Homeຂ່າວພາຍ​ໃນບັນດາມໍລະດົກໂລກໃນລາວ

ບັນດາມໍລະດົກໂລກໃນລາວ

Published on

ເມື່ອເວົ້າເຖິງມໍລະດົກໂລກຂອງລາວເຮົາທີ່ຖືກຮອງຮັບຈາກອົງການອຸຍແນັສໂກ (UNESCO), ຄົນສ່ວນໃຫຍ່ຄົງຈະຄິດຫານະຄອນຫຼວງພຣະບາງທຳອິດ ແຕ່ຮູ້ບໍ່ວ່າ ຍັງມີອີກ 4 ຢ່າງ ທີ່ຖືກຮອງຮັບຢ່າງເປັນທາງການ ເຊິ່ງມື້ນີ້, ລາວໂພສຈະຂໍນຳສະເໜີໄປຕາມລຳດັບ.

  1. ນະຄອນຫຼວງພຣະບາງ ຖືກຮອງຮັບໃຫ້ເປັນມໍລະດົກໂລກດ້ານວັດທະນາທຳທີ່ເປັນວັດຖຸ (ມໍລະດົກໂລກແຫ່ງທີ 1) ຈາກອົງການອຸຍແນັສໂກ (UNESCO) ໃນວັນທີ 9 ທັນວາ 1995, ຕັ້ງຢູ່ແຂວງຫຼວງພຣະບາງ ພາກເໜືອຂອງລາວ, ເປັນເມືອງທີ່ເກົ່າແກ່ ເຕັມໄປດ້ວຍວັດວາອາຣາມທີ່ສ້າງຂຶ້ນຫຼາຍຮ້ອຍປີ. ບັນຍາກາດໃນເມືອງແມ່ນມີຄວາມສະຫງົບ ແລະ ປະຊາຊົນກໍມີວິຖີຊີວິດທີ່ລຽບງ່າຍ ຈົນກາຍເປັນມົນສະເໜ່ອັນໜຶ່ງ ເຮັດໃຫ້ເມືອງດັ່ງກ່າວເປັນທີ່ນິຍົມ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃນການເດີນທາງມາຢ້ຽມຢາມໃນແຕ່ລະປີ.

2. ວັດພູ ຫຼື ວັດພູຈຳປາສັກ ຖືກຮອງຮັບໃຫ້ເປັນມໍລະດົກໂລກດ້ານວັດທະນາທຳທີ່ເປັນວັດຖຸ (ມໍລະດົກໂລກແຫ່ງທີ 2) ຈາກອົງການອຸຍແນັສໂກ (UNESCO) ໃນວັນທີ 14 ທັນວາ 2001, ຕັ້ງຢູ່ແຂວງຈຳປາສັກ ພາກໃຕ້ຂອງລາວເຮົາ. ວັດພູ ບູຮານສະຖານວັດຖຸ ເປັນສະຖານທີ່ ທີ່ເປີດໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ເຂົ້າທ່ຽວຊົມ. ນີ້ເປັນສະຖາປັດຕະຍະກຳພິເສດແຫ່ງໜຶ່ງ ທີ່ມີຄວາມເກົ່າແກ່ ເປັນອາຄານກົກເຄົ້າ ສ້າງຂຶ້ນໃນສັດຕະວັດທີ 6, ຈາກນັ້ນກໍ່ມີການຕໍ່ເຕີມຕາມຍຸກສະໄໝ ຈົນມາເຖິງສັດຕະວັດທີ 15. ນອກນັ້ນ, ວັດພູຍັງເປັນບູຮານສະຖານ ທີ່ໄດ້ອິດທິພົນທາງດ້ານວັດທະນະທຳ ມາຈາກຫຼາຍແຫ່ງ ຕາມຮ່ອງຮອຍຫຼັກຖານ ທີ່ບົ່ງບອກເຖິງຮີດຄອງປະເພນີ ຫຼື ການເຊື່ອຖື ທີ່ສະແດງໃຫ້ເຫັນໃນລວດລາຍສິລະປະບໍລິເວນຂົງເຂດດັ່ງກ່າວອີກດ້ວຍ.

