spot_img
Homeຂ່າວພາຍ​ໃນສະເໜີປັບປຸງກົດໝາຍ ປົກປັກຮັກສາສິ່ງແວດລ້ອມ

ສະເໜີປັບປຸງກົດໝາຍ ປົກປັກຮັກສາສິ່ງແວດລ້ອມ

Published on

ທ່ານ ນາງ ບຸນຄໍາ ວໍລິຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍ ການປົກປັກຮັກສາສິ່ງແວດລ້ອມ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ໃນບ່າຍວັນທີ 18 ມິຖຸນາ ນີ້ ໂດຍການເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ໂດຍໄດ້ໃຫ້ຮູ້ເຖິງເຫດຜົນ ແລະ ຄວາມຈໍາເປັນ ໃນການສະເໜີປັບປຸງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ.

อาจเป็นรูปภาพของ 1 คน และ แท่นบรรยาย

ກົດໝາຍສະບັບນີ້, ໄດ້ຖືກນໍາໃຊ້ມາ 12 ປີ ກວ່າແລ້ວ. ຜ່ານການຈັດຕັ້ງປະຕິບັດ ເຫັນວ່າມີບາງບັນຫາ ຍັງບໍ່ສອດຄ່ອງກັບລະດັບການຂະຫຍາຍຕົວທາງດ້ານ ເສດຖະກິດ-ສັງຄົມ ໃນປັດຈຸບັນ, ດ້ານໂຄງສ້າງ ແລະ ເນື້ອໃນຂອງກົດໝາຍ ຍັງມີຊ່ອງວ່າງ, ບໍ່ທັນຄົບຖ້ວນ ແລະ ຈະແຈ້ງ, ມີຫຼາຍບັນຫາບໍ່ສອດຄ່ອງ ຫຼື ຂັດກັບກົດໝາຍອື່ນ ທີ່ໄດ້ມີການສ້າງຂຶ້ນໃໝ່ ຫຼື ໄດ້ມີການປັບປຸງຄືນໃໝ່ ເປັນຕົ້ນ ກົດໝາຍວ່າດ້ວຍການຄຸ້ມຄອງເຄມີ, ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ, ກົດໝາຍວ່າດ້ວຍປ່າໄມ້, ກົດໝາຍວ່າດ້ວຍແຮ່ທາດ, ກົດໝາຍວ່າດ້ວຍສັດປ່າ, ກົດໝາຍວ່າດ້ວຍສັດນໍ້າ ແລະ ການປະມົງ.

อาจเป็นรูปภาพของ ต้นไม้

ຊຶ່ງເປັນສາເຫດໃຫ້ການນໍາເອົາກົດໝາຍ ໄປຈັດຕັ້ງປະຕິບັດບໍ່ເປັນເອກະພາບກັນໃນຫຼາຍດ້ານ ເປັນຕົ້ນໂຄງຮ່າງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ຍັງບໍ່ທັນຄົບຖ້ວນ ຖ້າທຽບໃສ່ກົດໝາຍວ່າດ້ວຍການສ້າງນິຕິກໍາ; ບໍ່ໄດ້ກໍານົດເນື້ອໃນລະອຽດກ່ຽວກັບການຄຸ້ມຄອງສິ່ງແວດລ້ອມ ໃນໂຄງການລົງທຶນ ແລະ ກິດຈະການຕ່າງໆ, ການຄຸ້ມຄອງສິ່ງແວດລ້ອມໃນເຂດເສດຖະກິດ, ເງື່ອນໄຂຂອງການອອກໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ; ບໍ່ໄດ້ກໍານົດການກໍານົດສິດ ແລະ ໜ້າທີ່ ຂອງກະຊວງທີ່ກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນໃນແຕ່ລະຂັ້ນ. ຈາກສະພາບການດັ່ງກ່າວນັ້ນ, ຈຶ່ງເຫັນວ່າມີຄວາມຈໍາເປັນຕ້ອງໄດ້ມີການປັບປຸງກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ປີ 2012 (ສະບັບປັດຈຸບັນ) ໃຫ້ມີເນື້ອໃນລະອຽດ, ຈະແຈ້ງ ແລະ ສົມບູນຍິ່ງໆຂຶ້ນ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...