປົກກະຕິ, ເຊິ່ງເນື້ອໃນໂພສໄດ້ເລົ່າວ່າ: ” ມື້ນີ້ຈະມາເລົ່າປະສົບການ ເພື່ອເປັນປະໂຫຍດແກ່ຜູ້ຍິງຫຼາຍໆຄົນ, ກຸ້ງນາງເປັນຄົນທີ່ໂຊກຮ້າຍກວດພົບເຊື້ອ(ເຊວ) ມະເຮັງປາກມົດລູກ ແຕ່ກະຍັງໂຊກດີທີ່ຂ້ອຍໄດ້ປິ່ນປົວແຕ່ເລີ່ມຕົ້ນ, ໝໍເພີ່ນເອີ້ນວ່າ: ເຊວກ່ອນເປັນມະເລັງໄລຍະທີ່ 3 ເລີຍໄດ້ຜ່າຕັດຍົກມົດລູກ.

ອາການເລີ່ມແລກຂ້ອຍເຈັບປີກມົດລູກຂ້າງຊ້າຍໜ້ອຍດຽວພໍແຕ່ຮູ້ສຶກ, ແລ້ວບາງທີກໍມີອາການເລຶອດອອກແຕ່ບໍ່ດຸ, ບໍ່ຫຼາຍ ສ່ຳເປັນປະຈຳເດືອນມື້ສຸດທ້າຍ, ແຕ່ບໍ່ໄດ້ຜິດປົກກະຕິຫຍັງຫຼາຍບໍ່ເຈັບ ບໍ່ມີຜົນຫຍັງຕໍ່ການໃຊ້ຊີວີດກະເລີຍບໍ່ຄ່ອຍສົນໃຈ, ຈົນມາຮອດມື້ໜື່ງມີອາຈານຜູ້ໜຶ່ງເພີ່ນທັກທ້ວງວ່າ: ຂ້ອຍເປັນພະຍາດກ່ຽວກັບມົດລູກເດີ້ໃຫ້ໄປປິ່ນປົວ, ຂ້ອຍກະປະເວລາມາດົນເຕີບ, ຈຶ່ງຄິດຊວດຈົນວັນທີ 11/04/2024 ໄປກວດທີ່ຄລີນິກ ເມຶອງທ່າແຂກ (ກວດພາຍໃນ) ແລ້ວໝໍກໍບອກວ່າ: ປາກມົດລູກຂ້ອຍອັບເສບແຮງ ໃຫ້ເລເຊີ້ດ່ວນ, ເພາະມັນກຽມເປັນມະເຮັງແລ້ວ ຂ້ອຍກະຕົກໃຈ, ເມືອປຶກສາກັບຜົວກັບຄອບຄົວວ່າຈະເຮັດແນວໃດ.

May be an image of water heater, hospital and text

ຂ້ອຍເລີຍຕັດສິນໃຈຂ້າມໄປໄທ 12/04/2024 ໄດ້ກວດຄັດກອງມະເຮັງກວດຄົບເລີຍ ແລ້ວກໍພົບວ່າຂ້ອຍມີຊີດໃນຮັງໄຂ່ (ຖົງນ້ຳ) ຈຶ່ງເຈັບປີກມົດລູກຂ້າງຊ້າຍ, ແລ້ວໝໍກໍນັດຖ້າຜົນກວດ 19/04/2024 ໝໍກໍສົ່ງຜົນກວດໃຫ້ວ່າ: ພົບເຊື້ອ HPV ສາຍພັນ16 ເປັນເຊື້ອໄວຣັດທີ່ເຮັດໃຫ້ເກີດເປັນມະເຮັງປາກມົດລູກ ໝໍກໍເລີຍນັດຂ້ອຍມາສ່ອງກ້ອງຕັດຊີ້ນເນື້ອໄປກວດເພີ່ມ. 16/05/2024 ຂ້ອຍກໍໄດ້ເຂົ້າຕັດຊີ້ນເນື້ອ ກະບໍ່ເຈັບປານໃດ ຕັດແລ້ວກັບບ້ານໄດ້ເລີຍ, ແລ້ວໝໍກໍໃຫ້ຖ້າຜົນກວດແລ້ວ 23/05/2024 ຜົນກວດກະອອກ ພົບວ່າປີກມົດລູກໄດ້ມີຄວາມຜິດປົກກະຕິ ກຽມເປັນມະເຮັງໄລຍະທີ່ 3, ໝໍບອກວ່າ ຕ້ອງໄດ້ສົ່ງໄປຕັດປາກມົດລູກຢູ່ສູນມະເຮັງທີ່ອຸດອນ. 24/05/2024 ຂ້ອຍກໍໄດ້ໄປປຶກສາຫາແນວທາງປິ່ນປົວ.