3. ສຽງແຄນເຊື້ອຊາດລາວ, ຖືກຮອງຮັບຈາກອົງການອຸຍແນັສໂກ (UNESCO) ໃຫ້ເປັນສຽງດົນຕີຣມໍລະດົກໂລກທີ່ຈັບຕ້ອງບໍ່ໄດ້ ໃນວັນທີ 7 ທັນວາ 2017. ແຄນ ມີປະຫວັດຄວາມເປັນມາຫຼາຍກວ່າ 3.000 ປີ ທີ່ຕິດພັນກັບວິຖີຊີວິດ ແລະ ວັດທະນະທໍາ ຂອງຄົນລາວ ຊາດລາວແຕ່ໃດໆມາ. ເມື່ອໄດ້ຍິນສຽງແຄນ ຜູ້ຟັງຈະຄິດຫາຄວາມມ່ວນຊື່ນ ແລະ ຄິດຮອດບ້ານເກີດເມືອງນອນຂອງຕົນ. ເວົ້າລວມເວົ້າສະເພາະ ສຽງແຄນໄດ້ສ້າງກຽດຊື່ສຽງ ແລະ ບົດບາດຂອງປະເທດລາວເຮົາໃນພາກພື້ນ, ສາກົນ ແລະ ໃນໂລກ.

4. ທົ່ງໄຫຫີນ ຫຼື ໄຫຫີນຊຽງຂວາງ ຖືກຮອງຮັບໃຫ້ເປັນມໍລະດົກໂລກດ້ານວັດທະນາທຳທີ່ເປັນວັດຖຸ (ມໍລະດົກໂລກແຫ່ງທີ 3) ໃນວັນທີ 6 ກໍລະກົດ 2019, ຕັ້ງຢູ່ແຂວງຊຽງຂວາງ, ພາກເໜືອຂອງລາວເຮົາ. ໄຫຫີນດັ່ງກ່າວມີອາຍຸແຕ່ 2.500 – 3000 ປີ ຫຼື ຫຼາຍກ່ວານັ້ນ ຖືກຈັດແບ່ງເປັນ 3 ກຸ່ມໃຫຍ່ ເຊິ່ງໄດ້ກະແຈກກະຈາຍຢູ່ໃນບໍລິເວນເຂດໂພນສະຫວັນ ແລະ ຍັງມີບ່ອນອື່ນໆ ໃນເມືອງແປກ. ທົ່ງໄຫຫີນຖືວ່າເປັນສະຖານທີ່ສຳຄັນ ແລະ ແຫຼ່ງທ່ອງທ່ຽວປະຫວັດສາດແຫ່ງໜຶ່ງ ທີ່ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວແຂວງຊຽງຂວາງ.

5. ລາຍນາກ ຖືກຮອງຮັບໃຫ້ເປັນມໍລະດົກໂລກທາງດ້ານວັດທະນະທຳທີ່ບໍ່ເປັນວັດຖຸ ໃນວັນທີ 6 ທັນວາ 2023 ຈາກອົງການອຸຍແນັສໂກ (UNESCO) ລາຍນາກຖືວ່າເປັນເອກະລັກ ເພາະລາຍທີ່ໂດດເດັ່ນອັນດັບໜຶ່ງໃນຜ້າແພລາວ ທີ່ຖືກປະດິດຄິດສ້າງຂຶ້ນດ້ວຍຈິດສໍານຶກ ແລະ ສິລະປະອັນປານີດຂອງຄົນລາວ ພ້ອມມີຢູ່ໃນປະຫວັດສາດ ແລະ ມີຢູ່ໃນໜັງສືໃບລານ, ພ້ອມທັງມີຮ່ອງຮອຍທີ່ຕິດພັນກັບບັນພະບູລຸດຂອງພວກເຮົາ ແລະ ມີການບອກເລົ່າໃນປະຫວັດສາດ.

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...