May be an image of ticket stub and text

30/05/2024 ໝໍກໍນັດເຂົ້າໄປເອົາໃບນຳສົ່ງ ແລະ ປຶກສາການປິ່ນປົວມີ 2 ທາງເລຶອກຄື: ຕັດແຕ່ປາກມົດລູກບໍລິເວນທີ່ເປັນ ແລະ ບໍ່ສາມາດຈະບອກໄດ້ວ່າຕັດແລ້ວຈະເຊົາເລີຍບໍ, ຖ້າບໍ່ເຊົາກໍຈະໄດ້ເຂົ້າຕັດແບບນັ້ນຈົນເຊົາ, ອີກວິທີ 1 ຄື: ຍົກມົດລູກ ແຕ່ໝໍບໍ່ຄ່ອຍແນະນຳທາງນີ້ປານໃດ ເພາະວ່າອາຍຸຍັງນ້ອຍຢ້ານຢາກໄດ້ລູກອີກ ແລະ ກໍມີຜົນເສຍຫຼາຍໆດ້ານ, ແຕ່ຂ້ອຍກວດຄືນອີກຄືເຊວມັນກຳລັງແຜ່ ເລີຍຕ້ອງໄດ້ເລືອກການຍົກມົດລູກ, ແລ້ວໝໍນັດວັນຜ່າໃຫ້ເລີຍ.

May be an image of 2 people, hospital and text

03/06/2024 ເຂົ້າ admit ງົດນ້ຳງົດອາຫານ, 04/06/2024 13:00 ເຂົ້າຫ້ອງຜ່າຕັດ, 16:45 ອອກຈາກຫ້ອງຜ່າ ສຳເລັດໄປດ້ວຍດີ, ກັບມານອນພັກຟື້ນ ໝໍເຂົ້າມາຕິດຕາມອາການທຸກໆ 2ຊົ່ວໂມງ, 07/06/2024 ໝໍອະນຸຍາດກັບບ້ານໄດ້,14/06/2024 ໝໍນັດກວດແຜ ແລະ ຟັງຜົນກວດ. ສະຫຼຸບເຊວມະເຮັງໄດ້ໝົດແລ້ວ ຂ້ອຍດີໃຈສຸດຂີດ, ສິ່ງທີ່ຢ້ານທີ່ສຸດກະຢ້ານມັນລາມໄປສ່ວນອື່ນຈະໄດ້ສາຍແສງໃຊ້ເຄມີບຳບັດແຕ່ຂ້ອຍຮັກສາໄວເລີຍບໍ່ຮອດຂັ້ນນັ້ນ.

May be an image of 1 person and hospital

ໝໍກໍຈະນັດອີກໄປກວດຕິດຕາມອາທິດລະເທື່ອ, 2 ອາທິດເທື່ອແລະ ໄດ້ກວດມະເຮັງທຸກໆ 6 ເດືອນ ຫຼື 1 ປີ,ສຸດທ້າຍນີ້ຢາກບອກວ່າ:
ຕອນທີ່ມີໂອກາດໃຫ້ໄປກວດ ຢ່າອາຍ ຂ້ອຍເຂົ້າໃຈວ່າສ່ວນຫຼາຍຜູ້ຍິງລາວເຮົາບໍ່ຄ່ອຍມີໃຜຢາກກວດພາຍໃນເພາະວ່າອາຍ (ຂ້ອຍກໍບໍ່ເຄີຍກວດຈັກເທື່ອຈົນໄດ້ລູກ 2 ຄົນແລ້ວ ຫາກໍກວດເທື່ອທຳອິດກໍເຈິເລີຍ), ເປີດໃຈເພື່ອສຸຂະພາບຂອງເຮົາເອງ, ຮູ້ໄວປິ່ນປົວໄວ ການຮັກສາມີຫຼາຍທາງເລຶອກ ເອົາລົງໄວ້ເພື່ອມັນຈະເປັນປະໂຫຍດໃຫ້ຫຼາຍໆຄົນ.

May be an image of 1 person, hospital and text

ສຸດທ້າຍນີ້, ການເບິ່ງແຍງ ແລະ ໃສ່ໃຈສຸຂະພາບເປັນສິ່ງສຳຄັນເດີ້ທຸກຄົນ, ເຮົາຈະຕ້ອງໝັ່ນສັງເກດຮ່າງກາຍ ວ່າມີຄວາມຜິດປົກກະຕິອັນໃດບໍ? ເພາະຈະໄດ້ທຳການຮັກສາໄດ້ຢ່າງທັນການ.

ຂອບໃຈຂໍ້ມູນ: Soudalath Phoummasak

ບົດຄວາມຫຼ້າສຸດ

ແຈ້ງລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວແບບເກົ່າ (ບັດຂາວ)

ກະຊວງປ້ອງກັນຄວາມສະຫງົບ ອອກຂໍ້ຕົກລົງສະບັບເລກທີ 2682./ປກສ ລົງວັນທີ 20.ກັນຍາ 2024 ວ່າດ້ວຍການລົບລ້າງເຄື່ອງພິມບັດປະຈຳຕົວ ແລະ ບັດປະຈຳຕົວປະຊາຊົນລາວແບບເກົ່າ ( ບັດສີຂາວ ) ມີດັ່ງນີ້: ມາດຕາ 1:...

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ...

ປະກາດແຕ່ງຕັ້ງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ຄົນໃໝ່

ໃນວັນທີ 22 ຕຸລາ 2024 ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຈັດພິທີປະກາດພະນັກງານຂັ້ນສູງພັກຜ່ອນຮັບອູດໜູນບຳນານ ພ້ອມທັງປະກາດແຕ່ງຕັ້ງ, ສັບຊ້ອນພະນັກງານນຳພາ-ຄຸ້ມ ຄອງຂຶ້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ ລັດວິສາ ຫະກິດໄຟຟ້າລາວ...

ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີ ກະຊວງແຮງງານ ມຽນມາ

ໃນວັນທີ 22 ຕຸລາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ...